ປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 48 ປີ, ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ແລະ ສະຫຼຸບວຽກງານ 3 ອົງການຈັດຕັ້ງມະຫາຊົນ ປະຈຳປີ 2023 ແລະ ທິດທາງແຜນການປີ 2024

ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ), ໄດ້ຈັດປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 48 ປີ, ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ແລະ ສະຫຼຸບວຽກງານ 3 ອົງການຈັດຕັ້ງມະຫາຊົນ ປະຈໍາປີ 2023 ແລະ ທິດທາງແຜນການປີ 2024; ໃນວັນທີ 26 ທັນວາ 2023 ທີ່ຫ້ອງປະຊຸມໃຫຍ່ ສວສສຊ. ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ປອ. ກິແກ້ວ ຈັນທະບູລີ, ຮອງເລຂາຄະນະພັກ ຮອງປະທານ ສວສສຊ, ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ ແລະ ສະຫາຍ ປອ. ນາງ ອໍາໄພວັນ ຄໍາແສງສີວິໄລ ຄະນະປະຈໍາພັກ, ປະທານກວດກາ, ຮອງປະທານ ສວສສຊ , ໂດຍມີບັນດາສະຫາຍເລຂາໜ່ວຍພັກ, ບັນດາສະຫາຍຄະນະບໍລິຫານງານ ຂອງ 3 ອົງການຈັດຕັ້ງມະຫາຊົນ, ບັນດາຫົວໜ້າກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ສູນ ພ້ອມພະນັກງານລັດຖະກອນພາຍໃນ ສວສສຊ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນວາລະທີ 1: ສະຫາຍ ປອ. ນາງ ອໍາໄພວັນ ຄໍາແສງສີວິໄລ ໄດ້ໃຫ້ກຽດປະຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 48 ປີ ຊຶ່ງເພີ່ນໄດ້ຍົກໃຫ້ເຫັນມູນເຊື້ອ ແລະ ຄວາມໝາຍສໍາຄັນຂອງວັນຊາດ, ບັນດາເຫດການ ແລະ ໄຊຊະນະອັນຍິ່ງໃຫຍ່ຂອງກອງທັບ ແລະ ປະຊາຊົນລາວ ໃນຂະບວນຕໍ່ສູ້ກູ້ຊາດ, ຜົນສໍາເລັດຂອງການປະຕິບັດ 2   ໜ້າທີ່ຍຸດທະສາດ, ສືບຕໍ່ເສີມຂະຫຍາຍມູນເຊື້ອວັນຊາດທີ 2 ທັນວາ ເຂົ້າໃນການພັດທະນາປະເທດຊາດ; ວັນຊາດທີ 2 ທັນວາ 1975 ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດຂອງຊາດລາວເຮົາ, ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະຫຼະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ; ທັງເປັນວັນແຫ່ງການກ້າວສູ່ຍຸກສະ  ໄໝໃໝ່ແຫ່ງການສ້າງປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນະຖາວອນ. ນອກນັ້ນ, ຍັງໄດ້ສືບຕໍ່ປາຖະກະຖາ ວັນເກີດ ຂອງປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ (13 ທັນວາ 1920-13 ທັນວາ 2023), ຊຶ່ງໄດ້ຍົກໃຫ້ເຫັນຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງປະທານ ໄກສອນ ພົມວິຫານ, ແບບຢ່າງອັນດີເລີດຂອງເພີ່ນ ເພື່ອນໍາມາເປັນແບບຢ່າງ ແລະ ສືບທອດພາລະກິດຂອງພັກໃນໄລຍະໃໝ່.

          ວາລະທີ2: ໃນກອງປະຊຸມໄດ້ຮັບຟັງການຜ່ານບົດສະຫຼຸບປະຈຳປີ 2023 ແລະ ທິດທາງແຜນການ ປີ 2024 ຈາກປະທານກໍາມະບານ, ປະທານສະຫະພັນແມ່ຍິງ ແລະ ຮັກສາການເລຂາຄະນະບໍລິຫານງານຊາວໜຸ່ມ ເຊິ່ງໄດ້ຍົກໃຫ້ເຫັນການຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານໃນ 1 ປີຜ່ານມາ, ບັນດາຜົນສຳເລັດໃນແຕ່ລະດ້ານ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້, ວິທີການແກ້ໄຂ ແລະ ທິດທາງແຜນການໃນການຈັດຕັ້ງປະຕິບັດ ໂດຍລວມ 3 ອົງການຈັດຕັ້ງມະຫາຊົນ ກໍຄືພະນັກງານທົ່ວ ສວສສຊ ຍາມໃດກໍຖືເອົາວຽກວິຊາສະເພາະຕິດພັນກັບວຽກຂະບວນການ ເປັນກົນໄກອັນສໍາຄັນໃນການຈັດຕັ້ງ ແລະ ເຄື່ອນໄຫວວຽກງານ; ພ້ອມດຽວກັນນັ້ນ ຍັງໄດ້ຖືຄວາມສໍາຄັນກ່ຽວກັບວັນສໍາຄັນຂອງຊາດ ມີການຈັດກອງປະຊຸມປາຖະກະຖາເລົ່າມູນເຊື້ອຂອງວັນສໍາຄັນຕ່າງໆ ຕາມການນໍາພາຊີ້ນໍາຂອງຄະນະພັກຢ່າງເປັນປົກກະຕິ; ມີຄວາມສາມັກຄີຈູບຈ້າວຫ້າວຫັ້ນ ຕັ້ງໜ້າພັດທະນາຕົນເອງຢູ່ສະເໝີ ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນນັກຄົ້ນຄວ້າໜຸ່ມເພື່ອເປັນກໍາລັງແຮງຂອງ ສວສສຊ ໃນອານາຄົດ; ສ່ວນທິດທາງແຜນການໃນປີ 2024 ຈະເອົາໃຈໃສ່ລົງເລິກນໍາພາຊີ້ນໍາຢ່າງໃກ້ຊິດ, ເອົາໃຈໃສ່ຄົ້ນຄວ້າຕິດຕາມ ແລະ ແກ້ໄຂບັນຫາວຽກງານຕ່າງໆ ໃຫ້ລຸລ່ວງໄປດ້ວຍດີ, ເຕົ້າໂຮມປຸກລະດົມຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ, ສ້າງເງື່ອນໄຂສະພາບແວດລ້ອມທີ່ດີໃນການເຄື່ອນໄຫວວຽກງານຂະບວນການ ແລະ ປະຕິບັດນະໂຍບາຍຕໍ່ສະມາຊິກຜູ້ທີ່ມີຜົນງານໃຫ້ໄດ້ທົ່ວເຖິງ; ສິ່ງສໍາຄັນຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ປະກອບຄໍາຄິດເຫັນຕໍ່ບົດສະຫຼຸບທັງ 3 ວຽກງານເຮັດໃຫ້ມີເນື້ອໃນທີ່ສົມບູນຂຶ້ນຕື່ມ.

ໃນຕອນທ້າຍກອງປະຊຸມ ສະຫາຍ ປອ. ກິແກ້ວ ຈັນທະບູຣີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ທັງສາມອົງການຈັດຕັ້ງມະຫາຊົນຍາດມາໄດ້ ແລະ ທັງເນັ້ນໃຫ້ເອົາໃຈໃສ່ໃນການຊີ້ນຳ-ນຳພາຂອງຄະນະບໍລິຫານງານໃນແຕ່ລະຂັ້ນ, ມີຫົວຄິດປະດິດສ້າງໃນການສ້າງຂະບວນການເຄື່ອນໄຫວຕ່າງໆໃຫ້ເປັນຂະບວນຟົດຟື້ນ, ສ້າງຜົນງານໃຫ້ຂອງແຕ່ລະອົງການໃຫ້ປະກົດຜົນເປັນຈິງຕາມຂໍ້ແຂ່ງຂັນ 5 ເປັນເຈົ້າ, 3 ດີ ແລະ 4 ບຸກ, ຄະນະໜ່ວຍພັກກໍຕ້ອງໄດ້ເອົາໃຈໃສ່ຊຸກຍູ້ໃຫ້ແຕ່ລະອົງການໄດ້ເຄື່ອນໄຫວຕາມພາລະບົດບາດຂອງແຕ່ລະອົງການ, ທ່ານຍັງໄດ້ເນັ້ນຕື່ມໃຫ້ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ລັດຖະກອນ ສະມາຊິກທັງສາມອົງການຈັດຕັ້ງໃຫ້ມີຄຸນສົມບັດສິນທຳປະຕິວັດ, ມີຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ມີຄວາມສັດຊື່ບໍລິສຸດ, ມີຄວາມສາມັກຄີ ແລະ ມີແບບແຜນດໍາລົງຊີວິດປອດໃສກ້າວໜ້າ; ເອົາໃຈໃສ່ສືບຕໍ່ປັບປຸງ-ພັດທະນາການຈັດຕັ້ງຂອງຕົນໃຫ້ກວ້າງຂວາງ ແລະ ແຂງແຮງກວ່າເກົ່າ, 3 ອົງການຈັດຕັ້ງມະຫາຊົນຕ້ອງຍຶດໝັ້ນແບບແຜນວິທີເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ມີລະບອບປະຊູມສ່ອງແສງປົກກະຕິ, ກອງປະຊຸມຕ້ອງມີເນື້ອໃນຈະແຈ້ງ, ມີການປຶກສາຫາລື, ມີການອອກມະຕິ ເພື່ອຕົກລົງຮັບຮອງແລ້ວ ຕ້ອງມີການເຜີຍແຜ່ໃຫ້ສະມາຊິກເຂົ້າໃຈ ແລະ ນຳໄປຈັດຕັ້ງປະຕິບັດຕາມມະຕິວາງອອກໃຫ້ທັນກັບສະພາບການ; ເອົາໃຈໃສ່ເພີ່ມທະວີການສົ່ງເສີມ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກໃນ 3 ອົງການຈັດຕັ້ງທຸກສະຫາຍ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ ໃນການເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະນຳ, ບັນດາກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ສູນ ສາມາດເຄື່ອນໄຫວວຽກງານໄດ້ຢ່າງມີປະສິດ ທິພາບ ແລະ ປະສິດທິຜົນ.

ພາບ-ຂ່າວ: ພວງເພັດ ຈັນທະລີວົງ