ສວສສຊ ຮ່ວມມື ກະຊວງເຕັກໂນໂລຊີ ແລະ ການສື່ສານ ສຸມໃສ່ວຽກງານຫັນເປັນດິຈິຕອນ ໄລຍະ 5 ປີ
ໃນຕອນເຊົ້າຂອງວັນທີ 13 ສິງຫາ 2026 ທີ່ຜ່ານມາ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ຈັດກອງປະຊຸມປຶກສາຫາລືເນື້ອໃນຮ່າງບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືດ້ານເຕັກໂນໂລຊີ ແລະ ການສື່ສານ (ກຕສ). ໃຫ້ກຽດເປັນປະທານຮ່ວມໃນກອງປະຊຸມຄັ້ງນີ້ ມີ ທ່ານ ປອ. ລີເບີ ລີບົວປາວ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ທ່ານ ປອ. ສັນຕິສຸກ ສີມມາລາວົງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມດ້ວຍຄະນະນຳ, ພະນັກງານ ແລະ ວິຊາການທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອຮ່ວມກັນຄົ້ນຄວ້າ ແລະ ເປັນເອກະພາບກັນຕໍ່ຮ່າງເນື້ອໃນMOU ໄລຍະ 5 ປີ (2026-2030) ເພື່ອເປັນບ່ອນອີງໃຫ້ແກ່ການຮ່ວມມືໃນອະນາຄົດ. ການຮ່ວມມືຈະສຸມໃສ່ 3 ຂົງເຂດວຽກງານສຳຄັນ ຄື:
1. ການຫັນເປັນດິຈິຕອນ: ການຫັນການພັດທະນາລະບົບຄຸ້ມຄອງ-ບໍລິຫານຫ້ອງການຂອງ ສວສສຊ ໃຫ້ມີຄວາມທັນສະໄໝ.
2. ການໂຄສະນາເຜີຍແຜ່: ການນໍາໃຊ້ເຄື່ອງມືດິຈິຕອນ ເຂົ້າໃນການເຜີຍແຜ່ນະໂຍບາຍ, ກົດໝາຍ ແລະ ຂໍ້ມູນຂ່າວສານຕ່າງໆ ຢ່າງມີປະສິດທິພາບ.
3. ການພັດທະນາຊັບພະຍາກອນມະນຸດ: ຍົກລະດັບຄວາມຮູ້ຄວາມສາມາດ, ແລກປ່ຽນຂໍ້ມູນຂ່າວສານ, ປະສົບການ ພ້ອມທັງການຈັດກອງປະຊຸມສຳມະນາ ແລະ ຝຶກອົບຮົມຮ່ວມກັນ.
ໃນໂອກາດດຽວກັນ, ຍັງໄດ້ມີພິທີມອບ-ຮັບເຄື່ອງຄອມພິວເຕີ ລະຫວ່າງຄະນະນຳຂອງທັງສອງຝ່າຍ, ພ້ອມນັ້ນ ຜູ້ເຂົ້າຮ່ວມຍັງໄດຮັບຟັງການນຳສະເໜີກ່ຽວກັບການຄຸ້ມຄອງ ແລະ ການນຳໃຊ້ລະບົບບໍລິຫານ ແລະ ບໍລິການລັດແບບດິຈິຕອນ ຈາກສູນບໍລິຫານລັດດິຈິຕອນ ກະຊວງ ກຕສ ແລະ ຮ່ວມຮັບຟັງການເຜີຍແຜ່ຮ່າງມະຕິວ່າດ້ວຍບຸກທະລຸການພັດທະນາວິທະຍາສາດເຕັກໂນໂລຊີ, ປະດິດສ້າງ ແລະ ວຽກງານການຫັນເປັນດິຈິຕອນ.
ຜ່ານການປຶກສາຫາລືຢ່າງກົງໄປກົງມາ, ທັງສອງຝ່າຍໄດ້ຕີລາຄາສູງ ແລະ ຕົກລົງເຫັນດີປັບປຸງເນື້ອໃນຮ່າງ MOU ດັ່ງກ່າວ ໃຫ້ມີຄວາມຮັດກຸມ, ສອດຄ່ອງກັບສະພາບການຕົວຈິງ ແລະ ພາລະບົດບາດຂອງແຕ່ລະພາກສ່ວນ ເພື່ອກ້າວໄປສູ່ການຈັດຕັ້ງປະຕິບັດໃນຕໍ່ໜ້າ.
ຖ່າຍພາບ: ທະນົງສຸກ ບຸນປະເສີດ
ຂຽນຂ່າວ: ສາຍເພັດ ພັດກົມຄຳ