ສວສສຊ ພົບປະສະຖາບັນຄົ້ນຄວ້າເສດຖະກິດ ແລະ ການເມືອງໂລກ (ສປ ຈີນ)
ໃນຕອນເຊົ້າວັນທີ 11 ມິຖຸນາ 2026 ທີ່ຜ່ານມາ, ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ມີກອງປະຊຸມພົບປະລະຫວ່າງ ສວສສຊ ກັບ ສະຖາບັນຄົ້ນຄວ້າເສດຖະກິດ ແລະ ການເມືອງໂລກ (IWEP) ພາຍໃຕ້ສະຖາບັນວິທະຍາສາດສັງຄົມຈີນ (CASS) ເພື່ອປຶກສາຫາລືແລກປ່ຽນຄວາມຄິດເຫັນໃນວົງແຄບ ກ່ຽວກັບການຮ່ວມມືທາງດ້ານເສດະກິດ, ການເມືອງ ແລະ ຄວາມໝັ້ນຄົງຂອງລາວ-ຈີນ ເຊິ່ງຝ່າຍລາວນໍາໂດຍ ທ່ານ ອູສະຫວັນ ທ່ຽງເທບວົງສາ ຫົວໜ້າສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ, ພ້ອມດ້ວຍຄະນະ. ຝ່າຍຈີນ ນໍາໂດຍທ່ານ ປອ. ນ. ລັງ ປິ່ງ (Dr. Lang Ping) ນັກຄົ້ນຄວ້າອາວຸໂສ, ຫົວໜ້າກົມຄົ້ນຄວ້າຄວາມໝັ້ນຄົງ, ສະຖາບັນຄົ້ນຄວ້າເສດຖະກິດ ແລະ ການເມືອງໂລກ ພ້ອມດ້ວຍຄະນະ.
ທັງສອງຝ່າຍໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາໃນຫຼາຍປະເດັ່ນທີ່ສໍາຄັນ, ທ່ານ ອູສະຫວັນ ທ່ຽງເທບວົງສາ ໄດ້ກ່າວວ່າ ສປປ ລາວ ຢືນຢັນຈະສືບຕໍ່ຮ່ວມມືໃນດ້ານເສດຖະກິດ ໂດຍສະເພາະການຍົກລະດັບຄວາມຮ່ວມມືພາຍໃຕ້ແລວທາງລົດໄຟ ລາວ-ຈີນ ຈາກການເຊື່ອມໂຍງໄປສູ່ຄຸນນຸພາບ ແລະ ຜະລິດຕະພາບ ໂດຍຫັນເປັນລະບຽງເສດຖະກິດທີ່ສ້າງມູນຄ່າເພີ່ມ; ພາຍໃຕ້ສະພາບທາງການເມືອງຂົ້ວໂລກຫຼາຍຝ່າຍ ແລະ ການຮັກສາຄວາມເປັນເອກະລາດທາງຍຸດທະສາດ ໂດຍສະໜັບສະໜູນນະໂຍບາຍຈີນດຽວ ເພື່ອເສີມສ້າງຄວາມເຂັ້ມແຂງໃນຖານະບ້ານໃກ້ເຮືອນຄຽງ ແລະ ຄູ່ຮ່ວມສະຕາກໍາ. ສໍາລັບການຮ່ວມມືໃນພາກພື້ນ, ສອງຝ່າຍຈະສຸມໃສ່ການນໍາໃຊ້ຜົນປະໂຫຍດຈາກ RCEP ແລະ CAFTA 3.0 ເພື່ອຊ່ວຍໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ເຂົ້າເຖິງຕະຫຼາດ ໂດຍມີການສະໜັບສະໜູນເຕັກໂນໂລຊີ AI ແລະ ລະບົບຄຣາວຈາກຝ່າຍຈີນ. ໃນດ້ານຄວາມໝັ້ນຄົງ, ທັງສອງຝ່າຍ ເຫັນດີນໍາໃຊ້ກົນໄກການສົນທະນາທາງຍຸດທະສາດ “ 3+3“ (ການຕ່າງປະເທດ, ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ) ເພື່ອຮັບມືກັບສິ່ງທ້າທາຍ ແລະ ຮ່ວມກັນຕ້ານອາດຊະຍາກໍາຂ້າມຊາດ ເຊັ່ນ: ການສໍ້ໂກງທາງໂທລະຄົມ, ການພະນັນອອນໄລ ແລະ ຢາເສບຕິດ.
ການພົບປະຄັ້ງນີ້ ເປັນການປະຕິບັດແຜນຮ່ວມມືລະຫວ່າງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ສະຖາບັນວິທະຍາສາດສັງຄົມຈີນ ເພື່ອເສີມຂະຫຍາຍນະໂຍບາຍລວມຂອງທັງສອງສະຖາບັນ ທັງເປັນການຍູ້ແຮງສາຍພົວພັນຮ່ວມມືຂອງສອງຊາດໃຫ້ແຕກດອກອອກຜົນ ແລະ ໝັ້ນຄົງທະນົງແກ່ນຕະຫຼອດໄປ.
ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ