ເປີດເວທີລະດັບພາກພື້ນ ເພື່ອລະດົມຄວາມຄິດເຫັນ ໃນການຄຸ້ມຄອງການຂຸດຄົ້ນແຮ່ຫີນ-ຊາຍແບບຍືນຍົງ ຕາມລໍາແມ່ນໍ້າຂອງ
ໃນວັນທີ 18 ມິຖຸນາ 2026 ຜ່ານມາ ທີ່ໂຮງແຮມອາມາຣີ (AMARI Hotel) ນະຄອນຫຼວງວຽງຈັນ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ຮ່ວມກັບອົງການອະນຸລັກທໍາມະຊາດໂລກ (WWF) ແລະ ສະຖານທູດອັງກິດ ໄດ້ຈັດກອງປະຊຸມສໍາມະນາຫົວຂໍ້ “ການຄຸ້ມຄອງການຂຸດຄົ້ນແຮ່ຫີນ ແລະ ຊາຍແບບຍືນຍົງ ຕາມລໍາແມ່ນໍ້າຂອງ” ກັບບັນດາປະເທດໃນພາກພື້ນລຸ່ມແມ່ນ້ຳຂອງ. ໂດຍການເປັນປະທານຮ່ວມຂອງທ່ານ ປອ. ນ. ແກ້ວວິວອນ ອຸດທະຈັກ, ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານ ຫລຸຍ ມາວາເນ່ (Louis Mulvaney) ຫົວໜ້າພະແນກຮ່ວມມື, ສະຖານທູດອັງກິດ ປະຈຳລາວ ແລະ ທ່ານ ຄຼິສ ຮາວ (Chris Howe) ຜູ້ອຳນວຍການດ້ານຜົນກະທົບຕໍ່ການອະນຸລັກພາກພື້ນຕາເວັນອອກສ່ຽງໃຕ້, ອົງການອະນຸລັກທຳມະຊາດໂລກ ປະຈໍາລາວ (WWF-LAOS). ມີບັນດາຜູ້ຕາງໜ້າຈາກອົງການອະນຸລັກທໍາມະຊາດໂລກ ປະຈໍາ ສສ.ຫວຽດນາມ, ໄທ ແລະ ກຳປູເຈຍ ເຂົົ້າຮ່ວມກອງປະຊຸມຜ່ານລະບົບອອນລາຍ; ຜູ້ຕາງໜ້າຄະນະກຳມາທິການແມ່ນ້ຳຂອງ (MRC), ຜູ້ປະສານງານກົນໄກຊີວະນາໆພັນ (CBD Focal Points), ຜູ້ຕາງໜ້າອົງການຈັດຕັ້ງສາກົນ; ຂະແໜງການກ່ຽວຂ້ອງພາຍໃນ; ຜູ້ຕາງໜ້າພາກທຸລະກິດ, ບັນດາຜູ້ຊ່ຽວຊານ ແລະ ນັກຄົ້ນຄວ້າ ເຂົ້າຮ່ວມທັງໝົດ 50 ກ່ວາທ່ານ.
ກອງປະຊຸມຄັ້ງນີ້ ເປັນເວທີແລກປ່ຽນທາງວິຊາການທີ່ສໍາຄັນໃນການເປີດມູມມອງໃໝ່ກ່ຽວກັບການຮັກສາຄວາມສົມດຸນ ລະຫວ່າງການພັດທະນາເສດຖະກິດ ແລະ ການປົກຮັກສາລະບົບນິເວດແມ່ນໍ້າຂອງ ທີ່ເປັນສາຍເລືອດຫຼັກຂອງປະຊາຊົນກວ່າ 60 ລ້ານຄົນ. ທ່ານ ປອ. ນາງ ແກ້ວວິວອນ ອຸດທະຈັກ ກ່າວເນັ້ນໜັກວ່າ: ຫີນ ແລະ ຊາຍ ຖືກນໍາໃຊ້ເຂົົ້າໃນການພັດທະນາພື້ນຖານໂຄງລ່າງ, ການກໍ່ສ້າງເສັ້ນທາງ ແລະ ອາຄານຕ່າງໆ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງສ້າງຄວາມກົດດັນອັນຫຼາຍສານຕໍ່ລະບົບນິເວດຂອງແມ່ນໍ້າ, ຄວາມສາມາດໃນການຟື້ນຟູ ແລະ ມີຄວາມສ່ຽງຕໍ່ການປ່ຽນແປງສະ ພາບດິນຟ້າອາກາດ. ທຸກພາກສ່ວນຕ້ອງຫັນປ່ຽນແນວຄິດຈາກ “ພັດທະນາເພື່ອການພັດທະນາ” ໄປສູ່ “ການພັດທະນາທີ່ຢູ່ຮ່ວມກັບທໍາມະຊາດ” ເພື່ອຮັບປະກັນວ່າ ການນໍາໃຊ້ຊັບພະຍາກອນເຫຼົ່ານີ້ ຈະບໍ່ເປັນການສ້າງພາລະຄ່າໃຊ້ຈ່າຍອັນໜັກໜ່ວງໃຫ້ແກ່ຄົນຮຸ່ນຫຼັງ.
ໃນເວທີ, ຝ່າຍລາວໄດ້ຍົກໃຫ້ເຫັນຜົນການສຶກສາສະພາບຕົວຈິງຂອງອຸດສາຫະກຳຂຸດຄົ້ນຫີນ-ຊາຍໃນລາວ ເຊິ່ງມີວິສາຫະກິດດໍາເນີນການເຄື່ອນໄຫວຈຳນວນ 356 ແຫ່ງ, ມີປະລິມານການຂຸດຄົ້ນລວມກວ່າ 6.4 ລ້ານແມັດກ້ອນ (ປີ 2024-2025). ເຖິງວ່າລາວຈະສຸມໃສ່ການປະຕິບັດນະໂຍບາຍຕາມຍຸດທະສາດການເຕີບໂຕສີຂຽວແຫ່ງຊາດຮອດປີ 2030 ຢ່າງເຂັ້ມແຂງ, ແຕ່ຍັງມີສິ່ງທ້າທາຍຫຼາຍດ້ານທີ່ຕ້ອງໄດ້ເລັ່ງປັບປຸງແກ້ໄຂ ເຊັ່ນ: ການປະສານງານຂ້າມຂະແໜງການ, ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ (ESIA) ທີ່ຍັງບໍ່ທັນຮັດກຸມ, ລວມໄປເຖິງການບັງຄັບໃຊ້ກົດໝາຍທີ່ຍັງມີຊ່ອງຫວ່າງໃນພາກປະຕິບັດ. ບັນຍາກາດການແລກປ່ຽນໄດ້ດໍາເນີນໄປຢ່າງຟົດຟື້ນ ໂດຍບັນດາປະເທດລຸ່ມແມ່ນໍ້າຂອງໄດ້ຍົກບັນຫາທີ່ພົບພໍ້ໃນບໍລິບົດຂອງຕົນ. ຝ່າຍໄທ ໄດ້ສະເໜີບົດຮຽນຈາກຜົນກະທົບຕໍ່ຊຸມຊົນທ້ອງຖິ່ນ ໂດຍສະເພາະການປ່ຽນແປງຂອງແມ່ ນ້ຳທີ່ບໍ່ເປັນໄປຕາມລະດູການ ເຊິ່ງສົ່ງຜົນກະທົບຕໍ່ຄວາມໝັ້ນຄົງດ້ານອາຫານ ແລະ ສຸຂະພາບຂອງລະບົບນິເວດ ໂດຍມີຫຼັກຖານທາງວິທະຍາສາດທີ່ຊີ້ໃຫ້ເຫັນເຖິງຄວາມຜິດປົກກະຕິດ້ານພັນທຸກຳຂອງປາເອິນ. ຂະນະທີ່ຝ່າຍຫວຽດນາມ ໄດ້ເນັ້ນໜັກເຖິງວິກິດການ “ງົບປະມານຊາຍ” (Sand Budget) ໃນເຂດດິນດອນຕອນລຸ່ມແມ່ນ້ຳຂອງ ທີ່ພົບວ່າປະລິມານການຂຸດຄົ້ນແມ່ນສູງກວ່າປະລິມານຊາຍທີ່ໄຫຼເຂົ້າມາຫາຫຼາຍເທົ່າ ເຊິ່ງເປັນສາເຫດຫຼັກທີ່ເຮັດໃຫ້ເກີດການຊຸດຕົວຂອງໜ້າດິນ ແລະ ການເຊາະເຈື່ອນຕາຝັ່ງຢ່າງຮຸນແຮງ. ສ່ວນຝ່າຍກຳປູເຈຍ ກໍໄດ້ຮ່ວມຢືນຢັນເຖິງຄວາມສ່ຽງຕໍ່ຊີວະນາໆພັນ ແລະ ລະບົບນິເວດແມ່ນ້ຳ ທີ່ໄດ້ຮັບຜົນກະທົບຈາກການຂຸດຄົ້ນຫີນ-ຊາຍທີ່ຂາດການວາງແຜນແບບລວມສູນ.
ພ້ອມດຽວກັນນີ້, ບັນດາປະເທດຕ່າງໆ ຍັງໄດ້ມີຄວາມເຫັນເປັນເອກະພາບກັນໃນ 3 ປະເດັນທີ່ສຳຄັນ ຄື: 1) ບັນຫາການຂຸດຄົ້ນຫີນ-ຊາຍ ແມ່ນບັນຫາຂ້າມພົມແດນທີ່ບໍ່ມີປະເທດໃດສາມາດແກ້ໄຂໄດ້ພຽງລຳພັງ ແລະ ຈຳເປັນຕ້ອງມີການແລກປ່ຽນຂໍ້ມູນຂ່າວສານທີ່ໂປ່ງໃສຮ່ວມກັນ; 2) ທຸກຝ່າຍເຫັນດີຮ່ວມກັນໃນການນຳເອົາມິຕິຂອງຊີວະນາໆພັນ ແລະ ການປັບຕົວຕໍ່ການປ່ຽນແປງສະພາບພູມອາກາດ ເຂົ້າເປັນສ່ວນໜຶ່ງຂອງແຜນງານຄຸ້ມຄອງລະດັບຊາດ; 3) ການສ້າງກົນໄກການມີສ່ວນຮ່ວມຂອງທຸກພາກສ່ວນ ໂດຍສະເພາະພາກເອກະຊົນ ແລະ ຊຸມຊົນທ້ອງຖິ່ນ ເພື່ອໃຫ້ການຄຸ້ມຄອງມີຄວາມຍືນຍົງຢ່າງແທ້ຈິງ.
ປະຊຸມໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງການແລກປ່ຽນບົດຮຽນ ແລະ ຜົນການປຶກສາຫາລືໃນຄັ້ງນີ້ ເຊິ່ງຈະກາຍເປັນພືົ້ນຖານອັນສຳຄັນໃນການສ້າງແຜນປະຕິບັດງານຮ່ວມກັນ ພາຍໃຕ້ກອບການຮ່ວມມືຂອງຄະນະກຳມາທິການແມ່ນ້ຳຂອງ (MRC). ນີ້ຖືເປັນຈຸດເລີ່ມຕົົ້ນໃໝ່ຂອງການຮ່ວມມືທີ່ແໜ້ນແຟ້ນ ເພື່ອຮັກສາແມ່ນ້ຳຂອງໃຫ້ຄົງຄວາມອຸດົມ ສົມບູນ ແລະ ເປັນບ່ອນອີງທີ່ໝັ້ນຄົງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງພາກພື້ນຕະຫຼອດໄປ.
ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ