ປຶກສາຫາລືດ້ານນະໂຍບາຍ ແລະ ກົນໄກຄຸ້ມຄອງການຂຸດຄົ້ນແຮ່ຫີນ-ຊາຍ ແບບຍືນຍົງ ຕາມລຳແມ່ນໍ້າຂອງ ແລະ ແມ່ນໍ້າສາຂາຢູ່ ສປປ ລາວ

WhatsApp Image 2026-06-24 at 14.18.27

        ກອງປະຊຸມປຶກສາຫາລືຜົນການຄົ້ນຄວ້າດ້ານນະໂຍບາຍ ແລະ ກົນໄກຄຸ້ມຄອງການຂຸດຄົ້ນແຮ່ຫີນ-ຊາຍ ແບບຍືນຍົງ ຕາມລຳແມ່ນໍ້າຂອງ ແລະ ນໍ້າສາຂາຢູ່ ສ​ປ​ປ ລາວ ຈັດຂຶ້ນໃນວັນ​ທີ 23 ມິຖຸນາ 2026 ທີ່ໂຮງແຮມ ອາມາລີ (AMARI HOTEL) ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ອາດີດປະທານ ສວສສຊ, ຜູ້ຊີ້ນໍາໂຄງການ; ເປັນກຽດເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ມີ ທ່ານ ນາງ ເມວ ບຣາໂລ (Mel Barlowz) ເອກອັກຄະລັດຖະທູດ ແຫ່ງລາຊາອານາຈັກອັງກິດ ປະຈຳ ສປປ ລາວ, ບັນດາຮອງລັດຖະມົນຕີ, ຮອງປະທານຄະນະກຳມະການປົກຄອງແຂວງກ່ຽວຂ້ອງ, ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຜູ້ຕາງໜ້າອົງການອະນຸລັກທໍາມະຊາດໂລກ ປະຈຳລາວ (WWF-Laos), ຜູ້ຕາງໜ້າອົງການຈັດຕັ້ງສາກົນອື່ນໆ, ອົງການຈັດຕັ້ງທາງສັງຄົມ, ຕາງໜ້າບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງຂອງລັດ, ພາກທຸລະກິດ ແລະ ນັກຄົ້ນຄວ້າວິທະຍາສາດເຂົ້າຮ່ວມ.

        ປອ. ກອງແກ້ວ ໄຊສົງຄາມ ກ່າວວ່າ: ແຮ່ຫີນ ແລະ ຊາຍ ແມ່ນຊັບພະຍາກອນທຳມະຊາດ ທີ່ມີຄວາມໝາຍຄວາມສຳຄັນ, ຕິດພັນກັບການດຳລົງຊີວິດຂອງປະຊາຊົນ ແລະ ໄດ້ຮັບການນຳໃຊ້ຫຼາຍທີ່ສຸດ, ໂດຍສະເພາະແມ່ນເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງເສັ້ນທາງຄົມມະນາຄົມ, ຂົວຂ້າມນ້ຳ, ຕົວເມືອງ, ອາຄານສະຖານທີ່ຕ່າງໆ ແລະ ອື່ນໆ. ໂດຍປາສະຈາກການນຳໃຊ້ຫີນ ແລະ ຊາຍແລ້ວ ການກໍ່ສ້າງພື້ນຖານໂຄງລ່າງຂອງພວກເຮົາ ກໍ່ຈະປະສົບກັບບັນຫາ. ເພາະສະ ນັ້ນການຄຸ້ມຄອງການຂຸດຄົ້ນ ແລະ ນຳໃຊ້ຊັບພະຍາກອນດັ່ງກ່າວ ຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ມີຄວາມຍືນຍົງ ຈິ່ງແມ່ນຄວາມຕ້ອງການ ແລະ ຈຳເປັນຂອງການພັດທະນາເສດຖະກິດ-ສັງຄົມ ຢູ່ປະເທດຂອງພວກເຮົາ. ຈຸດປະຂອງການສຶກສາຄັ້ງນີ້ແມ່ນເພື່ອ: ທົບທວນຄືນບັນດານະໂຍບາຍ, ກົດໝາຍ, ກົດລະບຽບ ແລະ ກົນໄກປະສານງານຕ່າງໆ ທີ່ກ່ຽວຂ້ອງກັບນະໂຍບາຍ ແລະ ກົນໄກຄຸ້ມຄອງການຂຸດຄົ້ນແຮ່ຫີນ-ຊາຍ ຕາມລຳແມ່ນ້ຳແບບຍືນຍົງຢູ່ ສປປ ລາວ ເພື່ອຊອກໃຫ້ເຫັນຜົນສຳເລັດ, ຂໍ້ຄົງຄ້າງ, ຈຸດອ່ອນ ແລະ ຊ່ອງຫວ່າງ ຂອງລະບົບດັ່ງກ່າວ ກໍ່ຄື ເພື່ອສະໜອງຂໍ້ມູນ ແລະ ຂໍ້ສະເໜີແນະທາງດ້ານນະໂຍບາຍໃຫ້ແກ່ສູນກາງພັກ ແລະ ລັດຖະບານຂອງ ສປປ ລາວ ເພື່ອໄປພິຈາລະນາປັບປຸງການຄຸ້ມຄອງການຂຸດຄົ້ນແຮ່ຫີນ-ຊາຍ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ມີຄວາມຍືນຍົງ.

        ກອງປະຊຸມໄດ້ຮັບຟັງການບັນຍາຍພິເສດຈາກເອກອັກຄະລັດຖະທູດແຫ່ງ ລາຊາອານາຈັກອັງກິດ ປະຈຳ ສປປ ລາວ, ບັນດາຮອງລັດຖະມົນຕີຂອງບັນດາກະຊວງກ່ຽວຂ້ອງ ແລະ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຈຳນວນ 06 ບົດ, ພ້ອມນັ້ນ, ຍັງໄດ້ຮັບຟັງບົດລາຍງານຜົນການສຶກສາຈາກຕາງໜ້າຄະນະຮັບຜິດ ຊອບໂຄງການຄົ້ນຄວ້ານະໂຍບາຍ ແລະ ກົນໄກການຄຸ້ມຄອງການຂຸດຄົ້ນແຮ່ຫີນ-ຊາຍແບບຍືນຍົງ ຕາມລຳແມ່ນ້ຳຢູ່ ສປປ ລາວ ເຊິ່ງໂຄງການດັ່ງກ່າວໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກລັດຖະບານອັງກິດ ໂດຍຜ່ານອົງການອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos).

WhatsApp Image 2026-06-24 at 14.18.27 (1)

        ກອງປະຊຸມໄດ້ພ້ອມກັນສົນທະນາປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນກ່ຽວກັບເນື້ອໃນຫຼັກຂອງບົດລາຍງານດັ່ງກ່າວ ເຊິ່ງສາມາດສະຫຼຸບສັງລວມໄດ້ວ່າ: ແຮ່ຫີນ-ຊາຍ ແມ່ນຊັບພະຍາກອນທໍາມະຊາດ ທີ່ໄດ້ຮັບການນໍາໃຊ້ຫຼາຍ ເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງ, ເສັ້ນທາງຄົມມະນາຄົມ, ອາຄານທີ່ຢູ່ອາໄສ, ຕົວເມືອງ ແລະ ອື່ນໆ; ໃນແຕ່ລະປີ ແຮ່ຫີນ-ຊາຍຕາມລຳແມ່ນ້ຳຂອງ ແລະ ແມ່ນໍ້າສາຂາຫຼາຍລ້ານແມັດກ້ອນ ໄດ້ຮັບການຂຸດຄົ້ນຂື້ນມານຳໃຊ້ ແລະ ຄວາມຕ້ອງການແຮ່ຫີນ-ຊາຍດັ່ງກ່າວ ຍັງມີທ່າອ່ຽງສູງຂື້ນຕື່ມອີກ; ເຖິງແມ່ນວ່າ, ການຂຸດຄົ້ນ ແລະ ນຳໃຊ້ແຮ່ຫີນ-ຊາຍ ຈະໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ຂະຫຍາຍຕົວຂອງເສດຖະກິດ, ຫຼຸດຜ່ອນຄວາມທຸກຍາກ ແລະ ຍົກລະ ດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນກໍ່ຕາມ. ແຕ່ການຂຸດຄົ້ນ ແລະ ນຳໃຊ້ແຮ່ຫີນ-ຊາຍ ກໍ່ມີຄວາມສ່ຽງທາງສັງ ຄົມ ແລະ ສິ່ງແວດລ້ອມຫຼາຍປະການ ໂດຍສະເພາະແມ່ນຕາຝັ່ງເຈື່ອນ, ສົ່ງຜົນກະທົບຕໍ່ຄຸນນະພາບນໍ້າ, ຖິ່ນອາໄສຂອງສັດນໍ້າ, ຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ ວິຖີການດຳລົງຊີວິດຂອງປະຊາຊົນ ທີ່ຕິດພັນກັບຊັນພະຍາ ກອນທຳມະຊາດດັ່ງກ່າວ. ສູນກາງພັກ ແລະ ລັດຖະບານ ໄດ້ໃຫ້ຄວາມສຳຄັນຕໍ່ການປົກປັກຮັກສາສິ່ງແວດລ້ອມ, ການພັດທະນແບບຍືນຍົງ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດທີ່ມີຢູ່ຢ່າງຈຳກັດ ໃຫ້ເກີດຜົນປະໂຫຍດສູງສຸດ, ລວມການຂຸດຄົ້ນ ແລະ ນຳໃຊ້ແຮ່ຫີນ-ຊາຍ ໂດຍສ້າງ ແລະ ອອກນະໂຍບາຍ, ກົດໝາຍ, ກົດລະບຽບ ແລະ ກົນໄກປະສານງານຫຼາຍສະບັບໃນການຄຸ້ມຄອງການຂຸດຄົ້ນແຮ່ຫີນ-ຊາຍໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ຍືນຍົງ. ຢ່າງໃດກໍຕາມ, ກົນໄກການຄຸ້ມຄອງການຂຸດຄົ້ນແຮ່ຫີນ-ຊາຍຢູ່ ສປປ ລາວ ກໍ່ຍັງມີຂໍ້ຄົງຄ້າງ ແລະ ຊ່ອງຫວ່າງບາງປະການ ທີ່ຈະຕ້ອງໄດ້ຮັບການປັບປຸງໃຫ້ເຂັ້ມແຂງຂື້ນຕື່ມ ເປັນຕົ້ນການປະສານງານຍັງຢູ່ພາຍໃຕ້ຂະແໜງການ, ຂາດແຜນການຂຸດຄົ້ນທີ່ມີປະສິດທິພາບ, ການອະນຸມັດຍັງອີງໃສ່ຜູ້ລົງທຶນເປັນຫຼັກ, ແລະ ບັນຫາຄວາມບໍ່ເປັນອິດສະຫຼະດ້ານງົບປະມານໃນການຕິດຕາມກວດກາ. ສະນັ້ນ, ເພື່ອຍົກປະສິດທິພາບ, ປະສິດທິຜົນ ແລະ ຄວາມຍືນຍົງຂອງການຄຸດຄົ້ນແຮ່ຫີນ-ຊາຍ ຢູ່ ສປປ ລາວ ໃຫ້ສູງຂື້ນຕື່ມ, ບົດລາຍງານຜົນການສຶກສາຄັ້ງນີ້ ມີຂໍ້ສະເໜີແນະຕໍ່ສູນກາງພັກ, ລັດຖະບານ ແລະ ຂະແໜງການກ່ຽວຂ້ອງ ນໍາໄປພິຈາລະນາ ແລະ ປັບປຸງການຈັດຕັ້ງປະຕິບັດ ຄື: (1) ຍົກລະດັບຈຸດປະສານງານການຄຸ້ມຄອງຂຸດຄົ້ນແຮ່ຫີນ-ຊາຍໃນຂອບເຂດທົ່ວປະເທດ ເພື່ອໃຫ້ມີຄວາມຄ່ອງຕົວ ແລະ ມີເອກະພາບສູງຂຶ້ນໃນລະດັບມະຫາພາກ. (2) ປະຕິບັດຕາມກົດໝາຍວ່າດ້ວຍ ແຮ່ທາດ ສະບັບປັບປຸງປີ 2017 ໃຫ້ເຂັ້ມງວດ ໂດຍພິຈາລະນາການຂໍອະ ນຸມັດ ແລະ ຄຸ້ມຄອງການຂຸດຄົ້ນແຮ່ຫີນ-ຊາຍ ເໝືອນກັບການຄຸ້ມຄອງບໍ່ແຮ່ຊະນິດອື່ນໆ. (3) ຄຸ້ມຄອງຜົນກະທົບຢ່າງເຂັ້ມງວດ ດ້ວຍການເພີ່ມທະວີຄວາມເຂັ້ມແຂງໃນການຄຸ້ມຄອງ ແລະ ແກ້ໄຂຜົນກະທົບທາງສັງຄົມ ແລະ ສິ່ງແວດລ້ອມ ທີ່ເກີດຈາກການຂຸດຄົ້ນ, ທຸກໂຄງການຕ້ອງມີີການປະເມີນຜົນທາງສິ່ງແວດລ້ອມ ແລະ ກໍານົດມາດຕະການແກ້ໄຂຮອງຮັບ. (4) ທົບທວນ ແລະ ປັບປຸງບັນດານໍຕິກໍາ, ກົດໝາຍ ຫຼື ກົດລະບຽບ ທີ່ຍັງມີເນື້ອໃນຂັດແຍ່ງກັນໃຫ້ສອດຄ່ອງ ເພື່ອສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ. (5) ການວາງແຜນຂຸດຄົ້ນແຮ່ຫີນ-ຊາຍ ຕ້ອງມີອີງໃສ່ຫຼັກພື້ນຖານວິທະຍາສາດ ໂດຍດໍາເນີນການສຶກສາຄົ້ນຄວ້າ, ຄາດຄະເນຄວາມຕ້ອງການຊົມໃຊ້ໃນອະນາຄົດ, ຊອກຄົ້ນ-ສໍາຫຼວດ ແລະ ສ້າງແຜນການຂຸດຄົ້ນທີ່ມີປະສິດທິພາບ. (6) ເພີ່ມທະວີການຈັດຕັ້ງປະຕິບັດກົດໝາຍ ແລະ ກົດລະບຽບທີ່ກ່ຽວ ຂ້ອງ ໃຫ້ມີຄວາມສັກສິດ ແລະ ເຂັ້ມງວດກວ່າເກົ່າ. (7) ສະກັດກັ້ນການຂຸດຄົ້ນແຮ່ຫີນ-ຊາຍ ແບບບໍ່ຖືກຕ້ອງ (ເຖື່ອນ) ດ້ວຍມາດຕະການໃນການສະກັດກັ້ນ ແລະ ປາບປາມການລັກລອບຂຸດຄົ້ນແຮ່ຫີນ-ຊາຍ ທີ່ບໍ່ຖືກຕ້ອງຕາມກົດໝາຍຢ່າງເດັດຂາດ.

        ນອກຈາກນັ້ນ, ບັນດາຜູ້ຕາງໜ້າຂະແໜງການທີ່ກ່ຽວຂ້ອງພາກລັດ ແລະ ພາກທຸລະກິດທີ່ກ່ຽວຂ້ອງ ໄດ້ປະກອບຄໍາຄິດຄຳເຫັນກ່ຽວກັບບັນຫາດັ່ງກ່າວ ດ້ວຍບັນຍາກາດອັນຟົດຟື້ນ, ກົງໄປກົງມາ ແລະ ສ້າງສັນ, ຫຼາຍຄຳຄິດຄຳເຫັນ ແມ່ນມີຄວາມສຳຄັນ ແລະ ເປັນປະໂຫຍດຕໍ່ການປັບປຸງນະໂຍບາຍ ແລະ ເພີ່ມຄວາມເປັນເຈົ້າການໃນການຄຸ້ມຄອງຊັບພະຍາກອນທໍາມະຊາດໃຫ້ມີຄວາມຍືນຍົງ, ສ້າງຜົນປະໂຫຍດຢ່າງແທ້ຈິງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງລາວ.

WhatsApp Image 2026-06-24 at 15.42.05
WhatsApp Image 2026-06-24 at 14.18.27 (2)

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ