ເຊື່ອມຊຶມຄຳສັ່ງ ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ

ໃນວັນທີ 12 ມັງກອນ 2024 ທີ່ຜ່ານມາ; ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດໄດ້ຈັດກອງປະຊຸມເຊື່ອມຊຶມ ຄໍາສັ່ງ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ; ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ. ສອນທະນູ ທໍາມະວົງ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ, ມີບັນດາສະຫາຍຄະນະປະຈໍາພັກ, ບັນດາສະຫາຍຄະນະບໍລິຫານງານພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ພ້ອມທັງພະນັກງານ-ລັດຖະກອນທົ່ວ ສວສສຊ ເຂົ້າຮ່ວມ.

 ຫຼັງຈາກກ່າວເປີດພິທີ ປະທານກອງປຊຸມໄດ້ສືບຕໍ່ຜ່ານຄໍາສັ່ງ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ສະບັບເລກທີ 411/ຄລສພ, ລົງວັນທີ 8 ສິງຫາ 2023.

ຈຸດປະສົງລະດັບຄາດໝາຍຂອງການຈັດກອງປະຊຸມ ເພື່ອເປັນການປັບປຸງພາຍໃນພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຮັບປະກັນການກໍ່ສ້າງພັກຕາມ 5 ຫຼັກການ ແລະ 3 ທິດນໍາຂອງພັກ, ໃຫ້ຖືກຕ້ອງຕາມກົດລະບຽບຂອງພັກ, ເພື່ອກວດກາ, ຕີລາຄາການຜັນຂະຫຍາຍນໍາພາຊີ້ນໍາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ຖືກຕ້ອງຕາມກົດລະບຽບພັກ, ແຜນພັດທະນາເສດຖະກິດສັງຄົມ 5 ປີ ແຫ່ງລັດຄັ້ງທີ IX ແລະ ເພື່ອຄັດເລືອກບຸກຄະລາກອນ ທີ່ມີມາດຕະຖານ, ເງື່ອນໄຂທີ່ກໍານົດໄວ້ ປະກອບເຂົ້າໃນການຈັດຕັ້ງແຕ່ລະຂັ້ນ, ຍູ້ແຮງການເຄື່ອນໄຫວວຽກງານຮອບດ້ານ ໃນທົ່ວອົງຄະນະພັກ ແລະ ການກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຂອງພັກໃນແຕ່ລະຂັ້ນ ເປັນຕົ້ນການກະກຽມດ້ານຂະບວນການ, ດ້ານເນື້ອໃນ ແລະ ດ້ານບຸກຄະລາກອນ.

ສະຫາຍ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ, ຮອງປະທານ ສວສສຊ, ສືບຕໍ່ຜ່ານບົດແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ເລກທີ 211/ຄຈສພ, ລົງວັນທີ 16 ສິງຫາ 2023 ແລະ ບົດແນະນໍາຂອງຫ້ອງວ່າການສູນກາງພັກກ່ຽວກັບການກະກຽມຮ່າງລາຍງານການເມືອງ ເລກທີ 05/ຫສພ, ລົງວັນທີ 31 ຕຸລາ 2023; ເຊິ່ງມີເນື້ອໃນແນະນໍາຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດເນື້ອໃນຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ຖືກຕ້ອງ, ເປັນເອກະພາບ ແລະ ທັນເວລາໃນທົ່ວພັກ, ຄະນະຈັດຕັ້ງສູນກາງພັກ ໃຫ້ກະກຽມດ້ານຂະບວນການ,ເນື້ອໃນ ແລະ ການດໍາເນີນຊີວິດການເມືອງ; ການກະກຽມດ້ານຂະບວນການ ແມ່ນໃຫ້ປະຕິບັດຕາມຄໍາແນະນໍາຂອງຄະນະໂຄສະນາອົບຮົມສູນກາງພັກ; ສ່ວນດ້ານເນື້ອໃນ, ຮ່າງລາຍງານການເມືອງຂອງຄະນະບໍລິຫານງານພັກໃນແຕ່ລະຂັ້ນໃຫ້ປະຕິບັດຕາມຄໍາແນະນໍາຂອງຫ້ອງວ່າການສູນກາງພັກ; ຮ່າງແຜນພັດທະນາເສດຖະກິດສັງຄົມ ໃຫ້ປະຕິບັດຕາມຄໍາແນະນໍາຂອງກະຊວງແຜນການ ແລະ ການລົງທຶນ ແລະ ຮ່າງບົດສໍາຫຼວດການນໍາພາລວມ ແລະ ບຸກຄົນໃນຄະນະບໍລິຫານງານພັກແຕ່ລະຂັ້ນປະຕິບັດຕາມຄໍາແນະນໍາຂອງຄະນະກວດກາສູນກາງພັກ; ສ່ວນບົດແນະນໍາເລກທີ 05/ຫສພ, ມີເນື້ອໃນຈຸດປະສົງ ເພື່ອສ້າງຄວາມຮັບຮູ້ໃຫ້ເປັນອກະພາບຕໍ່ບັນຫາຈໍານວນໜຶ່ງກ່ຽວກັບໂຄງສ້າງ ແລະ ເນື້ອໃນຮ່າງລາຍງານການເມືອງ, ເພື່ອເປັນບ່ອນອີງໃຫ້ຄະນະພັກ, ອະນຸກໍາມະການເນື້ອໃນຄົ້ນຄວ້າ ແລະ ໝູນໃຊ້ເຂົ້າໃນການກະກຽມຮ່າງລາຍງານການເມືອງໃຫ້ມີເນື້ອໃນທີ່ໜັກແໜ້ນ ໃນການຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຊີ້ນໍາ-ນໍາພາຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ຄັ້ງລ່າສຸດ ແລະ ກໍານົດທິດທາງ, ຄາດໝາຍ ແລະ ບັນດາວຽກງານຈຸດສຸມ, ມາດຕະການແກ້ໄຂບັນຫາໃນຊຸມປີຕໍ່ໜ້າ, ສືບຕໍ່ຍູ້ແຮງການຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນໍາພາຂອງອົງຄະນະພັກ.

ໃນວາລະຕອນທ້າຍ ສະຫາຍ ປອ. ສອນທະນູ ທໍາມະວົງ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມໂດຍເພີ່ນໄດ້ເນັ້ນໜັກເຖິງວຽກງານກະກຽມກອງປະຊຸມ 3 ຂັ້ນຂອງພັກ, ໃຫ້ແຕ່ລະໜ່ວຍພັກອ້ອມຂ້າງ ສວສສຊ ເອົາໃຈໃສ່ເປັນເຈົ້າການຮີບຮ້ອນຈັດຕັ້ງເຊື່ອມຊຶມ, ຜັນຂະຫຍາຍເນື້ອໃນກອງປະຊຸມໃຫຍ່ໃຫ້ແທດເໝາະກັບຈຸດພິເສດ ແລະ ເງື່ອນໄຂຕົວຈິງພາຍໃນຂັ້ນຂອງຕົນ, ໃຫ້ທັນຕາມວັນເວລາທີ່ກໍານົດໃວ້ ແລະ ສະຫຼຸບລາຍງານ, ຖອດຖອນບົດຮຽນພ້ອມຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ. 

ຂ່າວ: ພວງເພັດ ຈັນທະລີວົງ

ພາບ: ແກ້ວວິວັນ ສີວິໄລ