ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ໜ່ວຍພັກຫ້ອງການ ສວສສຊ

1

     ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງໜ່ວຍພັກຫ້ອງການ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 21 ເມສາ 2025 ທີ່ຫ້ອງປະຊຸມຊັ້ນ 3 ຕຶກການນໍາ ສວສສຊ ໂດຍການເປັນປະທານຂອງ ສະຫາຍ ເພັດໃສ ເພຍເທບ ກໍາມະການຄະນະພັກ, ເລຂາໜ່ວຍພັກຫ້ອງການ, ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ປອ.​ ກິແກ້ວ ຈັນທະບູຣີ ຄະນະປະຈໍາ, ຮອງເລຂາຄະນະພັກ ສວສສຊ, ມີຜູ້ຕາງໜ້າຈາກບັນດາໜ່ວຍພັກອ້ອມຂ້າງ ສວສສຊ, ຕາງໜ້າຂອງ 3 ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກພັກສົມບູນ ເຂົ້າຮ່ວມທັງໝົດ 37 ສະຫາຍ.

     ກອງປະຊຸມໄດ້ຮັບຟັງ ແລະ ເປັນເອກະພາບຮັບຮອງເອົາເນື້ອໃນຮ່າງບົດລາຍງານການເມືອງ, ແຜນພັດທະນາວຽກງານຂອງຫ້ອງການ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກ ໃນໄລຍະຜ່ານມາ ເຊິ່ງຍົກໃຫ້ເຫັນຜົນສຳເລັດການນໍາພາ-ຊີ້ນໍາ, ການຈັດຕັ້ງປະຕິບັດມະຕິ, ຄໍາສັ່ງຕ່າງໆ ຂອງຄະນະພັກ-ຄະນະນໍາ ເຮັດໃຫ້ໜ່ວຍພັກ, ສະມາຊິກພັກພາຍໃນຫ້ອງການ ມີການພັດທະນາກ້າວໜ້າໃນໜ້າທີ່ວຽກງານ, ກົງຈັກການຈັດຕັ້ງຂອງຫ້ອງການໄດ້ຮັບການບູລະນະປັບປຸງເຂັ້ມແຂງຂຶ້ນ, ການປະຕິບັດວຽກງານວິຊາສະເພາະກໍ່ມີການພັດທະນາດີຂຶ້ນຢ່າງຕໍ່ເນື່ອງ.

     ໃນກອງປະຊຸມ ສະມາຊິກພັກສົມບູນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະ ນະໜ່ວຍພັກຫ້ອງການຊຸດໃໝ່ ບົນພື້ນຖານມາດຖານເງື່ອນໄຂທີ່ກໍານົດໃວ້ ເຊິ່ງມີຜູ້ຮັບສະໝັກເລືອກຕັ້ງ 5 ສະ ຫາຍ ເລືອກເອົາ 3 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະພາບເລືອກເອົາ ສະຫາຍ ເພັດໃສ ເພຍເທບ ເປັນເລຂາໜ່ວຍພັກ;  ສະຫາຍ ພອນ ວິພົນຮຽນ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ນາງ ສີອໍາໄພ ພັນທະວອນ ເປັນກໍາມະການໜ່ວຍພັກ ທັງເປັນປະທານກວດກາ.

2
4

     ໃນໂອກາດດັ່ງກ່າວ ສະຫາຍ ປອ. ກິແກ້ວ ຈັນທະບູຣີ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມວ່າ: ຄະນະໜ່ວຍພັກຫ້ອງການຊຸດໃໝ່ ໃຫ້ເອົາໃຈໃສ່ເພີ່ມທະວີສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກພະນັກງານ, ສ້າງຄວາມເປັນເອກະພາບຕໍ່ແນວທາງການປ່ຽນແປງໃໝ່ຂອງພັກ; ຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ມີ ການແບ່ງໜ້າທີ່ແບ່ງຄວາມຮັບຜິດຊອບຢ່າງລະອຽດ, ປະຕິບັດຫຼັກການຫົວໜ້າດຽວ ເພື່ອເພີ່ມທະວີຄວາມເປັນ ເອກະພາບ, ຄວາມສາມັກຄີໃນຄະນະໜ່ວຍພັກ ແລະ ປັບປຸງພາຍໃນໜ່ວຍພັກໃຫ້ມີຄວາມເຂັ້ມແຂງ; ເອົາໃຈໃສ່ຊຸກຍູ້ວຽກວິຊາສະເພາະ ໂດຍສະເພາະ 5 ວຽກງານຈຸດສຸມ ເພື່ອສ້າງເງື່ອນໄຂສິ່ງອໍານວຍຄວາມສະດວກໃຫ້ ບັນດາສະຖາບັນ, ຫ້ອງການ, ກົມ ແລະ ສູນ ອ້ອມຂ້າງ, ພົວພັນປະສານງານວຽກງານປີ່ນອ້ອມ ສວສສຊ ໃຫ້ວ່ອງໄວ ແລະ ເປັນແບບຢ່າງນໍາໜ້າໃນທຸກດ້ານ.

3

ຂຽນຂ່າວ ແລະ ຖ່າຍພາບ: ພວງເພັດ ຈັນທະລີວົງ