ລະດົມຄວາມຄິດເຫັນກ່ຽວກັບການຄຸ້ມຄອງຂຸດຄົ້ນແຮ່ຫີນ ແລະ ຊາຍ ແບບຍືນຍົງ

01

        ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມລະດົມຄວາມຄິດເຫັນກ່ຽວກັບ “ການຄຸ້ມຄອງການຂຸດຄົ້ນແຮ່ຫີນ ແລະ ຊາຍ ແບບຍືນຍົງ ຕາມລໍາແມ່ນໍ້າຂອງ ແລະ ແມ່ນໍ້າສາຂາ ຢູ່ ສປປ ລາວ”  ຂຶ້ນໃນວັນທີ 3 ມິຖຸນາ , ໂດຍການເປັນປະທານຮ່ວມຂອງທ່ານ ປອ. ນ. ແກ້ວວິວອນ ອຸດທະຈັກ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານ ໝັ້ນຍືນ ຄີນສະໝອນ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ, ມີບັນດາຂະແໜງການທີ່ກ່ຽວຂ້ອງ ມາຈາກແຂວງວຽງຈັນ, ແຂວງບໍລິຄຳໄຊ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ, ຜູ້ຕາງໜ້າຈາກອົງການອະນຸລັກທຳມະຊາດໂລກ ປະຈຳລາວ (WWF-Lao); ຜູ້ຕາງໜ້າພາກທຸລະກິດ ແລະ ຜູ້ປະກອບການ ເຂົ້າຮ່ວມທັງໝົດ 50 ກ່ວາທ່ານ.

        ປອ. ນ. ແກ້ວວິວອນ ອຸດທະຈັກ ກ່າວວ່າ: ພັກ ແລະ ລັດຖະບານ, ຍາມໃດກໍເຫັນໄດ້ຄວາມສຳຄັນຕໍ່ການຄຸ້ມຄອງການຂຸດຄົ້ນ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ລວມທັງແຮ່ຫີນ ແລະ ຊາຍ ໃຫ້ມີຄວາມຍືນຍົງ ໂດຍອອກບັນດານະໂຍບາຍ, ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ ຮອດປີ 2030, ຍຸດທະສາດປົກປັກຮັກສາສິ່ງແວດລ້ອມ, ກົດໝາຍ, ກົດລະບຽບ, ຂໍ້ກຳນົດ ແລະ ກົນໄກການຄຸ້ມຄອງ, ນຳໃຊ້ຊັບພະຍາກອນທຳມະຊາດດັງກ່າວ. ແຕ່ໃນພາກປະຕິບັດຕົວຈິງ, ຍັງມີແນວໂນ້ມພົບພໍ້ຫຼາຍບັນຫາຊ່ອງວ່າງທີ່ຕ້ອງໄດ້ຮັບການແກ້ໄຂ ເຊັ່ນ: ການປະສານງານລະຫວ່າງຂະແໜງການຫຼັກທີ່ມີສ່ວນຮ່ວມ ລວມທັງຊຸມຊົນທ້ອງຖິ່ນທີ່ໄດ້ຮັບຜົນກະທົບ, ກົນໄກການອະນຸມັດຂຸດຄົ້ນ ແລະ ການຕິດຕາມຄວບຄຸມບັງຄັບໃຊ້ລະບຽບ, ກົດໝາຍຍັງບໍ່ທັນເຂັ້ມແຂງ ແລະ ນິຕິກຳທີ່ມີລັກສະນະເນື້ອໃນຂັດແຍ່ງກັນ. ສະນັ້ນ, ການຄຸ້ມຄອງແບບຍືນຍົງ ຈຶ່ງເປັນເລື່ອງຮີບດ່ວນ ແລະ ເປັນໜ້າທີ່ຂອງທຸກພາກສ່ວນຕ້ອງຮ່ວມມືກັນແກ້ໄຂຢ່າງໃກ້ຊິດ.

        ກອງປະຊຸມໄດ້ສະເໜີຂໍ້ມູນກ່ຽວກັບການທົບທວນຄືນສະຖານະພາບຂອງແມ່ນ້ຳຂອງ ແລະ ຜົນການປະເມີນການຂຸດຄົ້ນແຮ່ຫີນ-ຊາຍ ຕາມລຳແມ່ນ້ຳຂອງ ແລະ ແມ່ນ້ຳສາຂາ ໃນ ສປປ ລາວ ເປັນຕົ້ນບັນດານະໂຍບາຍ, ລະບຽບ, ກົດໝາຍ, ກົນໄກປະສານງານ, ຊ່ອງຫວ່າງ ແລະ ຂໍ້ສະເໜີແນະທາງດ້ານນະໂຍບາຍ. ພ້ອມທັງແລກປ່ຽນຄວາມຄິດເຫັນ, ລະດົມສະຕິປັນຍາ ແລະ ແບ່ງປັນບົດຮຽນຕົວຈິງ ກ່ຽວກັບບັນຫາສຳຄັນທີ່ກຳລັງມີຜົນກະທົບໂດຍກົງ ແລະ ທາງອ້ອມ ຕໍ່ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍສະເພາະກົນໄກຈັດຕັ້ງປະຕິບັດນະໂຍບາຍ ແລະ ມາດຕະການຕ່າງໆ ເພື່ອສົ່ງເສີມການຄຸ້ມຄອງແບບຍືນຍົງ, ມີປະສິດທິພາບ ແລະ ໂປ່ງໃສ; ສ້າງຄວາມເຂົ້າໃຈຮ່ວມກັນ ລະຫວ່າງພາກລັດ, ພາກທຸລະກິດ ຜູ້ປະກອບການ, ຊຸມຊົນທ້ອງຖິ່ນ ແລະ ຄູ່ຮ່ວມພັດທະນາ; ຂໍ້ສະເໜີແນະຕໍ່ຜູ້ວາງນະໂຍບາຍ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ເພື່ອນຳໄປສູ່ການປັບປຸງກົດໝາຍ ແລະ ແຜນງານຕ່າງໆ.

        ກອງປະຊຸມໄດ້ເປັນເອກະພາບສູງຕໍ່ກັບຄຳສະເໜີແນະປັບປຸງດ້ານນະໂຍບາຍ ເປັນຕົ້ນການຍົກລະດັບການປະສານງານວຽກງານຄຸ້ມຄອງລະຫວ່າງຂະແໜງການ, ການອະນຸມັດ, ການຕິດຕາມການຄຸ້ມຄອງຕາມລະບຽບກົດໝາຍຢ່າງເຂັ້ມງວດ, ເພີ່ມຄວາມຮັບຜິດຊອບຂອງຜູ້ຂຸດຄົ້ນຕໍ່ຜົນກະທົບທາງສັງຄົມ, ສິ່ງແວດລ້ອມ ແລະ ຄວາມຍືນຍົງ, ປັບປຸງນິຕິກຳທີ່ກ່ຽວຂ້ອງໃຫ້ສອດຄ່ອງ ແລະ ມີປະສິດທິຜົນ ໂດຍໃຫ້ພາກລັດເປັນເຈົ້າການສົ່ງເສີມ, ວາງແຜນ ລວມທັງການສຳຫຼວດສິ່ງແວດລ້ອມ ແລະ ຈັດຕັ້ງປະຕິບັດໃຫ້ເກີດໝາກຜົນ ແນໃສ່ຮັບປະກັນໃຫ້ການພັດທະນາ ແລະ ການຂຸດຄົ້ນຊັບພະຍາກອນທຳມະຊາດ ສາມາດຄຸ້ມຄອງ ແລະ ຮັກສາສິ່ງແວດລ້ອມ, ຮັກສາແຫຼ່ງນ້ຳສັດນໍ້າ ເຊິ່ງເປັນມໍລະດົກຂອງຊາດ ແລະ ເປັນປັດໄຈຫຼັກໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ.

02
03

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ