ສວສສຊ ແລະ ສນຍ ເຊັນບົດບັນທຶກການຮ່ວມມືແປປື້ມ “ການພົວພັນພິເສດ ລາວ-ຫວຽດນາມ”

WhatsApp Image 2026-03-27 at 21.12.26

        ໃນວັນທີ 26 ມີນາ 2026 ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ໄດ້ຈັດພິທີເຊັນບົດບັນທືກການຮ່ວມມືແປປຶ້ມ “ການພົວພັນພິເສດ ລາວ-ຫວຽມນາມ” ລະຫວ່າງສະຖາບັນຄົ້ນຄວ້າການເມືອງວິທະຍາ, ສວສສຊ ແລະ ກົມເອກະສານແຫ່ງຊາດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ. ຕາງໜ້າລົງນາມເຊັນບົດບັນທືກການຮ່ວມມືໃນຄັ້ງນີ້ ມີທ່ານ ປອ. ແກ້ວວິຈິດ ໄຂຄໍາພິທູນ ກໍາມະການຄະນະພັັກ, ຫົວໜ້າສະຖາບັນຄົ້ນຄວ້າການເມືອງວິທະຍາ ແລະ ທ່ານ ບຸນຍົງ ສີສຸພັນ ກໍາມະການຄະນະພັກ, ຫົວໜ້າກົມເອກະສານແຫ່ງຊາດ ແລະ ເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງເລຂາຄະນະພັກ, ຮອງປະທານ ສວສສຊ,  ທ່ານ ປອ. ນາງ ແກ້ວວິວອນ ອຸດທະຈັກ, ກໍາມະການຄະນະພັກ, ຮອງປະທານ ສວສສຊ, ແລະ ທ່ານ ປອ. ຄໍາຜາ ພິມມະສອນ, ກໍາມະການ ຄະນະປະຈໍາພັກ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ມີບັນດາແຂກທີ່ຖືກເຊີນຈາກສອງພາກສ່ວນເຂົ້າຮ່ວມເປັນສັກຂີພະຍານ.

        ການເຊັນບົດບັນທຶກການຮ່ວມມືຄັ້ງນີ້ ເປັນການຮ່ວມມືທາງດ້ານວິຊາການ ເພື່ອປະຕິບັດໂຄງການແປປຶ້ມ “ການພົວພັນພິເສດ ລາວ-ຫວຽດນາມ” ຈາກພາສາຫວຽດນາມເປັນພາສາລາວ ທີ່ມີເນື້ອໃນເອກະສານ ແລະ ຮູບພາບກ່ຽວກັບສາຍພົວພັນແບບພິເສດ, ການຮ່ວມສໍາພັນສູ້ຮົບລາວ-ຫວຽດນາມ, ບັນດາການເຄື່ອນໄຫວຂອງການນຳພັກ-ລັດ ແລະ ປະຊາຊົນສອງປະເທດ ແນໃສ່ປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າເອກະສານຂອງຊາດ, ໂຄສະນາ ເຜີຍແຜ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ຄົນຮຸ່ນຫຼັງ, ທັງເປັນການຂໍ່ານັບຮັບຕ້ອນວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 50 ປີ, ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 65 ປີ ທີ່ຈະມາເຖິງ.   ສໍາລັບເນື້ອໃນຂອງປຶ້ມປະກອບມີ 3 ພາກຄື: ພາກທີ 1 ແມ່ນພື້ນຖານໃນເບື້ອງຕົ້ນ, ພາກທີ 2 ແມ່ນການສ້າງຕັ້ງສາຍພົວພັນການທູດ, ການປັບປຸງການຮ່ວມສໍາພັນສູ້ຮົບຫວຽດນາມ-ລາວ (1962-1977) ແລະ ພາກທີ 3 ແມ່ນການພົວພັນຮ່ວມມືມິດຕະພາບຫວຽດນາມ-ລາວ (1977 2022), ທັງສາມພາກແມ່ນມີເນື້ອໃນລະອຽດຄົບຖ້ວນ ເປັນສ້າງຄັງຂໍ້ມູນທີ່ເປັນທາງການ ແລະ ຊັດເຈນ ເພື່ອໃຊ້ໃນການຄົ້ນຄວ້າ ແລະ ອ້າງອີງທາງດ້ານປະຫວັດສາດການເມືອງ.

 

        ທ່ານ ປອ ແກ້ວວິຈິດ ໄຂຄໍາພິທູນ ໄດ້ກ່າວວ່າ: ພິທີເຊັນບົດບັນທຶກການຮ່ວມມື ແປປຶ້ມ ການພົວພັນພິເສດ ລາວ – ຫວຽດນາມ” ເທື່ອນີ້ ບໍ່ແມ່ນພຽງແຕ່ເປັນການຮ່ວມມືທາງດ້ານວິຊາການເທົ່ານັ້ນ, ແຕ່ແມ່ນການສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ. ປຶ້ມ “ການພົວພັນພິເສດລາວ – ຫວຽດນາມ” ແມ່ນຊັບສົມບັດທາງດ້ານຈິດໃຈທີ່ລ້ຳຄ່າ. ມັນແມ່ນການປະມວນຄືນບັນດາເຫດການປະຫວັດສາດ, ຄວາມເສຍສະຫຼະອັນສູງສົ່ງ ແລະ ໄຊຊະນະທີ່ຍິ່ງໃຫຍ່ ທີ່ສອງຊາດພວກເຮົາໄດ້ຮ່ວມສ້າງນຳກັນ. ປຶ້ມເຫຼັ້ມນີ້ຈະໄດ້ແປຈາກພາສາຫວຽດນາມມາເປັນພາສາລາວ ເພື່ອຊ່ວຍໃຫ້ຜູ້ອ່ານ ໂດຍສະເພາະແມ່ນຄົນລຸ້ນໜຸ່ມ ໄດ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຮາກເຫງົ້າຂອງມິດຕະພາບທີ່ຫາໄດ້ຍາກໃນໂລກນີ້ ເພື່ອໃຫ້ເພື່ອນມິດສາກົນໄດ້ຮັບຮູ້ເຖິງສາຍພົວພັນ “ຖານສະຫາຍ ແລະ ອ້າຍນ້ອງ” ທີ່ເປັນແບບຢ່າງອັນໃສແຈ້ງ.

ຂຽນຂ່າວ ແລະ ຖ່າຍພາບ: ຈັນທູ ແກ້ວອ່ອນວົງໄຊ