ສວສສຊ ຫວນຄືນມູນເຊື້ອປະທານ ສຸພານຸວົງ ແລະ ວັນມິດຕະພາບລາວ-ຫວຽດນາມ

WhatsApp Image 2026-07-30 at 12.18.21

        ໃນຕອນບ່າຍຂອງວັນທີ 28 ກໍລະກົດ 2026, ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ຈັດພິທີປາຖະກະຖາຄັ້ງສໍາຄັນ ເພື່ອສະເຫຼີມສະຫຼອງ ແລະ ຫວນຄືນມູນເຊື້ອ 3 ວັນປະຫວັດສາດ ຄື: ວັນຄ້າຍວັນເກີດ ປະທານສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກ ຄົບຮອບ 117 ປີ, ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 49 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 46 ປີ. ໂດຍໃຫ້ກຽດເປັນປະທານຂອງ ທ່ານ ປອ. ລີເບີ ລີບົວປາວ ກໍາມະການສູນກາງພັກ, ປະທານ ສວສສຊ; ມີບັນດາຄະນະພັກ-ຄະນະນໍາ, ບັນດາຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ສູນ ພ້ອມດ້ວຍພະນັກງານທົ່ວ ສວສສຊ ເຂົ້າຮ່ວມ.

        ໃນພິທີປາຖະກະຖາໃນຄັ້ງນີ້, ທ່ານ ໄຊສົງຄາມ ມະໂນທັມ, ຄະນະປະຈຳພັກ, ຮອງປະທານ ສວສສຊ ໄດ້ຫວນຄືນມູນເຊື້ອອັນເລີດລ້ຳຂອງ ປະທານ ສຸພານຸວົງ ເຊິ່ງເພີ່ນແມ່ນນັກປັນຍາຊົນຜູ້ຍິ່ງໃຫຍ່ ແລະ ວິລະບູລຸດຂອງຊາດ. ຕະຫຼອດຊີວິດຂອງເພີ່ນ ແມ່ນໄດ້ອຸທິດສະຕິປັນຍາ ແລະ ຫົວຄິດປະດິດສ້າງເຂົ້າໃນພາລະກິດປົດປ່ອຍຊາດ, ເປັນຜູ້ນຳຮຸ່ນທຳອິດທີ່ຢຶດໝັ້ນໃນອຸດົມການປະຕິວັດ ແລະ ເປັນບຸກຄົນສຳຄັນໃນການເຕົ້າໂຮມຄວາມສາມັກຄີທົ່ວປວງຊົນເພື່ອຍາດເອົາເອກະລາດມາໃຫ້ປະເທດຊາດ. ພ້ອມກັນນັ້ນ, ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່, ຮອງເລຂາຄະນະພັກ, ຮອງປະທານ ສວສສຊ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງສາຍພົວພັນມິດຕະພາບ ລາວ-ຫວຽດນາມ ໂດຍສະເພາະແມ່ນວັນເຊັນສົນທິສັນ ຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 49 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 64 ປີ. ສາຍພົວພັນນີ້ແມ່ນພື້ນຖານກົດໝາຍອັນໜັກແໜ້ນໃນການຮັດແໜ້ນຄວາມສາມັກຄີຮ່ວມສູ້ຮົບ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ.

WhatsApp Image 2026-07-30 at 12.18.22 (1)
WhatsApp Image 2026-07-30 at 12.18.22

        ໃນໂອກາດນີ້, ທ່ານ ປອ. ລີເບີ ລີບົວປາວ ໄດ້ມີຄຳເຫັນໂອ້ລົມຕໍ່ພະນັກງານທົ່ວສະຖາບັນວ່າ: ຈົ່ງຮໍ່າຮຽນເອົາຄຸນສົມບັດສິນທຳປະຕິວັດອັນສູງສົ່ງ ໂດຍສະເພາະແມ່ນຄຸນສົມບັດສິນທໍາປະຕິວັດ, ຈິດໃຈຮັກຊາດ ແລະ ການຍອມເສຍສະຫຼະທຸກສິ່ງທຸກຢ່າງເພື່ອປະເທດຊາດ ແລະ ປະຊາຊົນ ຂອງປະທານ ສຸພານຸວົງ ເພື່ອເປັນການສະແດງເຖິງຄວາມກະຕັນຍູຮູ້ບຸນຄຸນຕໍ່ການນຳຮຸ່ນກໍ່ຕັ້ງ ພາຍໃຕ້ຄຳຂວັນ: “ຍ້ອນມີເພີ່ນໃນວັນນີ້ ຈຶ່ງມີພວກເຮົາໃນມື້ນີ້”. ພ້ອມກັນນັ້ນ, ທ່ານຍັງໄດ້ຊີ້ນຳໃຫ້ສືບຕໍ່ເສີມຂະຫຍາຍສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ນັບມື້ກ້າວເຂົ້າສູ່ລ່ວງເລິກ, ໂດຍນຳເອົາໝາກຜົນຂອງການພົວພັນຮ່ວມມືທາງດ້ານວິຊາການ ແລະ ການຄົ້ນຄວ້າວິທະຍາ ສາດກັບບັນດາສະຖາບັນຄູ່ຮ່ວມມືຈາກ ສສ.ຫວຽດນາມ ມາຜັນຂະຫຍາຍເຂົ້າໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ, ບົນພື້ນຖານການສ້າງເສດຖະກິດເອກະລາດ ແລະ ເປັນເຈົ້າຕົນເອງໃນໄລຍະໃໝ່ ໃຫ້ມີປະສິດທິຜົນສູງສຸດ.

        ການຫວນຄືນປະຫວັດສາດ ແລະ ມູນເຊື້ອຂອງຊາດ, ຂອງຜູ້ນໍາຄັ້ງນີ້ ເປັນການປຸກຈິດສຳນຶກໃຫ້ພະນັກງານ-ລັດຖະກອນທົ່ວ ສວສສຊ ໃຫ້ມີສະຕິຊາດ, ຍຶດໝັ້ນໃນອຸດົມການ ແລະ ເສືມຂະຫຍາຍມູນເຊື້ອອັນລ້ຳຄ່າ ແລະ ບົດຮຽນແຫ່ງສາຍພົວພັນພິເສດ ລາວ-ຫວຽດນາມ ມາເປັນແຮງຊຸກດັນໃນການປະຕິບັດໜ້າທີ່ວິຊາສະເພາະ ໂດຍສະ ເພາະແມ່ນການຍົກສູງຄຸນນະພາບການຄົ້ນຄວ້າວິທະຍາສາດ ເພື່ອຮ່ວມກັນແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຮຸ່ງເຮືອງສີວິໄລ ຕາມອຸດົມການທີ່ບັນດາທ່ານຜູ້ນຳຮຸ່ນກໍ່ຕັ້ງໄດ້ວາງຮາກ ຖານເອົາໄວ້ຢ່າງໝັ້ນຄົງ.

WhatsApp Image 2026-07-30 at 12.18.21 (1)

                                       ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ