ສວສສຊ ພົບປະສະຖານທູດຫວຽດນາມ ເພື່ອກຽມເປັນເຈົ້າພາບຈັດກອງປະຊຸມສຳມະນາວິທະຍາສາດສາກົນລະດັບສູງ ພາຍໃຕ້ຫົວຂໍ້ “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ”
ທ່ານ ປອ. ລີເບີ ລີບົວປາວ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະ ກິດ ແລະ ສັງຄົມແຫ່ງຊາດ ໄດ້ຕ້ອນຮັບ ທ່ານ ຫງວຽນ ມິງ ເຕີມ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສສ.ຫວຽດນາມ ປະຈຳ ສປປ ລາວ ໃນຕອນເຊົ້າວັນທີ 30 ກໍລະກົດ 2026 ທີ່ຜ່ານມາ, ຢູ່ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ. ໃນໂອກາດນີ້, ປະທານ ສວສສຊ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານຄົ້ນຄວ້າວິທະຍາສາດໂດຍຫຍໍ້ ແລະ ລາຍງານການກະກຽມຕ້ອນຮັບຄະນະຜູ້ແທນຂັ້ນສູງ ສສ. ຫວຽດນາມ ທີ່ຈະເດີນທາງມາຮ່ວມກອງປະຊຸມສຳມະນາວິທະຍາສາດ 02 ຊາດ 04 ສະຖາບັນ ປະຈຳປີ 2026 ລະຫວ່າງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (LASES), ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ (VASS), ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ( NAPPA) ແລະ ສະຖາບັນການເມືອງໂຮຈີມິນ (HCMA) ທີ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 4-6 ສິງຫາ 2026. ພ້ອມດຽວກັນນີ້ ຍັງໄດ້ປືກສາຫາລືກ່ຽວກັບການຜັນຂະຫຍາຍແຜນການຮ່ວມມືສອງຝ່າຍໃນຕໍ່ໜ້າ ໃຫ້ສອດຄ່ອງກັບຄວາມຈໍາເປັນຮີບດ່ວນໃນການກຳນົດແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ; ແລະ ຄວາມເປັນໄປໄດ້ໃນການຊ່ວຍເຫຼືອຂອງລັດຖະບານ ສສ.ຫວຽດນາມ ຕໍ່ໂຄງການກໍ່ສ້າງຕຶກອາຄານຫໍພິພິຕະພັນຊົນເຜົ່າຂອງ ສວສສຊ ເພື່ອຈັດວາງສະແດງ ແລະ ການອະນຸລັກວັດທະນະທໍາລາວ.
ກອງປະຊຸມສຳມະນາວິທະຍາສາດ 2 ຊາດ ລາວ-ຫວຽດນາມຄັ້ງນີ້ ຈະສຸມໃສ່ການຄົ້ນຄວ້າພາຍໃຕ້ຫົວຂໍ້: “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ: ຂໍ້ລິເລີ່ມຂອງລາວ ແລະ ບົດຮຽນປະສົບການຂອງຫວຽດນາມ”. ເພື່ອແລກ ປ່ຽນບົດຮຽນຕົວຈິງທາງດ້ານທິດສະດີ ແລະ ພຶດຕິກໍາທີ່ສໍາຄັນ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ພຶ້ນຖານເສດຖະກິດໃນລາວ ໂດຍການຖອດຖອນບົດຮຽນຈາກຜົນສໍາເລັດຂອງຫວຽດນາມໃນໄລຍະຜ່ານ.
ປະທານ ສວສສຊ ໄດ້ສະແດງຄວາມເຊື່ອໝັ້ນວ່າ ການພົບປະກັນສອງຝ່າຍໃນຄັ້ງນີ້ ຈະເປັນຂີດໝາຍໃໝ່ໃນການຍົກລະດັບການພົວພັນຮ່ວມມືລະຫວ່າງສອງປະເທດ ໃຫ້ກ້າວສູ່ລະດັບໃໝ່ທີ່ສູງກວ່າເກົ່າ ເພື່ອຜົນປະໂຫຍດຮ່ວມກັນຂອງທັງສອງຊາດ.
ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ