ສວສສຊ ຍົກລະດັບວຽກງານແຂ່ງຂັນ-ຍ້ອງຍໍ ສູ່ການສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ

WhatsApp Image 2026-08-20 at 22.26.03

        ໃນວັນທີ 18 ສິງຫາ 2026, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກໍາ ວຽກງານແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ຂຶ້ນ ໂດຍການເປັນປະທານຂອງ ທ່ານ ປອ. ນ. ແກ້ວວິວອນ ອຸດທະຈັກ ຮອງປະທານ ສວສສຊ, ມີບັນດາຫົວໜ້າສະຖາບັນຄົ້ນຄວ້າ, ກົມ, ຫ້ອງການ, ສູນ ພ້ອມດ້ວຍພະນັກງານ-ລັດຖະກອນທົ່ວ ສວສສຊ ເຂົ້າຮ່ວມ.

        ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ເນື້ອໃນເອກະສານສໍາຄັນຄື: ຄຳແນະນຳຂອງ ສວສສຊ ກ່ຽວກັບການຈັດຕັ້ງປະຕິບັດການແຂ່ງຂັນ ແລະ ຍ້ອງຍໍ ສະບັບເລກທີ 69/ສວສສຊ, ລົງວັນທີ 08 ກໍລະກົດ 2025, ຄໍາແນະນໍາກ່ຽວກັບເງື່ອນໄຂ, ມາດຕະຖານການແຂ່ງຂັນ-ຍ້ອງຍໍ ພະນັກງານ-ລັດຖະກອນ, ນັກຄົ້ນຄວ້າ ແລະ ການຈັດຕັ້ງດີເດັ່ນ ປະຈຳປີ ສະບັບເລກທີ 345/ກຈງ, ລົງວັນທີ 10 ກໍລະກົດ 2024 ແລະ ຄໍາແນະນໍາກ່ຽວກັບແບບພິມຕ່າງໆ ໃນການປະເມີນວຽກງານແຂ່ງຂັນຍ້ອງຍໍ ເຊິ່ງນໍາສະເໜີໂດຍກົມຈັດຕັ້ງ ແລະ ພະນັກງານຂອງ ສວສສຊ ແລະ ຕາງໜ້າຈາກກົມແຂ່ງຂັນ-ຍ້ອງຍໍ ຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຍັງໄດ້ເປີດເວທີໃນການແລກປ່ຽນຄໍາຄິດຄໍາເຫັນຕໍ່ກັບຫຼາຍບັນຫາໃນການຈັດຕັ້ງປະຕິບັດນິຕິກໍາ, ການປະເມີນຜົນງານ, ການຕິດຕາມຊຸກຍູ້ ແລະ ການສະເໜີແກ້ໄຂບັນຫາຜົນງານຕົກຫຼົ່ນໃນໄລຍະຜ່ານມາ ເພື່ອລາຍງານໃຫ້ຂັ້ນເທິງກ່ຽວຂ້ອງ.

WhatsApp Image 2026-08-20 at 22.26.02 (2)
WhatsApp Image 2026-08-20 at 22.26.02 (1)

        ໃນໂອກາດດັ່ງກ່າວ ທ່ານ ປອ. ນ. ແກ້ວວີວອນ ອຸດທະຈັກ ໄດ້ມີຄໍາເຫັນໂອ້ລົມ ແລະ ຊີ້ນໍາ ໂດຍໄດ້ເນັ້ນໜັກໃຫ້ທຸກພາກສ່ວນພາຍໃນ ສວສສຊ ເພີ່ມທະວີການນໍາພາ-ຊີ້ນໍາ,ຖືເອົາວຽກງານແຂ່ງຂັນ-ຍ້ອງຍໍເປັນຫຼັກການ ແລະ ເປັນຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງອັນສູງສົ່ງ ທີ່ຈະຕ້ອງຜັນຂະຫາຍໃຫ້ກາຍເປັນທິດທາງແຜນການເຄື່ອນໄຫວຕົວຈິງຢ່າງຮີບດ່ວນ. ພ້ອມກັນນັ້ນ, ຕ້ອງສືບຕໍ່ຄົ້ນຄວ້າ, ເຊື່ອມຊຶມ ແລະ ກຳໃຫ້ແໜ້ນເນື້ອໃນນິຕິກໍາ ເພື່ອຫັນ ປ່ຽນວິທີເຮັດວຽກ ແລະ ແລະ ປ່ຽນແປງຕົວເອງຢ່າງບໍ່ຢຸດຢັ້ງ ບົນພື້ນຖານຈິດໃຈສ້າງການຫັນປ່ຽນທີ່ແຂງແຮງ, ເລິກ ເຊິ່ງ ແລະ ຮອບດ້ານ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ຍົກສູງຄວາມສາມາດ ແລະ ຄຸນນະພາບໃນການນຳພາ-ຊີ້ນຳ ໃນໄລຍະໃໝ່, ໃຫ້ຖືເອົາການຕິດຕາມຊຸກຍູ້, ກວດກາ ແລະ ຕີລາຄາວຽກງານຕິດພັນກັບການຍ້ອງຍໍໃຫ້ຖືກຄົນ, ຖືກວຽກ ແລະ ທັນການ; ເອົາການແຂ່ງຂັນ-ຍ້ອງຍໍເປັນໜຶ່ງໃນບັນດາມາດຕະການກະຕຸ້ນ ເພື່ອສົ່ງ ເສີມຂະບວນການໃຫ້ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ແຂງແຮງ ເຮັດໃຫ້ກາຍເປັນການປຸກລະດົມຄວາມຟົດຟື້ນ, ຫ້າວຫັນ ແນໃສ່ສຸມທຸກກຳລັງແຮງ ເພື່ອຈັດຕັ້ງປະຕິບັດບັນດາຄາດໝາຍທີ່ວາງໄວ້ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.

WhatsApp Image 2026-08-20 at 22.26.02
WhatsApp Image 2026-08-20 at 22.26.01
WhatsApp Image 2026-08-20 at 22.26.03 (1)

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ