ສວສສຊ ເຂົ້າວາງພວງມະລາໄວ້ອາໄລເຖິງສະຫາຍ ພົນເອກ ຄຳໄຕ ສີພັນດອນ

1

     ຕອນບ່າຍ ວັນທີ 4 ເມສາ 2025 ເວລາ 14ໂມງ30 ທີ່ຫໍປະຊຸມແຫ່ງຊາດ. ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ນໍາພາຄະນະພັກ-ຄະນະນຳ ເຂົ້າຮ່ວມພິທີວາງພວງມະລາ ແລະ ໄວ້ອາໄລ ເຖິງສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດແຫ່ງ ສປປ ລາວ ເພື່ອສະແດງຄວາມເຄົາລົບຮັກ ແລະ ເປັນການແບ່ງເບົາຄວາມໂສກເສົ້າຕໍ່ຄອບຄົວສີພັນດອນ.

2

     ໂອກາດນີ້ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ ຕາງໜ້າສະມາຊິກພັກ-ພະນັກງານ ເຊັນປື້ມໄວ້ອາໄລ ມີເນື້ອໃນວ່າ: ຂໍສະແດງຄວາມເສຍໃຈ ແລະ ອາໄລອາວອນຢ່າງສຸດຊື້ງ ຕໍ່ການຈາກໄປຢ່າງບໍ່ມີວັນຫວນກັບຄືນມາຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ ເປັນການສູນເສຍທີ່ໃຫຍ່ຫຼວງຂອງພັກ-ລັດ, ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານບັນດາເຜົ່າ, ທ່ານເປັນຜູ້ນຳທີ່ໄດ້ວາງແນວທາງຂອງພັກ ແລະ ຮາກຖານການເມືອງຂອງປະເທດ, ເປັນຜູ້ລີເລີ່ມ ແລະ ຊີ້ນຳຫຼາຍໆຂົງເຂດ; ໃນນັ້ນ, ການຄົ້ນຄວ້າທິດສະດີ ແລະ ພຶດຕິກຳ ກໍ່ຄືຂົງເຂດການຄົ້ນຄວ້າວິທະຍາສາດເສດຖະກິດ-ສັງຄົມຂອງຊາດ ຂະຫຍາຍຕົວກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

     ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຂໍສະແດງຄວາມຮູ້ບູນຄຸນ, ເຄົາລົບຮັກທ່ານ ແລະ ຈະສືບຕໍ່ບູລະນະແນວທາງຕາມເຈດຕະນາລົມຂອງທ່ານໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຕະຫຼອດໄປ.

3
4
5

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ