ສວສສຊ ລົງເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດທີ່ແຂວງອຸດົມໄຊ
ໃນຕອນເຊົ້າຂອງວັນທີ 31 ມີນາ 2026 ທີ່ ຫ້ອງວ່າການປົກຄອງ ແຂວງອຸດົມໄຊ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດເຜີຍແຜ່ຜົນງານການຄົ້ນຄວ້າທີ່ພົ້ນເດັ່ນ ຕິດພັນກັບທີ່ຕັ້ງພາລະບົດບາດຂອງ ສວສສຊ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່ ຮອງປະທານ ສວສສຊ ແລະ ທ່ານ ຄຳແສງ ອາລີ ຮອງປະທານຄະນະກຳມະການປົກຄອງແຂວງອຸດົມໄຊ, ມີບັນດານັກຄົ້ນຄວ້າຈາກ ສວສສຊ ແລະ ພະນັກງານຫຼັກແຫຼ່ງຈາກພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 35 ທ່ານ.
ກອງປະຊຸມໄດ້ຈັດຂຶ້ນເພື່ອສ້າງຄວາມຮັບຮູ້ກ່ຽວກັບພາລະບົດບາດ ພ້ອມທັງໄດ້ເຜີຍແຜ່ຜົນງານການຄົ້ນຄວ້າທີ່ພົ້ນເດັ່ນຂອງ ສວສສຊ ທີ່ຕິດພັນກັບສະພາບເສດຖະກິດລາວໃນປັດຈຸບັນ ແລະ ສະພາບການຂອງໂລກທີ່ມີການປ່ຽນແປງ ເປັນຕົ້ນແມ່ນສົງຄາມຄວາມຂັດແຍ່ງ ແລະ ຄວາມບໍ່ສະຫງົບໃນຕາເວັນອອກກາງ, ສົງຄາມການຄ້າທີ່ເພີ່ມຄວາມຮຸນແຮງຈາກນະໂຍບາຍການຄ້າຂອງປະເທດມະຫາອໍານາດຕໍ່ການຄ້າ-ການລົງທຶນໃນທົ່ວໂລກ. ກອງປະຊຸມຄັ້ງນິ້ ຖືເປັນເວທີສຳຄັນເພື່ອສ້າງໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄວາມຄິດເຫັນດ້ານວິຊາການ ເພື່ອຜັນຂະຫຍາຍການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະ ການຜັນຂະຫຍາຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ, ສ້າງໂອກາດການຮ່ວມມື (ເຄືອຂ່າຍຄົ້ນຄວ້າ) ເພື່ອສ້າງກົນໄກການພົວພັນປະສານງານ ລະຫວ່າງທ້ອງຖິ່ນກັບສູນກາງ ກໍຄືແຂວງອຸດົມໄຊ ແລະ ສວສສຊ ໂດຍສະເພາະແມ່ນການສ້າງແຜນຄົ້ນຄວ້າຮ່ວມກັນ ເພື່ອແລກປ່ຽນຂໍ້ມູນຂ່າວສານ, ເປັນບ່ອນອີງໃນການວິເຄາະ-ວິໄຈໃນຕໍ່ໜ້າ ເພື່ອນໍາເອົາຜົນການຄົ້ນຄວ້າວິທະຍາສາດ ໄປຮັບໃຊ້ການວາງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງຢ່າງມີປະສິດທິພາບ ແລະ ເກີດປະໂຫຍດສູງສຸດໃຫ້ແຂວງ.
ທ່ານ ຄຳແສງ ອາລີ ໄດ້ຕີລາຄາສູງຕໍ່ການລົງພົບປະເຮັດວຽກ ແລະ ຈັດກອງປະຊຸມຮ່ວມກັນໃນຄັ້ງນີ້ ເຊິ່ງທ່ານໄດ້ມີຄຳເຫັນບາງດ້ານວ່າ: ເພື່ອສ້າງສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ, ການສ້າງຄວາມຢູ່ດີມີສຸກຂອງປະຊາຊົນ ແລະ ການພັດທະນາຊົນນະບົດເປັນວຽກງານຈຸດສຸມ ເຊິ່ງທຸກຂະແໜງການຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຕ້ອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງເປັນອັນສຳຄັນ ແລະ ຮີບດ່ວນ ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ໃນນັ້ນ ເຄື່ອງມືທີ່ຈະນຳພາໃຫ້ບັນລຸຈຸດປະສົງທີ່ກ່າວມານັ້ນ ກໍແມ່ນການຜັນຂະຫຍາຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃນແຕ່ລະໄລຍະ ລວມທັງບັນດາຍຸດທະສາດການພັດທະນາ ແລະ ວິໄສທັດ ເຊິ່ງສາມາດເວົ້າໄດ້ວ່າເປັນເຄື່ອງມືໜຶ່ງສຳຄັນທີ່ມີວິທະຍາສາດ ໃນການຈັດຕັ້ງປະຕິບັດແຜນງານຂອງພັກ ແລະ ລັດຖະບານ ເພື່ອສ້າງສາ ແລະ ພັດທະນາປະເທດຊາດໃຫ້ມີຄວາມຮຸ່ງເຮືອງສີວິໄລ, ຈະເຮັດໄດ້ຄືແນວນັ້ນ ແມ່ນຈະຕ້ອງໄດ້ອີງໃສ່ໝາກຜົນຂອງການຄົ້ນຄວ້າ, ວິເຄາະ-ວິໄຈ ຢ່າງມີວິທະຍາສາດ. ສະນັ້ນ, ການສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ແກ່ບັນດາພະນັກງານຫຼັກແຫຼ່ງແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ ແມ່ນມີຄວາມໝາຍ ແລະ ຄວາມສຳຄັນຢ່າງຍິ່ງ ຈະຊ່ວຍໃຫ້ການນຳໃຊ້ເຄື່ອງມືທີ່ເປັນວິທະສາດ ສາມາດໝູນໃຊ້ເຂົ້າໃນການກຳນົດແຜນງານຂອງຕົນໃຫ້ຖືກຕ້ອງ ແລະ ສອດຄ່ອງ, ປັບປຸງຂໍ້ຄົງຄ້າງ, ເສີມຂະຫຍາຍທ່າແຮງທີ່ມີຢູ່ຂັ້ນແຂວງຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ໄປໃນທິດທາງດຽວກັນ.
ກອງປະຊຸມປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ແລະ ເຕັມໄປດ້ວຍເນື້ອໃນ, ເປັນບາດກ້າວສຳຄັນໃນການຮັດແໜ້ນການຮ່ວມມືທາງດ້ານວິຊາການ ລະຫວ່າງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດກັບ ອົງການປົກຄອງແຂວງອຸດົມໄຊ, ເປັນພື້ນຖານໃນການແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳທີ່ສຳຄັນ ໃຫ້ແກ່ທ້ອງຖິ່ນ ສາມາດກໍາແໜ້ນໄດ້ຂໍ້ມູນຕົວຈິງນຳໄປຜັນຂະຫຍາຍເຂົ້າໃນວຽກງານແກ້ໄຂບັນຫາເສດຖະກິດ-ສັງຄົມ ແລະ ຄວາມທຸກຍາກຂອງປະຊາຊົນ ບົນພື້ນຖານວິທະຍາສາດຢ່າງມີປະສິດທິຜົນໃນຕໍ່ໜ້າ.
ພາບ-ຂ່າວ: ເພັດທະນູໄຊ ວົງຍະໄຊ