ເດືອນ: ມີນາ 2026

MG_6690.JPG-768x512.jpeg

ສວສສຊ ລົງເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດທີ່ແຂວງອຸດົມໄຊ

_MG_6690.JPG

     ໃນຕອນເຊົ້າຂອງວັນທີ 31 ມີນາ 2026 ທີ່ ຫ້ອງວ່າການປົກຄອງ ແຂວງອຸດົມໄຊ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດເຜີຍແຜ່ຜົນງານການຄົ້ນຄວ້າທີ່ພົ້ນເດັ່ນ ຕິດພັນກັບທີ່ຕັ້ງພາລະບົດບາດຂອງ ສວສສຊ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່ ຮອງປະທານ ສວສສຊ ແລະ ທ່ານ ຄຳແສງ ອາລີ ຮອງປະທານຄະນະກຳມະການປົກຄອງແຂວງອຸດົມໄຊ, ມີບັນດານັກຄົ້ນຄວ້າຈາກ ສວສສຊ ແລະ ພະນັກງານຫຼັກແຫຼ່ງຈາກພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 35 ທ່ານ.    

     ກອງປະຊຸມໄດ້ຈັດຂຶ້ນເພື່ອສ້າງຄວາມຮັບຮູ້ກ່ຽວກັບພາລະບົດບາດ ພ້ອມທັງໄດ້ເຜີຍແຜ່ຜົນງານການຄົ້ນຄວ້າທີ່ພົ້ນເດັ່ນຂອງ ສວສສຊ ທີ່ຕິດພັນກັບສະພາບເສດຖະກິດລາວໃນປັດຈຸບັນ ແລະ ສະພາບການຂອງໂລກທີ່ມີການປ່ຽນແປງ ເປັນຕົ້ນແມ່ນສົງຄາມຄວາມຂັດແຍ່ງ ແລະ ຄວາມບໍ່ສະຫງົບໃນຕາເວັນອອກກາງ, ສົງຄາມການຄ້າທີ່ເພີ່ມຄວາມຮຸນແຮງຈາກນະໂຍບາຍການຄ້າຂອງປະເທດມະຫາອໍານາດຕໍ່ການຄ້າ-ການລົງທຶນໃນທົ່ວໂລກ. ກອງປະຊຸມຄັ້ງນິ້ ຖືເປັນເວທີສຳຄັນເພື່ອສ້າງໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄວາມຄິດເຫັນດ້ານວິຊາການ ເພື່ອຜັນຂະຫຍາຍການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະ ການຜັນຂະຫຍາຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ, ສ້າງໂອກາດການຮ່ວມມື (ເຄືອຂ່າຍຄົ້ນຄວ້າ) ເພື່ອສ້າງກົນໄກການພົວພັນປະສານງານ ລະຫວ່າງທ້ອງຖິ່ນກັບສູນກາງ ກໍຄືແຂວງອຸດົມໄຊ ແລະ ສວສສຊ ໂດຍສະເພາະແມ່ນການສ້າງແຜນຄົ້ນຄວ້າຮ່ວມກັນ ເພື່ອແລກປ່ຽນຂໍ້ມູນຂ່າວສານ, ເປັນບ່ອນອີງໃນການວິເຄາະ-ວິໄຈໃນຕໍ່ໜ້າ ເພື່ອນໍາເອົາຜົນການຄົ້ນຄວ້າວິທະຍາສາດ ໄປຮັບໃຊ້ການວາງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງຢ່າງມີປະສິດທິພາບ ແລະ ເກີດປະໂຫຍດສູງສຸດໃຫ້ແຂວງ.

WhatsApp Image 2026-03-31 at 20.43.26
_MG_6665.JPG

      ທ່ານ ຄຳແສງ ອາລີ ໄດ້ຕີລາຄາສູງຕໍ່ການລົງພົບປະເຮັດວຽກ ແລະ ຈັດກອງປະຊຸມຮ່ວມກັນໃນຄັ້ງນີ້ ເຊິ່ງທ່ານໄດ້ມີຄຳເຫັນບາງດ້ານວ່າ: ເພື່ອສ້າງສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ, ການສ້າງຄວາມຢູ່ດີມີສຸກຂອງປະຊາຊົນ ແລະ ການພັດທະນາຊົນນະບົດເປັນວຽກງານຈຸດສຸມ ເຊິ່ງທຸກຂະແໜງການຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຕ້ອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງເປັນອັນສຳຄັນ ແລະ ຮີບດ່ວນ ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ໃນນັ້ນ ເຄື່ອງມືທີ່ຈະນຳພາໃຫ້ບັນລຸຈຸດປະສົງທີ່ກ່າວມານັ້ນ ກໍແມ່ນການຜັນຂະຫຍາຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃນແຕ່ລະໄລຍະ ລວມທັງບັນດາຍຸດທະສາດການພັດທະນາ ແລະ ວິໄສທັດ ເຊິ່ງສາມາດເວົ້າໄດ້ວ່າເປັນເຄື່ອງມືໜຶ່ງສຳຄັນທີ່ມີວິທະຍາສາດ ໃນການຈັດຕັ້ງປະຕິບັດແຜນງານຂອງພັກ ແລະ ລັດຖະບານ ເພື່ອສ້າງສາ ແລະ ພັດທະນາປະເທດຊາດໃຫ້ມີຄວາມຮຸ່ງເຮືອງສີວິໄລ, ຈະເຮັດໄດ້ຄືແນວນັ້ນ ແມ່ນຈະຕ້ອງໄດ້ອີງໃສ່ໝາກຜົນຂອງການຄົ້ນຄວ້າ, ວິເຄາະ-ວິໄຈ ຢ່າງມີວິທະຍາສາດ. ສະນັ້ນ, ການສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ແກ່ບັນດາພະນັກງານຫຼັກແຫຼ່ງແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ ແມ່ນມີຄວາມໝາຍ ແລະ ຄວາມສຳຄັນຢ່າງຍິ່ງ ຈະຊ່ວຍໃຫ້ການນຳໃຊ້ເຄື່ອງມືທີ່ເປັນວິທະສາດ ສາມາດໝູນໃຊ້ເຂົ້າໃນການກຳນົດແຜນງານຂອງຕົນໃຫ້ຖືກຕ້ອງ ແລະ ສອດຄ່ອງ, ປັບປຸງຂໍ້ຄົງຄ້າງ, ເສີມຂະຫຍາຍທ່າແຮງທີ່ມີຢູ່ຂັ້ນແຂວງຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ໄປໃນທິດທາງດຽວກັນ.

     ກອງປະຊຸມປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ແລະ ເຕັມໄປດ້ວຍເນື້ອໃນ, ເປັນບາດກ້າວສຳຄັນໃນການຮັດແໜ້ນການຮ່ວມມືທາງດ້ານວິຊາການ ລະຫວ່າງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດກັບ ອົງການປົກຄອງແຂວງອຸດົມໄຊ, ເປັນພື້ນຖານໃນການແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳທີ່ສຳຄັນ ໃຫ້ແກ່ທ້ອງຖິ່ນ ສາມາດກໍາແໜ້ນໄດ້ຂໍ້ມູນຕົວຈິງນຳໄປຜັນຂະຫຍາຍເຂົ້າໃນວຽກງານແກ້ໄຂບັນຫາເສດຖະກິດ-ສັງຄົມ ແລະ ຄວາມທຸກຍາກຂອງປະຊາຊົນ ບົນພື້ນຖານວິທະຍາສາດຢ່າງມີປະສິດທິຜົນໃນຕໍ່ໜ້າ.

_MG_6786.JPG

ພາບ-ຂ່າວ: ເພັດທະນູໄຊ ວົງຍະໄຊ

WhatsApp Image 2026-03-27 at 21.12.26

ສວສສຊ ແລະ ສນຍ ເຊັນບົດບັນທຶກການຮ່ວມມືແປປື້ມ “ການພົວພັນພິເສດ ລາວ-ຫວຽດນາມ”

WhatsApp Image 2026-03-27 at 21.12.26

        ໃນວັນທີ 26 ມີນາ 2026 ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ໄດ້ຈັດພິທີເຊັນບົດບັນທືກການຮ່ວມມືແປປຶ້ມ “ການພົວພັນພິເສດ ລາວ-ຫວຽມນາມ” ລະຫວ່າງສະຖາບັນຄົ້ນຄວ້າການເມືອງວິທະຍາ, ສວສສຊ ແລະ ກົມເອກະສານແຫ່ງຊາດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ. ຕາງໜ້າລົງນາມເຊັນບົດບັນທືກການຮ່ວມມືໃນຄັ້ງນີ້ ມີທ່ານ ປອ. ແກ້ວວິຈິດ ໄຂຄໍາພິທູນ ກໍາມະການຄະນະພັັກ, ຫົວໜ້າສະຖາບັນຄົ້ນຄວ້າການເມືອງວິທະຍາ ແລະ ທ່ານ ບຸນຍົງ ສີສຸພັນ ກໍາມະການຄະນະພັກ, ຫົວໜ້າກົມເອກະສານແຫ່ງຊາດ ແລະ ເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງເລຂາຄະນະພັກ, ຮອງປະທານ ສວສສຊ,  ທ່ານ ປອ. ນາງ ແກ້ວວິວອນ ອຸດທະຈັກ, ກໍາມະການຄະນະພັກ, ຮອງປະທານ ສວສສຊ, ແລະ ທ່ານ ປອ. ຄໍາຜາ ພິມມະສອນ, ກໍາມະການ ຄະນະປະຈໍາພັກ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ມີບັນດາແຂກທີ່ຖືກເຊີນຈາກສອງພາກສ່ວນເຂົ້າຮ່ວມເປັນສັກຂີພະຍານ.

        ການເຊັນບົດບັນທຶກການຮ່ວມມືຄັ້ງນີ້ ເປັນການຮ່ວມມືທາງດ້ານວິຊາການ ເພື່ອປະຕິບັດໂຄງການແປປຶ້ມ “ການພົວພັນພິເສດ ລາວ-ຫວຽດນາມ” ຈາກພາສາຫວຽດນາມເປັນພາສາລາວ ທີ່ມີເນື້ອໃນເອກະສານ ແລະ ຮູບພາບກ່ຽວກັບສາຍພົວພັນແບບພິເສດ, ການຮ່ວມສໍາພັນສູ້ຮົບລາວ-ຫວຽດນາມ, ບັນດາການເຄື່ອນໄຫວຂອງການນຳພັກ-ລັດ ແລະ ປະຊາຊົນສອງປະເທດ ແນໃສ່ປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າເອກະສານຂອງຊາດ, ໂຄສະນາ ເຜີຍແຜ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ຄົນຮຸ່ນຫຼັງ, ທັງເປັນການຂໍ່ານັບຮັບຕ້ອນວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 50 ປີ, ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 65 ປີ ທີ່ຈະມາເຖິງ.   ສໍາລັບເນື້ອໃນຂອງປຶ້ມປະກອບມີ 3 ພາກຄື: ພາກທີ 1 ແມ່ນພື້ນຖານໃນເບື້ອງຕົ້ນ, ພາກທີ 2 ແມ່ນການສ້າງຕັ້ງສາຍພົວພັນການທູດ, ການປັບປຸງການຮ່ວມສໍາພັນສູ້ຮົບຫວຽດນາມ-ລາວ (1962-1977) ແລະ ພາກທີ 3 ແມ່ນການພົວພັນຮ່ວມມືມິດຕະພາບຫວຽດນາມ-ລາວ (1977 2022), ທັງສາມພາກແມ່ນມີເນື້ອໃນລະອຽດຄົບຖ້ວນ ເປັນສ້າງຄັງຂໍ້ມູນທີ່ເປັນທາງການ ແລະ ຊັດເຈນ ເພື່ອໃຊ້ໃນການຄົ້ນຄວ້າ ແລະ ອ້າງອີງທາງດ້ານປະຫວັດສາດການເມືອງ.

 

        ທ່ານ ປອ ແກ້ວວິຈິດ ໄຂຄໍາພິທູນ ໄດ້ກ່າວວ່າ: ພິທີເຊັນບົດບັນທຶກການຮ່ວມມື ແປປຶ້ມ ການພົວພັນພິເສດ ລາວ – ຫວຽດນາມ” ເທື່ອນີ້ ບໍ່ແມ່ນພຽງແຕ່ເປັນການຮ່ວມມືທາງດ້ານວິຊາການເທົ່ານັ້ນ, ແຕ່ແມ່ນການສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ. ປຶ້ມ “ການພົວພັນພິເສດລາວ – ຫວຽດນາມ” ແມ່ນຊັບສົມບັດທາງດ້ານຈິດໃຈທີ່ລ້ຳຄ່າ. ມັນແມ່ນການປະມວນຄືນບັນດາເຫດການປະຫວັດສາດ, ຄວາມເສຍສະຫຼະອັນສູງສົ່ງ ແລະ ໄຊຊະນະທີ່ຍິ່ງໃຫຍ່ ທີ່ສອງຊາດພວກເຮົາໄດ້ຮ່ວມສ້າງນຳກັນ. ປຶ້ມເຫຼັ້ມນີ້ຈະໄດ້ແປຈາກພາສາຫວຽດນາມມາເປັນພາສາລາວ ເພື່ອຊ່ວຍໃຫ້ຜູ້ອ່ານ ໂດຍສະເພາະແມ່ນຄົນລຸ້ນໜຸ່ມ ໄດ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຮາກເຫງົ້າຂອງມິດຕະພາບທີ່ຫາໄດ້ຍາກໃນໂລກນີ້ ເພື່ອໃຫ້ເພື່ອນມິດສາກົນໄດ້ຮັບຮູ້ເຖິງສາຍພົວພັນ “ຖານສະຫາຍ ແລະ ອ້າຍນ້ອງ” ທີ່ເປັນແບບຢ່າງອັນໃສແຈ້ງ.

ຂຽນຂ່າວ ແລະ ຖ່າຍພາບ: ຈັນທູ ແກ້ວອ່ອນວົງໄຊ

1

ກອງປະຊຸມເຜີຍແຜ່ບົດປະເມີນສະພາບເສດຖະກິດມະຫາພາກປະຈໍາປີ 2025 ແລະ ທ່າອຽງປີ 2026

1

        ສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (LASES) ໄດ້ຈັດກອງປະຊຸມເຜີຍແຜ່ບົດປະເມີນເສດຖະກິດມະຫາພາກຂອງ ສປປ ລາວ ປີ 2025 ແລະ ທ່າອ່ຽງ 2026 ຂຶ້ນໃນຕອນເຊົ້າຂອງວັນທີ 27 ມີນາ 2026 ທີ່ຫ້ອງປະຊຸມສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົົມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່, ຮອງເລຂາຄະນະພັກ, ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ມີບັນດາທ່ານຜູ້ຕາງໜ້າຈາກ ບັນດາຂະແໜງການກ່ຽວຂ້ອງພາກລັດ, ພາກເອກະຊົນ ແລະ ອົງການຈັດຕັ້ງສາກົນປະຈໍາ ສປປ ລາວ ເຂົ້າຮ່ວມ 60 ກວ່າທ່ານ.

2
3

        ກອງປະຊຸມ ໄດ້ຮັບຟັງລາຍງານ ໂດຍທ່ານ ນ. ລັດດາວັນ ຊົງວິໄລ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ ເຊິ່ງໄດ້ຍົກໃຫ້ເຫັນສະພາບເສດຖະກິດມະຫາພາກຂອງ ສປປ ລາວ ປະຈຳປີ 2025 ແມ່ນມີທ່າອ່ຽງດີຂຶ້ນ ສາມາດຂະຫຍາຍຕົວໄດ້ໃນລະດັບ 4.8% ສູງກວ່າປີຜ່ານມາ ແລະ ຍັງບັນລຸໄດ້ຕາມແຜນການທີ່ວາງໄວ້. ໃນນັ້ນ, ຂະແໜງການສົ່ງອອກຍັງເປັນຕົວຂັບເຄື່ອນຕົ້ນຕໍໃຫ້ແກ່ການຂະຫຍາຍຕົວຂອງເສດຖະກິດລາວຄືດັ່ງປີຜ່ານມາ ໂດຍສະເພາະການສົ່ງອອກພະລັງງານໄຟຟ້າ, ສິນຄ້າປະເພດອຸດສາຫະກຳ, ກະສິກຳ ແລະ ການທ່ອງທ່ຽວ. ໃນຂະນະດຽວກັນ, ການນຳເຂົ້າສິນຄ້າໄດ້ສະລໍຕົວລົງຕາມທ່າອ່ຽງຄວາມຕ້ອງການພາຍໃນຈາກການປະຕິບັດນະໂຍບາຍຮັດກູມທາງດ້ານການເງິນ-ເງິນຕາຂອງລັດຖະບານ. ເບິ່ງໂດຍພາບລວມແລ້ວ ເຫັນວ່າສະພາບເສດຖະກິດມະຫາພາກ ມີສະຖຽນລະພາບດີຂຶ້ນ ເນື່ອງຈາກວ່າອັດຕາເງິນເຟີ້ໄດ້ຄ່ອຍເລີ່ມສະລໍຕົວລົງ ແລະ ການເໜັງຕີງຂອງອັດຕາແລກປ່ຽນ ມີຄວາມສະຫງົບຂຶ້ນ ຍ້ອນການຈັດຕັ້ງປະຕິບັດຫຼາຍມາດຕະການສຳຄັນຂອງລັດຖະບານ ເຮັດໃຫ້ລາຍໄດ້ຕົວຈິງມີທ່າອ່ຽງເພີ່ມຂຶ້ນ.

        ໃນປີ 2026 ນີ້ ຄາດວ່າຈະເປັນອີກປີໜຶ່ງທີ່ຍັງສືບຕໍ່ມີຄວາມທ້າທາຍພໍສົມຄວນ ຈາກສະພາບຄວາມບໍ່ແນ່ນອນຂອງສາກົນ ໂດຍສະເພາະ ບັນຫາສົງຄາມ, ຄວາມຂັດແຍ່ງໃນຕາເວັນອອກກາງ ແລະ ຄວາມຂັດແຍ່ງດ້ານການຄ້າ ເຊິ່ງໄດ້ສົ່ງຜົນກະທົບຕໍ່ເສດຖະກິດໂລກ, ຕ່ອງໂສ້ການຜະລິດສະບຽງອາຫານ ແລະ ພະລັງງານ ໂດຍສະເພາະ ລາຄານ້ຳມັນໃນຕະຫຼາດໂລກ ເຮັດໃຫ້ລາຄານໍ້າມັນພາຍໃນປະເທດເພີ່ມຂຶ້ນສູງ ແລະ ມີບັນຫາດ້ານການສະໜອງບໍ່ທ່ວງທັນກັບຄວາມຕ້ອງການ. ສິ່ງທ້າທາຍເຫຼົ່ານີ້ ຄາດວ່າຈະກະທົບເສດຖະກິດມະຫາພາກຂອງລາວ ຢ່າງຫຼີກລ້ຽງບໍ່ໄດ້ ເປັນຕົ້ນ ອັດຕາເງິນເຟີ້, ການເຕີບໂຕຂອງເສດຖະກິດ, ອັດຕາແລກປ່ຽນ, ການຂາດແຄນແຮງງານ ແລະ ພາລະໜີ້ສິນສາທາລະນະ. ຫຼັງຈາກນັ້ນ, ບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄໍາເຫັນ ແລະ ແລກປ່ຽນຂໍ້ມູນດ້ານວິຊາການຢ່າງກົງໄປກົງມາ.

       ໃນວາລະທ້າຍສຸດຂອງກອງປະຊຸມ ປອ. ສະຖາບັນດິດ ອິນສີຊຽງໃໝ່ ໄດ້ມີຄໍາເຫັນສະຫຼຸບ ໂດຍທ່ານໄດ້ຕີລາຄາສູງຕໍ່ທີມງານນັກຄົ້ນຄວ້າ ແລະ ສະແດງຄວາມຂອບໃຈບັນດາແຂກທີ່ເຂົ້າຮ່ວມແລກປ່ຽນຂໍ້ມູນ ແລະ ຄໍາຄິດເຫັນຢ່າງພາວະວິໄສ. ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນທີ່ເຂົ້າຮ່ວມກອງປະຊຸມໃນມື້ນີ້ ສຶບຕໍ່ມີຄໍາຄິດເຫັນ ແລະ ໃຫ້ຄວາມຮ່ວມມືສະໜອງຂໍ້ມູນຂ່າວສານໃຫ້ນັກຄົ້ນຄວ້າ ເພື່ອລົງເລິກວິເຄາະບັນຫາແຕ່ລະຂົງເຂດເສດຖະກິດໃຫ້ແທດເຖິງ ແລະ ສາມາດເປັນແນວທາງໃຫ້ແກ່ພັກ-ລັດຖະບານ ເຂົ້າໃນການກໍານົດນະໂຍບາຍ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ທາງດ້ານເສດຖະກິດໃນຕໍ່ໜ້າ.

4

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ

1

ພິທີມອບ-ຮັບໜ້າທີ່ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ

1

        ພິທີລົງນາມມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ຜູ້ເກົ່າ) ແລະ ສະຫາຍ ປອ. ລີເບີ ລີບົວປາວ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ຜູ້ໃໝ່) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 19 ມີນາ 2026 ທີ່ຫ້ອງປະຊຸມໃຫຍ່ ສວສສຊ, ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ. ຄໍາພັນ ເຜີຍຍະວົງ, ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄອົບຮົມສູນກາງພັກ, ມີບັນດາຄະນະບໍລິຫານງານພັກ, ຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ສູນ ແລະ ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ສະພາແຫ່ງຊາດ  ພ້ອມດ້ວຍພະນັກງານລັດຖະກອນທົ່ວ ສວສສຊ ເຂົ້າຮ່ວມ.

         ໃນພິທີ ສະຫາຍ ທົງສັກ ກົມມະເມືອງ, ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 13/ກມສພ, ລົງວັນທີ 11 ມີນາ 2026 ວ່າດ້ວຍການແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ລັດຖະດໍາລັດຂອງປະທານປະເທດ ສະບັບເລກທີ 038/ປປທ, ລົງວັນທີ 16 ມີນາ 2026 ວ່າດ້ວຍການແຕ່ງຕັ້ງ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໂດຍໄດ້ຕົກລົງແຕ່ງຕັ້ງ ສະຫາຍ ປອ. ລີເບີ ລີບົວປາວ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ລັດຖະດໍາລັດຂອງປະທານປະເທດ ສະບັບເລກທີ 037/ປປທ, ລົງວັນທີ 16 ມີນາ 2026 ໂດຍຍົກຍ້າຍ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ໄປຮັບໜ້າທີ່ໃໝ່ຢູ່ສະພາແຫ່ງຊາດ.

5

        ໃນໂອກາດດັ່ງກ່າວ ສະຫາຍ ປອ. ຄໍາພັນ ເຜີຍຍະວົງ ຕາງໜ້າໃຫ້ກົມການເມືອງສູນກາງພັກ ໄດ້ມີຄຳເຫັນບາງຕອນໃນພິທີວ່າ: ການມອບ-ຮັບໜ້າທີ່ໃນຄັ້ງນີ້ ສຸດທີ່ມີຄວາມສຳຄັນໃນວຽກງານຄຸ້ມຄອງພະນັກງານ, ການສັບປ່ຽນພະນັກງານການນໍາຂັ້ນສູງແມ່ນວຽກປົກກະຕິອັນໜຶ່ງຂອງພັກເຮົາ ແລະ ເປັນຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງຂອງພັກໃນໄລຍະໃໝ່,  ເປັນການຍົກລະດັບພະນັກງານການນໍາຂັ້ນສູງໃຫ້ມີຄວາມຮູ້, ຄວາມສາມາດໃນວຽກງານຕົວຈິງຮອບດ້ານຫຼາຍຂຶ້ນ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ເນັ້ນຢໍ້າເຖິງຄວາມສໍາຄັນຂອງວຽກງານຄົ້ນຄວ້າວິທະຍາສາດເສດຖະກິດ ແລະ ສັງຄົມ ທີ່ມີຕໍ່ການຈັດຕັ້ງປະຕິບັດມະຕິ, ຄຳສັ່ງ ແລະ ນະໂຍບາຍຂອງພັກ ແລະ ລັດຖະບານ.  ເຊື່ອໝັ້ນຢ່າງຍິ່ງວ່າ ສະຫາຍ ປອ. ລີເບີ ລີບົວປາວ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ຜູ້ໃໝ່) ຈະສືບຕໍ່ເສີມຂະຫຍາຍຜົນງານໃນຕໍ່ໜ້າຂອງ ສວສສຊ ໃຫ້ມີຜົນ ສຳເລັດນັບມື້ດີຂຶ້ນເປັນກ້າວໆ.

3

ພາບ-ຂ່າວ: ເພັດທະນູໄຊ ວົງຍະໄຊ

7

ສວສສຊ ຈັດພິທີສະຫຼຸບວຽກງານປະຈຳປີ

7

        ເພື່ອເປັນການກວດກາຄືນການຈັດຕັ້ງປະຕິບັດວຽກງານໃນໄລຍະໜຶ່ງປີຜ່ານມາ ແລະ ເປັນບ່ອນອີງໃຫ້ແກ່ການວາງທິດທາງໃນໜຶ່ງປີຕໍ່ໜ້າ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳປີ 2025 ທີ່ຫ້ອງປະຊຸມໃຫຍ່ຂອງ ສຊສສຊ (ຫຼັກ 6) ໃນຕອນເຊົ້າວັນອັງຄານ 17 ມີນາ 2026 ພາຍໃຕ້ການເປັນປະທານຂອງທ່ານ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ; ມີບັນດາຮອງປະທານ, ຫົວໜ້າກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ສູນ ພ້ອມດ້ວຍພະນັກງານ-ລັດຖະກອນທົ່ວ ສວສສຊ ເຂົ້າຮ່ວມ.

        ກອງປະຊຸມໄດ້ຮັບຟັງຮ່າງບົດສະຫຼຸບວຽກງານປະຈໍາປີ 2025 ແລະ ທິດທາງແຜນການວຽກງານປະຈໍາປີ 2026 ເຊິ່ງໄດ້ຍົກໃຫ້ເຫັນບັນດາຜົນງານ, ຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ຕະຫຼອດໄລຍະໜຶ່ງປີຜ່ານມາ ພ້ອມທັງກຳນົດທິດທາງແຜນການໃນປີ 2026; ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ຮັບຟັງການຜ່ານບົດສະຫຼຸບ ຕີລາຄາວຽກງານແຂ່ງຂັນ-ຍ້ອງຍໍຮັັກຊາດ ແລະ ພັດທະນາປະຈໍາປີ 2025 ແລະ ທິດທາງແຜນການປີ 2026. ໃນພິທີດັ່ງກ່າວ ໄດ້ມີການມອບໃບຍ້ອງຍໍໃຫ້ແກ່ບຸກຄົນ ທີ່ມີຜົນງານປະກອບສ່ວນໃນບັ້ນຮັບໃຊ້ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກ ສວສສຊ ຈໍານວນ 103 ທ່ານ, ບັ້ນຮັບໃຊ້ສວນສະໜາມ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ຈໍານວນ 65 ທ່ານ ແລະ ຍ້ອງຍໍບຸກຄົນດີເດັ່ນປະຈໍາປີ 2025 ຈໍານວນທັງໝົດ 182 ທ່ານ; ໃນນັ້ນ ມີປະເພດ I ຈໍານວນ 153 ທ່ານ, ປະເພດ II ຈໍານວນ 29 ທ່ານ ແລະ ຍ້ອງຍໍການຈັດຕັ້ງທີ່ມີຜົນງານດີເດັ່ນປະເພດ I ຈໍານວນ 9 ພາກສ່ວນ, ປະເພດ II ຈໍານວນ 1 ພາກສ່ວນ ແລະ ປະເພດ III ຈໍານວນ 1 ພາກສ່ວນ;

9

        ໃນໂອກາດດັ່ງກ່າວ ທ່ານ ປອ. ກອງແກ້ວ ໄຊສົງຄາມ ໄດ້ກ່າວຍ້ອງຍໍຊົມເຊີຍຄະນະພັກ, ຄະນະນໍາແຕ່ລະຂັ້ນ ແລະ ອົງການຈັດຕັ້ງມະຫາຊົນ, ບຸກຄົນດີເດັ່ນພາຍໃນ ສວສສຊ ທີ່ສາມາດຍາດໄດ້ຜົນສຳເລັດໃນຄັ້ງນີ້. ທ່ານຍັງໄດ້ເນັ້ນໜັກຕື່ມວ່າ: ໃນໜຶ່ງປີຕໍ່ໜ້າ ສວສສຊ ຕ້ອງໄດ້ອອກແຮງປຸກລະດົມກຳລັງແຮງຂອງທຸກພາກສ່ວນ, ເຊີດຊູຈິດໃຈຮັກຊາດ, ເອກະພາບ, ເປັນເຈົ້າຕົນເອງ ເປັນຕົ້ນ ໜຶ່ງ) ຕ້ອງເຊື່ອມຊຶ່ມ ແລະ ກຳແໜ້ນແນວທາງຂອງພັກ, ມະຕິ, ຄຳສັ່ງຂອງຂັ້ນເທິ່ງ ໂດຍສະເພາະມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ແຜນພັດທະເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ຂອງລັດຖະບານ ກໍຄືມະຕິກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ຂອງອົງຄະນະພັກ ແລະ ແຜນພັດທະນາ 5 ປີ ຄັ້ງທີ II ຂອງ ສວສສຊ ໄປພ້ອມກັບການຈັດຕັ້ງ ແລະ ຜັນຂະຫຍາຍໃຫ້ເປັນແຜນການ, ແຜນດໍາເນີນງານ, ໂຄງການອັນລະອຽດຂອງ ສວສສຊ ໃຫ້ເປັນຮູບປະທໍາ, ສອງ) ຕ້ອງສືບຕໍ່ປ່ຽນແປງຕົນເອງຢ່າງບໍ່ຢຸດຢັ້ງ ຕາມຈິດໃຈສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການຍົກສູງຄວາມສາມາດ ແລະ ຄຸນນະພາບການນຳພາໃນໄລຍະໃໝ່, ສາມ) ຕ້ອງຕັ້ງໜ້າເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສ້າງບັນດາຕົວແບບດີເດັ່ນດ້ານຕ່າງໆຢູ່ແຕ່ພາກສ່ວນ ທັງຕ້ອງຮູ້ສະຫລຸບບົດຮຽນຈາກຕົວແບບນັ້ນ; ຖ້າມີຕົວແບບດີເດັ່ນທີ່ດີ ຕ້ອງໄດ້ຮັບການຜັນຂະຫຍາຍອອກສູ່ທຸກການຈັດຕັ້ງຂອງ ສວສສຊ; ອັນນັ້ນ ແມ່ນການສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ເຂົ້າສູ່ລວງເລິກຕົວຈິງ, ສີ່) ຕ້ອງໄດ້ເພີ່ມທະວີການນໍາພາ-ຊີ້ນຳ, ບັນຊາ, ຕິດຕາມ, ກວດກາ, ຕີລາຄາ ແລະ ການຈັດຕັ້ງຜັນຂະຫຍາຍທິດທາງແຜນການເປັນໜຶ່ງໃນບັນດາມາດຕະການກະຕຸ້ນ ເພື່ອສົ່ງເສີມຂະບວນການວຽກງານໃຫ້ກວ້າງຂວາງ, ແຂງແຮງ, ຟົດຟື້ນ ແລະ ຫ້າວຫັນ; ຖືເປັນຫລັກການ ແລະ ເປັນຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ. ຫ້າ) ໃຫ້ຖືເອົາການຕິດຕາມຊຸກຍູ້, ກວດກາ ແລະ ຕີລາຄາວຽກງານ, ວຽກດີຄົນເດັ່ນ ທັງຍ້ອງຍໍໃຫ້ຖືກຄົນ, ຖືກວຽກ ແລະ ທັນການ ເປັນໜຶ່ງໃນບັນດາມາດຕະການກະຕຸ້ນ ເພື່ອຊຸກຍູ້ສົ່ງເສີມຂະບວນການໃຫ້ຂະຫຍາຍຕົວກວ້າງຂວາງ, ແຂງແຮງ ແລະ ມີຄວາມຟົດຟື້ນ, ຫ້າວຫັນແທ້. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ແລະ ອົງການຈັດຕັ້ງມະຫາຊົນ ຈົ່ງເພີ່ມທະວີການຊີ້ນໍາ-ນໍາພາ, ຕິດຕາມ, ກວດກາການຜັນຂະຫຍາຍທິດທາງແຜນການປີ 2026 ຂອງ ສວສສຊ ໃຫ້ເປັນທິດທາງລວມ ແລະ ທັງເປັນເນື້ອໃນເຂົ້າໃນວຽກງານຂອງຂົງເຂດຕົນຢ່າງເລິກເຊິ່ງ, ຮອບດ້ານ ແລະ ມີຜົນສຳເລັດ.

12
10
13

ພາບ-ຂ່າວ: ເພັດ ສາຍທານ

7

ສວສສຊ ຈັດກອງປະຊຸມສໍາມະນາວິຊາການ
ໃນຫົວຂໍ້ ພູມສາດເສດຖະກິດ ແລະ ການປັບຕົວຂອງເສດຖະກິດ

7

        ໃນລະຫວ່າງວັນທີ 11-12 ມີນາ 2026 ທີ່ຜ່ານມາ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຮ່ວມກັບສະຖານທູດອົດສະຕຣາລີ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມສໍາມະນາວິຊາການ ພາຍໃຕ້ຫົວຂໍ້ “ພູມສາດເສດຖະກິດ ແລະ ການປັບຕົວຂອງເສດຖະກິດ (Geoeconomics and Economic Resilience) ທີ່ໂຮງແຮມສຸພັດຕາ (Souphatta Hotel) ນະຄອນຫຼວງວຽງຈັນ;  ມີບັນດານັກຊ່ຽວຊານ, ນັກວິຊາການ, ຫົວໜ້າກົມ, ຮອງກົມ, ອົງການຈັດຕັ້ງສາກົນ, ມະຫາວິທະຍາໄລແຫ່ງຊາດ ແລະ ຜູ້ຕາງໜ້າຈາກພາກສ່ວນເອກະຊົນເຂົ້າຮ່ວມ.

        ຈຸດປະສົງຂອງກອງປະຊຸມສໍາມະນາຄັ້ງນີ້ ແມ່ນເພື່ອນໍາສະເໜີບົດຮຽນ ແລະ ຄວາມຮູ້ກ່ຽວກັບທ່າອ່ຽງຂອງພູມສາດເສດຖະກິດໃນລະດັບສາກົນ, ຄວາມໝັ້ນຄົງທາງເສດຖະກິດ ແລະ ການສ້າງຄວາມທົນທານຕໍ່ການປ່ຽນແປງຂອງເສດຖະກິດໂລກ ພ້ອມທັງຝຶກປະຕິບັດຕົວຈິງໃຫ້ນັກສຳມະນາກອນໄດ້ທົດລອງກຳນົດວາງແຜນຍຸດທະສາດ, ມາດຕະການແກ້ໄຂ ແລະ ສ້າງຄວາມທົນທານຕໍ່ເສດຖະກິດຂອງລາວ. ກອງປະຊຸມໄດ້ແບ່ງເປັນສອງວາລະຄື: ວາລະທີໜຶ່ງ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ລັດດາວັນ ຊົງວິໄລ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ, ສວສສຊ ແລະ ທ່ານ ນາງ ເບັນນິຕາ ຊຳເມີວິວ (Benita Sommerville) ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ; ວາລະທີສອງ ໄດ້ຮັບກຽດເປັນປະທານຮ່ວມຂອງ ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ທ່ານ ນາງ ເບັນນິຕາ ຊຳເມີວິວ ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ.

1

       ກອງປະຊຸມຍັງໄດ້ຮັບຟັງການບັນຍາຍພິເສດໃນຫົວຂໍ້ “ນະໂຍບາຍເຊີງຍຸດທະສາດ ແລະ ການປະຕິບັດຕົວຈິງດ້ານຄວາມໝັ້ນຄົງ ແລະ ຄວາມທົນທານທາງດ້ານເສດຖະກິດ’’ ຈາກທ່ານສາດສະດາຈານ ປີເຕີ ແດັບເປີ້ (Professor Peter Draper), ຜູ້ອຳນວຍການບໍລິຫານຂອງສະຖາບັນການຄ້າຕ່າງປະເທດ, ມະຫາວິທະຍາໄລອາເດເລດ (Adelaide University) ປະເທດອົດສະຕຣາລີ ເຊິ່ງເປັນຜູ້ຊ່ຽວຊານລະດັບສາກົນດ້ານນະໂຍບາຍການຄ້າ ແລະ ການລົງທຶນ. ເຊິ່ງທ່ານໄດ້ນໍາພາສົນທະນາ ແລະ ຝຶກປະຕິບັດກ່ຽວກັບການສ້າງຄວາມເຂົ້າໃຈຕໍ່ກັບພູມສາດເສດຖະກິດໃນສະພາບການໃໝ່ຂອງພາກພື້ນ; ແນວທາງ ແລະ ການວາງບູລິມະສິດນະໂຍບາຍການສ້າງຄວາມໝັ້ນຄົງ ແລະ ຄວາມທົນທານທາງດ້ານເສດຖະກິດຂອງປະເທດ ເພື່ອປົກປ້ອງຜົນປະໂຫຍດຂອງປະເທດໃນລະບົບເສດຖະກິດໂລກ ເນື່ອງຈາກປັດຈຸບັນ ທົ່ວໂລກພວມປະເຊີນກັບຄວາມປ່ຽນແປງທາງດ້ານພູມມິລັດຖະສາດ ແລະ ສົງຄາມການຄ້າ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ຕ່ອງໂສ້ອຸປະທານ ແລະ ສະຖຽນລະພາບເສດຖະກິດຂອງ ສປປ ລາວ.

        ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່ ໄດ້ກ່າວວ່າ: ຄວາມເຂົ້າໃຈທີ່ເລິກເຊິ່ງກ່ຽວກັບພູມສາດເສດຖະກິດ ແລະ ການປັບຕົວຂອງເສດຖະກິດ ຈະເປັນປະໂຫຍດຢ່າງຍິ່ງໃຫ້ແກ່ນັກວາງແຜນນະໂຍບາຍ ໃນການປັບຕົວເຂົ້າກັບສະພາບແວດລ້ອມສາກົນທີ່ຜັນຜວນ ແລະ ຊ່ວຍໃຫ້ ສປປ ລາວ ສາມາດສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ-ການເງິນ ພ້ອມທັງຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບໃນໄລຍະຍາວ.

        ກອງປະຊຸມສຳມະນາດຳເນີນໄປດ້ວຍບັນຍາກາດອັນດີ ແລະ ອຸດົມສົມບູນໄປດ້ວຍເນື້ອໃນ, ຖືເປັນບາດກ້າວທີ່ສໍາຄັນໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທາງດ້ານວິຊາການລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ໃນໂອກາດດັ່ງກ່າວ, ຄະນະນັກຊ່ຽວຊານຕ່າງປະເທດ ແລະ ນັກວິຊາການລາວ ໄດ້ແລກປ່ຽນຄໍາຄິດຄໍາເຫັນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ແລະ ພາວິໄສ ເພື່ອຮ່ວມກັນຊອກຫາທາງອອກ ແລະ ກຽມພ້ອມຮັບມືກັບສິ່ງທ້າທາຍທາງເສດຖະກິດໃນອະນາຄົດ.

3

ພາບ-ຂ່າວ: ມູນິນ ພົນສັກດາ

activity3

ສະຫະພັນແມ່ຍິງ ສວສສຊ ຈັດກິດຈະກຳສະເຫຼີມສະຫຼອງວັນແມ່ຍິງສາກົນ

activity3

     ເພື່ອເປັນການສ້າງຂະບວນການ ຂໍ່ານັບຊົມເຊີຍ ວັນແມ່ຍິງສາກົນ ຄົບຮອບ 116 ປີ (08 ມີນາ 1910 – 08 ມີນາ 2026) ໃຫ້ມີບັນຍາກາດຟົດຟື້ນ, ໃນວັນທີ 06 ມີນາ 2026 ທີ່ຜ່ານມາ ສະຫະພັນແມ່ຍິງຂອງສະຖາບັນວິທະ ຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຮ່ວມກັບບໍລິສັດໂຄລາວ ດີວິລັອບພິງ ໄດ້ເດີນທາງໄປມອບອຸປະກອນການຮຽນໃຫ້ນ້ອງໆນັກຮຽນ ທີ່ໂຮງຮຽນປະຖົມນາລາດ ແລະ ໂຮງຮຽນປະຖົມເພຍລາດ, ເມືອງສັງທອງ, ນະຄອນຫຼວວງວຽງຈັນ; ເຂົ້າຮ່ວມໃນກິດຈະກໍາຄັ້ງນີ້ມີ ທ່ານ ປອ. ສະຖາບັນດິດ ອີນສີຊຽງໃໝ່ ຮອງເລຂາຄະນະພັກ, ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ທ່ານ ນ. ລັດດາວັນ ຊົງວິໄລ ປະທານສະຫະພັນແມ່ຍິງ ສວສສຊ, ຜູ້ຕາງໜ້າ ບໍລິສັດໂຄລາວ ດີວິລັອບພິງ, ທ່ານ ດວງປີ ສີຄໍາມ່ວນ ກໍາມະການພັກເມືອງ, ຫົວໜ້າຫ້ອງການສຶກສາເມືອງ ພ້ອມດ້ວຍຄະນະສະມາຊິກແມ່ຍິງ ສວສສຊ,  ອໍານວຍການໂຮງຮຽນ, ຄູອາ ຈານ ແລະ ນ້ອງໆນັກຮຽນ ເຊິ່ງເຄື່ອງທີ່ນໍາມາມອບປະກອບມີອຸປະກອນການຮຽນ, ເຄື່ອງອຸປະໂພກ-ບໍລິໂພກ 300 ກວ່າຊຸດ ລວມມູນຄ່າ 48,000,000 ກີບ ໂດຍການສະໜັບສະໝູນຂອງບໍລິສັດໂຄລາວ ດີວິລັອບພິງ ແລະ ປະກອບສ່ວນບັນດາສະມາຊິກຂອງອົງການຈັດຕັ້ງມະຫາຊົນ ສວສສຊ.

activity2

     ໃນໂອກາດດັ່ງກ່າວ ທ່ານ ນ. ລັດດາວັນ ຊົງວິໄລ ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ສວສສຊ ໄດ້ກ່າວວ່າ: ການສຶກສາແມ່ນຮາກຖານອັນສຳຄັນຂອງການພັດທະນາໃນທຸກລະດັບ, ປະເທດຊາດຈະມີຄວາມຈະເລີນ ແລະ ສັງຄົມຈະມີສີວິໄລ ກໍແມ່ນຍ້ອນທຸກຄົນໄດ້ຮັບການສຶກສາ ແລະ ການສົ່ງເສີມການສຶກສາກໍແມ່ນໜ້າທີ່ຂອງໝົດທຸກຄົນໃນສັງຄົມ ທີ່ຕ້ອງໄດ້ຊ່ວຍກັນສະໜັບສະໝູນ. ສະນັ້ນ, ຄະນະແມ່ຍິງ ສວສສຊ ຈຶ່ງໄດ້ລະດົມວັດຖຸປັດໄຈ ເພື່ອຊື້ອຸປະກອນການສຶກສາມອບໃຫ້ແກ່ຄູອາຈານ ແລະ ນ້ອງນ້ອຍນັກຮຽນໃນຄັ້ງນີ້. ເຖິງແມ່ນວ່າມູນຄ່າທາງດ້ານວັດຖຸສິ່ງຂອງເຫຼົ່ານີ້ອາດຈະບໍ່ຫຼາຍ, ແຕ່ກໍ່ເຕັມປ່ຽມໄປດ້ວຍຄຸນຄ່າທາງດ້ານຈິດໃຈ, ຄວາມຮັກແພງ, ຄວາມຫ່ວງໃຍ ແລະ ການແບ່ງປັນນໍ້າໃຈຈາກພວກເຮົາໝົດທຸກຄົນ ທີ່ຢາກປະກອບສ່ວນໃນວັນສຳຄັນກໍຄືວັນແມ່ ຍິງສາກົນ 08 ມີນາ ຄົບຮອບ 116 ປີ ທີ່ຈະມາເຖິງນີ້ ແລະ ກໍເປັນການໃຫ້ກໍາລັງໃຈໃຫ້ຄູ-ອາຈານທຸກທ່ານ ທີ່ອຸທິດເຫື່ອແຮງ, ຄວາມຮູ້ສະຕິປັນຍາ ແລະ ຄວາມເສຍສະຫຼະ ເພື່ອເຮັດໜ້າທີ່ເປັນແມ່ພິມຂອງຊາດ ສົ່ງຕໍ່ຄວາມຮູ້ໃຫ້ແກ່ລູກຫຼານຂອງພວກເຮົາ  ແລະ ເປັນຂອງຂວັນແທນກຳລັງໃຈໃຫ້ນ້ອງໆນັກ ຮຽນທຸກຄົນຈົ່ງຕັ້ງໃຈສຶກສາຮໍ່າຮຽນ, ໝັ່ນຊອກສະແຫວງຫາຄວາມຮູ້, ເປັນລູກທີ່ດີຂອງພໍ່ແມ່ ແລະ ເປັນລູກສິດທີ່ດີຂອງຄູອາຈານ. ຂໍໃຫ້ມີຄວາມກ້າຫານ, ມີຄວາມຝັນ ແລະ ເຊື່ອໝັ້ນໃນຕົນເອງ ບໍ່ວ່າພວກເຮົາຈະເກີດຢູ່ໃສ ກໍສາມາດເຕີບໃຫຍ່ກາຍເປັນຜູ້ນຳ, ຜູ້ບໍລິຫານ, ນັກທຸລະກິດ, ນັກຄົ້ນຄວ້າ ແລະ ອາຊີບອື່ນໆ ຂໍພຽງແຕ່ບໍ່ຢຸດທີ່ຈະຮຽນຮູ້ ແລະ ພັດທະນາຕົນເອງ. ຫຼັງຈາກນັ້ນໄດ້ມີການຈັດກິດຈະກໍາມ່ວນຊື່ນ ເຊິ່ງສ້າງຂະບວນການຢ່າງຟົດຟື້ນ.

WhatsApp Image 2026-03-16 at 12.07.29
activity1

ຖ່າຍພາບ: ມູນິນ ພົນສັກດາ

ຂຽນຂ່າວ: ສະຫະພັນແມ່ຍິງ ສວສສຊ