ເດືອນ: ມິຖຸນາ 2026

WhatsApp Image 2026-06-24 at 14.18.27

ປຶກສາຫາລືດ້ານນະໂຍບາຍ ແລະ ກົນໄກຄຸ້ມຄອງການຂຸດຄົ້ນແຮ່ຫີນ-ຊາຍ ແບບຍືນຍົງ ຕາມລຳແມ່ນໍ້າຂອງ ແລະ ແມ່ນໍ້າສາຂາຢູ່ ສປປ ລາວ

WhatsApp Image 2026-06-24 at 14.18.27

        ກອງປະຊຸມປຶກສາຫາລືຜົນການຄົ້ນຄວ້າດ້ານນະໂຍບາຍ ແລະ ກົນໄກຄຸ້ມຄອງການຂຸດຄົ້ນແຮ່ຫີນ-ຊາຍ ແບບຍືນຍົງ ຕາມລຳແມ່ນໍ້າຂອງ ແລະ ນໍ້າສາຂາຢູ່ ສ​ປ​ປ ລາວ ຈັດຂຶ້ນໃນວັນ​ທີ 23 ມິຖຸນາ 2026 ທີ່ໂຮງແຮມ ອາມາລີ (AMARI HOTEL) ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ອາດີດປະທານ ສວສສຊ, ຜູ້ຊີ້ນໍາໂຄງການ; ເປັນກຽດເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ມີ ທ່ານ ນາງ ເມວ ບຣາໂລ (Mel Barlowz) ເອກອັກຄະລັດຖະທູດ ແຫ່ງລາຊາອານາຈັກອັງກິດ ປະຈຳ ສປປ ລາວ, ບັນດາຮອງລັດຖະມົນຕີ, ຮອງປະທານຄະນະກຳມະການປົກຄອງແຂວງກ່ຽວຂ້ອງ, ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຜູ້ຕາງໜ້າອົງການອະນຸລັກທໍາມະຊາດໂລກ ປະຈຳລາວ (WWF-Laos), ຜູ້ຕາງໜ້າອົງການຈັດຕັ້ງສາກົນອື່ນໆ, ອົງການຈັດຕັ້ງທາງສັງຄົມ, ຕາງໜ້າບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງຂອງລັດ, ພາກທຸລະກິດ ແລະ ນັກຄົ້ນຄວ້າວິທະຍາສາດເຂົ້າຮ່ວມ.

        ປອ. ກອງແກ້ວ ໄຊສົງຄາມ ກ່າວວ່າ: ແຮ່ຫີນ ແລະ ຊາຍ ແມ່ນຊັບພະຍາກອນທຳມະຊາດ ທີ່ມີຄວາມໝາຍຄວາມສຳຄັນ, ຕິດພັນກັບການດຳລົງຊີວິດຂອງປະຊາຊົນ ແລະ ໄດ້ຮັບການນຳໃຊ້ຫຼາຍທີ່ສຸດ, ໂດຍສະເພາະແມ່ນເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງເສັ້ນທາງຄົມມະນາຄົມ, ຂົວຂ້າມນ້ຳ, ຕົວເມືອງ, ອາຄານສະຖານທີ່ຕ່າງໆ ແລະ ອື່ນໆ. ໂດຍປາສະຈາກການນຳໃຊ້ຫີນ ແລະ ຊາຍແລ້ວ ການກໍ່ສ້າງພື້ນຖານໂຄງລ່າງຂອງພວກເຮົາ ກໍ່ຈະປະສົບກັບບັນຫາ. ເພາະສະ ນັ້ນການຄຸ້ມຄອງການຂຸດຄົ້ນ ແລະ ນຳໃຊ້ຊັບພະຍາກອນດັ່ງກ່າວ ຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ມີຄວາມຍືນຍົງ ຈິ່ງແມ່ນຄວາມຕ້ອງການ ແລະ ຈຳເປັນຂອງການພັດທະນາເສດຖະກິດ-ສັງຄົມ ຢູ່ປະເທດຂອງພວກເຮົາ. ຈຸດປະຂອງການສຶກສາຄັ້ງນີ້ແມ່ນເພື່ອ: ທົບທວນຄືນບັນດານະໂຍບາຍ, ກົດໝາຍ, ກົດລະບຽບ ແລະ ກົນໄກປະສານງານຕ່າງໆ ທີ່ກ່ຽວຂ້ອງກັບນະໂຍບາຍ ແລະ ກົນໄກຄຸ້ມຄອງການຂຸດຄົ້ນແຮ່ຫີນ-ຊາຍ ຕາມລຳແມ່ນ້ຳແບບຍືນຍົງຢູ່ ສປປ ລາວ ເພື່ອຊອກໃຫ້ເຫັນຜົນສຳເລັດ, ຂໍ້ຄົງຄ້າງ, ຈຸດອ່ອນ ແລະ ຊ່ອງຫວ່າງ ຂອງລະບົບດັ່ງກ່າວ ກໍ່ຄື ເພື່ອສະໜອງຂໍ້ມູນ ແລະ ຂໍ້ສະເໜີແນະທາງດ້ານນະໂຍບາຍໃຫ້ແກ່ສູນກາງພັກ ແລະ ລັດຖະບານຂອງ ສປປ ລາວ ເພື່ອໄປພິຈາລະນາປັບປຸງການຄຸ້ມຄອງການຂຸດຄົ້ນແຮ່ຫີນ-ຊາຍ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ມີຄວາມຍືນຍົງ.

        ກອງປະຊຸມໄດ້ຮັບຟັງການບັນຍາຍພິເສດຈາກເອກອັກຄະລັດຖະທູດແຫ່ງ ລາຊາອານາຈັກອັງກິດ ປະຈຳ ສປປ ລາວ, ບັນດາຮອງລັດຖະມົນຕີຂອງບັນດາກະຊວງກ່ຽວຂ້ອງ ແລະ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຈຳນວນ 06 ບົດ, ພ້ອມນັ້ນ, ຍັງໄດ້ຮັບຟັງບົດລາຍງານຜົນການສຶກສາຈາກຕາງໜ້າຄະນະຮັບຜິດ ຊອບໂຄງການຄົ້ນຄວ້ານະໂຍບາຍ ແລະ ກົນໄກການຄຸ້ມຄອງການຂຸດຄົ້ນແຮ່ຫີນ-ຊາຍແບບຍືນຍົງ ຕາມລຳແມ່ນ້ຳຢູ່ ສປປ ລາວ ເຊິ່ງໂຄງການດັ່ງກ່າວໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກລັດຖະບານອັງກິດ ໂດຍຜ່ານອົງການອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos).

WhatsApp Image 2026-06-24 at 14.18.27 (1)

        ກອງປະຊຸມໄດ້ພ້ອມກັນສົນທະນາປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນກ່ຽວກັບເນື້ອໃນຫຼັກຂອງບົດລາຍງານດັ່ງກ່າວ ເຊິ່ງສາມາດສະຫຼຸບສັງລວມໄດ້ວ່າ: ແຮ່ຫີນ-ຊາຍ ແມ່ນຊັບພະຍາກອນທໍາມະຊາດ ທີ່ໄດ້ຮັບການນໍາໃຊ້ຫຼາຍ ເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງ, ເສັ້ນທາງຄົມມະນາຄົມ, ອາຄານທີ່ຢູ່ອາໄສ, ຕົວເມືອງ ແລະ ອື່ນໆ; ໃນແຕ່ລະປີ ແຮ່ຫີນ-ຊາຍຕາມລຳແມ່ນ້ຳຂອງ ແລະ ແມ່ນໍ້າສາຂາຫຼາຍລ້ານແມັດກ້ອນ ໄດ້ຮັບການຂຸດຄົ້ນຂື້ນມານຳໃຊ້ ແລະ ຄວາມຕ້ອງການແຮ່ຫີນ-ຊາຍດັ່ງກ່າວ ຍັງມີທ່າອ່ຽງສູງຂື້ນຕື່ມອີກ; ເຖິງແມ່ນວ່າ, ການຂຸດຄົ້ນ ແລະ ນຳໃຊ້ແຮ່ຫີນ-ຊາຍ ຈະໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ຂະຫຍາຍຕົວຂອງເສດຖະກິດ, ຫຼຸດຜ່ອນຄວາມທຸກຍາກ ແລະ ຍົກລະ ດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນກໍ່ຕາມ. ແຕ່ການຂຸດຄົ້ນ ແລະ ນຳໃຊ້ແຮ່ຫີນ-ຊາຍ ກໍ່ມີຄວາມສ່ຽງທາງສັງ ຄົມ ແລະ ສິ່ງແວດລ້ອມຫຼາຍປະການ ໂດຍສະເພາະແມ່ນຕາຝັ່ງເຈື່ອນ, ສົ່ງຜົນກະທົບຕໍ່ຄຸນນະພາບນໍ້າ, ຖິ່ນອາໄສຂອງສັດນໍ້າ, ຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ ວິຖີການດຳລົງຊີວິດຂອງປະຊາຊົນ ທີ່ຕິດພັນກັບຊັນພະຍາ ກອນທຳມະຊາດດັ່ງກ່າວ. ສູນກາງພັກ ແລະ ລັດຖະບານ ໄດ້ໃຫ້ຄວາມສຳຄັນຕໍ່ການປົກປັກຮັກສາສິ່ງແວດລ້ອມ, ການພັດທະນແບບຍືນຍົງ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດທີ່ມີຢູ່ຢ່າງຈຳກັດ ໃຫ້ເກີດຜົນປະໂຫຍດສູງສຸດ, ລວມການຂຸດຄົ້ນ ແລະ ນຳໃຊ້ແຮ່ຫີນ-ຊາຍ ໂດຍສ້າງ ແລະ ອອກນະໂຍບາຍ, ກົດໝາຍ, ກົດລະບຽບ ແລະ ກົນໄກປະສານງານຫຼາຍສະບັບໃນການຄຸ້ມຄອງການຂຸດຄົ້ນແຮ່ຫີນ-ຊາຍໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ຍືນຍົງ. ຢ່າງໃດກໍຕາມ, ກົນໄກການຄຸ້ມຄອງການຂຸດຄົ້ນແຮ່ຫີນ-ຊາຍຢູ່ ສປປ ລາວ ກໍ່ຍັງມີຂໍ້ຄົງຄ້າງ ແລະ ຊ່ອງຫວ່າງບາງປະການ ທີ່ຈະຕ້ອງໄດ້ຮັບການປັບປຸງໃຫ້ເຂັ້ມແຂງຂື້ນຕື່ມ ເປັນຕົ້ນການປະສານງານຍັງຢູ່ພາຍໃຕ້ຂະແໜງການ, ຂາດແຜນການຂຸດຄົ້ນທີ່ມີປະສິດທິພາບ, ການອະນຸມັດຍັງອີງໃສ່ຜູ້ລົງທຶນເປັນຫຼັກ, ແລະ ບັນຫາຄວາມບໍ່ເປັນອິດສະຫຼະດ້ານງົບປະມານໃນການຕິດຕາມກວດກາ. ສະນັ້ນ, ເພື່ອຍົກປະສິດທິພາບ, ປະສິດທິຜົນ ແລະ ຄວາມຍືນຍົງຂອງການຄຸດຄົ້ນແຮ່ຫີນ-ຊາຍ ຢູ່ ສປປ ລາວ ໃຫ້ສູງຂື້ນຕື່ມ, ບົດລາຍງານຜົນການສຶກສາຄັ້ງນີ້ ມີຂໍ້ສະເໜີແນະຕໍ່ສູນກາງພັກ, ລັດຖະບານ ແລະ ຂະແໜງການກ່ຽວຂ້ອງ ນໍາໄປພິຈາລະນາ ແລະ ປັບປຸງການຈັດຕັ້ງປະຕິບັດ ຄື: (1) ຍົກລະດັບຈຸດປະສານງານການຄຸ້ມຄອງຂຸດຄົ້ນແຮ່ຫີນ-ຊາຍໃນຂອບເຂດທົ່ວປະເທດ ເພື່ອໃຫ້ມີຄວາມຄ່ອງຕົວ ແລະ ມີເອກະພາບສູງຂຶ້ນໃນລະດັບມະຫາພາກ. (2) ປະຕິບັດຕາມກົດໝາຍວ່າດ້ວຍ ແຮ່ທາດ ສະບັບປັບປຸງປີ 2017 ໃຫ້ເຂັ້ມງວດ ໂດຍພິຈາລະນາການຂໍອະ ນຸມັດ ແລະ ຄຸ້ມຄອງການຂຸດຄົ້ນແຮ່ຫີນ-ຊາຍ ເໝືອນກັບການຄຸ້ມຄອງບໍ່ແຮ່ຊະນິດອື່ນໆ. (3) ຄຸ້ມຄອງຜົນກະທົບຢ່າງເຂັ້ມງວດ ດ້ວຍການເພີ່ມທະວີຄວາມເຂັ້ມແຂງໃນການຄຸ້ມຄອງ ແລະ ແກ້ໄຂຜົນກະທົບທາງສັງຄົມ ແລະ ສິ່ງແວດລ້ອມ ທີ່ເກີດຈາກການຂຸດຄົ້ນ, ທຸກໂຄງການຕ້ອງມີີການປະເມີນຜົນທາງສິ່ງແວດລ້ອມ ແລະ ກໍານົດມາດຕະການແກ້ໄຂຮອງຮັບ. (4) ທົບທວນ ແລະ ປັບປຸງບັນດານໍຕິກໍາ, ກົດໝາຍ ຫຼື ກົດລະບຽບ ທີ່ຍັງມີເນື້ອໃນຂັດແຍ່ງກັນໃຫ້ສອດຄ່ອງ ເພື່ອສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ. (5) ການວາງແຜນຂຸດຄົ້ນແຮ່ຫີນ-ຊາຍ ຕ້ອງມີອີງໃສ່ຫຼັກພື້ນຖານວິທະຍາສາດ ໂດຍດໍາເນີນການສຶກສາຄົ້ນຄວ້າ, ຄາດຄະເນຄວາມຕ້ອງການຊົມໃຊ້ໃນອະນາຄົດ, ຊອກຄົ້ນ-ສໍາຫຼວດ ແລະ ສ້າງແຜນການຂຸດຄົ້ນທີ່ມີປະສິດທິພາບ. (6) ເພີ່ມທະວີການຈັດຕັ້ງປະຕິບັດກົດໝາຍ ແລະ ກົດລະບຽບທີ່ກ່ຽວ ຂ້ອງ ໃຫ້ມີຄວາມສັກສິດ ແລະ ເຂັ້ມງວດກວ່າເກົ່າ. (7) ສະກັດກັ້ນການຂຸດຄົ້ນແຮ່ຫີນ-ຊາຍ ແບບບໍ່ຖືກຕ້ອງ (ເຖື່ອນ) ດ້ວຍມາດຕະການໃນການສະກັດກັ້ນ ແລະ ປາບປາມການລັກລອບຂຸດຄົ້ນແຮ່ຫີນ-ຊາຍ ທີ່ບໍ່ຖືກຕ້ອງຕາມກົດໝາຍຢ່າງເດັດຂາດ.

        ນອກຈາກນັ້ນ, ບັນດາຜູ້ຕາງໜ້າຂະແໜງການທີ່ກ່ຽວຂ້ອງພາກລັດ ແລະ ພາກທຸລະກິດທີ່ກ່ຽວຂ້ອງ ໄດ້ປະກອບຄໍາຄິດຄຳເຫັນກ່ຽວກັບບັນຫາດັ່ງກ່າວ ດ້ວຍບັນຍາກາດອັນຟົດຟື້ນ, ກົງໄປກົງມາ ແລະ ສ້າງສັນ, ຫຼາຍຄຳຄິດຄຳເຫັນ ແມ່ນມີຄວາມສຳຄັນ ແລະ ເປັນປະໂຫຍດຕໍ່ການປັບປຸງນະໂຍບາຍ ແລະ ເພີ່ມຄວາມເປັນເຈົ້າການໃນການຄຸ້ມຄອງຊັບພະຍາກອນທໍາມະຊາດໃຫ້ມີຄວາມຍືນຍົງ, ສ້າງຜົນປະໂຫຍດຢ່າງແທ້ຈິງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງລາວ.

WhatsApp Image 2026-06-24 at 15.42.05
WhatsApp Image 2026-06-24 at 14.18.27 (2)

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ

WhatsApp Image 2026-06-22 at 14.53.36

ລາວ-ອົດສະຕຣາລີ ສຳມະນາວິທະຍາສາດໃນຫົວຂໍ້ ການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດທ່າມກາງການແບ່ງແຍກທາງພູມສາດເສດຖະກິດ

WhatsApp Image 2026-06-22 at 14.53.36

     ວັນທີ 17 ມິຖຸນາ 2026 ຜ່ານມາ, ທີ່ໂຮງແຮມ ຄຣາວພຣາຊາ (CROWN PLAZA Hotel), ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຮ່ວມກັບສະຖານທູດອົດສະຕຣາລີ ປະຈໍາລາວ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດພາຍໃຕ້ຫົວຂໍ້: “ການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດທ່າມກາງການແບ່ງແຍກທາງພູມສາດເສດຖະກິດ (Strengthening Economic Resilience Amid Geoeconomics)” ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່ ຮອງປະທານ ສວສສຊ ແລະ ທ່ານ ນາງ ເມແກນ ຈອນສ (Megan Jones), ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາລາວ. ມີຄະນະຊ່ຽວຊານຈາກມະຫາວິທະຍາໄລແຫ່ງຊາດອົດສະຕຣາ (Australia National University-ANU), ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມຂອງບັນດາກະຊວງຂະແໜງການທີ່ກ່ຽວຂ້ອງ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອນໍາສະເໜີ ແລະ ແລກປ່ຽນບົດຮຽນໃນການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດທ່າມກາງການແບ່ງແຍກທາງພູມສາດເສດຖະກິດຂອງລາວ-ອົດສະຕາລີ.

     ໃນໂອກາດນີ້, ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່ ໄດ້ກ່າວວ່າ: ສປປ ລາວ ພວມປະເຊີນໜ້າກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ມີຄວາມກັງວົນຕໍ່ວິກິດການໃນເຂດຕາເວັນອອກກາງ ທີ່ສົ່ງຜົນກະທົບໂດຍກົງຕໍ່ຕົ້ນທຶນການຜະລິດ, ການຂົນສົ່ງ ແລະ ລາຄາສິນຄ້າສູງໃນປີ 2026 ເຮັດໃຫ້ເສດຖະກິດມີຄວາມບອບບາງ ແລະ ມີຄວາມສ່ຽງຕໍ່ການບັນລຸຄາດໝາຍແຜນພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດ. ການຈັດສໍາມະນາຄັ້ງນີ້ ຈະຊ່ວຍສ້າງຄວາມເຂົ້າໃຈເລິກເຊິ່ງຂຶ້ນກ່ຽວກັບບັນຫາພູມສາດເສດຖະກິດ, ການສ້າງຄວາມເຂັ້ມແຂງໃນການຮັບມືໃນສະພາບເສດຖະກິດທີ່ມີຄວາມຂັດແຍ່ງໃນປັດຈຸບັນ ແລະ ບົດຮຽນທີ່ດີຂອງປະເທດອົດສະຕຮາລີ ໃຫ້ກັບຂະແໜງການຕ່າງໆຂອງລາວ. ທັງເປັນການສົ່ງເສີມຄວາມຮ່ວມມືທາງດ້ານວິຊາການ ພາຍໃຕ້ກົນໄກຂອງສະມາຄົມມິດຕະພາບລາວ-ອົດສະຕຣາລີໃຫ້ມີເຂັ້ມແຂງ ແລະ ຮອບດ້ານ. ​

     ທ່ານ ນາງ ເມແກນ ຈອນສ (Megan Jones) ໄດ້ກ່າວເນັ້ນໜັກເຖິງຄວາມໝຸ່ງໝັ້ນຂອງອົດສະຕຣາລີ ໃນການເປັນຄູ່ຮ່ວມງານທີ່ໃກ້ຊິດເພື່ອສະໜັບສະໜູນສັນຕິພາບ, ສະຖຽນລະພາບ ແລະ ຄວາມຮຸ່ງເຮືອງໃນພາກພື້ນ ໂດຍສະເພາະການສ້າງຄວາມເຂັ້ມແຂງທາງເສດຖະກິດໃຫ້ແກ່ ສປປ ລາວ ພາຍໃຕ້ຄວາມບໍ່ແນ່ນອນຂອງພູມສາດເສດຖະກິດໂລກ; ທ່ານໄດ້ຢືນຢັນວ່າ ການເຄື່ອນໄຫວຮ່ວມກັບຄູ່ຮ່ວມງານ ແລະ ການຍຶດໝັ້ນໃນລະບົບການຄ້າຫຼາຍຝ່າຍທີ່ອີງໃສ່ກົດລະບຽບ ແມ່ນຫົວໃຈສໍາຄັນຂອງການສ້າງຄວາມຢືດຢຸ່ນໃນລະດັບສາກົນ ເພື່ອຮັບມືກັບຜົນກະທົບຈາກວິກິດການຕ່າງໆ ເຊັ່ນ ວິກິດການໃນເຂດຕາເວັນອອກກາງ ທີ່ສົ່ງຜົນກະທົບຕໍ່ຕ່ອງໂສ້ການສະໜອງ ແລະ ຄວາມໝັ້ນຄົງດ້ານພະລັງງານຂອງໂລກ; ພ້ອມກັນນັ້ນ, ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ຄວາມເຂັ້ມແຂງການເປັນຄູ່ຮ່ວມມືຂອງພວກເຮົາ ຈະຊ່ວຍປົກປ້ອງ ແລະ ສົ່ງເສີມຄວາມຮຸ່ງເຮືອງທາງເສດຖະກິດໃຫ້ມີຄວາມຢືດຢຸ່ນຕໍ່ກັບສິ່ງທ້າທາຍຕ່າງໆໃນອະນາຄົດ.

WhatsApp Image 2026-06-22 at 14.53.38 (1)
WhatsApp Image 2026-06-22 at 14.53.39

     ກອງປະຊຸມໄດ້ຮັບຟັງການສະເໜີບົດຈາກ ທ່ານ ປອ. ວັນໄຊ ໄຊຍະວົງ ຮອງຫົວໜ້າສະຖາບັນຄົ້ນຄວ້າເສດຖະ ກິດມະຫາພາກ ໄດ້ສະແດງໃຫ້ເຫັນວ່າ ສະພາບເສດຖະກິດມະຫາພາກຂອງລາວໃນປີ 2026 ຄາດວ່າຈະມີຄວາມສ່ຽງ ຫຼຶ ບອບບາງຫຼາຍກວ່າປີຜ່ານມາ ໂດຍຄາດວ່າການເຕີບໂຕຢູ່ທີ 4-4.5%(ຕໍ່າກວ່າຄາດໝາຍທີ່ວາງໄວ້ 5.5%), ເງິນເຟີ້ ຍັງຈະຢູ່ໃນລະດັບສູງ ແລະ ອັດຕາແລກປ່ຽນອາດຈະມີຄວາມຜັນຜ່ວນ. ຈາກນັ້ນ, ທ່ານ ປອ. ວຽງສະຫວ່າງ ທິບພະວົງ ຮອງຫົວໜ້າສະຖາບັນຄົ້ນຄວ້າອຸດສາຫະກໍາ, ການຄ້າ ແລະ ພະລັງງານ ຈາກກະຊວງອຸດສາຫະກຳ ແລະ ການຄ້າ ກໍ່ໄດ້ສະເໜີວ່າ ຈາກການເພີ່ມຂຶ້ນຂອງລາຄານໍ້າມັນດິບໃນທົ່ວໂລກທີ່ເພີ່ມຂຶ້ນເກີນ 100 ໂດລາຕໍ່ບາເຣວ ສົ່ງຜົນເຮັດໃຫ້ລາຄານ້ຳມັນທີ່ຂາຍຢູ່ໜ້າປ້ຳພາຍໃນເດືອນ ເມສາ ປີ 2026 ນີ້ ເພີ່ມຂຶ້ນຫຼາຍ ແລະ ໄດ້ສ້າງແຮງກົດດັນຕໍ່ຕົ້ນທຶນການດຳເນີນທຸລະກິດຂອງຫົວໜ່ວຍທຸລະກິດໃນຫຼາຍຂະແໜງການຢູ່ ສປປ ລາວ ເຊັ່ນ: ຂະແໜງການຂົນສົ່ງ, ກະສິກຳ ແລະ ການບໍລິການໂລຈີສຕິກ. ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຟັງການບັນຍາຍພິເສດຈາກທ່ານ ສາດສະດາຈານ ປີເຕີ ຈ໊ອດ ວອດ (Prof. Peter George Warr) ຜູ້ຊ່ຽວຊານຈາກມະຫາວິທະຍາໄລແຫ່ງຊາດອົດສະຕຣາລີ (ANU) ເຊິ່ງທ່ານໄດ້ກ່າວວ່າ: ວິກິດການໃນເຂດຕາເວັນອອກກາງ ແລະ ການປິດຊ່ອງແຄບຮໍມູຊ ສົ່ງຜົນໃຫ້ລາຄານໍ້າມັນໂລກພຸ່ງສູງຂຶ້ນ ສົ່ງຜົນກະທົບຮຸນແຮງຕໍ່ຂະແໜງກະສິກຳທັນສະໄໝ ແລະ ເຮັດໃຫ້ລາຄາຝຸ່ນເຄມີ (Urea) ເພີ່ມຂຶ້ນເຖິງ 80%. ທ່ານໄດ້ຈັດໃຫ້ ສປປ ລາວ ຢູ່ໃນກຸ່ມປະເທດທີ່ມີຄວາມບອບບາງໃນອາຊຽນ, ທ່ານໄດ້ມີຄໍາເຫັນຕື່ມວ່າ ການນຳໃຊ້ການອຸດໜູນລາຄາ (Subsidies) ແມ່ນມີຄວາມສ່ຽງສູງສຳລັບປະເທດທີ່ມີຂໍ້ຈຳກັດດ້ານງົບປະມານ ແລະ ໜີ້ສິນສູງ. ທ່ານ ແຊມ ເບັນລີ້ (Sam Bentley) ຜູ້ຊ່ຽວຊານຈາກກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ (DFAT) ໄດ້ນຳສະເໜີບົດຮຽນຂອງລັດຖະບານອົດສະຕຣາລີ ໃນການນຳໃຊ້ຍຸດທະສາດການຮ່ວມມືໃນລະດັບພາກພື້ນ (Regionalism) ພາຍໃຕ້ຂອບການ 3P ຄື “ປົກປ້ອງ (Protect), ສົ່ງເສີມ (Promote) ແລະ ເປັນຄູ່ຮ່ວມງານ (Partner)” ທີ່ເປັນແນວທາງໃນການສ້າງຄວາມເຂັ້ມແຂງ ແລະ ຮັບມືກັບຄວາມບໍ່ສົມດຸນຂອງສະພາບພູມສາດເສດຖະກິດ ກໍ່ຄືແຮງກົດດັນຈາກປະເທດມະຫາອຳນາດທ່າມກາງການແບ່ງຝ່າຍທາງພູມສາດການເມືອງໃນໄລຍະຍາວ. ທ່ານຍັງໄດ້ຊີ້ໃຫ້ເຫັນວ່າ ການຮ່ວມມືໃນລະດັບພາກພື້ນ (Regionalism) ແມ່ນກົນໄກທີ່ມີປະສິດທິພາບທີ່ສຸດໃນການຮັບມືກັບຄວາມບໍ່ສົມດຸນຂອງການແບ່ງແຍກດ້ານພູມສາດເສດຖະກິດ ໂດຍຜ່ານການແລກປ່ຽນບົດຮຽນໃນການຄຸ້ມຄອງຄວາມສ່ຽງ, ການປົກປ້ອງໂຄງລ່າງພື້ນຖານທີ່ສຳຄັນ, ແລະ ການຮັກສາລະບົບການຄ້າຫຼາຍຝ່າຍທີ່ອີງໃສ່ກົດລະບຽບ ເພື່ອຮັບປະກັນຄວາມສະຫງົບສຸກ ແລະ ຄວາມຮຸ່ງເຮືອງຮ່ວມກັນໃນພາກພື້ນ.

WhatsApp Image 2026-06-22 at 14.53.38

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ

WhatsApp Image 2026-06-22 at 14.54.47 (1)

ເປີດເວທີລະດັບພາກພື້ນ ເພື່ອລະດົມຄວາມຄິດເຫັນ ໃນການຄຸ້ມຄອງການຂຸດຄົ້ນແຮ່ຫີນ-ຊາຍແບບຍືນຍົງ ຕາມລໍາແມ່ນໍ້າຂອງ

WhatsApp Image 2026-06-22 at 14.54.47 (1)

        ໃນວັນທີ 18 ມິຖຸນາ 2026 ຜ່ານມາ ທີ່ໂຮງແຮມອາມາຣີ (AMARI Hotel) ນະຄອນຫຼວງວຽງຈັນ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ຮ່ວມກັບອົງການອະນຸລັກທໍາມະຊາດໂລກ (WWF) ແລະ ສະຖານທູດອັງກິດ ໄດ້ຈັດກອງປະຊຸມສໍາມະນາຫົວຂໍ້ “ການຄຸ້ມຄອງການຂຸດຄົ້ນແຮ່ຫີນ ແລະ ຊາຍແບບຍືນຍົງ ຕາມລໍາແມ່ນໍ້າຂອງ” ກັບບັນດາປະເທດໃນພາກພື້ນລຸ່ມແມ່ນ້ຳຂອງ. ໂດຍການເປັນປະທານຮ່ວມຂອງທ່ານ ປອ. ນ. ແກ້ວວິວອນ ອຸດທະຈັກ, ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານ ຫລຸຍ ມາວາເນ່ (Louis Mulvaney) ຫົວໜ້າພະແນກຮ່ວມມື, ສະຖານທູດອັງກິດ ປະຈຳລາວ ແລະ ທ່ານ ຄຼິສ ຮາວ (Chris Howe) ຜູ້ອຳນວຍການດ້ານຜົນກະທົບຕໍ່ການອະນຸລັກພາກພື້ນຕາເວັນອອກສ່ຽງໃຕ້, ອົງການອະນຸລັກທຳມະຊາດໂລກ ປະຈໍາລາວ (WWF-LAOS). ມີບັນດາຜູ້ຕາງໜ້າຈາກອົງການອະນຸລັກທໍາມະຊາດໂລກ ປະຈໍາ ສສ.ຫວຽດນາມ, ໄທ ແລະ ກຳປູເຈຍ ເຂົົ້າຮ່ວມກອງປະຊຸມຜ່ານລະບົບອອນລາຍ; ຜູ້ຕາງໜ້າຄະນະກຳມາທິການແມ່ນ້ຳຂອງ (MRC), ຜູ້ປະສານງານກົນໄກຊີວະນາໆພັນ (CBD Focal Points), ຜູ້ຕາງໜ້າອົງການຈັດຕັ້ງສາກົນ; ຂະແໜງການກ່ຽວຂ້ອງພາຍໃນ; ຜູ້ຕາງໜ້າພາກທຸລະກິດ, ບັນດາຜູ້ຊ່ຽວຊານ ແລະ ນັກຄົ້ນຄວ້າ ເຂົ້າຮ່ວມທັງໝົດ 50 ກ່ວາທ່ານ.  

        ກອງປະຊຸມຄັ້ງນີ້ ເປັນເວທີແລກປ່ຽນທາງວິຊາການທີ່ສໍາຄັນໃນການເປີດມູມມອງໃໝ່ກ່ຽວກັບການຮັກສາຄວາມສົມດຸນ ລະຫວ່າງການພັດທະນາເສດຖະກິດ ແລະ ການປົກຮັກສາລະບົບນິເວດແມ່ນໍ້າຂອງ ທີ່ເປັນສາຍເລືອດຫຼັກຂອງປະຊາຊົນກວ່າ 60 ລ້ານຄົນ. ທ່ານ ປອ. ນາງ ແກ້ວວິວອນ ອຸດທະຈັກ ກ່າວເນັ້ນໜັກວ່າ: ຫີນ ແລະ ຊາຍ ຖືກນໍາໃຊ້ເຂົົ້າໃນການພັດທະນາພື້ນຖານໂຄງລ່າງ, ການກໍ່ສ້າງເສັ້ນທາງ ແລະ ອາຄານຕ່າງໆ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງສ້າງຄວາມກົດດັນອັນຫຼາຍສານຕໍ່ລະບົບນິເວດຂອງແມ່ນໍ້າ, ຄວາມສາມາດໃນການຟື້ນຟູ ແລະ ມີຄວາມສ່ຽງຕໍ່ການປ່ຽນແປງສະ ພາບດິນຟ້າອາກາດ. ທຸກພາກສ່ວນຕ້ອງຫັນປ່ຽນແນວຄິດຈາກ “ພັດທະນາເພື່ອການພັດທະນາ” ໄປສູ່ “ການພັດທະນາທີ່ຢູ່ຮ່ວມກັບທໍາມະຊາດ” ເພື່ອຮັບປະກັນວ່າ ການນໍາໃຊ້ຊັບພະຍາກອນເຫຼົ່ານີ້ ຈະບໍ່ເປັນການສ້າງພາລະຄ່າໃຊ້ຈ່າຍອັນໜັກໜ່ວງໃຫ້ແກ່ຄົນຮຸ່ນຫຼັງ.

WhatsApp Image 2026-06-22 at 14.54.48 (1)
WhatsApp Image 2026-06-22 at 14.54.48 (2)
WhatsApp Image 2026-06-22 at 14.54.49

        ໃນເວທີ, ຝ່າຍລາວໄດ້ຍົກໃຫ້ເຫັນຜົນການສຶກສາສະພາບຕົວຈິງຂອງອຸດສາຫະກຳຂຸດຄົ້ນຫີນ-ຊາຍໃນລາວ ເຊິ່ງມີວິສາຫະກິດດໍາເນີນການເຄື່ອນໄຫວຈຳນວນ 356 ແຫ່ງ, ມີປະລິມານການຂຸດຄົ້ນລວມກວ່າ 6.4 ລ້ານແມັດກ້ອນ (ປີ 2024-2025). ເຖິງວ່າລາວຈະສຸມໃສ່ການປະຕິບັດນະໂຍບາຍຕາມຍຸດທະສາດການເຕີບໂຕສີຂຽວແຫ່ງຊາດຮອດປີ 2030 ຢ່າງເຂັ້ມແຂງ, ແຕ່ຍັງມີສິ່ງທ້າທາຍຫຼາຍດ້ານທີ່ຕ້ອງໄດ້ເລັ່ງປັບປຸງແກ້ໄຂ ເຊັ່ນ: ການປະສານງານຂ້າມຂະແໜງການ, ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ (ESIA) ທີ່ຍັງບໍ່ທັນຮັດກຸມ, ລວມໄປເຖິງການບັງຄັບໃຊ້ກົດໝາຍທີ່ຍັງມີຊ່ອງຫວ່າງໃນພາກປະຕິບັດ. ບັນຍາກາດການແລກປ່ຽນໄດ້ດໍາເນີນໄປຢ່າງຟົດຟື້ນ ໂດຍບັນດາປະເທດລຸ່ມແມ່ນໍ້າຂອງໄດ້ຍົກບັນຫາທີ່ພົບພໍ້ໃນບໍລິບົດຂອງຕົນ. ຝ່າຍໄທ ໄດ້ສະເໜີບົດຮຽນຈາກຜົນກະທົບຕໍ່ຊຸມຊົນທ້ອງຖິ່ນ ໂດຍສະເພາະການປ່ຽນແປງຂອງແມ່ ນ້ຳທີ່ບໍ່ເປັນໄປຕາມລະດູການ ເຊິ່ງສົ່ງຜົນກະທົບຕໍ່ຄວາມໝັ້ນຄົງດ້ານອາຫານ ແລະ ສຸຂະພາບຂອງລະບົບນິເວດ ໂດຍມີຫຼັກຖານທາງວິທະຍາສາດທີ່ຊີ້ໃຫ້ເຫັນເຖິງຄວາມຜິດປົກກະຕິດ້ານພັນທຸກຳຂອງປາເອິນ. ຂະນະທີ່ຝ່າຍຫວຽດນາມ ໄດ້ເນັ້ນໜັກເຖິງວິກິດການ “ງົບປະມານຊາຍ” (Sand Budget) ໃນເຂດດິນດອນຕອນລຸ່ມແມ່ນ້ຳຂອງ ທີ່ພົບວ່າປະລິມານການຂຸດຄົ້ນແມ່ນສູງກວ່າປະລິມານຊາຍທີ່ໄຫຼເຂົ້າມາຫາຫຼາຍເທົ່າ ເຊິ່ງເປັນສາເຫດຫຼັກທີ່ເຮັດໃຫ້ເກີດການຊຸດຕົວຂອງໜ້າດິນ ແລະ ການເຊາະເຈື່ອນຕາຝັ່ງຢ່າງຮຸນແຮງ. ສ່ວນຝ່າຍກຳປູເຈຍ ກໍໄດ້ຮ່ວມຢືນຢັນເຖິງຄວາມສ່ຽງຕໍ່ຊີວະນາໆພັນ ແລະ ລະບົບນິເວດແມ່ນ້ຳ ທີ່ໄດ້ຮັບຜົນກະທົບຈາກການຂຸດຄົ້ນຫີນ-ຊາຍທີ່ຂາດການວາງແຜນແບບລວມສູນ.

        ພ້ອມດຽວກັນນີ້, ບັນດາປະເທດຕ່າງໆ ຍັງໄດ້ມີຄວາມເຫັນເປັນເອກະພາບກັນໃນ 3 ປະເດັນທີ່ສຳຄັນ ຄື: 1)  ບັນຫາການຂຸດຄົ້ນຫີນ-ຊາຍ ແມ່ນບັນຫາຂ້າມພົມແດນທີ່ບໍ່ມີປະເທດໃດສາມາດແກ້ໄຂໄດ້ພຽງລຳພັງ ແລະ ຈຳເປັນຕ້ອງມີການແລກປ່ຽນຂໍ້ມູນຂ່າວສານທີ່ໂປ່ງໃສຮ່ວມກັນ; 2) ທຸກຝ່າຍເຫັນດີຮ່ວມກັນໃນການນຳເອົາມິຕິຂອງຊີວະນາໆພັນ ແລະ ການປັບຕົວຕໍ່ການປ່ຽນແປງສະພາບພູມອາກາດ ເຂົ້າເປັນສ່ວນໜຶ່ງຂອງແຜນງານຄຸ້ມຄອງລະດັບຊາດ; 3) ການສ້າງກົນໄກການມີສ່ວນຮ່ວມຂອງທຸກພາກສ່ວນ ໂດຍສະເພາະພາກເອກະຊົນ ແລະ ຊຸມຊົນທ້ອງຖິ່ນ ເພື່ອໃຫ້ການຄຸ້ມຄອງມີຄວາມຍືນຍົງຢ່າງແທ້ຈິງ.

        ປະຊຸມໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງການແລກປ່ຽນບົດຮຽນ ແລະ ຜົນການປຶກສາຫາລືໃນຄັ້ງນີ້ ເຊິ່ງຈະກາຍເປັນພືົ້ນຖານອັນສຳຄັນໃນການສ້າງແຜນປະຕິບັດງານຮ່ວມກັນ ພາຍໃຕ້ກອບການຮ່ວມມືຂອງຄະນະກຳມາທິການແມ່ນ້ຳຂອງ (MRC). ນີ້ຖືເປັນຈຸດເລີ່ມຕົົ້ນໃໝ່ຂອງການຮ່ວມມືທີ່ແໜ້ນແຟ້ນ ເພື່ອຮັກສາແມ່ນ້ຳຂອງໃຫ້ຄົງຄວາມອຸດົມ ສົມບູນ ແລະ ເປັນບ່ອນອີງທີ່ໝັ້ນຄົງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງພາກພື້ນຕະຫຼອດໄປ.

WhatsApp Image 2026-06-22 at 14.54.48
WhatsApp Image 2026-06-23 at 08.55.07

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ

WhatsApp Image 2026-06-16 at 13.54.19 (1)

ສວສສຊ ພົບປະສະຖາບັນຄົ້ນຄວ້າເສດຖະກິດ ແລະ ການເມືອງໂລກ (ສປ ຈີນ)

WhatsApp Image 2026-06-16 at 13.54.19 (1)

        ໃນຕອນເຊົ້າວັນທີ 11 ມິຖຸນາ 2026 ທີ່ຜ່ານມາ, ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ມີກອງປະຊຸມພົບປະລະຫວ່າງ ສວສສຊ ກັບ ສະຖາບັນຄົ້ນຄວ້າເສດຖະກິດ ແລະ ການເມືອງໂລກ (IWEP) ພາຍໃຕ້ສະຖາບັນວິທະຍາສາດສັງຄົມຈີນ (CASS) ເພື່ອປຶກສາຫາລືແລກປ່ຽນຄວາມຄິດເຫັນໃນວົງແຄບ ກ່ຽວກັບການຮ່ວມມືທາງດ້ານເສດະກິດ, ການເມືອງ ແລະ ຄວາມໝັ້ນຄົງຂອງລາວ-ຈີນ ເຊິ່ງຝ່າຍລາວນໍາໂດຍ ທ່ານ ອູສະຫວັນ ທ່ຽງເທບວົງສາ ຫົວໜ້າສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ, ພ້ອມດ້ວຍຄະນະ. ຝ່າຍຈີນ ນໍາໂດຍທ່ານ ປອ. ນ. ລັງ ປິ່ງ (Dr. Lang Ping) ນັກຄົ້ນຄວ້າອາວຸໂສ, ຫົວໜ້າກົມຄົ້ນຄວ້າຄວາມໝັ້ນຄົງ, ສະຖາບັນຄົ້ນຄວ້າເສດຖະກິດ ແລະ ການເມືອງໂລກ ພ້ອມດ້ວຍຄະນະ.

WhatsApp Image 2026-06-16 at 13.54.18
WhatsApp Image 2026-06-16 at 13.54.20

       ທັງສອງຝ່າຍໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາໃນຫຼາຍປະເດັ່ນທີ່ສໍາຄັນ,  ທ່ານ ອູສະຫວັນ ທ່ຽງເທບວົງສາ ໄດ້ກ່າວວ່າ ສປປ ລາວ ຢືນຢັນຈະສືບຕໍ່ຮ່ວມມືໃນດ້ານເສດຖະກິດ ໂດຍສະເພາະການຍົກລະດັບຄວາມຮ່ວມມືພາຍໃຕ້ແລວທາງລົດໄຟ ລາວ-ຈີນ ຈາກການເຊື່ອມໂຍງໄປສູ່ຄຸນນຸພາບ ແລະ ຜະລິດຕະພາບ ໂດຍຫັນເປັນລະບຽງເສດຖະກິດທີ່ສ້າງມູນຄ່າເພີ່ມ; ພາຍໃຕ້ສະພາບທາງການເມືອງຂົ້ວໂລກຫຼາຍຝ່າຍ ແລະ ການຮັກສາຄວາມເປັນເອກະລາດທາງຍຸດທະສາດ ໂດຍສະໜັບສະໜູນນະໂຍບາຍຈີນດຽວ ເພື່ອເສີມສ້າງຄວາມເຂັ້ມແຂງໃນຖານະບ້ານໃກ້ເຮືອນຄຽງ ແລະ ຄູ່ຮ່ວມສະຕາກໍາ. ສໍາລັບການຮ່ວມມືໃນພາກພື້ນ, ສອງຝ່າຍຈະສຸມໃສ່ການນໍາໃຊ້ຜົນປະໂຫຍດຈາກ RCEP ແລະ CAFTA 3.0 ເພື່ອຊ່ວຍໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ເຂົ້າເຖິງຕະຫຼາດ ໂດຍມີການສະໜັບສະໜູນເຕັກໂນໂລຊີ AI ແລະ ລະບົບຄຣາວຈາກຝ່າຍຈີນ. ໃນດ້ານຄວາມໝັ້ນຄົງ, ທັງສອງຝ່າຍ ເຫັນດີນໍາໃຊ້ກົນໄກການສົນທະນາທາງຍຸດທະສາດ “ 3+3“ (ການຕ່າງປະເທດ, ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ) ເພື່ອຮັບມືກັບສິ່ງທ້າທາຍ ແລະ ຮ່ວມກັນຕ້ານອາດຊະຍາກໍາຂ້າມຊາດ ເຊັ່ນ: ການສໍ້ໂກງທາງໂທລະຄົມ, ການພະນັນອອນໄລ ແລະ ຢາເສບຕິດ.  

       ການພົບປະຄັ້ງນີ້ ເປັນການປະຕິບັດແຜນຮ່ວມມືລະຫວ່າງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ສະຖາບັນວິທະຍາສາດສັງຄົມຈີນ ເພື່ອເສີມຂະຫຍາຍນະໂຍບາຍລວມຂອງທັງສອງສະຖາບັນ ທັງເປັນການຍູ້ແຮງສາຍພົວພັນຮ່ວມມືຂອງສອງຊາດໃຫ້ແຕກດອກອອກຜົນ ແລະ ໝັ້ນຄົງທະນົງແກ່ນຕະຫຼອດໄປ.

WhatsApp Image 2026-06-16 at 13.54.19

ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ

01

ລະດົມຄວາມຄິດເຫັນກ່ຽວກັບການຄຸ້ມຄອງຂຸດຄົ້ນແຮ່ຫີນ ແລະ ຊາຍ ແບບຍືນຍົງ

01

        ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມລະດົມຄວາມຄິດເຫັນກ່ຽວກັບ “ການຄຸ້ມຄອງການຂຸດຄົ້ນແຮ່ຫີນ ແລະ ຊາຍ ແບບຍືນຍົງ ຕາມລໍາແມ່ນໍ້າຂອງ ແລະ ແມ່ນໍ້າສາຂາ ຢູ່ ສປປ ລາວ”  ຂຶ້ນໃນວັນທີ 3 ມິຖຸນາ 2026, ໂດຍການເປັນປະທານຮ່ວມຂອງທ່ານ ປອ. ນ. ແກ້ວວິວອນ ອຸດທະຈັກ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານ ໝັ້ນຍືນ ຄີນສະໝອນ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ, ມີບັນດາຂະແໜງການທີ່ກ່ຽວຂ້ອງ ມາຈາກແຂວງວຽງຈັນ, ແຂວງບໍລິຄຳໄຊ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ, ຜູ້ຕາງໜ້າຈາກອົງການອະນຸລັກທຳມະຊາດໂລກ ປະຈຳລາວ (WWF-Lao); ຜູ້ຕາງໜ້າພາກທຸລະກິດ ແລະ ຜູ້ປະກອບການ ເຂົ້າຮ່ວມທັງໝົດ 50 ກ່ວາທ່ານ.

        ປອ. ນ. ແກ້ວວິວອນ ອຸດທະຈັກ ກ່າວວ່າ: ພັກ ແລະ ລັດຖະບານ, ຍາມໃດກໍເຫັນໄດ້ຄວາມສຳຄັນຕໍ່ການຄຸ້ມຄອງການຂຸດຄົ້ນ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ລວມທັງແຮ່ຫີນ ແລະ ຊາຍ ໃຫ້ມີຄວາມຍືນຍົງ ໂດຍອອກບັນດານະໂຍບາຍ, ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ ຮອດປີ 2030, ຍຸດທະສາດປົກປັກຮັກສາສິ່ງແວດລ້ອມ, ກົດໝາຍ, ກົດລະບຽບ, ຂໍ້ກຳນົດ ແລະ ກົນໄກການຄຸ້ມຄອງ, ນຳໃຊ້ຊັບພະຍາກອນທຳມະຊາດດັງກ່າວ. ແຕ່ໃນພາກປະຕິບັດຕົວຈິງ, ຍັງມີແນວໂນ້ມພົບພໍ້ຫຼາຍບັນຫາຊ່ອງວ່າງທີ່ຕ້ອງໄດ້ຮັບການແກ້ໄຂ ເຊັ່ນ: ການປະສານງານລະຫວ່າງຂະແໜງການຫຼັກທີ່ມີສ່ວນຮ່ວມ ລວມທັງຊຸມຊົນທ້ອງຖິ່ນທີ່ໄດ້ຮັບຜົນກະທົບ, ກົນໄກການອະນຸມັດຂຸດຄົ້ນ ແລະ ການຕິດຕາມຄວບຄຸມບັງຄັບໃຊ້ລະບຽບ, ກົດໝາຍຍັງບໍ່ທັນເຂັ້ມແຂງ ແລະ ນິຕິກຳທີ່ມີລັກສະນະເນື້ອໃນຂັດແຍ່ງກັນ. ສະນັ້ນ, ການຄຸ້ມຄອງແບບຍືນຍົງ ຈຶ່ງເປັນເລື່ອງຮີບດ່ວນ ແລະ ເປັນໜ້າທີ່ຂອງທຸກພາກສ່ວນຕ້ອງຮ່ວມມືກັນແກ້ໄຂຢ່າງໃກ້ຊິດ.

        ກອງປະຊຸມໄດ້ສະເໜີຂໍ້ມູນກ່ຽວກັບການທົບທວນຄືນສະຖານະພາບຂອງແມ່ນ້ຳຂອງ ແລະ ຜົນການປະເມີນການຂຸດຄົ້ນແຮ່ຫີນ-ຊາຍ ຕາມລຳແມ່ນ້ຳຂອງ ແລະ ແມ່ນ້ຳສາຂາ ໃນ ສປປ ລາວ ເປັນຕົ້ນບັນດານະໂຍບາຍ, ລະບຽບ, ກົດໝາຍ, ກົນໄກປະສານງານ, ຊ່ອງຫວ່າງ ແລະ ຂໍ້ສະເໜີແນະທາງດ້ານນະໂຍບາຍ. ພ້ອມທັງແລກປ່ຽນຄວາມຄິດເຫັນ, ລະດົມສະຕິປັນຍາ ແລະ ແບ່ງປັນບົດຮຽນຕົວຈິງ ກ່ຽວກັບບັນຫາສຳຄັນທີ່ກຳລັງມີຜົນກະທົບໂດຍກົງ ແລະ ທາງອ້ອມ ຕໍ່ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍສະເພາະກົນໄກຈັດຕັ້ງປະຕິບັດນະໂຍບາຍ ແລະ ມາດຕະການຕ່າງໆ ເພື່ອສົ່ງເສີມການຄຸ້ມຄອງແບບຍືນຍົງ, ມີປະສິດທິພາບ ແລະ ໂປ່ງໃສ; ສ້າງຄວາມເຂົ້າໃຈຮ່ວມກັນ ລະຫວ່າງພາກລັດ, ພາກທຸລະກິດ ຜູ້ປະກອບການ, ຊຸມຊົນທ້ອງຖິ່ນ ແລະ ຄູ່ຮ່ວມພັດທະນາ; ຂໍ້ສະເໜີແນະຕໍ່ຜູ້ວາງນະໂຍບາຍ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ເພື່ອນຳໄປສູ່ການປັບປຸງກົດໝາຍ ແລະ ແຜນງານຕ່າງໆ.

        ກອງປະຊຸມໄດ້ເປັນເອກະພາບສູງຕໍ່ກັບຄຳສະເໜີແນະປັບປຸງດ້ານນະໂຍບາຍ ເປັນຕົ້ນການຍົກລະດັບການປະສານງານວຽກງານຄຸ້ມຄອງລະຫວ່າງຂະແໜງການ, ການອະນຸມັດ, ການຕິດຕາມການຄຸ້ມຄອງຕາມລະບຽບກົດໝາຍຢ່າງເຂັ້ມງວດ, ເພີ່ມຄວາມຮັບຜິດຊອບຂອງຜູ້ຂຸດຄົ້ນຕໍ່ຜົນກະທົບທາງສັງຄົມ, ສິ່ງແວດລ້ອມ ແລະ ຄວາມຍືນຍົງ, ປັບປຸງນິຕິກຳທີ່ກ່ຽວຂ້ອງໃຫ້ສອດຄ່ອງ ແລະ ມີປະສິດທິຜົນ ໂດຍໃຫ້ພາກລັດເປັນເຈົ້າການສົ່ງເສີມ, ວາງແຜນ ລວມທັງການສຳຫຼວດສິ່ງແວດລ້ອມ ແລະ ຈັດຕັ້ງປະຕິບັດໃຫ້ເກີດໝາກຜົນ ແນໃສ່ຮັບປະກັນໃຫ້ການພັດທະນາ ແລະ ການຂຸດຄົ້ນຊັບພະຍາກອນທຳມະຊາດ ສາມາດຄຸ້ມຄອງ ແລະ ຮັກສາສິ່ງແວດລ້ອມ, ຮັກສາແຫຼ່ງນ້ຳສັດນໍ້າ ເຊິ່ງເປັນມໍລະດົກຂອງຊາດ ແລະ ເປັນປັດໄຈຫຼັກໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ.

02
03

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ