ກອງປະຊຸມເຜີຍແຜ່ບົດປະເມີນສະພາບເສດຖະກິດມະຫາພາກປະຈໍາປີ 2025 ແລະ ທ່າອຽງປີ 2026
ສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (LASES) ໄດ້ຈັດກອງປະຊຸມເຜີຍແຜ່ບົດປະເມີນເສດຖະກິດມະຫາພາກຂອງ ສປປ ລາວ ປີ 2025 ແລະ ທ່າອ່ຽງ 2026 ຂຶ້ນໃນຕອນເຊົ້າຂອງວັນທີ 27 ມີນາ 2026 ທີ່ຫ້ອງປະຊຸມສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົົມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່, ຮອງເລຂາຄະນະພັກ, ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ມີບັນດາທ່ານຜູ້ຕາງໜ້າຈາກ ບັນດາຂະແໜງການກ່ຽວຂ້ອງພາກລັດ, ພາກເອກະຊົນ ແລະ ອົງການຈັດຕັ້ງສາກົນປະຈໍາ ສປປ ລາວ ເຂົ້າຮ່ວມ 60 ກວ່າທ່ານ.
ກອງປະຊຸມ ໄດ້ຮັບຟັງລາຍງານ ໂດຍທ່ານ ນ. ລັດດາວັນ ຊົງວິໄລ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ ເຊິ່ງໄດ້ຍົກໃຫ້ເຫັນສະພາບເສດຖະກິດມະຫາພາກຂອງ ສປປ ລາວ ປະຈຳປີ 2025 ແມ່ນມີທ່າອ່ຽງດີຂຶ້ນ ສາມາດຂະຫຍາຍຕົວໄດ້ໃນລະດັບ 4.8% ສູງກວ່າປີຜ່ານມາ ແລະ ຍັງບັນລຸໄດ້ຕາມແຜນການທີ່ວາງໄວ້. ໃນນັ້ນ, ຂະແໜງການສົ່ງອອກຍັງເປັນຕົວຂັບເຄື່ອນຕົ້ນຕໍໃຫ້ແກ່ການຂະຫຍາຍຕົວຂອງເສດຖະກິດລາວຄືດັ່ງປີຜ່ານມາ ໂດຍສະເພາະການສົ່ງອອກພະລັງງານໄຟຟ້າ, ສິນຄ້າປະເພດອຸດສາຫະກຳ, ກະສິກຳ ແລະ ການທ່ອງທ່ຽວ. ໃນຂະນະດຽວກັນ, ການນຳເຂົ້າສິນຄ້າໄດ້ສະລໍຕົວລົງຕາມທ່າອ່ຽງຄວາມຕ້ອງການພາຍໃນຈາກການປະຕິບັດນະໂຍບາຍຮັດກູມທາງດ້ານການເງິນ-ເງິນຕາຂອງລັດຖະບານ. ເບິ່ງໂດຍພາບລວມແລ້ວ ເຫັນວ່າສະພາບເສດຖະກິດມະຫາພາກ ມີສະຖຽນລະພາບດີຂຶ້ນ ເນື່ອງຈາກວ່າອັດຕາເງິນເຟີ້ໄດ້ຄ່ອຍເລີ່ມສະລໍຕົວລົງ ແລະ ການເໜັງຕີງຂອງອັດຕາແລກປ່ຽນ ມີຄວາມສະຫງົບຂຶ້ນ ຍ້ອນການຈັດຕັ້ງປະຕິບັດຫຼາຍມາດຕະການສຳຄັນຂອງລັດຖະບານ ເຮັດໃຫ້ລາຍໄດ້ຕົວຈິງມີທ່າອ່ຽງເພີ່ມຂຶ້ນ.
ໃນປີ 2026 ນີ້ ຄາດວ່າຈະເປັນອີກປີໜຶ່ງທີ່ຍັງສືບຕໍ່ມີຄວາມທ້າທາຍພໍສົມຄວນ ຈາກສະພາບຄວາມບໍ່ແນ່ນອນຂອງສາກົນ ໂດຍສະເພາະ ບັນຫາສົງຄາມ, ຄວາມຂັດແຍ່ງໃນຕາເວັນອອກກາງ ແລະ ຄວາມຂັດແຍ່ງດ້ານການຄ້າ ເຊິ່ງໄດ້ສົ່ງຜົນກະທົບຕໍ່ເສດຖະກິດໂລກ, ຕ່ອງໂສ້ການຜະລິດສະບຽງອາຫານ ແລະ ພະລັງງານ ໂດຍສະເພາະ ລາຄານ້ຳມັນໃນຕະຫຼາດໂລກ ເຮັດໃຫ້ລາຄານໍ້າມັນພາຍໃນປະເທດເພີ່ມຂຶ້ນສູງ ແລະ ມີບັນຫາດ້ານການສະໜອງບໍ່ທ່ວງທັນກັບຄວາມຕ້ອງການ. ສິ່ງທ້າທາຍເຫຼົ່ານີ້ ຄາດວ່າຈະກະທົບເສດຖະກິດມະຫາພາກຂອງລາວ ຢ່າງຫຼີກລ້ຽງບໍ່ໄດ້ ເປັນຕົ້ນ ອັດຕາເງິນເຟີ້, ການເຕີບໂຕຂອງເສດຖະກິດ, ອັດຕາແລກປ່ຽນ, ການຂາດແຄນແຮງງານ ແລະ ພາລະໜີ້ສິນສາທາລະນະ. ຫຼັງຈາກນັ້ນ, ບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄໍາເຫັນ ແລະ ແລກປ່ຽນຂໍ້ມູນດ້ານວິຊາການຢ່າງກົງໄປກົງມາ.
ໃນວາລະທ້າຍສຸດຂອງກອງປະຊຸມ ປອ. ສະຖາບັນດິດ ອິນສີຊຽງໃໝ່ ໄດ້ມີຄໍາເຫັນສະຫຼຸບ ໂດຍທ່ານໄດ້ຕີລາຄາສູງຕໍ່ທີມງານນັກຄົ້ນຄວ້າ ແລະ ສະແດງຄວາມຂອບໃຈບັນດາແຂກທີ່ເຂົ້າຮ່ວມແລກປ່ຽນຂໍ້ມູນ ແລະ ຄໍາຄິດເຫັນຢ່າງພາວະວິໄສ. ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນທີ່ເຂົ້າຮ່ວມກອງປະຊຸມໃນມື້ນີ້ ສຶບຕໍ່ມີຄໍາຄິດເຫັນ ແລະ ໃຫ້ຄວາມຮ່ວມມືສະໜອງຂໍ້ມູນຂ່າວສານໃຫ້ນັກຄົ້ນຄວ້າ ເພື່ອລົງເລິກວິເຄາະບັນຫາແຕ່ລະຂົງເຂດເສດຖະກິດໃຫ້ແທດເຖິງ ແລະ ສາມາດເປັນແນວທາງໃຫ້ແກ່ພັກ-ລັດຖະບານ ເຂົ້າໃນການກໍານົດນະໂຍບາຍ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ທາງດ້ານເສດຖະກິດໃນຕໍ່ໜ້າ.
ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ