douangchai lovan

1

ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ ປຶກສາຫາລືໃສ່ຮ່າງຜົນການຄົ້ນຄວ້າກ່ຽວກັບເດັກນ້ອຍ

1

     ວັນທີ 2 ພຶດສະພາ 2025 ທີ່ຜ່ານມານີ້ ທີ່ ສວສສຊ, ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ  ໄດ້ຮ່ວມກັບອົງການ UNICEF ຈັດກອງປະຊຸມວິຊາການຂຶ້ນ ໂດຍການເປັນປະທານຂອງ ທ່ານ ປອ ນ. ແກ້ວວິວອນ ອຸດທະຈັກ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ເຂົ້າຮ່ວມມີທ່ານ ບິນລາລ ອູແຣັງເຊັບ ດູຣານິ ຜູ້ຕາງໜ້າຈາກອົງການ UNICEF ປະຈຳລາວ, ມີທີມງານຈາກຂະແໜງສາທາລະນະສຸກ, ສະພາແຫ່ງຊາດ, ສຶກສາທິການ ແລະ ກິລາ, ການເງິນ, ແຜນການ ແລະ ການລົງທຶນ, ສະຫະພັນແມ່ຍິງ, ສູນກາງຊາວໜຸ່ມ, ອົງການ UNFPA, ຊ່ຽວຊານຕ່າງປະເທດ ແລະ ວິຊາການຈາກ ສຄນສ ເຂົ້າຮ່ວມຫຼາຍກວ່າ 35 ທ່ານ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລືປະກອບຄໍາເຫັນໃສ່ຮ່າງຜົນການຄົ້ນຄວ້າເບື້ອງຕົ້ນ ໃນຫົວຂໍ້ “ຜົນກະທົບທາງດ້ານເສດຖະກິດຂອງການແຕ່ງດອງກ່ອນໄວໃນ ສປປ ລາວ” ເຊິ່ງຈັດຂຶ້ນເປັນຄັ້ງທີ 2 ພາຍຫຼັງຈາກສຳເລັດການເກັບຂໍ້ມູນຈາກພາກສ່ວນທີ່ກ່ຽວຂ້ອງ.

     ໃນກອງປະຊຸມ ທ່ານ ລາດຊະວົງ ບຸນສີພົມ, ຮອງຫົວໜ້າ ສຄນສ ໄດ້ສະເໜີຮ່າງຜົນການຄົ້ນຄວ້າເບື້ອງຕົ້ນກ່ຽວກັບ “ຜົນກະທົບທາງດ້ານເສດຖະກິດຂອງການແຕ່ງດອງກ່ອນໄວ ຢູ່ ສປປ ລາວ” ເຊິ່ງໄດ້ຍົກໃຫ້ເຫັນ ທ່າອ່ຽງການແຕ່ງດອງກ່ອນໄວ ແລະ ການເກີດລູກກ່ອນໄວຢູ່ ສປປ ລາວ ຂອງແມ່ຍິງໃນອາຍຸລະຫວ່າງ 20-24 ປີ ທີ່ແຕ່ງ ດອງກ່ອນອາຍຸ 18 ປີ ແມ່ນກວມເອົາ 30.5% ອີງຕາມການສໍາຫຼວດດັດຊະນີໝາຍສັງຄົມຂອງລາວຫຼ້າສຸດ ຄັ້ງທີ III ໃນປີ 2023, ສູງກວ່າອັດຕາສ່ວນຂອງແມ່ຍິງອາຍຸ 25-29 ປີ (28.4 %) ແລະ ອາຍຸ 30-34 (28.2 %) ຕາມ ລຳດັບ, ສິ່ງນີ້ຊີ້ໃຫ້ເຫັນວ່າ ການແຕ່ງດອງກ່ອນໄວໄດ້ເພີ່ມຂຶ້ນໃນທົດສະວັດທີ່ຜ່ານມາ. ປັດໄຈດ້ານວັດທະນະທຳ, ເສດຖະກິດ-ສັງຄົມຫຼາຍດ້ານແມ່ນສົ່ງຜົນໃຫ້ອັດຕາການແຕ່ງດອງກ່ອນໄວຍັງກວມອັດຕາສ່ວນສູງໃນ ສປປ ລາວ. ນອກຈາກນີ້, 17.4% ຂອງແມ່ຍິງອາຍຸ 20-24 ປີ ໄດ້ມີລູກຄົນທໍາອິດກ່ອນອາຍຸ 18 ປີ. ໃນບາງປະເທດ, ການເກີດລູກກ່ອນໄວແມ່ນກວມອັດຕາສ່ວນສູງ ເຊັ່ນ: ເດັກຈໍານວນຫຼາຍທີ່ເກີດຈາກແມ່ທີ່ມີອາຍຸຕໍ່າກວ່າ 18 ປີ ອາດຈະເກີດຈາກການທີ່ບໍ່ໄດ້ແຕ່ງດອງ. ເຖິງຢ່າງໃດກໍ່ຕາມ, ຢູ່ ສປປ ລາວ ການເກີດລູກກ່ອນໄວ ສ່ວນຫຼາຍແມ່ນເກີດຈາກການແຕ່ງດອງໃນໄວເດັກ.

     ຜ່ານຂະບວນການປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ເຫັນວ່າການແຕ່ງດອງໄວ ຖືວ່າເປັນການລະເມີດສິດທິມະນຸດຂອງເດັກ ໂດຍສະເພາະເດັກຍິງ ແລະ ຈໍາກັດໂອກາດທີ່ເດັກຍິງທີ່ຄວນຈະໄດ້ຮັບ; ການຢຸດຕິການແຕ່ງດອງກ່ອນໄວຈະຊ່ວຍຫຼຸດຜ່ອນຄວາມທຸກຍາກ ແລະ ຊ່ວຍປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນ ໃນອະນາຄົດ ແລະ ຫຼຸດຜ່ອນຜົນເສຍຫາຍດ້ານເສດຖະກິດຢ່າງຫຼວງຫຼາຍຕໍ່ກັບ ສປປ ລາວ ໂດຍສະເພາະໃນການລົງທຶນແບບມີເປົ້າໝາຍຂອງລັດຖະບານ ເພື່ອກໍ່ສ້າງຊັບພະຍາກອນມະນຸດ ເຊັ່ນ: ການສຶກສາ, ສຸຂະພາບຈະເລີນ ພັນ ແລະ ປັບປຸງບັນດານະໂຍບາຍທີ່ເປັນມິດຕໍ່ກັບເດັກຍິງ ໂດຍສະເພາະກົດໝາຍທີ່ກ່ຽວຂ້ອງແມ່ນເປັນສິ່ງສໍາຄັນໃນການຮັບປະກັນອະນາຄົດທີ່ດີໃຫ້ກັບເດັກຍິງລາວ.

     ໃນຕອນທ້າຍຂອງກອງປະຊຸມ ທ່ານ ປອ. ນ. ແກ້ວວິວອນ ອຸດທະຈັກ ໄດ້ມີບາງຄໍາເຫັນເພີ່ມຕື່ມວ່າ: ຜົນ ການຄົ້ນຄວ້ານີ້ ມີຄວາມສໍາຄັນຫຼາຍ, ສາມາດຊ່ວຍລັດຖະບານໃນການແກ້ໄຂ ແລະ ຊຸກຍູ້ການພັດທະນາເສດຖະ ກິດ ແລະ ສັງຄົມ ໃຫ້ມີຄວາມເຂັ້ມແຂງ ແລະ ໝັ້ນຄົງ ເວົ້າລວມ, ເວົ້າສະເພາະ ເດັກຍິງໄດ້ຮັບການພັດທະນາ ຮອບດ້ານຫຼາຍຂຶ້ນ. ສຳລັບ ຂັ້ນຕອນຕໍ່ໄປຈະມີການເຜີຍແຜ່ຂໍ້ມູນໃຫ້ແກ່ຜູ້ວາງນະໂຍບາຍ ທັງລະດັບຊາດ ແລະ ທ້ອງຖິ່ນ (ບັນດາອົງການຈັດຕັ້ງສາກົນ ຜູ້ໃຫ້ທຶນຊ່ວຍເຫຼືອ, ສະພາແຫ່ງຊາດ, ສະພາປະຊາຊົນ ຂັ້ນແຂວງ) ແລະ ສະໜັບສະໜູນຄວາມພະຍາຍາມຂອງບັນດາອົງການຈັດຕັ້ງທາງສັງຄົມ, ຜູ້ປະຕິບັດງານລະດັບທ້ອງຖິ່ນ ໃຫ້ນໍາໃຊ້ຜົນຂອງການຄົ້ນຄວ້ານີ້ ເພື່ອສ້າງການຫັນປ່ຽນໃນວຽກງານດັ່ງກ່າວຢ່າງຕັ້ງໜ້າ ແລະ ມີໝາກຜົນ.

2
3

ຂຽນຂ່າວ: ສຸລິຕາ 

ຖ່າຍພາບ: ສາຍເພັດ ພັດກົມຄຳ

1

ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ໜ່ວຍພັກຫ້ອງການຄຸ້ມຄອງວິທະຍາສາດ

1

     ຕອນເຊົ້າວັນທີ 30 ເມສາ 2025 ທີ່ຜ່ານມາ ຢູ່ຫ້ອງປະຊຸມສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ໜ່ວຍພັກຫ້ອງການຄຸ້ມຄອງວິທະຍາສາດ ໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ປອ. ສາຍຄໍາ ວໍລະເດດ ເລຂາໜ່ວຍພັກ ຫ້ອງການຄຸ້ມຄອງວິທະຍາສາດ; ໃຫ້ກຽດເຂົ້າຮ່ວມກອງປະຊຸມໂດຍ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີກົມຈັດຕັ້ງ ແລະ ພະນັກງານ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ, ບັນດາຜູ້ຕາງໜ້າຈາກໜ່ວຍພັກອ້ອມຂ້າງ, ສະມາຊິກພັກສົມບູນເຂົ້າຮ່ວມທັງໝົດ 28 ສະຫາຍ.

2

     ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ, ແຜນພັດທະນາວຽກງານຫ້ອງການຄຸ້ມຄອງ ແລະ ຜ່ານບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກຊຸດເກົ່າ ແລະ ບົດປະກອບຄໍາເຫັນຢ່າງພາວະວິໄສ ຈຶ່ງເຮັດໃຫ້ກອງປະຊຸມໃນຄັ້ງນີ້ມີເນື້ອໃນອຸດົມສົມບູນຄົບຖ້ວນ; ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິ ປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ແລະ ຖືກຕ້ອງຕາມມາດຕະຖານເງື່ອນໄຂທີ່ກໍານົດໃວ້ໃນກົດລະບຽບຂອງພັກ ແລະ ໄດ້ເອກະພາບເລືອກເອົາ ສະຫາຍ ປອ. ສາຍຄໍາ ວໍລະເດດ ເປັນເລຂາໜ່ວຍພັກ; ສະຫາຍ ນາງ ວິໄລວັນ ອຸດົມ ເປັນຮອງເລຂາ ແລະ ສະຫາຍ ນາງ ສິນລາວັນ ອຸດຕະມະວິຈິດ ເປັນກໍມະການໜ່ວຍພັກ ທັງເປັນປະທານກວດກາ.

3

     ໃນໂອກາດອັນສໍາຄັນນີ້ ສະຫາຍ ປອ.ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ ສວສສຊ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມວ່າ: ຄະນະໜ່ວຍພັກຊຸດໃໝ່ຂອງຫ້ອງການຄຸ້ມຄອງວິທະຍາສາດ ຕ້ອງ ເພີ່ມທະວີ ແລະ ຖືສໍາຄັນການດຳເນີນວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ເຂັ້ມແຂງຂຶ້ນ ກວ່າເກົ່າ, ເຂັ້ມງວດໃນການຕິດຕາມປະເມີນຜົນໂຄງການຄົ້ນຄວ້າ, ຊຸກຍູ້ອຳນວຍຄວາມສະດວກໃຫ້ການຕິບັດ ວຽກງານຄົ້ນຄວ້າວິທະຍາສາດຂອງ ສວສສຊ ໃຫ້ສໍາເລັດໜ້າຕາມແຜນການທີ່ວາງໄວ້, ມີຄຸນນະພາບ, ເປັນປະ ໂຫຍດຕໍ່ສັງຄົມ ແລະ ປະທດຊາດ. ພ້ອມທັງຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານ-ລັດຖະກອນ ຫ້ອງການຄຸ້ມຄອງວິທະຍາສາດ ຈົ່ງເຊີດຊູສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນເລື້ອຍໆ, ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງຮອບດ້ານ ຈຶ່ງຈະສາມາດເຮັດໃຫ້ວຽກງານຫ້ອງການຄຸ້ມຄອງວິທະຍາສາດ ມີການຫັນ ປ່ຽນຢ່າງຕັ້ງໜ້າ ທັງເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມໃຫຍ່ໃນຄັ້ງນີ້ ໃຫ້ປະກົດຜົນເປັນຈິງ, ສ້າງໜ່ວຍພັກໃຫ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. ກອງປະຊຸມໃຫຍ່ຄັ້ງທີ II ໜ່ວຍພັກຫ້ອງການຄຸ້ມຄອງວິທະຍາສາດ ໄດ້ດໍາເນີນໄປເປັນເວລາເຄິ່ງວັນ ແລະ ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍດ້ວຍຄວາມຮັບຜິດຊອບສູງ.

4

ຂຽນຂ່າວ: ພວງດພັດ ຈັນທະລີວົງ

ຖ່າຍພາບ: ມຸນິນ ພົນສັກດາ

01

ເພີ່ມທະວີການຮ່ວມມືດ້ານວິຊາການ ແລະ ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ກັບມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ

01

     ສປປ ລາວ ແລະ ສປ. ຈີນ ເປັນສອງປະເທດທີ່ມີສາຍພູ-ສາຍນໍ້າຕິດຈອດກັນ ແລະ ໄມຕີຈິດມິດຕະພາບ ລະຫວ່າງສອງຊາດແມ່ນມີມາແຕ່ດົນນານ; ໃນວັນທີ 29 ເມສາ 2025 ທີ່ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ນໍາໂດຍ ທ່ານ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ, ຮອງປະທານ ສວສສຊ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ແລະ ເຮັດວຽກຮ່ວມກັບ ຄະນະຜູ້ແທນຈາກ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ສປ. ຈີນ, ນຳໂດຍ ທ່ານ ສຈ. Jia Dezhong ຮອງເລຂາຄະນະມະຫາວິທະຍາໄລ ພ້ອມດ້ວຍຄະນະ. ເພື່ອເປັນການຈັດຕັ້ງຜັນຂະຫຍາຍແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ລົງເລິກການຮ່ວມມືໃນຂົງເຂດວັດທະນະທໍາ-ສັງຄົມ ເວົ້າລວມ ເວົ້າສະເພາະແມ່ນການເພີ່ມທະວີແລກປ່ຽນ ແລະ ການຮ່ວມມືໃນຂົງແຂດການຄົ້ນຄວ້າ ວິທະຍາສາດສັງຄົມ. ທັງສອງຝ່າຍໄດ້ພົບປະ ແລະ ແລກປ່ຽນ ພ້ອມທັງນໍາສະເໜີສະພາບພົ້ນເດັ່ນໂດຍຫຍໍ້ຂອງອົງການຕົນໃຫ້ກັນຮັບຊາບ, ແລກປ່ຽນສົນທະນາເຊິ່ງກັນ ແລະ ກັນ ກ່ຽວກັບການຮ່ວມມືທາງດ້ານວິຊາການ, ວຽກງານຄົ້ນຄວ້າໃນຂົງເຂດວັດທະນະທໍາສັງຄົມ, ຫົວຂໍ້ທີ່ສົນໃຈຄົ້ນຄວ້າຮ່ວມກັນ, ການຮ່ວມມືແລກປ່ຽນທາງດ້ານເຕັກນິກຂໍ້ມູນຂ່າວສານ ແລະ ການສ້າງບຸກຄະລາກອນໃນອະນາຄົດ, ພ້ອມນັ້ນຍັງໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານວິຊາການ ລະຫວ່າງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ສປ.ຈີນ ກັບ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດນໍາອີກ.

2
03
04

ຂຽນຂ່າວ: ພວງເພັດ ຈັນທະລີວົງ

ຖ່າຍພາບ: ມູນີນ ພົນສັກດາ

1

ຄະນະຊາວໜຸ່ມ ສວສສຊ ເຂົ້າຮ່ວມພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນສ້າງຄັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

1

     ຄະນະບໍລິຫານງານຊາວໜຸ່ມ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ນໍາພາໂດຍ ສະຫາຍ ເດືອນສະຫວັນ ພອນມີໄຊ ເລຂາຄະນະບໍລິຫານງານຊາວໜຸ່ມ ສວສສຊ ພ້ອມດ້ວຍຄະນະ ຈຳນວນ 15 ສະຫາຍ ໄດ້ເຂົ້າຮ່ວມພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (14 ເມສາ 1955 – 14 ເມສາ 2025) ໃນວັນທີ 22 ເມສາ 2025 ທີ່ຜ່ານມານີ້ ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ມີສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ, ເລຂາ ຄຊປປລ, ບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກ, ການນຳພັກ-ລັດ, ບັນດາສະຫາຍອະດີດການນຳຂັ້ນສູງພັກ-ລັດ, ພະນັກງານປະຕິ ວັດອາວຸໂສ, ອະດີດການນຳສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ), ບັນດາການນຳຂັ້ນສູງຈາກພາກ ສ່ວນຕ່າງໆ, ພ້ອມດ້ວຍຊາວໜຸ່ມ-ເຍົາວະຊົນເຂົ້າຮ່ວມ.

2

       ສະຫາຍ ມອນໄຊ ລາວມົວຊົ່ງ ໄດ້ຂຶ້ນລາຍງານໂດຍຫຍໍ້ ກ່ຽວກັບຜົນງານການເຄື່ອນໄຫວຂອງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃນໄລຍະ 70 ປີ (14 ເມສາ 1955 – 14 ເມສາ 2025) ເຊິ່ງໄດ້ຍົກໃຫ້ເຫັນຜົນງານການນໍາພາ – ຊີ້ນໍາຂອງພັກປະຊາຊົນປະຕິວັດລາວ ຕໍ່ກັບຊາວໜຸ່ມ ໃນວິລະກໍາການຕໍ່ສູ້ກູ້ຊາດຍາດເອົາເອກະລາດ ຂອງຊາດລາວ ດ້ວຍການເສຍສະຫລະຊີວິດ ເລືອດເນື້ອ, ເຫື່ອແຮງ ແລະ ສະຕິປັນຍາ ປະກອບສ່ວນເຂົ້າໃນການແບກຫາບພາລະກໍາປະຫວັດສາດຂອງຊາດ, ຊາວໜຸ່ມທຸກຍຸກທຸກສະໄໝ ແມ່ນມີບົດບາດຕັດສິນ ແລະ ເປັນກຳລັງແຮງຕໍ່ກັບການພັດທະ ນາປະເທດຊາດ.

     ໃນພິທີອັນມີຄວາມໝາຍ ມີຄວາມສຳຄັນນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວສູນທອນພົດ ເຊິ່ງມີເນື້ອໃນສໍາຄັນບາງຕອນວ່າ: ໃນພາລະກຳປະຫວັດສາດສະໄໝຕໍ່ສູ້ກູ້ຊາດຂອງລາວເຮົາ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 14 ເມສາ 1955 ພາຍຫຼັງການສ້າງຕັ້ງພັກບໍ່ເຖິງໜຶ່ງເດືອນນັ້ນ ກອງຊາວໜຸ່ມຕະລຸມ ບອນໄດ້ເປັນກຳລັງແຮງການປະຕິວັດທີ່ສໍາຄັນ ແລະ ໃຊ້ເວລາ 20 ປີ ໃນການຕໍ່ສູ້ທີ່ຍືດເຍື້ອຍາວນານ ຈຶ່ງຖືກຂະໜານນາມວ່າ ເປັນແຂນຂວາຂອງພັກ ເປັນກຳລັງປະຈັນບານທຸກໆສະໜາມຮົບ, ເປັນຜູ້ສ້າງວິລະກຳໃນການຕໍ່ສູ້ກູ້ຊາດ ປະ ຊາທິປະໄຕ, ເປັນຜູ້ຈົງຮັກພັກດີຕໍ່ພັກ, ປະເທດຊາດ ແລະ ປະຊາຊົນ ທັງເປັນຜູ້ຍອມເສຍສະຫຼະແບບບໍ່ມີເງື່ອນໄຂໃດໆ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ. ການຖືຄໍາຂວັນທີ່ວ່າ “ບ່ອນໃດຍາກຊາວໜຸ່ມບຸກ, ບ່ອນໃດທຸກຊາວໜຸ່ມຜ່ານຜ່າ, ເມື່ອໃດຊາດຕ້ອງການຊາວໜຸ່ມຂານອາສາ” ຊາວໜຸ່ມລາວປະຕິວັດໄດ້ເຮັດໜ້າທີ່ຢ່າງສົມກຽດສົມສັກສີ ແລະ ປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງຕໍ່ກັບຄຳຮຽກຮ້ອງຂອງພັກທີ່ວ່າ:“ທຸກສິ່ງທຸກຢ່າງເພື່ອແນວໜ້າ, ທຸກ ສິ່ງທຸກຢ່າງເພື່ອເອົາຊະນະສັດຕູ” ໃນສະໜາມຮົບອັນຟົດເດືອດ ເຖິງຈະມີຊາວໜຸ່ມຜູ້ໜຶ່ງລົ້ມລົງ ແຕ່ໄດ້ມີສະມາຊິກຊາວໜຸ່ມຈໍານວນຫຼວງຫຼາຍລຸກຂຶ້ນຕໍ່ສູ້ດ້ວຍຄວາມເສຍສະຫຼະ, ພິລະອາດຫານ ສົມແລ້ວທີ່ເປັນວິລະຊົນຂອງຊາດລາວ. ຕະຫຼອດໄລຍະ 50 ປີ ແຫ່ງການຂະຫຍາຍຕົວຂອງ ສປປ ລາວ, ພາລະກໍາປົກປັກຮັກສາ ແລະ ພັດທະນາປະເທດຊາດ ຍັງມີຄວາມທ້າທາຍ ແລະ ຂ້ຽວຂາດ ຈາກການຜັນແປຂອງສະພາບການທີ່ເກີດຂຶ້ນຕະຫຼອດເວລາ ປະທານ ໄກສອນ ພົມວິຫານ ໄດ້ກ່າວວ່າ “ການຕໍ່ສູ້ເພື່ອໃຫ້ໄດ້ມາເອກະລາດແຫ່ງຊາດ ກໍເປັນພາລະກິດສຸດທີ່ຫຍຸ້ງຍາກແລ້ວ ພາລະກິດປົກປັກຮັກສາເອກະລາດ ອຳນາດອະທິປະໄຕທີ່ໄດ້ມາໄວ້ໃຫ້ໝັ້ນຄົງ ຍິ່ງມີຄວາມຫຍຸ້ງຍາກສັບສົນກວ່າ” ແລະ ເຄິ່ງສະຕະວັດແລ້ວ ທີ່ປະເທດຊາດສາມາດຄົງຕົວ ແລະ ຂະຫຍາຍຕົວຈົນເທົ່າທຸກວັນນີ້ ລ້ວນແຕ່ເປັນການປະ ກອບສ່ວນຂອງກຳລັງແຮງອັນມະຫາສານຂອງຊາວໜຸ່ມ, ໄວໜຸ່ມ; ຊາວໜຸ່ມຍັງເປັນຮົ້ວອັນແໜ້ນແກ່ນຂອງຊາດ ເປັນກຳລັງປະຈັນບານທຸກສະຖານະການທີ່ເກີດຂຶ້ນໃນປະເທດຕະຫຼອດໄລຍະ 50 ປີ ປະທານ ໄກສອນ ພົມວິຫານ ໄດ້ຂະ   ໜານນາມໃຫ້ຊາວໜຸ່ມວ່າ “ຊາວໜຸ່ມຈົ່ງເປັນດັ່ງນົກອິນຊີທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊຂອງຍຸກສະ ໄໝພວກເຮົາ” ນີ້ຄືຄວາມເຊື່ອໝັ້ນຂອງຜູ້ນໍາທີ່ແສນເຄົາລົບຮັກ ທີ່ມີຕໍ່ຊາວໜຸ່ມ, ໄວໜຸ່ມລາວເຮົາ ແລະ ຍັງເປັນການມອບໝາຍພາລະກຳອັນໃຫຍ່ຫຼວງໃຫ້ຊາວໜຸ່ມຕ້ອງໄດ້ຜ່ານຜ່າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ. ສະຫາຍຍັງໄດ້ຮຽກຮ້ອງຄະນະຊາວໜຸ່ມທຸກຂັ້ນ, ສະມາຊິກຊາວໜຸ່ມທຸກຄົນ ຈົ່ງຖືເອົາພາລະໜ້າທີ່ທີ່ມີກຽດຂອງຕົນ ໃນການກໍ່ສ້າງ, ເຕົ້າໂຮມໄວໜຸ່ມບັນດາເຜົ່າໃນທົ່ວປະເທດ, ຜູ້ທີ່ຍັງບໍ່ທັນສັງກັດການຈັດ ຕັ້ງ ໃຫ້ຫັນໜ້າມາສົນໃຈເຂົ້າໃນການຈັດຕັ້ງ ແລະ ຖືເອົາເປັນພາຄີ ເພື່ອເປັນກຳລັງແຮງໃຫ້ການຈັດຕັ້ງຊາວໜຸ່ມໃນການສ້າງສາພັດທະນາປະເທດຊາດ, ສ້າງຄວາມສາມັກຄີປອງດອງຂອງປະຊາຊົນລາວບັນດາເຜົ່າ. ສະມາຊິກຊາວໜຸ່ມທີ່ເປັນສະມາຊິກພັກ ກໍຕ້ອງຕັ້ງໃຈເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ ມີສະຕິສະເໝີວ່າ ຄວາມເປັນແບບຢ່າງຂອງຕົນມີຜົນສະທ້ອນອັນໃຫຍ່ຫຼວງໃຫ້ແກ່ມະຫາຊົນໄດ້ເປັນແວ່ນແຍງ ແລະ ເດີນຕາມ, ທັງຮຽກຮ້ອງເຖິງບັນດາການນໍາພັກ-ລັດ ແລະ ການຈັດຕັ້ງ ສືບຕໍ່ສຶກສາອົບຮົມໃຫ້ຄວາມຮັບຮູ້, ບົດຮຽນແກ່ຊາວໜຸ່ມເປັນປະຈໍາ, ໃຫ້ການອຸ້ມຊູຊ່ວຍ ເຫຼືອ ແລະ ຕໍານິຕິຊົມ ໃຫ້ການຈັດຕັ້ງຊາວໜຸ່ມທຸກຂັ້ນ ແລະ ສະມາຊິກຊາວໜຸ່ມທຸກສະຫາຍ ໃຫ້ໄດ້ຮັບການປັບປຸງຕົນເອງໃຫ້ດີ ແລະ ເຂັ້ມແຂງຂຶ້ນ ສາມາດຮັບພາລະໜ້າທີ່ທີ່ຖືກມອບໝາຍ. ພ້ອມດຽວກັນນັ້ນ, ກໍຮຽກຮ້ອງໃຫ້ປະຊາຊົນລາວທຸກຖ້ວນໜ້າ ຈົ່ງຊ່ວຍເຫຼືອ ແລະ ຕໍານິຕິຊົມຊາວໜຸ່ມ-ເຍົາວະຊົນໄດ້ທຸກເວລາ. ຕໍ່ການຈັດຕັ້ງຊາວໜຸ່ມແຕ່ລະຂັ້ນ ຈົ່ງອອກແຮງປັບປຸງການຈັດຕັ້ງໃຫ້ກະທັດຮັດມີປະສິດທິພາບສູງ, ປັບປຸງແບບແຜນວິທີເຮັດວຽກ, ຫັນເປັນທັນສະໄໝວ່ອງໄວທັນການ ເຮັດວຽກຕິດແທດຕົວຈິງ ຖືເອົາມະຫາຊົນເປັນກົກ ຖືເອົາທ້ອງຖິ່ນຮາກຖານເປັນເປົ້າໝາຍໃນການ ເຄື່ອນໄຫວຂອງຕົນ. ສະມາຊິກຊາວໜຸ່ມ ຕ້ອງມີພັນທະກໍ່ສ້າງສຶກສາອົບຮົມເຍົາວະຊົນ-ອະນຸຊົນ ທີ່ເປັນໜໍ່ແໜງຂອງປະເທດຊາດ ໃຫ້ເປັນຄົນທີ່ມີຄວາມຮູ້ໄດ້ຮັບການສຶກສາຢ່າງທົ່ວເຖິງ. ປະກອບນໍ້າໃຈຮັກຊາດ, ຮັກຄວາມກ້າວໜ້າໃຫ້ເຂົາເຈົ້າແຕ່ເຍົາໄວ ເພື່ອສ້າງອະນາຄົດອັນສົດໃສ ໃຫ້ເຂົາເຈົ້າສາມາດຮັບເອົາພາລະໜ້າທີ່, ພາລະກຳຂອງປະເທດຊາດຕໍ່ໄປ ແລະ ເຊື່ອໝັ້ນວ່າ ຊາວໜຸ່ມຈະເປັນຜູ້ມີຄວາມສາມາດເດັດດ່ຽວ ເພື່ອຄໍ້າປະກັນໃຫ້ພາລະກຳປະຫວັດສາດທີ່ພັກ ແລະ ປະຊາຊົນລາວ ມອບໄວ້ໃຫ້ ເປັນທີ່ເພີ່ງອາໃສແໜ້ນແກ່ນ ແລະ ໄວ້ວາງໃຈຂອງປະເທດຊາດ ແລະ ຂອງປະຊາ ຊົນ.

4

     ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ໃຫ້ກຽດປະດັບຫຼຽນໄຊອິດສະຫຼະຊັ້ນ III ໃຫ້ ຄຊປປລ ທີ່ມີຜົນງານດີເດັ່ນໃນການນໍາພາ-ຊີ້ນໍາວຽກງານຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ຕະຫຼອດໄລຍະ 10 ປີ (2016-2025) ເນື່ອງໃນໂອກາດວັນສ້າງຕັ້ງ ຄຊປປລ ຄົບຮອບ 70 ປີຢ່າງສົມກຽດ.

ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ

1

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ໜ່ວຍພັກຫ້ອງການ ສວສສຊ

1

     ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງໜ່ວຍພັກຫ້ອງການ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 21 ເມສາ 2025 ທີ່ຫ້ອງປະຊຸມຊັ້ນ 3 ຕຶກການນໍາ ສວສສຊ ໂດຍການເປັນປະທານຂອງ ສະຫາຍ ເພັດໃສ ເພຍເທບ ກໍາມະການຄະນະພັກ, ເລຂາໜ່ວຍພັກຫ້ອງການ, ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ປອ.​ ກິແກ້ວ ຈັນທະບູຣີ ຄະນະປະຈໍາ, ຮອງເລຂາຄະນະພັກ ສວສສຊ, ມີຜູ້ຕາງໜ້າຈາກບັນດາໜ່ວຍພັກອ້ອມຂ້າງ ສວສສຊ, ຕາງໜ້າຂອງ 3 ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກພັກສົມບູນ ເຂົ້າຮ່ວມທັງໝົດ 37 ສະຫາຍ.

     ກອງປະຊຸມໄດ້ຮັບຟັງ ແລະ ເປັນເອກະພາບຮັບຮອງເອົາເນື້ອໃນຮ່າງບົດລາຍງານການເມືອງ, ແຜນພັດທະນາວຽກງານຂອງຫ້ອງການ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກ ໃນໄລຍະຜ່ານມາ ເຊິ່ງຍົກໃຫ້ເຫັນຜົນສຳເລັດການນໍາພາ-ຊີ້ນໍາ, ການຈັດຕັ້ງປະຕິບັດມະຕິ, ຄໍາສັ່ງຕ່າງໆ ຂອງຄະນະພັກ-ຄະນະນໍາ ເຮັດໃຫ້ໜ່ວຍພັກ, ສະມາຊິກພັກພາຍໃນຫ້ອງການ ມີການພັດທະນາກ້າວໜ້າໃນໜ້າທີ່ວຽກງານ, ກົງຈັກການຈັດຕັ້ງຂອງຫ້ອງການໄດ້ຮັບການບູລະນະປັບປຸງເຂັ້ມແຂງຂຶ້ນ, ການປະຕິບັດວຽກງານວິຊາສະເພາະກໍ່ມີການພັດທະນາດີຂຶ້ນຢ່າງຕໍ່ເນື່ອງ.

     ໃນກອງປະຊຸມ ສະມາຊິກພັກສົມບູນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະ ນະໜ່ວຍພັກຫ້ອງການຊຸດໃໝ່ ບົນພື້ນຖານມາດຖານເງື່ອນໄຂທີ່ກໍານົດໃວ້ ເຊິ່ງມີຜູ້ຮັບສະໝັກເລືອກຕັ້ງ 5 ສະ ຫາຍ ເລືອກເອົາ 3 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະພາບເລືອກເອົາ ສະຫາຍ ເພັດໃສ ເພຍເທບ ເປັນເລຂາໜ່ວຍພັກ;  ສະຫາຍ ພອນ ວິພົນຮຽນ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ນາງ ສີອໍາໄພ ພັນທະວອນ ເປັນກໍາມະການໜ່ວຍພັກ ທັງເປັນປະທານກວດກາ.

2
4

     ໃນໂອກາດດັ່ງກ່າວ ສະຫາຍ ປອ. ກິແກ້ວ ຈັນທະບູຣີ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມວ່າ: ຄະນະໜ່ວຍພັກຫ້ອງການຊຸດໃໝ່ ໃຫ້ເອົາໃຈໃສ່ເພີ່ມທະວີສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກພະນັກງານ, ສ້າງຄວາມເປັນເອກະພາບຕໍ່ແນວທາງການປ່ຽນແປງໃໝ່ຂອງພັກ; ຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ມີ ການແບ່ງໜ້າທີ່ແບ່ງຄວາມຮັບຜິດຊອບຢ່າງລະອຽດ, ປະຕິບັດຫຼັກການຫົວໜ້າດຽວ ເພື່ອເພີ່ມທະວີຄວາມເປັນ ເອກະພາບ, ຄວາມສາມັກຄີໃນຄະນະໜ່ວຍພັກ ແລະ ປັບປຸງພາຍໃນໜ່ວຍພັກໃຫ້ມີຄວາມເຂັ້ມແຂງ; ເອົາໃຈໃສ່ຊຸກຍູ້ວຽກວິຊາສະເພາະ ໂດຍສະເພາະ 5 ວຽກງານຈຸດສຸມ ເພື່ອສ້າງເງື່ອນໄຂສິ່ງອໍານວຍຄວາມສະດວກໃຫ້ ບັນດາສະຖາບັນ, ຫ້ອງການ, ກົມ ແລະ ສູນ ອ້ອມຂ້າງ, ພົວພັນປະສານງານວຽກງານປີ່ນອ້ອມ ສວສສຊ ໃຫ້ວ່ອງໄວ ແລະ ເປັນແບບຢ່າງນໍາໜ້າໃນທຸກດ້ານ.

3

ຂຽນຂ່າວ ແລະ ຖ່າຍພາບ: ພວງເພັດ ຈັນທະລີວົງ

1

ໜ່ວຍພັກສະຖາບັນຄົ້ນຄວ້າພັດທະນາວິສາຫະກິດ ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II

1

     ໃນຕອນບ່າຍ ຂອງວັນທີ 9 ເມສາ 2025 ທີ່ຫ້ອງປະຊຸມສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ສະຖາບັນຄົ້ນຄວ້າພັດທະນາວິສາຫະກິດ ໄດ້ໄຂກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງຕົນຂຶ້ນພາຍໃຕ້ການເປັນປະທານຂອງ ສະຫາຍ ປອ. ນ. ກິນນະລອນ ພິມມະວົງ ຮັກສາການເລຂາໜ່ວຍພັກ; ເປັນກຽດເຂົ້າຮ່ວມມີ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ສະຫາຍ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ ສວສສຊ; ມີບັນດາກຳມະການຄະນະພັກ, ບັນດາເລຂາໜ່ວຍພັກ ທີ່ມາຈາກສະຖາບັນຄົ້ນຄວ້າ, ຫ້ອງການ, ກົມ ແລະ ສູນ,​ ຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍສະມາຊິກພັກຜູ້ແທນສົມບູນກອງປະຊຸມເຂົ້າຮ່ວມ ຈໍານວນ 27 ສະຫາຍ.

     ສະຫາຍ ປອ. ນ. ກິນນະລອນ ພິມມະວົງ ຮັກສາການເລຂາໜ່ວຍພັກ ໄດ້ຂຶ້ນກ່າວເປີດກອງປະຊຸມ ພ້ອມທັງຜ່ານຮ່າງບົດລາຍງານການເມືອງ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກ, ຕະຫຼອດໄລຍະຜ່ານມາ ຄະນະໜ່ວຍພັກໄດ້ຄວາມສຳຄັນ ແລະ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານເປັນປົກກະຕິ, ຕິດພັນກັບການເຮັດວຽກງານວິຊາສະເພາະຂອງຕົນຢ່າງຕັ້ງໜ້າ ເຊິ່ງບາງຕອນຍົກໃຫ້ເຫັນເຖິງຜົນສໍາເລັດທີ່ພົ້ນເດັ່ນໃນຫຼາຍດ້ານ ເປັນ​ຕົ້ນ​ແມ່ນ​ປະ​ຕິ​ບັດໂຄງການຄົ້ນຄວ້າ, ການ​ຂຽນ​ບົດ​ວິ​ຊາ​ການ​ຕ່າງໆ​ເຂົ້າຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາວິທະຍາສາດຢູ່ພາຍໃນ ແລະ ສາກົນ, ການຂຽນບົດຄວາມລົງ​ວາ​ລະ​ສານ ແລະ ສື່​ສິ່ງ​ພິມ​ຕ່າງໆ. ນອກຈາກນັ້ນ ບັນດາສະມາຊິກພັກຍັງໄດ້ພ້ອມປະກອບຄຳຄິດເຫັນໃສ່ 2 ເອກະສານດັ່ງກ່າວ ແລະ ໄດ້ ເປັນເອກະພາບຕີລາຄາດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາຍເຫດ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຳພາ-ຊີ້ນຳການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ I. ໃນກອງປະຊຸມ ບັນດາຜູ້ແທນສົມບູນໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ເຊິ່ງໄດ້ເອກະພາບເລືອກເອົາ ສະຫາຍ ປອ. ນ. ກິນນະ ລອນ ພິມມະວົງ ເປັນເລຂາໜ່ວຍພັກ; ສະຫາຍ ນ. ພອນສະຫັວນ ສິດທິເດດ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ຈັນສະໝອນ ວົງໄພສິດ ເປັນກໍາມະການໜ່ວຍພັກ ທັງເປັນປະທານກວດກາ.

2

     ໃນໂອກາດດັ່ງກ່າວ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ມີຄໍາເຫັນໂອ້ລົມຕໍ່ຄະນະໜ່ວຍພັກຊຸດໃໝ່ ຈົ່ງຮີບຮ້ອນເອົາໃຈໃສ່ຈັດຕັ້ງເຊື່ອມຊຶມກຳແໜ້ນເນື້ອໃນມະຕິກອງປະຊຸມໃນຄັ້ງນີ້ໃຫ້ແກ່ສະມາຊິກພັກ, ຕ້ອງປະຕິບັດລວມສູນປະຊາທິປະໄຕ, ປັບປຸງແບບແຜນນຳພາ ໃນຄະນະ​ໜ່ວຍພັກມີການແບ່ງໜ້າທີ່ຮັບຜິດຊອບໃຫ້ຈະແຈ້ງ, ຖືເອົາການຕຳນິຕິຊົມຕົນເອງ ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວ ເພື່ອກໍ່ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັ້ກແໜ້ນ; ຕ້ອງຖືສໍາຄັນການສຶກສາອົບຮົມການ​ເມືອງ-ແນວຄິດຂອງສະມາຊິກພັກ-ພະນັກງານໃຫ້ມີຄວາມ ເຂົ້າ ໃຈຢ່າງຖືກຕ້ອງຕໍ່ແນວທາງນະໂຍບາຍຂອງພັກຢ່າງເລິກເຊິ່ງເຖິງຖອງ; ເອົາໃຈໃສ່ນຳພາ-ຊີ້ນຳ ສ້າງການຫັນປ່ຽນຢ່າງຕັ້ງໜ້າໃນການປະຕິບັດໜ້າທີ່; ເພີ່ມບົດບາດໃນການຄົ້ນຄວ້າວິທະຍາສາດເສດຖະກິດໃຫ້ໄດ້ປະສິດທິພາບ ແລະ ປະສິດທິຜົນ, ເຕົ້າ​ໂຮມຄວາມສາມັກຄີພາຍ​ໃນ​ໃຫ້ເປັນປຶກແຜ່ນ, ມີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດບັນດາຫຼັກການ, ລະບຽບການຕ່າງໆ, ເຊີດຊູຄວາມຮັບຜິດຊອບທາງການເມືອງ, ຄວາມເປັນແບບຢ່າງນຳໜ້າ, ນໍ້າໃຈຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງທີ່ພັກ ແລະ ລັດຮັບມອບໝາຍໃຫ້ຢ່າງຈົບງາມ.

3

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ

1

ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ໜ່ວຍພັກສະຖາບັນຄົ້ນຄວ້າການເມືອງວິທະຍາ

1

     ໃນຕອນບ່າຍ ຂອງວັນທີ 08 ເມສາ 2025 ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ;  ສະຖາບັນຄົ້ນຄວ້າການເມືອງວິທະຍາ ໄດ້ໄຂກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງໜ່ວຍພັກສະຖາບັນຄົ້ນຄວ້າການເມືອງວິທະຍາ ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ. ແກ້ວວິຈິດ ໄຂຄຳພິທູນ ຮັກສາການເລຂາໜ່ວຍພັກສະຖາບັນຄົ້ນຄວ້າການເມືອງວິທະຍາ; ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ສະຫາຍ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ ສວສສຊ; ມີບັນດາກຳມະການຄະນະພັກ, ບັນດາເລຂາໜ່ວຍພັກ ທີ່ມາຈາກສະຖາບັນຄົ້ນຄວ້າ, ຫ້ອງການ, ກົມ ແລະ ສູນ,​ ຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍສະມາຊິກພັກຜູ້ແທນສົມບູນກອງປະຊຸມເຂົ້າຮ່ວມ ຈໍານວນ 31 ສະຫາຍ.

2

     ສະຫາຍ ປອ. ແກ້ວວິຈິດ ໄຂຄຳພິທູນ ຮັກສາການເລຂາໜ່ວຍພັກ ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມທັງສະເໜີຮ່າງບົດລາຍງານການເມືອງ, ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກຊຸດເກົ່າ ເຊິ່ງຍົກໃຫ້ເຫັນຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ ໂດຍສະເພາະ​ຜົນ​ສຳ​ເລັດ​ການ​ປະ​ຕິ​ບັດໂຄງການຄົ້ນຄວ້າ, ການ​ຂຽນ​ບົດ​ວິ​ຊາ​ການເຂົ້າຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາວິທະຍາສາດຢູ່ພາຍໃນ ແລະ ສາກົນ, ການຂຽນບົດຄວາມລົງ​ວາ​ລະ​ສານ ແລະ ສື່​ສິ່ງ​ພິມ​ ແລະ ອື່ນໆ ພ້ອມນັ້ນຍັງຍົກໃຫ້ເຫັນບາງຈຸດອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອສືບແກ້ໄຂໃຫ້ໝົດໄປເທື່ອລະກ້າວໃນຕໍ່ໜ້າ. ກອງປະຊຸມໄດ້ພ້ອມກັນນໍາໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ເຊິ່ງມີຜູ້ສະໝັກເລືອກຕັ້ງທັງໝົດ ຈຳນວນ 4 ສະຫາຍ, ຍິງ 1 ສະຫາຍ, ເລືອກເອົາ 3 ສະ ຫາຍ. ໃນກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະພາບເລືອກເອົາ ສະຫາຍ ປອ. ແກ້ວວິຈິດ ໄຂຄຳພິທູນ ເປັນເລຂາໜ່ວຍພັກ, ສະຫາຍ ຫຸມແພງ ວົງສີປະເສີດ ເປັນຮອງເລຂາໜ່ວຍພັກ, ສະຫາຍ ນ. ດາວວົງ ສິມມະວົງ ເປັນກຳມະ ການໜ່ວຍພັກ ທັງເປັນປະທານກວດກາ.

3

     ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ເຕັມໄປດ້ວຍເນື້ອໃນ ແລະ ມີຄວາມໝາຍສໍາຄັນ, ສະຫາຍ ປອ. ກອງແກ້ວ ໄຊສົງ ຄາມ ເລຂາຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ກອງ ປະຊຸມບາງຕອນວ່າ: ຄະນະໜ່ວຍພັກສະຖາບັນຄົ້ນຄວ້າການເມືອງວິທະຍາຕ້ອງໄດ້ເພີ່ມທະວີສຶກສາອົບຮົມວຽກງານການເມືອງ-ແນວຄິດໃຫ້ກັບສະມາຊິກພັກພະນັກງານໃຫ້ເປັນປົກກະຕິ, ຕໍ່ເນື່ອງ ໂດຍຖືເອົາການປະຕິບັດລະບຽບຂອງພັກ, ກົດໝາຍຂອງລັດທີ່ວາງອອກຢ່າງເຂັ້ມງວດ; ເອົາໃຈໃສ່ປັບປຸງລະບົບການຈັດຕັ້ງພັກ-ລັດ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ເປັນຕົ້ນຄວາມສາມັກຄີເປັນເອກະພາບພາຍໃນພັກ, ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ມີຄວາມຫ້າວຫັນ, ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ; ເອົາໃຈໃສ່ຊຸກຍູ້ສົ່ງເສີມວຽກງານວິຊາສະເພາະ, ເປັນເຈົ້າການໃນການຄົ້ນຄວ້າ, ມີຄວາມກະຕືລືລົ້ນ, ມີຫົວຄິດປະດິດສ້າງ, ກ້າຕັດສິນໃຈ, ກ້າເຮັດ ແລະ ກ້າຮັບຜິດຊອບ; ການປະຕິບັດໜ້າທີ່ວຽກງານຄົ້ນຄວ້າວິທະຍາສາດການເມືອງ ຕ້ອງຍຶດໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ກໍາແໜ້ນທັດສະນະ, ອຸດົມການຂອງພັກ, ຮູ້ໝູນໃຊ້ເຂົ້າໃນວຽກງານໂຕຈິງ; ການດຳເນີນໂຄງການຄົ້ນຄວ້າຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ຕ້ອງຮັບປະກັນດ້ານສະຖຽນລະພາບທາງດ້ານການເມືອງ; ຕ້ອງສຸມໃສ່ຄົ້ນຄວ້າວິທະຍາສາດການເມືອງ ຕາມຫຼັກມູນທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ບັນດາແນວຄິດທິດສະດີກ້າວໜ້າຂອງມວນມະນຸດ ເຊິ່ງເປັນທິດສະດີ ແລະ ພຶດຕິກຳຂອງພັກ ເພື່ອຕອບສະໜອງຂໍມູນທາງດ້ານທິດສະດີການເມືອງໃຫ້ແກ່ການວາງແນວທາງຂອງພັກ-ລັດ ໃນແຕ່ລະໄລຍະ.

4

ຂຽນຂ່າວ ແລະ ຖ່າຍພາບ: ມຸນິນ ພົນສັກດາ

3

ໜ່ວຍພັກສະຖາບັນຄົ້ນຄວ້າວັດທະນະທໍາ ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II

3

     ເພື່ອຜັນຂະຫຍາຍ ແລະ ບູລະນະກົງຈັກການຈັດຕັ້ງພັກໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ແນໃສ່ບັນລຸເປົ້າໝາຍຍຸດທະສາດໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຢ່າງຍາວນານ, ໝັ້ນຄົງໃນຕໍ່ໜ້າ. ໃນຕອນເຊົ້າຂອງວັນທີ 9 ເມສາ 2025 ທີ່ຫ້ອງປະຊຸມ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ສະຖາບັນຄົ້ນຄວ້າວັດທະນະທໍາ ໄດ້ໄຂກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ຂອງໜ່ວຍພັກຕົນຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ປອ. ເດັ່ງຢ່າງ ກົງຈີ ຮັກສາການເລຂາໜ່ວຍພັກ; ເປັນກຽດເຂົ້າຮ່ວມກອງປະຊຸມມີ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ມີສະຫາຍ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ; ມີບັນດາກໍາມະການຄະນະພັກ; ບັນດາເລຂາໜ່ວຍພັກ ມາຈາກໜ່ວຍພັກສະຖາບັນຄົ້ນຄວ້າ, ຫ້ອງການ, ກົມ ແລະ ສູນ,​ ຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍສະມາຊິກພັກຜູ້ແທນສົມບູນເຂົ້າຮ່ວມ ຈໍານວນ 29 ສະ ຫາຍ.

2

     ສະຫາຍ ປອ. ເດັ່ງຢ່າງ ກົງຈີ ຮັກສາການເລຂາໜ່ວຍພັກ ໄດ້ຂຶ້ນກ່າວເປີດກອງປະຊຸມ ພ້ອມທັງຜ່ານຮ່າງ ບົດລາຍງານການເມືອງ, ບົດສໍາຫຼວດການນໍາພາລວມຂອງຄະນະຊຸດເກົ່າ ເຊິ່ງຍົກໃຫ້ເຫັນເຖິງບັນດາຜົນສໍາເລັດທີ່ພົ້ນເດັ່ນໃນຫຼາຍດ້ານ ເປັນ​ຕົ້ນ​ແມ່ນ​ປະ​ຕິ​ບັດໂຄງການຄົ້ນຄວ້າ, ການ​ຂຽນ​ບົດ​ວິ​ຊາ​ການ​ຕ່າງໆ​, ເຂົ້າຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາພາຍໃນ ແລະ ສາກົນ, ການຂຽນບົດຄວາມລົງ​ວາ​ລະ​ສານ ແລະ ສື່​ສິ່ງ​ພິມ​ ເຊິ່ງ​ເປັນ​ຜົນງານ​ທີ່​ສະ​ຖາ​ບັນຄົ້ນຄວ້າວັດທະນະທໍາຍາດມາໄດ້ໃນຊຸມປີຜ່ານມາ ພ້ອມນັ້ນຍັງຍົກໃຫ້ເຫັນຈຸດອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອນໍາໄປປັບປຸງແກ້ໄຂໃນຕໍ່ໜ້າ.

     ໃນກອງປະຊຸມຄັ້ງນີ້, ບັນດາຜູ້ແທນສົມບູນໄດ້ນໍາໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ເຊິ່ງມີຜູ້ສະໝັກເລືອກຕັ້ງທັງໝົດ 5 ສະຫາຍ ເລືອກເອົາ 3 ສະຫາຍ ແລະ ໄດ້ເອກະພາບເລືອກເອົາ ສະຫາຍ ປອ. ເດັ່ງຢ່າງ ກົງຈີ ເປັນເລຂາໜ່ວຍພັກ; ສະຫາຍ ໄຊສົມພອນ ຫາວັນນະລາດ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ແພງຢ່າງ ເກຍປາວ ເປັນກໍາມະການພັກ ທັງເປັນປະທານກວດກາໜ່ວຍພັກ.

4

     ໃນໂອກາດທີ່ມີຄວາມໝາຍສໍາຄັນດັ່ງກ່າວ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມບາງຕອນວ່າ: ບັນດາສະຫາຍໃນຄະນະໜ່ວຍພັກຊຸດໃໝ່ ຕ້ອງໄດ້ຖືສຳຄັນ ແລະ ເອົາໃຈໃສ່ສຶກສາອົບຮົມ, ບໍາລຸງກໍ່ສ້າງຖັນແຖວສະມາຊິກພັກພະນັກງານ ກໍຄືຖັນແຖວນັກຄົ້ນຄວ້າຂອງຕົນ ໃຫ້ມີແນວຄິດການການເມືອງ, ຄຸນສົມບັດ ສິນທໍາປະຕິວັດ, ຄວາມຮູ້ຄວາມສາມາດສູງຂຶ້ນ ແລະ ໄດ້ຮັບຄວາມເຊື່ອໝັ້ນໄວ້ວາງໃຈຈາກຂັ້ນເທິງ; ເອົາໃຈໃສ່ນໍາພາຊີ້ນຳ ແລະ ສ້າງການຫັນປ່ຽນຢ່າງຕັ້ງໜ້າ ໃນການປະຕິບັດໜ້າທີ່ວິຊາສະເພາະດ້ວຍການກໍານົດຈຸດສຸມເປົ້າໝາຍຂອງການຄົ້ນຄວ້າໃຫ້ຈະແຈ້ງຂຶ້ນຕື່ມ; ເອົາໃຈໃສ່ກໍ່ສ້າງໜ່ວຍພັກໃຫ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ ທີ່​ມີການພັດ​ທະ​ນາ​ຢ່າງ​ແຂງ​ແຮງ;  ປຸກລະດົມ​​ເຕົ້າ​ໂຮມຄວາມສາມັກຄີພາຍ​ໃນ​ໃຫ້ເປັນປຶກແຜ່ນ; ມີການປັບປຸງແບບແຜນວິທີນຳພາ, ແບບແຜນວິທີເຮັດວຽກ ແລະ ເຂັ້ມງວດໃນການຊຸກຍູ້ຕິດຕາມ, ກວດກາ ແລະ ປະເມີນຜົນເປັນປົກກະຕິ; ພ້ອມດຽວກັນນັ້ນ ພາຍໃນຄະນະ​ໜ່ວຍພັກຕ້ອງມີການແບ່ງວຽກ, ແບ່ງຄວາມຮັບຜິດຊອບໃຫ້ລະອຽດຈະແຈ້ງ ເພື່ອເຊີດຊູຄວາມສາມັກຄີ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຄວາມເປັນແບບຢ່າງນຳໜ້າໃນການປະຕິບັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້ນັ້ນສຳເລັດຢ່າງຈົບງາມ.

ຂຽນຂ່າວ: ພວງເພັດ ຈັນທະລີວົງ 

ຖ່າຍພາບ: ມຸນິນ ພົນສັກດາ

1

ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ໜ່ວຍພັກສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ

1

     ຕອນເຊົ້າຂອງວັນທີ 7 ເມສາ 2025 ທີ່ຫ້ອງປະຊຸມຕຶກການນໍາ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ ໄດ້ໄຂກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ໜ່ວຍພັກຂອງຕົນຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ນາງ ລັດດາວັນ ຊົງວິໄລ ເລຂາໜ່ວຍພັກ ສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ; ເປັນກຽດເຂົ້າຮ່ວມມີ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ສະຫາຍ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ; ມີບັນດາກໍາມະການຄະນະພັກ, ເລຂາໜ່ວຍພັກ ສະຖາບັນຄົ້ນຄວ້າ, ຫ້ອງການ, ກົມ ແລະ ສູນ,​ ຕາງໜ້າອົງການຈັດຕັ້ງມະຫາຊົນ ພ້ອມທັງຜູ້ແທນກອງປະຊຸມ ເຂົ້າຮ່ວມທັງໝົດ 33 ສະຫາຍ.

     ສະຫາຍ ນາງ ລັດດາວັນ ຊົງວິໄລ ເລຂາໜ່ວຍພັກ ສຄສພ ໄດ້ຂຶ້ນກ່າວເປີດກອງປະຊຸມພ້ອມທັງຜ່ານຮ່າງບົດລາຍງານການເມືອງ, ບົດສໍາຫຼວດການນໍາພາລວມຂອງຄະນະຊຸດເກົ່າ ເຊິ່ງບາງຕອນຍົກໃຫ້ເຫັນເຖິງຜົນສໍາເລັດທີ່ພົ້ນເດັ່ນໃນຫຼາຍດ້ານ ໂດຍສະເພາະດ້ານການເມືອງແນວຄິດ, ​ຄວາມສາມັກຄີປອງດອງ, ແບບແຜນນໍາພາວິທີເຮັດວຽກ ພ້ອມທັງຍົກໃຫ້ເຫັນຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງ ໃນໄລຍະຜ່ານມາ. ກອງປະຊຸມໄດ້ນໍາໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ເຊິ່ງມີໄດ້ເລືອກເອົາ ສະຫາຍ ນາງ ລັດດາວັນ ຊົງວິໄລ ເປັນເລຂາໜ່ວຍພັກ; ສະຫາຍ ປອ. ວັນໄຊ ໄຊຍະວົງ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ສຸລະໄຊ ບຸນທິເດດ ເປັນກໍາມະການພັກ ທັງເປັນປະທານກວດກາໜ່ວຍພັກ.

2

     ໃນກອງປະຊຸມ ໄດ້ຮັບຟັງຄໍາໂອ້ລົມຈາກ ສະຫາຍ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ ສວສສຊ ເຊິ່ງສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນຫຼາຍດ້ານ ທີ່ສະແດງອອກໃນໄລຍະຜ່ານມາ ພ້ອມທັງໃຫ້ຊີ້ທິດເຍືອງທາງໃຫ້ແກ່ໜ່ວຍພັກສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ ຈົ່ງພ້ອມກັນເສີມຂະຫຍາຍ, ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກໃຫ້ເລິກເຊິ່ງ, ຕໍ່ເນື່ອງ ເໝືອນຝົນຝອຍທີ່ ເຮັດໃຫ້ດິນມີຄວາມຊຸ່ມຊື່ນ ພ້ອມກັນປັບປຸງໜ່ວຍພັກໃຫ້ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ເອົາ ໃຈໃສ່ປັບປຸງແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງໃຫ້ໝົດໄປ ແລະ ສືບຕໍ່ຈັດຕັ້ງຜັນຂະຫຍາຍຄາດໝາຍສູ້ຊົນແຜນ 5 ປີໃນແຕ່ລະດ້ານໃຫ້ປະກົດຜົນເປັນຈິງ.

3

ຂຽນຂ່າວ ແລະ ຖ່າຍພາບ: ພວງເພັດ ຈັນທະລີວົງ

1

ສວສສຊ ເຂົ້າວາງພວງມະລາໄວ້ອາໄລເຖິງສະຫາຍ ພົນເອກ ຄຳໄຕ ສີພັນດອນ

1

     ຕອນບ່າຍ ວັນທີ 4 ເມສາ 2025 ເວລາ 14ໂມງ30 ທີ່ຫໍປະຊຸມແຫ່ງຊາດ. ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ນໍາພາຄະນະພັກ-ຄະນະນຳ ເຂົ້າຮ່ວມພິທີວາງພວງມະລາ ແລະ ໄວ້ອາໄລ ເຖິງສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດແຫ່ງ ສປປ ລາວ ເພື່ອສະແດງຄວາມເຄົາລົບຮັກ ແລະ ເປັນການແບ່ງເບົາຄວາມໂສກເສົ້າຕໍ່ຄອບຄົວສີພັນດອນ.

2

     ໂອກາດນີ້ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ ຕາງໜ້າສະມາຊິກພັກ-ພະນັກງານ ເຊັນປື້ມໄວ້ອາໄລ ມີເນື້ອໃນວ່າ: ຂໍສະແດງຄວາມເສຍໃຈ ແລະ ອາໄລອາວອນຢ່າງສຸດຊື້ງ ຕໍ່ການຈາກໄປຢ່າງບໍ່ມີວັນຫວນກັບຄືນມາຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ ເປັນການສູນເສຍທີ່ໃຫຍ່ຫຼວງຂອງພັກ-ລັດ, ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານບັນດາເຜົ່າ, ທ່ານເປັນຜູ້ນຳທີ່ໄດ້ວາງແນວທາງຂອງພັກ ແລະ ຮາກຖານການເມືອງຂອງປະເທດ, ເປັນຜູ້ລີເລີ່ມ ແລະ ຊີ້ນຳຫຼາຍໆຂົງເຂດ; ໃນນັ້ນ, ການຄົ້ນຄວ້າທິດສະດີ ແລະ ພຶດຕິກຳ ກໍ່ຄືຂົງເຂດການຄົ້ນຄວ້າວິທະຍາສາດເສດຖະກິດ-ສັງຄົມຂອງຊາດ ຂະຫຍາຍຕົວກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

     ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຂໍສະແດງຄວາມຮູ້ບູນຄຸນ, ເຄົາລົບຮັກທ່ານ ແລະ ຈະສືບຕໍ່ບູລະນະແນວທາງຕາມເຈດຕະນາລົມຂອງທ່ານໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຕະຫຼອດໄປ.

3
4
5

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ