ສຳມະນາການວາງແຜນເສດຖະກິດອຸດສາຫະກຳການບິນເພດານຕ່ຳ ທີ່ ສປ ຈີນ

WhatsApp Image 2026-07-10 at 20.02.57(1)

        ໃນລະຫວ່າງວັນທີ 23 ມິຖຸນາ ຫາ 06 ກໍລະກົດ 2026, ຄະນະຜູ້ແທນຈາກ ສປປ ລາວ ຈຳນວນ 12 ທ່ານ, ເຊິ່ງໃນນັ້ນລວມມີຜູ້ຕາງໜ້າຈາກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ຈຳນວນ 4 ທ່ານ, ໄດ້ເດີນທາງເຂົ້າຮ່ວມໂຄງການສຳມະນາ ໃນຫົວຂໍ້: ການວາງແຜນເສດຖະກິດອຸດສາຫະກຳການບິນເພດານຕ່ຳ ສຳລັບບັນດາປະເທດອາຊຽນ” (Low-Altitude Economy) ທີ່ນະຄອນໜານໜິງ, ເຂດປົກຄອງຕົນເອງແຂວງກວາງຊີ, ສປ ຈີນ.

        ໂຄງການສຳມະນາໃນຄັ້ງນີ້ ແມ່ນໃຫ້ກຽດຈັດຕັ້ງຂຶ້ນໂດຍ ວິທະຍາໄລວິຊາຊີບທຸລະກິດສາກົນກວາງຊີ (Guangxi International Business Vocational College) ພາຍໃຕ້ການໃຫ້ທຶນສະໜັບສະໜຸນຂອງກະຊວງການຄ້າ ສປ ຈີນ, ມີຜູ້ເຂົ້າຮ່ວມຈາກ 4 ປະເທດອາຊຽນຄື: ສປປ ລາວ, ມາເລເຊຍ, ມຽນມາ ແລະ ໄທ. ຕະຫຼອດໄລຍະເວລາ 15 ວັນຂອງການດຳເນີນໂຄງການ, ຄະນະຜູ້ແທນໄດ້ຮັບຟັງການບັນຍາຍທາງວິຊາການ ເຊັ່ນ: ບົດແນະນຳເບື້ອງຕົ້ນກ່ຽວກັບສະພາບເງື່ອນໄຂພື້ນຖານ ແລະ ສະພາບການແຫ່ງຊາດຂອງຈີນ ແລະ ແຂວງກວາງຊີ, ສຶກສາຄຳໂອ້ລົມທີ່ສຳຄັນຂອງເລຂາທິການໃຫຍ່ ສີ ຈິ້ນຜິງ ກ່ຽວກັບການເສີມສ້າງຄວາມເຂັ້ມແຂງ, ການຂະຫຍາຍຕົວ ແລະ ການເພີ່ມປະສິດ ທິພາບຂອງເສດຖະກິດຕົວຈິງ, ປະຫວັດການພັດທະນາ ແລະ ຜົນສຳເລັດຂອງເສດຖະກິດຕ່ຳຂອງຈີນ, ນະວັດຕະກຳເຕັກໂນໂລຊີ UAV (ໂດຣນ), ການນຳໃຊ້ໃນອຸດສາຫະກຳ ແລະ ການປະສົມປະສານນະວັດຕະກຳຂອງເສດຖະກິດຕ່ຳ ແລະ ການທ່ອງທ່ຽວ ແລະ ເສດຖະກິດການບິນເພດານຕ່ຳ, ວິໄສທັດອັດສະລິຍະ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດທາງນິເວດວິທະຍາ; ແລກປ່ຽນຄຳຄິດຄຳເຫັນ ແລະ ທັດສະນະສຶກສາຕົວຈິງ ຢູ່ບັນດາສະຖາບັນ ແລະ ວິສາຫະກິດຊັ້ນນຳ ທີ່ກ່ຽວຂ້ອງກັບການພັດທະນາເສດຖະກິດການບິນເພດານຕ່ຳ ເຊັ່ນ: ວິທະຍາໄລເຕັກນິກວິຊາຊີບທາງລົດໄຟ ຫລິວໂຈວ, ບໍລິສັດ ເຕັກໂນໂລຊີ ເຟິງຢີ (ເຊີນເຈີ້ນ) ຈຳກັດ, ບໍລິສັດ ເຕັກໂນໂລຊີອັດສະລິຍະ ກວາງໂຈວ ອີຮັງ (EHang) ຈຳກັດ, ຢ້ຽມຢາມການນຳໃຊ້ໂດຣນໃນວຽກງານກະສິກຳ ແລະ ການປົກປັກຮັກສາປ່າໄມ້ ທີ່ສວນອຸດສາຫະກຳ ຈີນ-ເຢຍລະມັນ (ຫລິວໂຈວ). ນອກຈາກນັ້ນ, ຍັງໄດ້ຮ່ວມກິດຈະກຳແລກປ່ຽນວັດທະນະທຳອັນດີງາມ ແລະ ສ້າງສາຍພົວພັນມິດຕະພາບອັນແໜ້ນແຟ້ນ ຮ່ວມກັບຄະນະຜູ້ຈັດງານ ແລະ ຊ່ຽວຊານຝ່າຍຈີນ ຢ່າງອົບອຸ່ນ.

WhatsApp Image 2026-07-10 at 20.12.00

        ການເຂົ້າຮ່ວມສຳມະນາຄັ້ງນີ້ ມີຄວາມໝາຍສຳຄັນໃນການຍົກລະດັບຄວາມຮູ້ກ່ຽວກັບການວາງແຜນພັດທະນາໂຄງລ່າງພື້ນຖານ ແລະ ນະໂຍບາຍເສດຖະກິດການບິນເພດານຕ່ຳ. ບັນດາບົດຮຽນດັ່ງກ່າວ ຍັງສາມາດນຳມາສັງເຄາະເປັນຂໍ້ມູນພື້ນຖານໃນການ ຄົ້ນຄວ້າ ແລະ ກຳນົດນະໂຍບາຍ ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ພ້ອມດຽວກັນນີ້, ຍັງເປັນການຍົກລະດັບການຮ່ວມມືດ້ານວິຊາການ ແລະ ການຄົ້ນຄວ້າ ລະຫວ່າງ ອາຊຽນ ແລະ ສປ ຈີນ ໃຫ້ເປັນຮູບປະທຳໃນອະນາຄົດ.

        ໃນຕອນທ້າຍຂອງໂຄງການ, ຄະນະຜູ້ແທນລາວທຸກທ່ານ ໄດ້ສໍາເລັດການເຂົ້າຮ່ວມທຸກກິດຈະກຳ ແລະ ເດີນທາງກັບຄືນ ສປປ ລາວ ດ້ວຍຄວາມສະຫວັດດີພາບ ພ້ອມທັງຄວາມປະທັບໃຈອັນເລິກເຊິ່ງຕໍ່ກັບການຕ້ອນຮັບອັນອົບອຸ່ນຈາກທາງວິທະຍາໄລ.

DSC03787_new

ຂ່າວ: ພູຄຽງ ໄຊສິລິ