ສວສສຊ ຕີລາຄາສູງບົດບາດ IMF ໃນການເສີມສ້າງຄວາມເຂັ້ມແຂງເສດຖະກິດລາວ

WhatsApp Image 2026-08-03 at 16.09.06

        ໃນຕອນເຊົ້າວັນທີ 30 ກໍລະກົດ 2026 ຜ່ານມາ, ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ), ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່ ຮອງປະທານ ສວສສຊ ໄດ້ຕ້ອນຮັບການຢ້ຽມຂໍ່ານັບອຳລາພາຍຫຼັງສິ້ນສຸດໜ້າທີ່ການປະຈຳການຢູ່ ສປປ ລາວ ຂອງ ທ່ານ ໂຈເກີນ ສະມິດແມນ, ຜູ້ຕາງໜ້າກອງທຶນການເງິນສາກົນ (IMF) ປະຈໍາ ສປປ ລາວ, ກຳປູເຈຍ ແລະ ຫວຽດນາມ.

        ໃນການພົບປະຄັ້ງນີ້, ທັງສອງຝ່າຍ ໄດ້ຮ່ວມກັນຕີລາຄາສູງຕໍ່ຜົນສຳເລັດຂອງການຮ່ວມມືຕະຫຼອດ 3 ປີຜ່ານມາ. ໂອກາດນີ້, ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ແລະ ຄວາມຮັບຜິດຊອບສູງທີ່ໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວ ໂດຍສະເພາະແມ່ນການສະໜັບສະໜູນທາງດ້ານວິຊາການຈາກ IMF ໃນດ້ານການຕິດຕາມ, ການປະເມີນ ແລະ ການແລກປ່ຽນຂໍ້ມູນຂ່າວສານທາງດ້ານເສດຖະກິດ ລວມທັງການຍົກລະດັບການສ້າງຂີດຄວາມສາມາດໃຫ້ແກ່ບຸກຄະລາກອນໃນຂະແໜງການທີ່ກ່ຽວຂ້ອງ. ພ້ອມກັນນັ້ນ, ຍັງໄດ້ແລກປ່ຽນເຖິງພາບລວມຂອງສະພາບເສດຖະກິດມະຫາພາກໃນປັດຈຸບັນ ແລະ ທິດທາງນະໂຍບາຍໃນຕໍ່ໜ້າ ທີ່ເນັ້ນໃສ່ການຮັກສາສະຖຽນລະພາບ ແລະ ການຊຸກຍູ້ການເຕີບໂຕຕາມທິດ “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ” ໃນໄລຍະໃໝ່

        ທັງສອງຝ່າຍໄດ້ຢັ້ງຢືນຄວາມມຸ້ງໝັ້ນທີ່ຈະສືບຕໍ່ຮັດແໜ້ນຄວາມຮ່ວມມືໃຫ້ແໜ້ນແຟ້ນຍິ່ງຂຶ້ນ ໃນການເປັນຄູ່ຮ່ວມງານທີ່ສໍາຄັນໃນການໃຫ້ຄໍາປຶກສາ, ວິເຄາະປະເມີນຜົນ ແລະ ແລກປ່ຽນບົດຮຽນທາງດ້ານເສດຖະກິດ ເພື່ອຍົກສູງຂີດຄວາມສາມາດຂອງບຸກຄະລາກອນພາຍໃນ ສວສສຊ ກໍຄືຂອງ ສປປ ລາວ ກ້າວໄປສູ່ລະດັບສາກົນ.

WhatsApp Image 2026-08-03 at 16.09.06 (1)

                           ຂຽນຂ່າວ ແລະ ຖ່າຍພາບ: ສາຍເພັດ ພັດກົມຄຳ