ພິທີມອບ-ຮັບໜ້າທີ່ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ

1

        ພິທີລົງນາມມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ຜູ້ເກົ່າ) ແລະ ສະຫາຍ ປອ. ລີເບີ ລີບົວປາວ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ຜູ້ໃໝ່) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 19 ມີນາ 2026 ທີ່ຫ້ອງປະຊຸມໃຫຍ່ ສວສສຊ, ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ. ຄໍາພັນ ເຜີຍຍະວົງ, ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄອົບຮົມສູນກາງພັກ, ມີບັນດາຄະນະບໍລິຫານງານພັກ, ຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ສູນ ແລະ ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ສະພາແຫ່ງຊາດ  ພ້ອມດ້ວຍພະນັກງານລັດຖະກອນທົ່ວ ສວສສຊ ເຂົ້າຮ່ວມ.

         ໃນພິທີ ສະຫາຍ ທົງສັກ ກົມມະເມືອງ, ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 13/ກມສພ, ລົງວັນທີ 11 ມີນາ 2026 ວ່າດ້ວຍການແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ລັດຖະດໍາລັດຂອງປະທານປະເທດ ສະບັບເລກທີ 038/ປປທ, ລົງວັນທີ 16 ມີນາ 2026 ວ່າດ້ວຍການແຕ່ງຕັ້ງ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໂດຍໄດ້ຕົກລົງແຕ່ງຕັ້ງ ສະຫາຍ ປອ. ລີເບີ ລີບົວປາວ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ລັດຖະດໍາລັດຂອງປະທານປະເທດ ສະບັບເລກທີ 037/ປປທ, ລົງວັນທີ 16 ມີນາ 2026 ໂດຍຍົກຍ້າຍ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ໄປຮັບໜ້າທີ່ໃໝ່ຢູ່ສະພາແຫ່ງຊາດ.

5

        ໃນໂອກາດດັ່ງກ່າວ ສະຫາຍ ປອ. ຄໍາພັນ ເຜີຍຍະວົງ ຕາງໜ້າໃຫ້ກົມການເມືອງສູນກາງພັກ ໄດ້ມີຄຳເຫັນບາງຕອນໃນພິທີວ່າ: ການມອບ-ຮັບໜ້າທີ່ໃນຄັ້ງນີ້ ສຸດທີ່ມີຄວາມສຳຄັນໃນວຽກງານຄຸ້ມຄອງພະນັກງານ, ການສັບປ່ຽນພະນັກງານການນໍາຂັ້ນສູງແມ່ນວຽກປົກກະຕິອັນໜຶ່ງຂອງພັກເຮົາ ແລະ ເປັນຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງຂອງພັກໃນໄລຍະໃໝ່,  ເປັນການຍົກລະດັບພະນັກງານການນໍາຂັ້ນສູງໃຫ້ມີຄວາມຮູ້, ຄວາມສາມາດໃນວຽກງານຕົວຈິງຮອບດ້ານຫຼາຍຂຶ້ນ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ເນັ້ນຢໍ້າເຖິງຄວາມສໍາຄັນຂອງວຽກງານຄົ້ນຄວ້າວິທະຍາສາດເສດຖະກິດ ແລະ ສັງຄົມ ທີ່ມີຕໍ່ການຈັດຕັ້ງປະຕິບັດມະຕິ, ຄຳສັ່ງ ແລະ ນະໂຍບາຍຂອງພັກ ແລະ ລັດຖະບານ.  ເຊື່ອໝັ້ນຢ່າງຍິ່ງວ່າ ສະຫາຍ ປອ. ລີເບີ ລີບົວປາວ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ຜູ້ໃໝ່) ຈະສືບຕໍ່ເສີມຂະຫຍາຍຜົນງານໃນຕໍ່ໜ້າຂອງ ສວສສຊ ໃຫ້ມີຜົນ ສຳເລັດນັບມື້ດີຂຶ້ນເປັນກ້າວໆ.

3

ພາບ-ຂ່າວ: ເພັດທະນູໄຊ ວົງຍະໄຊ