ແມ່ຍິງ ສວສສຊ ຍົກສູງເນື້ອໃນແຂ່ງຂັນ 3 ດີ

WhatsApp Image 2026-07-22 at 14.23.36 (1)

        ໃນຕອນເຊົ້າຂອງວັນທີ 16 ກໍລະກົດ 2026 ທີ່ຜ່ານມາ, ສະຫະພັນແມ່ຍິງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດຕັ້ງກອງປະຊຸມສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955 – 20 ກໍລະກົດ 2026) ພາຍໃຕ້ການເປັນປະທານຂອງທ່ານ ປອ. ລີເບີ ລີບົວປາວ, ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານ ປອ. ແກ້ວວິວອນ ອຸດທະຈັກ, ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຜູ້ຊີ້ນໍາວຽກງານສະຫະພັນແມ່ຍິງ ສວສສຊ, ພ້ອມດ້ວຍຄະນະພັກ, ຄະນະນໍາ, ຕາງໜ້າອົງການຈັດຕັ້ງກໍາມະບານ, ຊ່າວໜຸ່ມ ແລະ ສະມາຊິກສະຫະພັນແມ່ຍິງທົ່ວ ສວສຊ ເຂົ້າຮ່ວມ ຢ່າງພ້ອມພຽງ.

WhatsApp Image 2026-07-22 at 14.23.36 (2)

        ປອ. ແກ້ວວິວອນ ອຸດທະຈັກ, ຄະນະພັກ, ຮອງປະທານ ສວສສຊ ໄດ້ໃຫ້ກຽດຂຶ້ນເລົ່າມູນເຊື້ອວັນສ້າງຕັ້ງອົງການ ຈັດຕັ້ງສະຫະພັນແມ່ຍິງລາວ ເພື່ອຫວນຄືນມູນເຊື້ອ ແລະ ການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານທີ່ຍາດມາໄດ້ແຕ່ລະໄລຍະຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວຕະຫຼອດ 71 ປີຜ່ານມາ;  ກອງປະຊຸມຍັງໄດ້ຈັດໃຫ້ມີເວທີສົນທະນາພາຍໃຕ້ຫົວຂໍ້: ແມ່ຍິງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ກ້າວໜ້າດ້ວຍປັນຍາ ແລະ ຄວາມສາມາດ” ເພື່ອແລກປ່ຽນຄວາມຄິດເຫັນຢ່າງຮອບດ້ານ ກ່ຽວກັບບົດບາດ ແລະ ຄວາມສຳ ຄັນຂອງຄວາມສະເໝີພາບຍິງ-ຊາຍ, ບັນຫາ ແລະ ອຸປະສັກໃນສັງຄົມລາວຕໍ່ການກຳນົດຍຸດທະສາດການຊຸກຍູ້ແມ່ຍິງໃຫ້ກ້າວຂຶ້ນສູ່ລະດັບຜູ້ບໍລິຫານ, ການພັດທະນາຄວາມສາມາດຂອງແມ່ຍິງ ເພື່ອສ້າງໂອກາດໃນການສະ ແດງອອກ ແລະ ການເຂົ້າເຖິງໂອກາດຕ່າງໆຢ່າງເທົ່າທຽມກັບເພດຊາຍ. ໃນໂອກາດດັ່ງກ່າວໄດ້ມີການສະຫຼຸບລາຍງານຜົນສຳເລັດ ແລະ ວາງ ທິດທາງແຜນການ, ມອບ-ຮັບໃບຍ້ອງຍໍ 3 ດີ ສະໄໝ VIII (2021-2025) ໃຫ້ກັບສະ ມາຊິກທີ່ມີຜົນງານດີເດັ່ນ ແລະ ຈັບມືແຂ່ງຂັນ 3 ດີ ລະຫວ່າງ 10 ໜ່ວຍຮາກຖານ ເພື່ອເປັນການລິເລີ່ມໃນການຈັດ ຕັ້ງປະຕິບັດແຜນການຂອງສະຫະພັນແມ່ຍິງ ສວສສຊ ໃນຊຸມປີຕໍ່ໜ້າ ຕາມຄຳຂວັນທີ່ວ່າ: ກ້າວໜ້າດ້ວຍປັນຍາ ແລະ ຄວາມສາມາດ.

          ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ , ປອ. ລີເບີ ລີບົວປາວ, ປະທານ ສວສສຊ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງ ແລະ ສະມາຊິກທຸກສະຫາຍ ຈົ່ງເພີ່ມທະວີຄວາມເປັນເຈົ້າການໃນການຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 3 ດີ (ເປັນພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ) ໃຫ້ກາຍເປັນໄມ້ຫຼາວັດແທກ ແລະ ເປັນແຮງຂັບເຄື່ອນໃນການປະຕິບັດໜ້າທີ່ການເມືອງ, ວຽກງານຄົ້ນຄວ້າວິທະຍາສາດ, ວຽກງານຂະ ບວນການຕ່າງໆໃຫ້ບັນລຸຄຸນນະພາບສູງສຸດ, ເອົາໃຈໃໃສ່ສຶກສາອົບຮົມແນວຄິດການເມືອງ, ປັບປຸງແບບແຜນວິທີເຮັດວຽກ, ແບບແຜນການດໍາລົງຊີວິດ ເພື່ອຮັບປະກັນໃຫ້ຂະບວນການ 3 ດີ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ແນໃສ່ສ້າງ ສວສສຊ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ສົມກັບການເປັນເສນາທິການທາງດ້ານສະຕິປັນຍາ ທີ່ໄວ້ເນື້ອເຊື່ອໃຈໃຫ້ແກ່ຂັ້ນເທິງ.

WhatsApp Image 2026-07-22 at 14.23.36
WhatsApp Image 2026-07-22 at 14.23.37 (1)
WhatsApp Image 2026-07-22 at 14.23.37
WhatsApp Image 2026-07-22 at 14.23.38

                                                                                  ຂຽນຂ່າວ: ຈັນທູ ແກ້ວອ່ອນວົງໄຊ

                                                                           ຖ່າຍພາບ: ມຸນິນ ພົນສັກດາ