ລາວ-ອົດສະຕຣາລີ ສຳມະນາວິທະຍາສາດໃນຫົວຂໍ້ ການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດທ່າມກາງການແບ່ງແຍກທາງພູມສາດເສດຖະກິດ
ວັນທີ 17 ມິຖຸນາ 2026 ຜ່ານມາ, ທີ່ໂຮງແຮມ ຄຣາວພຣາຊາ (CROWN PLAZA Hotel), ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຮ່ວມກັບສະຖານທູດອົດສະຕຣາລີ ປະຈໍາລາວ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດພາຍໃຕ້ຫົວຂໍ້: “ການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດທ່າມກາງການແບ່ງແຍກທາງພູມສາດເສດຖະກິດ (Strengthening Economic Resilience Amid Geoeconomics)” ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່ ຮອງປະທານ ສວສສຊ ແລະ ທ່ານ ນາງ ເມແກນ ຈອນສ (Megan Jones), ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາລາວ. ມີຄະນະຊ່ຽວຊານຈາກມະຫາວິທະຍາໄລແຫ່ງຊາດອົດສະຕຣາ (Australia National University-ANU), ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມຂອງບັນດາກະຊວງຂະແໜງການທີ່ກ່ຽວຂ້ອງ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອນໍາສະເໜີ ແລະ ແລກປ່ຽນບົດຮຽນໃນການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດທ່າມກາງການແບ່ງແຍກທາງພູມສາດເສດຖະກິດຂອງລາວ-ອົດສະຕາລີ.
ໃນໂອກາດນີ້, ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່ ໄດ້ກ່າວວ່າ: ສປປ ລາວ ພວມປະເຊີນໜ້າກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ມີຄວາມກັງວົນຕໍ່ວິກິດການໃນເຂດຕາເວັນອອກກາງ ທີ່ສົ່ງຜົນກະທົບໂດຍກົງຕໍ່ຕົ້ນທຶນການຜະລິດ, ການຂົນສົ່ງ ແລະ ລາຄາສິນຄ້າສູງໃນປີ 2026 ເຮັດໃຫ້ເສດຖະກິດມີຄວາມບອບບາງ ແລະ ມີຄວາມສ່ຽງຕໍ່ການບັນລຸຄາດໝາຍແຜນພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດ. ການຈັດສໍາມະນາຄັ້ງນີ້ ຈະຊ່ວຍສ້າງຄວາມເຂົ້າໃຈເລິກເຊິ່ງຂຶ້ນກ່ຽວກັບບັນຫາພູມສາດເສດຖະກິດ, ການສ້າງຄວາມເຂັ້ມແຂງໃນການຮັບມືໃນສະພາບເສດຖະກິດທີ່ມີຄວາມຂັດແຍ່ງໃນປັດຈຸບັນ ແລະ ບົດຮຽນທີ່ດີຂອງປະເທດອົດສະຕຮາລີ ໃຫ້ກັບຂະແໜງການຕ່າງໆຂອງລາວ. ທັງເປັນການສົ່ງເສີມຄວາມຮ່ວມມືທາງດ້ານວິຊາການ ພາຍໃຕ້ກົນໄກຂອງສະມາຄົມມິດຕະພາບລາວ-ອົດສະຕຣາລີໃຫ້ມີເຂັ້ມແຂງ ແລະ ຮອບດ້ານ.
ທ່ານ ນາງ ເມແກນ ຈອນສ (Megan Jones) ໄດ້ກ່າວເນັ້ນໜັກເຖິງຄວາມໝຸ່ງໝັ້ນຂອງອົດສະຕຣາລີ ໃນການເປັນຄູ່ຮ່ວມງານທີ່ໃກ້ຊິດເພື່ອສະໜັບສະໜູນສັນຕິພາບ, ສະຖຽນລະພາບ ແລະ ຄວາມຮຸ່ງເຮືອງໃນພາກພື້ນ ໂດຍສະເພາະການສ້າງຄວາມເຂັ້ມແຂງທາງເສດຖະກິດໃຫ້ແກ່ ສປປ ລາວ ພາຍໃຕ້ຄວາມບໍ່ແນ່ນອນຂອງພູມສາດເສດຖະກິດໂລກ; ທ່ານໄດ້ຢືນຢັນວ່າ ການເຄື່ອນໄຫວຮ່ວມກັບຄູ່ຮ່ວມງານ ແລະ ການຍຶດໝັ້ນໃນລະບົບການຄ້າຫຼາຍຝ່າຍທີ່ອີງໃສ່ກົດລະບຽບ ແມ່ນຫົວໃຈສໍາຄັນຂອງການສ້າງຄວາມຢືດຢຸ່ນໃນລະດັບສາກົນ ເພື່ອຮັບມືກັບຜົນກະທົບຈາກວິກິດການຕ່າງໆ ເຊັ່ນ ວິກິດການໃນເຂດຕາເວັນອອກກາງ ທີ່ສົ່ງຜົນກະທົບຕໍ່ຕ່ອງໂສ້ການສະໜອງ ແລະ ຄວາມໝັ້ນຄົງດ້ານພະລັງງານຂອງໂລກ; ພ້ອມກັນນັ້ນ, ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ຄວາມເຂັ້ມແຂງການເປັນຄູ່ຮ່ວມມືຂອງພວກເຮົາ ຈະຊ່ວຍປົກປ້ອງ ແລະ ສົ່ງເສີມຄວາມຮຸ່ງເຮືອງທາງເສດຖະກິດໃຫ້ມີຄວາມຢືດຢຸ່ນຕໍ່ກັບສິ່ງທ້າທາຍຕ່າງໆໃນອະນາຄົດ.
ກອງປະຊຸມໄດ້ຮັບຟັງການສະເໜີບົດຈາກ ທ່ານ ປອ. ວັນໄຊ ໄຊຍະວົງ ຮອງຫົວໜ້າສະຖາບັນຄົ້ນຄວ້າເສດຖະ ກິດມະຫາພາກ ໄດ້ສະແດງໃຫ້ເຫັນວ່າ ສະພາບເສດຖະກິດມະຫາພາກຂອງລາວໃນປີ 2026 ຄາດວ່າຈະມີຄວາມສ່ຽງ ຫຼຶ ບອບບາງຫຼາຍກວ່າປີຜ່ານມາ ໂດຍຄາດວ່າການເຕີບໂຕຢູ່ທີ 4-4.5%(ຕໍ່າກວ່າຄາດໝາຍທີ່ວາງໄວ້ 5.5%), ເງິນເຟີ້ ຍັງຈະຢູ່ໃນລະດັບສູງ ແລະ ອັດຕາແລກປ່ຽນອາດຈະມີຄວາມຜັນຜ່ວນ. ຈາກນັ້ນ, ທ່ານ ປອ. ວຽງສະຫວ່າງ ທິບພະວົງ ຮອງຫົວໜ້າສະຖາບັນຄົ້ນຄວ້າອຸດສາຫະກໍາ, ການຄ້າ ແລະ ພະລັງງານ ຈາກກະຊວງອຸດສາຫະກຳ ແລະ ການຄ້າ ກໍ່ໄດ້ສະເໜີວ່າ ຈາກການເພີ່ມຂຶ້ນຂອງລາຄານໍ້າມັນດິບໃນທົ່ວໂລກທີ່ເພີ່ມຂຶ້ນເກີນ 100 ໂດລາຕໍ່ບາເຣວ ສົ່ງຜົນເຮັດໃຫ້ລາຄານ້ຳມັນທີ່ຂາຍຢູ່ໜ້າປ້ຳພາຍໃນເດືອນ ເມສາ ປີ 2026 ນີ້ ເພີ່ມຂຶ້ນຫຼາຍ ແລະ ໄດ້ສ້າງແຮງກົດດັນຕໍ່ຕົ້ນທຶນການດຳເນີນທຸລະກິດຂອງຫົວໜ່ວຍທຸລະກິດໃນຫຼາຍຂະແໜງການຢູ່ ສປປ ລາວ ເຊັ່ນ: ຂະແໜງການຂົນສົ່ງ, ກະສິກຳ ແລະ ການບໍລິການໂລຈີສຕິກ. ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຟັງການບັນຍາຍພິເສດຈາກທ່ານ ສາດສະດາຈານ ປີເຕີ ຈ໊ອດ ວອດ (Prof. Peter George Warr) ຜູ້ຊ່ຽວຊານຈາກມະຫາວິທະຍາໄລແຫ່ງຊາດອົດສະຕຣາລີ (ANU) ເຊິ່ງທ່ານໄດ້ກ່າວວ່າ: ວິກິດການໃນເຂດຕາເວັນອອກກາງ ແລະ ການປິດຊ່ອງແຄບຮໍມູຊ ສົ່ງຜົນໃຫ້ລາຄານໍ້າມັນໂລກພຸ່ງສູງຂຶ້ນ ສົ່ງຜົນກະທົບຮຸນແຮງຕໍ່ຂະແໜງກະສິກຳທັນສະໄໝ ແລະ ເຮັດໃຫ້ລາຄາຝຸ່ນເຄມີ (Urea) ເພີ່ມຂຶ້ນເຖິງ 80%. ທ່ານໄດ້ຈັດໃຫ້ ສປປ ລາວ ຢູ່ໃນກຸ່ມປະເທດທີ່ມີຄວາມບອບບາງໃນອາຊຽນ, ທ່ານໄດ້ມີຄໍາເຫັນຕື່ມວ່າ ການນຳໃຊ້ການອຸດໜູນລາຄາ (Subsidies) ແມ່ນມີຄວາມສ່ຽງສູງສຳລັບປະເທດທີ່ມີຂໍ້ຈຳກັດດ້ານງົບປະມານ ແລະ ໜີ້ສິນສູງ. ທ່ານ ແຊມ ເບັນລີ້ (Sam Bentley) ຜູ້ຊ່ຽວຊານຈາກກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ (DFAT) ໄດ້ນຳສະເໜີບົດຮຽນຂອງລັດຖະບານອົດສະຕຣາລີ ໃນການນຳໃຊ້ຍຸດທະສາດການຮ່ວມມືໃນລະດັບພາກພື້ນ (Regionalism) ພາຍໃຕ້ຂອບການ 3P ຄື “ປົກປ້ອງ (Protect), ສົ່ງເສີມ (Promote) ແລະ ເປັນຄູ່ຮ່ວມງານ (Partner)” ທີ່ເປັນແນວທາງໃນການສ້າງຄວາມເຂັ້ມແຂງ ແລະ ຮັບມືກັບຄວາມບໍ່ສົມດຸນຂອງສະພາບພູມສາດເສດຖະກິດ ກໍ່ຄືແຮງກົດດັນຈາກປະເທດມະຫາອຳນາດທ່າມກາງການແບ່ງຝ່າຍທາງພູມສາດການເມືອງໃນໄລຍະຍາວ. ທ່ານຍັງໄດ້ຊີ້ໃຫ້ເຫັນວ່າ ການຮ່ວມມືໃນລະດັບພາກພື້ນ (Regionalism) ແມ່ນກົນໄກທີ່ມີປະສິດທິພາບທີ່ສຸດໃນການຮັບມືກັບຄວາມບໍ່ສົມດຸນຂອງການແບ່ງແຍກດ້ານພູມສາດເສດຖະກິດ ໂດຍຜ່ານການແລກປ່ຽນບົດຮຽນໃນການຄຸ້ມຄອງຄວາມສ່ຽງ, ການປົກປ້ອງໂຄງລ່າງພື້ນຖານທີ່ສຳຄັນ, ແລະ ການຮັກສາລະບົບການຄ້າຫຼາຍຝ່າຍທີ່ອີງໃສ່ກົດລະບຽບ ເພື່ອຮັບປະກັນຄວາມສະຫງົບສຸກ ແລະ ຄວາມຮຸ່ງເຮືອງຮ່ວມກັນໃນພາກພື້ນ.
ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ