ສວສສຊ ຈັດພິທີສະຫຼຸບວຽກງານປະຈຳປີ

7

        ເພື່ອເປັນການກວດກາຄືນການຈັດຕັ້ງປະຕິບັດວຽກງານໃນໄລຍະໜຶ່ງປີຜ່ານມາ ແລະ ເປັນບ່ອນອີງໃຫ້ແກ່ການວາງທິດທາງໃນໜຶ່ງປີຕໍ່ໜ້າ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳປີ 2025 ທີ່ຫ້ອງປະຊຸມໃຫຍ່ຂອງ ສຊສສຊ (ຫຼັກ 6) ໃນຕອນເຊົ້າວັນອັງຄານ 17 ມີນາ 2026 ພາຍໃຕ້ການເປັນປະທານຂອງທ່ານ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ; ມີບັນດາຮອງປະທານ, ຫົວໜ້າກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ສູນ ພ້ອມດ້ວຍພະນັກງານ-ລັດຖະກອນທົ່ວ ສວສສຊ ເຂົ້າຮ່ວມ.

        ກອງປະຊຸມໄດ້ຮັບຟັງຮ່າງບົດສະຫຼຸບວຽກງານປະຈໍາປີ 2025 ແລະ ທິດທາງແຜນການວຽກງານປະຈໍາປີ 2026 ເຊິ່ງໄດ້ຍົກໃຫ້ເຫັນບັນດາຜົນງານ, ຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ຕະຫຼອດໄລຍະໜຶ່ງປີຜ່ານມາ ພ້ອມທັງກຳນົດທິດທາງແຜນການໃນປີ 2026; ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ຮັບຟັງການຜ່ານບົດສະຫຼຸບ ຕີລາຄາວຽກງານແຂ່ງຂັນ-ຍ້ອງຍໍຮັັກຊາດ ແລະ ພັດທະນາປະຈໍາປີ 2025 ແລະ ທິດທາງແຜນການປີ 2026. ໃນພິທີດັ່ງກ່າວ ໄດ້ມີການມອບໃບຍ້ອງຍໍໃຫ້ແກ່ບຸກຄົນ ທີ່ມີຜົນງານປະກອບສ່ວນໃນບັ້ນຮັບໃຊ້ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກ ສວສສຊ ຈໍານວນ 103 ທ່ານ, ບັ້ນຮັບໃຊ້ສວນສະໜາມ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ຈໍານວນ 65 ທ່ານ ແລະ ຍ້ອງຍໍບຸກຄົນດີເດັ່ນປະຈໍາປີ 2025 ຈໍານວນທັງໝົດ 182 ທ່ານ; ໃນນັ້ນ ມີປະເພດ I ຈໍານວນ 153 ທ່ານ, ປະເພດ II ຈໍານວນ 29 ທ່ານ ແລະ ຍ້ອງຍໍການຈັດຕັ້ງທີ່ມີຜົນງານດີເດັ່ນປະເພດ I ຈໍານວນ 9 ພາກສ່ວນ, ປະເພດ II ຈໍານວນ 1 ພາກສ່ວນ ແລະ ປະເພດ III ຈໍານວນ 1 ພາກສ່ວນ;

9

        ໃນໂອກາດດັ່ງກ່າວ ທ່ານ ປອ. ກອງແກ້ວ ໄຊສົງຄາມ ໄດ້ກ່າວຍ້ອງຍໍຊົມເຊີຍຄະນະພັກ, ຄະນະນໍາແຕ່ລະຂັ້ນ ແລະ ອົງການຈັດຕັ້ງມະຫາຊົນ, ບຸກຄົນດີເດັ່ນພາຍໃນ ສວສສຊ ທີ່ສາມາດຍາດໄດ້ຜົນສຳເລັດໃນຄັ້ງນີ້. ທ່ານຍັງໄດ້ເນັ້ນໜັກຕື່ມວ່າ: ໃນໜຶ່ງປີຕໍ່ໜ້າ ສວສສຊ ຕ້ອງໄດ້ອອກແຮງປຸກລະດົມກຳລັງແຮງຂອງທຸກພາກສ່ວນ, ເຊີດຊູຈິດໃຈຮັກຊາດ, ເອກະພາບ, ເປັນເຈົ້າຕົນເອງ ເປັນຕົ້ນ ໜຶ່ງ) ຕ້ອງເຊື່ອມຊຶ່ມ ແລະ ກຳແໜ້ນແນວທາງຂອງພັກ, ມະຕິ, ຄຳສັ່ງຂອງຂັ້ນເທິ່ງ ໂດຍສະເພາະມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ແຜນພັດທະເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ຂອງລັດຖະບານ ກໍຄືມະຕິກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ຂອງອົງຄະນະພັກ ແລະ ແຜນພັດທະນາ 5 ປີ ຄັ້ງທີ II ຂອງ ສວສສຊ ໄປພ້ອມກັບການຈັດຕັ້ງ ແລະ ຜັນຂະຫຍາຍໃຫ້ເປັນແຜນການ, ແຜນດໍາເນີນງານ, ໂຄງການອັນລະອຽດຂອງ ສວສສຊ ໃຫ້ເປັນຮູບປະທໍາ, ສອງ) ຕ້ອງສືບຕໍ່ປ່ຽນແປງຕົນເອງຢ່າງບໍ່ຢຸດຢັ້ງ ຕາມຈິດໃຈສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການຍົກສູງຄວາມສາມາດ ແລະ ຄຸນນະພາບການນຳພາໃນໄລຍະໃໝ່, ສາມ) ຕ້ອງຕັ້ງໜ້າເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສ້າງບັນດາຕົວແບບດີເດັ່ນດ້ານຕ່າງໆຢູ່ແຕ່ພາກສ່ວນ ທັງຕ້ອງຮູ້ສະຫລຸບບົດຮຽນຈາກຕົວແບບນັ້ນ; ຖ້າມີຕົວແບບດີເດັ່ນທີ່ດີ ຕ້ອງໄດ້ຮັບການຜັນຂະຫຍາຍອອກສູ່ທຸກການຈັດຕັ້ງຂອງ ສວສສຊ; ອັນນັ້ນ ແມ່ນການສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ເຂົ້າສູ່ລວງເລິກຕົວຈິງ, ສີ່) ຕ້ອງໄດ້ເພີ່ມທະວີການນໍາພາ-ຊີ້ນຳ, ບັນຊາ, ຕິດຕາມ, ກວດກາ, ຕີລາຄາ ແລະ ການຈັດຕັ້ງຜັນຂະຫຍາຍທິດທາງແຜນການເປັນໜຶ່ງໃນບັນດາມາດຕະການກະຕຸ້ນ ເພື່ອສົ່ງເສີມຂະບວນການວຽກງານໃຫ້ກວ້າງຂວາງ, ແຂງແຮງ, ຟົດຟື້ນ ແລະ ຫ້າວຫັນ; ຖືເປັນຫລັກການ ແລະ ເປັນຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ. ຫ້າ) ໃຫ້ຖືເອົາການຕິດຕາມຊຸກຍູ້, ກວດກາ ແລະ ຕີລາຄາວຽກງານ, ວຽກດີຄົນເດັ່ນ ທັງຍ້ອງຍໍໃຫ້ຖືກຄົນ, ຖືກວຽກ ແລະ ທັນການ ເປັນໜຶ່ງໃນບັນດາມາດຕະການກະຕຸ້ນ ເພື່ອຊຸກຍູ້ສົ່ງເສີມຂະບວນການໃຫ້ຂະຫຍາຍຕົວກວ້າງຂວາງ, ແຂງແຮງ ແລະ ມີຄວາມຟົດຟື້ນ, ຫ້າວຫັນແທ້. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ແລະ ອົງການຈັດຕັ້ງມະຫາຊົນ ຈົ່ງເພີ່ມທະວີການຊີ້ນໍາ-ນໍາພາ, ຕິດຕາມ, ກວດກາການຜັນຂະຫຍາຍທິດທາງແຜນການປີ 2026 ຂອງ ສວສສຊ ໃຫ້ເປັນທິດທາງລວມ ແລະ ທັງເປັນເນື້ອໃນເຂົ້າໃນວຽກງານຂອງຂົງເຂດຕົນຢ່າງເລິກເຊິ່ງ, ຮອບດ້ານ ແລະ ມີຜົນສຳເລັດ.

12
10
13

ພາບ-ຂ່າວ: ເພັດ ສາຍທານ