ສວສສຊ ຈັດກອງປະຊຸມສໍາມະນາວິຊາການ
ໃນຫົວຂໍ້ ພູມສາດເສດຖະກິດ ແລະ ການປັບຕົວຂອງເສດຖະກິດ
ໃນລະຫວ່າງວັນທີ 11-12 ມີນາ 2026 ທີ່ຜ່ານມາ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຮ່ວມກັບສະຖານທູດອົດສະຕຣາລີ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມສໍາມະນາວິຊາການ ພາຍໃຕ້ຫົວຂໍ້ “ພູມສາດເສດຖະກິດ ແລະ ການປັບຕົວຂອງເສດຖະກິດ (Geoeconomics and Economic Resilience) ທີ່ໂຮງແຮມສຸພັດຕາ (Souphatta Hotel) ນະຄອນຫຼວງວຽງຈັນ; ມີບັນດານັກຊ່ຽວຊານ, ນັກວິຊາການ, ຫົວໜ້າກົມ, ຮອງກົມ, ອົງການຈັດຕັ້ງສາກົນ, ມະຫາວິທະຍາໄລແຫ່ງຊາດ ແລະ ຜູ້ຕາງໜ້າຈາກພາກສ່ວນເອກະຊົນເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມສໍາມະນາຄັ້ງນີ້ ແມ່ນເພື່ອນໍາສະເໜີບົດຮຽນ ແລະ ຄວາມຮູ້ກ່ຽວກັບທ່າອ່ຽງຂອງພູມສາດເສດຖະກິດໃນລະດັບສາກົນ, ຄວາມໝັ້ນຄົງທາງເສດຖະກິດ ແລະ ການສ້າງຄວາມທົນທານຕໍ່ການປ່ຽນແປງຂອງເສດຖະກິດໂລກ ພ້ອມທັງຝຶກປະຕິບັດຕົວຈິງໃຫ້ນັກສຳມະນາກອນໄດ້ທົດລອງກຳນົດວາງແຜນຍຸດທະສາດ, ມາດຕະການແກ້ໄຂ ແລະ ສ້າງຄວາມທົນທານຕໍ່ເສດຖະກິດຂອງລາວ. ກອງປະຊຸມໄດ້ແບ່ງເປັນສອງວາລະຄື: ວາລະທີໜຶ່ງ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ລັດດາວັນ ຊົງວິໄລ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ, ສວສສຊ ແລະ ທ່ານ ນາງ ເບັນນິຕາ ຊຳເມີວິວ (Benita Sommerville) ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ; ວາລະທີສອງ ໄດ້ຮັບກຽດເປັນປະທານຮ່ວມຂອງ ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ທ່ານ ນາງ ເບັນນິຕາ ຊຳເມີວິວ ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ.
ກອງປະຊຸມຍັງໄດ້ຮັບຟັງການບັນຍາຍພິເສດໃນຫົວຂໍ້ “ນະໂຍບາຍເຊີງຍຸດທະສາດ ແລະ ການປະຕິບັດຕົວຈິງດ້ານຄວາມໝັ້ນຄົງ ແລະ ຄວາມທົນທານທາງດ້ານເສດຖະກິດ’’ ຈາກທ່ານສາດສະດາຈານ ປີເຕີ ແດັບເປີ້ (Professor Peter Draper), ຜູ້ອຳນວຍການບໍລິຫານຂອງສະຖາບັນການຄ້າຕ່າງປະເທດ, ມະຫາວິທະຍາໄລອາເດເລດ (Adelaide University) ປະເທດອົດສະຕຣາລີ ເຊິ່ງເປັນຜູ້ຊ່ຽວຊານລະດັບສາກົນດ້ານນະໂຍບາຍການຄ້າ ແລະ ການລົງທຶນ. ເຊິ່ງທ່ານໄດ້ນໍາພາສົນທະນາ ແລະ ຝຶກປະຕິບັດກ່ຽວກັບການສ້າງຄວາມເຂົ້າໃຈຕໍ່ກັບພູມສາດເສດຖະກິດໃນສະພາບການໃໝ່ຂອງພາກພື້ນ; ແນວທາງ ແລະ ການວາງບູລິມະສິດນະໂຍບາຍການສ້າງຄວາມໝັ້ນຄົງ ແລະ ຄວາມທົນທານທາງດ້ານເສດຖະກິດຂອງປະເທດ ເພື່ອປົກປ້ອງຜົນປະໂຫຍດຂອງປະເທດໃນລະບົບເສດຖະກິດໂລກ ເນື່ອງຈາກປັດຈຸບັນ ທົ່ວໂລກພວມປະເຊີນກັບຄວາມປ່ຽນແປງທາງດ້ານພູມມິລັດຖະສາດ ແລະ ສົງຄາມການຄ້າ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ຕ່ອງໂສ້ອຸປະທານ ແລະ ສະຖຽນລະພາບເສດຖະກິດຂອງ ສປປ ລາວ.
ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່ ໄດ້ກ່າວວ່າ: ຄວາມເຂົ້າໃຈທີ່ເລິກເຊິ່ງກ່ຽວກັບພູມສາດເສດຖະກິດ ແລະ ການປັບຕົວຂອງເສດຖະກິດ ຈະເປັນປະໂຫຍດຢ່າງຍິ່ງໃຫ້ແກ່ນັກວາງແຜນນະໂຍບາຍ ໃນການປັບຕົວເຂົ້າກັບສະພາບແວດລ້ອມສາກົນທີ່ຜັນຜວນ ແລະ ຊ່ວຍໃຫ້ ສປປ ລາວ ສາມາດສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ-ການເງິນ ພ້ອມທັງຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບໃນໄລຍະຍາວ.
ກອງປະຊຸມສຳມະນາດຳເນີນໄປດ້ວຍບັນຍາກາດອັນດີ ແລະ ອຸດົມສົມບູນໄປດ້ວຍເນື້ອໃນ, ຖືເປັນບາດກ້າວທີ່ສໍາຄັນໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທາງດ້ານວິຊາການລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ໃນໂອກາດດັ່ງກ່າວ, ຄະນະນັກຊ່ຽວຊານຕ່າງປະເທດ ແລະ ນັກວິຊາການລາວ ໄດ້ແລກປ່ຽນຄໍາຄິດຄໍາເຫັນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ແລະ ພາວິໄສ ເພື່ອຮ່ວມກັນຊອກຫາທາງອອກ ແລະ ກຽມພ້ອມຮັບມືກັບສິ່ງທ້າທາຍທາງເສດຖະກິດໃນອະນາຄົດ.
ພາບ-ຂ່າວ: ມູນິນ ພົນສັກດາ