ຈໍານວນຜູ້ເຂົ້າຊົມ: 154
admin_lases00
ຈໍານວນຜູ້ເຂົ້າຊົມ: 189
ກອງປະຊຸມແລກປ່ຽນຄຳຄິດເຫັນ ຮ່ວມກັບອົງການປົກຄອງແຂວງສະຫວັນນະເຂດ ຕໍ່ກັບບັນຫາເງິນເຟີ້ ແລະ ລາຄາສິນຄ້າທີ່ເພີ່ມສູງຂຶ້ນ
ໃນຕອນເຊົ້າວັນທີ 29 ມີນາ 2024 ທີ່ຜ່ານມານີ້, ທ່ານ ປອ. ສອນທະນູ ທຳມະວົງ, ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຫົວໜ້າຄະນະສະເພາະກິດ 44/ນຍ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງສະຫວັນນະເຂດ ເພື່ອເຂົ້າຮ່ວມກອງປະຊຸມແລກປ່ຽນຄຳຄິດເຫັນຕໍ່ກັບບັນຫາເງິນເຟີ ແລະ ລາຄາສິນຄ້າທີ່ເພີ້ມສູງຂຶ້ນ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ທີ່ຫ້ອງວ່າການປົກຄອງແຂວງ. ໃນໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ກໍ່ໄດ້ກ່າວສະແດງຄວາມຕ້ອນຮັບຕໍ່ການມາເຮັດວຽກຂອງຄະນະນຳ ສວສສຊ ຫຼື ຄະນະສະເພາະກິດ 44/ນຍ ພ້ອມທັງແຈ້ງສະພາບຈຸດພິເສດ, ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນໄລຍະຜ່ານມາໂດຍຫຍໍ້ ລວມເຖິງບາງບັນຫາທີ່ຍັງມີຄວາມຫຍຸ້ງຍາກຕໍ່ການພັດທະນາຢູ່ພາຍໃນແຂວງ ເພື່ອໃຫ້ ສວສສຊ ຊ່ວຍຄົ້ນຄວ້າ, ຊຸກຍູ້ ແລະ ສະເໜີຕໍ່ລັດຖະບານຊ່ວຍແກ້ໄຂໃນຕໍ່ໜ້າ. ພ້ອມດຽວກັນນີ້ ທ່ານ ປອ. ສອນທະນູ ທຳມະວົງ ກໍໄດ້ສະແດງຂອບໃຈຕໍ່ທ່ານເຈົ້າແຂວງສະຫວັນນະເຂດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນການລົງມາເຮັດວຽກທີ່ແຂວງສະຫວັນນະເຂດໃນຄັ້ງນີ້ ແລະ ໄດ້ມອບປຶ້ມຈຳນວນໜຶ່ງທີ່ເປັນຜົນງານການຄົ້ນຄວ້າຂອງ ສວສສຊ ໃຫ້ກັບທ່ານເຈົ້າແຂວງ.
ໃນວັນດຽວກັນ ທີ່ຫ້ອງວ່າການແຂວງ ໄດ້ຈັດກອງປະຊຸມແລກປ່ຽນຄຳເຫັນກ່ຽວກັບບັນຫາເງິນເຟີ້ ແລະ ລາຄາສິນຄ້າທີ່ເພີ່ມສູງຂຶ້ນ ໂດຍການເປັນປະທານຮ່ວມຂອງທ່ານ ປອ. ສອນທະນູ ທໍາມະວົງ ປະທານ ສວສສຊ, ຫົວໜ້າຄະນະສະເພາະກິດ44/ນຍ ແລະ ທ່ານ ປອ. ແສນສັກ ສຸລິສັກ, ກຳມະການພັກແຂວງ, ຮອງເຈົ້າແຂວງສະຫວັນນະເຂດ ຜູ້ຊີ້ນຳຂົງເຂດເສດຖະກິດ, ມີພະແນກການອ້ອມຂ້າງແຂວງ ແລະ ພາກທຸລະກິດເຂົ້າຮ່ວມ. ຈຸດປະສົງຕົ້ນຕໍຂອງກອງປະຊຸມແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບບັນຫາເງິນເຟີ້ ແລະ ລາຄາສິນຄ້າທີ່ເພີ່ມສູງຂຶ້ນ ໃນໄລຍະຜ່ານມາ. ໂດຍສະເພາະຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໂດຍ ລວມ.
ໃນກອງປະຊຸມ ທ່ານ ອູສະຫວັນ ທ່ຽງເທບວົງສາ, ຫົວໜ້າສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ, ຄະນະສະເພາະກິດ 44/ນຍ ໄດ້ຂຶ້ນລາຍງານສະພາບ, ນະໂຍບາຍ, ມາດຕະການຄຸ້ມຄອງເງິນເຟີ້ ແລະ ລາຄາສິນຄ້າ, ພ້ອມຍົກໃຫ້ເຫັນມາດຕະການແກ້ໄຂໃນໄລຍະຜ່ານມາ ແລະ ບາງທັດສະນະຕໍ່ການແກ້ໄຂບັນຫາເງິນເຟີ້ ແລະ ອັດຕາແລກປ່ຽນໃນຕໍ່ໜ້າ. ບັນດາພະແນກການ, ພາກທຸລະກິດຕ່າງໆ ໄດ້ປະກອບຄຳເຫັນ, ປຶກສາຫາລືແລກປ່ຽນ ກ່ຽວກັບບັນຫາເງິນເຟີ້ ແລະ ລາຄາສິນຄ້າທີ່ເພີ່ມສູງຂຶ້ນ ໃນໄລຍະຜ່ານມາ ຍົກໃຫ້ເຫັນຈຸດດີ, ຈຸດອ່ອນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ວິທີການແກ້ໄຂຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ.
ໃນຕອນທ້າຍ, ທ່ານ ປອ. ສອນທະນູ ທຳມະວົງ ໄດ້ໃຫ້ຄຳເຫັນຕໍ່ກອງປະຊຸມວ່າ ແຂວງສະຫວັນນະເຂດ ເປັນແຂວງທີ່ມີການພັດທະນາຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ ເປັນແຂວງທີ່ມີທ່າແຮງໃນການພັດທະນາຢ່າງຫຼວງຫຼາຍ ແຕ່ຂະນະດຽວກັນແຂວງສະຫວັນນະເຂດ ກໍ່ພົບຄວາມຫຍຸ້ງຍາກບໍ່ໜ້ອຍຈາກສະພາບເສດຖະກິດຝຶດເຄື່ອງ, ຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາລາຄາສິນຄ້າທີ່ເພີ່ມຂື້ນສູງ ເຊິ່ງໄດ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນຊາວສະຫວັນນະເຂດບໍ່ໜ້ອຍ. ບັນດາຄຳຄິດເຫັນ ແລະ ບົດຮຽນຂອງແຂວງສະຫວັນນະເຂດ ຈະກາຍເປັນຂໍ້ມູນໃນການຄົ້ນຄວ້າ, ວິເຄາະວິໄຈ, ຊອກຫາແນວທາງ ແລະ ມາດຕະການໃນການແກ້ໄຂບັນຫາອັດຕາເງິນເຟີ້ ແລະ ສິນຄ້າທີ່ເພີ່ມສູງຂຶ້ນໃນປະຈຸບັນ ໃຫ້ມີວິທະຍາສາດ ສາມາດນຳໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ. ປະທານກອງປະຊຸມ ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງກອງປະຊຸມທີ່ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ໄດ້ຕັ້ງໄວ້.
ຂ່າວ: ເພັດທະນູໄຊ ວົງຍະໄຊ
ພາບ: ວິໄຈ ເດດວົງສອນ
ຈໍານວນຜູ້ເຂົ້າຊົມ: 128
ສວສສຊ ຈັດປາຖະກະຖາວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 68 ປີ
ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຈັດປາຖະກະຖາວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 68 ປີ (1 ກຸມພາ 1956-1 ກຸມພາ 2024) ໃນວັນທີ 01 ມີນາ 2024; ໃຫ້ກຽດເລົ່າມູນເຊື້ອໂດຍ: ທ່ານ ປອ. ກິແກ້ວ ຈັນທະບູຣີ, ຮອງເລຂາຄະນະພັກ, ຮອງປະທານ ສວສສຊ, ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນມີ ທ່ານ ພອນ ວິພົນຮຽນ, ປະທານສະຫະພັນກໍາມະບານ ສວສສຊ ຄະນະປະທານກໍາມະບານຮາກຖານອ້ອມຂ້າງ ສວສສຊ ແລະ ສະມາຊິກກໍາມະບານ ກໍ່ຄືພະນັກງານທົ່ວ ສວສສຊ ເຂົ້າຮ່ວມ ຈໍານວນ138 ທ່ານ; ຍິງ 50 ທ່ານ;
ການຈັດພິທີໃນຄັ້ງນີ້ ເພື່ອເປັນການຫວນຄືນມູນເຊື້ອ ແລະ ສຶກສາອົບຮົມໃຫ້ພະນັກງານສະມາຊິກກໍາມະບານພາຍໃນ ສວສສຊ ມີຄວາມເຂົ້າໃຈ ກ່ຽວກັບປະຫວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກໍາມະບານລາວ, ໂດຍມີບາງຕອນສໍາຄັນທ່ານໄດ້ຍົກໃຫ້ເຫັນ ກ່ຽວກັບຜົນງານດີເລີດຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ ເຊິ່ງໄດ້ຮ່ວມກັນຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະໄລຍະປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັການ.
ຂ່າວ: ພວງເພັດ ຈັນທະລີວົງ
ພາບ: ມຸນິນ ພົນສັກດາ
ຈໍານວນຜູ້ເຂົ້າຊົມ: 93
ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມຈັດຝຶກອົບຮົມວຽກງານບັນນາລັກສາດ
ໃນວັນທີ 5 ມີນາ 2024, ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມໄດ້ຈັດຝຶກອົບວຽກງານຫໍສະໝຸດເປັນເວລາ1 ວັນເຕັມ, ໂດຍເຊີນຕາງໜ້າຈາກສະຖາບັນອ້ອມຂ້າງ ສວສສຊ ເຂົ້າຮ່ວມຈໍານວນ 31 ທ່ານ; ກ່າວເປີດພິທີໂດຍ ທ່ານ ປອ. ທະນົງສອນ ສີບຸນເຮືອງ ວ່າການຫົວໜ້າ ສຂຝ; ໄດ້ມີຄໍາເຫັນຕໍ່ການຝຶກອົບຮົມວ່າ: ວຽກງານບັນນາລັກສາດເປັນວຽກງານໜຶ່ງທີ່ສໍາຄັນຕໍ່ນັກຄົ້ນຄວ້າ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ເປັນແຫຼ່ງສະໜອງຂໍ້ມູນທີ່ສໍາຄັນ ເພື່ອໃຫ້ບໍລິການ ແລະ ເຜີຍແຜ່ຂໍ້ມູນຕ່າງໆ ຮັບໃຊ້ໃຫ້ແກ່ການຄົ້ນຄວ້າ ສະນັ້ນ; ການຝຶກອົບຮົມຕໍ່ວຽກງານດັ່ງກ່າວຈຶ່ງມີຄວາມສໍາຄັນ ແລະ ຈໍາເປັນຕ້ອງໄດ້ຈັດຢ່າງຕໍ່ເນື່ອງ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນຜູ້ທີ່ມີໜ້າທີ່ຮັບຜິດຊອບໂດຍກົງ ໃນວຽກງານດັ່ງກ່າວ ແລະ ໃຫ້ບົດຮຽນອັນໃໝ່ທັນກັບຍຸກສະໄໝໃນປັດຈຸບັນ; ໃນການຝຶກອົບຮົມໄດ້ເຊື້ອເຊີນ ວິທະຍາກອນມາຈາກຫໍສະໝຸດກາງມະຫາວິທະຍາໄລແຫ່ງຊາດ ທີ່ມີຄວາມຊ່ຽວຊານສະເພາະດ້ານມາຂຶ້ນບັນຍາຍໃຫ້ຄວາມຮູ້ 3 ຫົວຂໍ້ສໍາຄັນຄື: 1) ການບໍລິການຫໍສະໝຸດ PMB Version 4, 2) ຫຼັກການໃນການລົງລາຍການປຶ້ມ ແລະ 3) ການຢືມ ແລະ ການຄຸ້ມຄອງຖານຂໍ້ມູນຫໍສະໝຸດ PMB Version 4.
ຈຸດປະສົງໃນການຝຶກອົບຮົມເພື່ອພັດທະນາທັກສະ ແລະ ເປັນການສືບຕໍ່ຍົກລະດັບຄວາມຮູ້ສິ່ງໃໝ່ໆ ທີ່ກ່ຽວກັບວຽກຫໍສະໝຸດໃຫ້ແກ່ພະນັກງານຂອງສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ແລະ ພະນັກງານພາຍໃນສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແນໃສ່ການຫັນໃຫ້ເຂົ້າສູ່ຫໍສະໝຸດທັນສະໄໝໃນຕໍ່ໜ້າ; ໃນຕອນທ້າຍພິທີ ທ່ານ ປອ. ທະນົງສອນ ສີບຸນເຮືອງ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ບັນດາຜູ້ເຂົ້າຮ່ວມຝຶກອົບຮົມ, ທີ່ໄດ້ເສຍສະຫຼະເວລາເຂົ້າຮ່ວມ ແລະ ເອົາໃຈໃສ່ແລກປ່ຽນບົດຮຽນ ທີ່ໄດ້ຈາກການຝຶກອົບຮົມໃນຄັ້ງນີ້ເພື່ອໄປຜັນຂະຍາຍ ແລະ ຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານຂອງຕົນໃຫ້ມີຄຸນນະພາບທີ່ດີຂຶ້ນ;
ຂ່າວ: ພວງເພັດ ຈັນທະລີວົງ
ພາບ: ມູນິນ ພົນສັກດາ
ຈໍານວນຜູ້ເຂົ້າຊົມ: 87
ກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ເຜີຍແຜ່ຄຳແນະນຳກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ລົດບໍລິຫານລັດ
ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຈັດກອງປະຊຸມເຜີຍແຜ່ 02 ເອກະສານສໍາຄັນໃນວັນທີ 29 ກຸມພາ 2024; ໂດຍການເປັນປະທານຂອງ ທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ ຮອງປະທານ ສວສສຊ, ມີບັນດາຫົວໜ້າ–ຮອງຫົວໜ້າ, ຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ ແລະ ສູນ ພ້ອມດ້ວຍພະນັກງານທົ່ວ ສວສສຊ ເຂົ້າຮ່ວມ; ກອງປະຊຸມໄດ້ຮັບຟັງການເຜີຍແຜ່ ດໍາລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021 (ບາງມາດຕາ) ແລະ ເຜີຍແຜ່ຄໍາແນະນໍາກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ລົດບໍລິຫານລັດ, ສະບັບເລກທີ 0393/ກງ, ລົງວັນທີ 04 ກຸມພາ 2022 ໂດຍການເຜີຍແຜ່ຂອງທ່ານ ສົມບູນ ແກ່ນປະເສີດ, ຫົວໜ້າພະແນກ, ກົມຄຸ້ມຄອງຊັບສິນລັດ, ກະຊວງການເງິນ; ທັງສອງເອກະສານມີເນື້ອໃນແນະນໍາກ່ຽວກັບການຄຸ້ມຄອງນໍາໃຊ້ຊັບສິນຂອງລັດໂດຍລະອຽດຈະແຈ້ງ ກ່ຽວກັບການກໍານົດຫຼັກການ, ລະບຽບການສະເພາະກ່ຽວກັບການຈັດສັນ, ປະກອບ, ຈັດຊື້, ຄຸ້ມຄອງ, ນໍາໃຊ້, ປົກປັກຮັກສາ, ສະສາງ ແລະ ກວດກາລົດບໍລິຫານລັດ.
ທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ ຮອງປະທານ ສວສສຊ ມີຄໍາເຫັນຕໍ່ກອງປະຊຸມໂດຍທ່ານໄດ້ກ່າວວ່າ: ວຽກງານຄຸ້ມຄອງຊັບສິນລັດ ເປັນວຽກງານໜຶ່ງທີ່ສຳຄັນ, ດັ່ງນັ້ນ, ຄະນະພັກ-ຄະນະນໍາຂອງ ສວສສຊ ຈຶ່ງໄດ້ຄົ້ນຄວ້າ ແລະ ຕົກລົງອະນຸມັດເປີດກອງປະຊຸມເຜີຍແຜ່ຕໍ່ວຽກງານດັ່ງກ່າວ ໂດຍໄດ້ເຊີນເອົານັກວິທະຍາກອນຈາກກະຊວງການເງິນມາຂຶ້ນບັນຍາຍ ເຊິ່ງເປັນບົດຮຽນອັນລໍ້າຄ່າໃຫ້ພະນັກງານ ສວສສຊ ຂອງພວກເຮົາ ແນໃສ່ເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ໃຫ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບການນຳໃຊ້ ແລະ ຄຸ້ມຄອງ ຊັບສິນຂອງລັດ ໃຫ້ມີປະສິດທິຜົນສູງ ແລະ ເປັນເອກະພາບກັນໃນຂອບເຂດທົ່ວປະເທດ.
ຂ່າວ: ພວງເພັດ ຈັນທະລີວົງ
ພາບ: ມຸນິນ ພົນສັກດາ
ຈໍານວນຜູ້ເຂົ້າຊົມ: 187
ສວສສຊ ຕ້ອນຮັບການພົບປະຢ້ຽມຢາມ ຂອງຄະນະຜູ້ແທນຈາກສະຖາບັນວິທະຍາສາດສັງຄົມກວາງຊີ ສປ. ຈີນ
ເປັນການຜັນຂະຫຍາຍເນືື້ອໃນບົດບັນທຶກ ວ່າດ້ວຍການຮ່ວມມື ແລະ ແລກປ່ຽນວິຊາການ ລະຫວ່າງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ກັບສະຖາບັນວິທະຍາສາດສັງຄົມກວາງຊີ ສປ. ຈີນ ພ້ອມທັງເປັນການຕອບຮັບຕາມຄໍາເຊື້ອເຊີນຂອງທ່ານປະທານ ສວສສຊ; ໃນວັນທີ 16 ທັນວາ 2023 ທີ່ຫ້ອງຮັບແຂກ ສວສສຊ; ທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ, ກໍາມະການຄະນະພັກ, ຮອງປະທານ ສວສສຊ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນຈາກສະຖາບັນວິທະຍາສາດສັງຄົມກວາງຊີ ສປ. ຈີນ ນໍາພາຄະນະໂດຍ ທ່ານ ເສິນ ລີ້ເຊິ່ງ ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດສັງຄົມກວາງຊີ ພ້ອມດ້ວຍຄະນະ 6 ທ່ານ;
ໃນໂອກາດດັ່ງກ່າວ ທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຄະນະຝ່າຍຈີນ ຊຶ່ງທ່ານໄດ້ຕີລາຄາສູງກ່ຽວກັບມູນເຊື້ອມິດຕະພາບ ລະຫວ່າງ ລາວ-ຈີນ ສອງປະເທດ ແລະ ປະຊາຊົນສອງຊາດ ທີ່ມີປະຫວັດສາດອັນຍາວນານ, ການແລກປ່ຽນ ແລະ ຮ່ວມມືດ້ານການເມືອງ ເສດຖະກິດ ວັດທະນະທຳ ເຕັກນິກວິທະຍາສາດ ການສຶກສາ ແລະ ດ້ານອື່ນໆ ທີ່ໄດ້ພົວພັນແລກປ່ຽນເປັນເວລາຫຼາຍປີຜ່ານມາ ໂດຍສະເພາະ ສວສສຊ ກັບ ສວສ ກວາງຊີ ໄດ້ສ້າງສາຍພົວພັນຮ່ວມມືຍຸດທະສາດທີ່ໝັ້ນຄົງຍາວນານ ແລະ ມິດຕະພາບອັນເລິກເຊິ່ງ ສ່ວນທາງຝ່າຍ ສປ. ຈີນ ກໍ່ໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານຮອງປະທານ ສວສສຊ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານສະພາບການອັນພົ້ນເດັ່ນໂດຍຫຍໍ້ ທີ່ກ່ຽວພັນກັບວຽກງານຂອງສະຖາບັນວິທະຍາສາດສັງຄົມກວາງຊີ.
ການມາຢ້ຽມຢາມໃນຄັ້ງນີ້ ທັງສອງຝ່າຍໄດ້ປຶກສາຫາລືເຖິງ 3 ບັນຫາສໍາຄັນ:
ບັນຫາທີ 1: ໄດ້ປຶກສາກ່ຽວກັບການຈັດຕັ້ງປະຕິບັດຄຳເຫັນທີ່ເປັນເອກະພາບ ລະຫວ່າງການນຳສູງສຸດ ຂອງ 2 ພັກ, 2 ລັດ ຂອງສະຖາບັນສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ສະຖາບັນວິທະຍາສາດສັງຄົມກວາງຊີ ສປ ຈີນ, ເພື່ອສົ່ງເສີມຄວາມສໍາພັນພິເສດ ແລະ ທ່າແຮງຂອງແຕ່ລະຝ່າຍ, ຮັດແຫນ້ນສາຍພົວພັນການຮ່ວມມື, ຈັດເວທີແລກປ່ຽນຜົນງານຂອງນັກຄົ້ນຄວ້າ ແລະ ການພົບປະຢ້ຽມຢາມ ເຊິ່ງກັນແລະກັນ, ການຄົ້ນຄວ້າໂຄງການຮ່ວມກັນ, ການສ້າງບຸກຄະລາກອນຮ່ວມກັນ ແລະ ດ້ານອື່ນໆ ໃຫ້ເຂົ້າສູ່ລວງເລິກ ແລະ ລວງກວ້າງ ແນໃສ່ຮ່ວມກັນຊຸກຍູ້ ແລະ ເສີມສ້າງການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ໂດຍຜ່ານຄັງຄວາມຄິດ ແລະ ອຸທິດກຳລັງເຫື່ອແຮງເຂົ້າໃນການຈັດຕັ້ງປະຕິບັດ ການເຊື່ອມຕໍ່ຂໍ້ລິເລີ່ມຫນຶ່ງແລວຫນຶ່ງເສັ້ນທາງ ກັບຍຸດທະສາດການຫັນຈາກປະເທດບໍ່ມີທາງອອກສູ່ທະເລ ເປັນປະເທດແຫ່ງການເຊື່ອມໂຍງ ເຊື່ອມຈອດ ຂອງ ສປປ ລາວ.
ບັນຫາທີ 2: ກ່ຽວກັບແຜນຈັດຕັ້ງປະຕິບັດໂຄງການຮ່ວມມື ໃນຫົວຂໍ້ “ການເລົ່າມູນເຊື້ອປະຫວັດຂອງອະດີດນັກຮຽນ ແລະ ຄູອາຈານ ຂອງໂຮງຮຽນນ້ອງນ້ອຍ 67 ທີ່ເມືອງໜານໜິງ ສປ ຈີນ”; ທົບທວນຄືນກ່ຽວກັບເນື້ອໃນທີ່ຍັງບໍ່ທັນຄົບຖ້ວນ ແລະ ປຶກສາຫົວຂໍ້ໂຄງການຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ລາວ-ຈີນ. ຮ່ວມກັນ.
ບັນຫາທີ 3: ປຶກສາຫາລືກ່ຽວກັບແຜນວຽກການຮ່ວມມືວິທະຍາສາດປະຈຳປີ 2024 ພາຍໃຕ້ຂໍ້ຕົກລົງການຮ່ວມມືວ່າດ້ວຍການແລກປ່ຽນທາງດ້ານວິຊາການ ທີ່ໄດ້ລົງນາມຮ່ວມກັນ ເພື່ອເປັນການສົ່ງເສີມການພົວພັນຮ່ວມມືລາວ-ຈີນ ໃຫ້ເລິກເຊິ່ງກວ່າເກົ່າ, ໂດຍສະເພາະແມ່ນການຂະຫຍາຍການຮ່ວມມື ດ້ານວິຊາການ ລະຫວ່າງ ສວສສຊ ກັບ ສະຖາບັນວິທະຍາສາດສັງຄົມກວາງຊີ ໃຫ້ນັບມື້ເກີດດອກອອກຜົນ ແລະ ມີປະສິດທິພາບສູງ.
ໃນວາລະຕອນທ້າຍ ທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ ໄດ້ກ່າວສະແດງຄວາມເຫັນດີ ແລະ ເປັນເອກະພາບຕໍ່ເນື້ອໃນອັນສໍາຄັນທີ່ໄດ້ປຶກສາຫາລືກັນທັງສອງຝ່າຍ ແລະ ຈະໄດ້ລາຍງານຕໍ່ຄະນະນໍາ ສວສສຊ ເພື່ອຂໍຄໍາເຫັນຮ່ວມມືກັນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັັນຈິງ.
ນອກນັ້ນ, ຄະນະດັ່ງກ່າວຍັງໄດ້ໄປທັດສະນະຢ້ຽມຢາມນະຄອນຫຼວງພະບາງ ເຊິ່ງເປັນເມືອງມໍລະດົກໂລກ. ຢູ່ທີີ່ນັ້ນໄດ້ຢ້ຽມຢາມສູນຫັດຖະກໍາຜ້າແພ ແລະ ຫັດຖະກໍາເຄື່ອງເງິນບ້ານຜານົມ, ສູນຫັດຖະກໍາ “ອອກພົບຕົກ”; ໃນຕອນບ່າຍໄດ້ເຂົ້າຢ້ຽມຊົມຫໍພິພິທະພັນແຫ່ງຊາດ (ລາຊະວັງເກົ່າ), ຢ້ຽມຢາມວັດຊຽງທອງ ແລະ ສະຖານທີ່ທ່ອງທ່ຽວທາງວັດທະນະທໍາອີກດ້ວຍ. ຮອດຕອນບ່າຍທີ່ 18/12/2023 ຄະນະດັ່ງກ່າວໄດ້ເດີນທາງກັບປະເທດ ດ້ວຍຜົນສໍາເລັດຢ່າງຫງ່າງາມ.
ຂ່າວ-ພາບ: ພວງເພັດ ຈັນທະລີວົງ
ຈໍານວນຜູ້ເຂົ້າຊົມ: 461
ກອງປະຊຸມສຳມະນາວິທະຍາສາດລະດັບຊາດ
ເພື່ອລະນຶກວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ທີ່ແຂວງຫົວພັນ
ກອງປະຊຸມສຳມະນາວິທະຍາສາດລະດັບຊາດ ເພື່ອລະນຶກວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ (ວັນທີ 8 ກຸມພາ 1924 ຫາ ວັນທີ 8 ກຸມພາ 2024) ໄດ້ຈັດຂຶ້ນໃນວັນທີ 7 ທັນວາ ທີ່ຜ່ານມາ ທີ່ແຂວງຫົວພັນ ພາຍໃຕ້ການເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ເຂົ້າຮ່ວມມີ ທ່ານ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຫົວໜ້າຄະນະຮັບຜິດຊອບຊີ້ນຳການກະກຽມສະເຫຼີມສະຫຼອງວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ, ທ່ານ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ ເລຂາຄະນະພັກ ວ່າການເຈົ້າແຂວງຫົວພັນ, ທ່ານ ສອນທະນູ ທຳມະວົງ ກຳມະການສູນກາງພັກ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີບັນດາການນຳພັກ-ລັດ, ອາດີດການນຳ, ຜູ້ຕາງໜ້າການນຳແຂວງຫຼວງພະບາງ, ແຂວງຊຽງຂວາງ, ແຂວງໄຊສົມບູນ, ການນຳ ແລະ ພະນັກງານຫລັກແຫລ່ງແຂວງຫົວພັນ, ແຂກຖືກເຊີນຈາກສູນກາງ, ນັກວິທະຍາສາດ, ນັກຄົ້ນຄວ້າ, ນັກວິທະຍາກອນ ແລະ ພະນັກງານວິຊາການເຂົ້າຮ່ວມ ຫຼາຍກວ່າ 200 ທ່ານ.
ທ່ານ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ປະທານ ຄໍາໄຕ ສີພັນດອນ ແມ່ນຜູ້ໜຶ່ງໃນບັນດາຜູ້ນໍາຮຸ່ນກໍໍ່ຕັັ້ງຂະບວນການ ແລະ ບຸກເບີກເສັ້ນທາງການປະຕິວັດ ຢູ່ປະເທດເຮົາ ຊຶ່ງຍາມໃດເພີ່ນກໍມີຄວາມໜັກແໜ້ນທາງດ້ານການເມືອງ, ມີສະຕິຕໍ່ການຈັດຕັັ້ງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີີ່ມອບໝາຍ; ເລີີ່ມຈາກພະນັກງານທໍາມະດາກາຍເປັນຜູ້ຊີ້ ນໍາ-ບັນຊາ ແລະ ນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດ ຮ່ວມກັບປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ທ່ານອື່ນໆ ຂອງແນວລາວສ້າງຊາດໄດ້ຮັບໄຊຊະນະ, ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975, ຫຼັງຈາກນັັ້ນ ກໍໄດ້ປະກອບສ່ວນຄົ້ນຄວ້າ ແລະ ກໍານົດທິດທາງໜ້າທີີ່ຍຸດທະສາດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລວມທັງແນວທາງປ່ຽນແປງໃໝ່ອອກຢ່າງຖືກຕ້ອງ, ສອດຄ່ອງ ທັງໄດ້ສືບຕໍ່ນໍາພາ-ຊີ້ນໍາການຈັດຕັັ້ງປະຕິບັດ ໃຫ້ໄດ້ຮັບຜົນສໍາເລັດອັນສໍາຄັນຫຼາຍດ້ານ. ປະທານ ຄຳໄຕ ສີພັນດອນ ແມ່ນຜູ້ນຳທີ່ມີແບບແຜນຊີ້ນຳ-ບັນຊາແທດເຖິງກັບຕົວຈິງ, ກຳແໜ້ນທິດສະດີແນວທາງ, ບົດຮຽນຕົວຈິງ ແລະ ພຶດຕິກຳ; ບໍ່ຄຳພີຕາຍຕົວ ແລະ ບໍ່ເພິ່ງພໍໃຈຢຸດຈຶ້ງຢູ່ກັບຜົນງານອັນເກົ່າ, ເວລາໃດກໍອາລົມຈິດມຸ່ງໝັ້ນ ສະແຫວງຫາຄວາມກ້າວໜ້າ ແລະ ຜົນສຳເລັດອັນໃໝ່; ຍຶດໝັ້ນໃນອຸດົມການອັນສູງສົ່ງຄື: ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມສາມັກຄີປອງດອງ ມີປະຊາທິປະໄຕ ສີວິໄລ ແລະ ຍຸດຕິທຳ; ເຖິງວ່າໄດ້ອອກພັກຜ່ອນບຳນານແລ້ວ ແຕ່ເພີ່ນກໍຍຶດໝັ້ນໃນທາດແທ້ປະຊາຊົນ, ເຊື່ອໝັ້ນປະຊາຊົນ ແລະ ເອົາໃຈໃສ່ເສີມຂະຫຍາຍກຳລັງແຮງສັງລວມຂອງມະຫາຊົນ; ຢາກໃຫ້ແນວທາງໄດ້ຮັບການຈັດ ຕັ້ງປະຕິບັດຕົວຈິງ ໂດຍປະຊາຊົນ ແລະ ປະຊາຊົນໄດ້ຮັບຜົນປະໂຫຍດສູງສຸດ. ການສຳມະນາວິທະຍາສາດຄັ້ງນີ້ ຈະຊ່ວຍໃຫ້ເຫັນບັນຫາທີ່ສໍາຄັນຕົ້ນຕໍ ແລະ ອັນພົ້ນເດັ່ນໃນແນວຄິດຊີ້ນໍາຂອງເພີ່ນ; ຊ່ວຍໃຫ້ຜູ້ເຂົ້າຮ່ວມສໍາມະນາເຫັນໄດ້ ແລະ ເຂົ້າໃຈເລິກເຊິ່ງ, ເປັນລະບົບກ່ຽວກັບເນື້ອໃນຄວາມໝາຍຂອງແຕ່ລະບັນຫາ. ພ້ອມກັນນັ້ນຈະໄດ້ຈຳແນກ ແລະ ຢືນຢັນໃຫ້ເຫັນວ່າແນວຄິດຊີ້ນຳດັ່ງກ່າວນັ້ນ ລ້ວນແຕ່ສອດຄ່ອງກັບເງື່ອນໄຂ ແລະ ສະພາບຄວາມເປັນຈິງຂອງປະເທດຊາດ; ສອດຄ່ອງກັບຄວາມມຸ່ງມາດປາຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ທັງສອດຄ່ອງກັບທ່າອ່ຽງລວມແຫ່ງການພົວພັນຮ່ວມມື ແລະ ການພັດທະນາໃນໂລກປັດຈຸບັນ ແລະ ອະນາຄົດ.
ກອງປະຊຸມສຳມະນາໄດ້ຮັບຟັງການສະເຫນີບົດຄົ້ນຄ້ວາວິທະຍາສາດກ່ຽວກັບ ແນວຄິດຊີ້ນຳ, ຊີວິດ ແລະພາລະ ກິດຂອງປະທານ ຄໍາໄຕ ສີພັນດອນ ຈຳນວນ 9 ຫົວຂໍ້ຄື: 1) ແນວຄິດຊີ້ນຳຂອງ ປະທານ ຄຳໄຕ ສີພັນດອນ ກ່ຽວກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນຳສະເໜີໂດຍ ທ່ານ ພັອ. ປອ. ໂພນທອງ ພັນຈະເລີນພັນ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານ, ກະຊວງປ້ອງກັນປະເທດ; 2) ການນຳໃຊ້ 3 ບາດຄ້ອນຍຸດທະສາດ ເຂົ້າໃນການຢຶດອຳນາດ ໃນປີ 1975 ຂອງທ່ານປະທານ ຄຳໄຕ ສີພັນດອນ ນຳສະເໜີໂດຍ ທ່ານ ປອ. ບຸນສີ ພຸດທະວົງ ຮອງຫົວໜ້າສະຖາບັນຄົ້ນຄວ້າສັງຄົມວິທະຍາ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; 3) ແນວຄິດຊີ້ນຳກ່ຽວກັບການກໍ່ສ້າງຮາກຖານການເມືອງ ຢູ່ແຂວງຈຳປາສັກ ນຳສະເໜີໂດຍ ທ່ານ ປອ. ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ; 4) ແນວຄິດຊີ້ນຳກ່ຽວກັບການພັດທະນາວຽກງານເສດຖະກິດ-ການເງິນ ນຳສະເໜີໂດຍ ທ່ານ ປທ ອູສະຫວັນ ທ່ຽງເທບວົງສາ ກຳມະການຄະນະພັກ, ຫົວໜ້າສະຖາບັນຄົ້ນຄວ້ານະໂຍບາຍເສດ ຖະກິດ-ສັງຄົມ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; 5) ແນວຄິດຊີ້ນຳ ກ່ຽວກັບວຽກງານແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນ ນຳສະເໜີໂດຍ ທ່ານ ນາງ ອິນລາວັນ ແກ້ວບຸນພັນ, ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ; 6) ຊີວິດຄອບຄົວ ແລະ ການເຄື່ອນໄຫວປະຕິວັດຂອງ ປະທານ ຄຳໄຕ ສີພັນດອນ ນຳສະເໜີໂດຍ ທ່ານ ນາງ ແສງດາວັນ ສີພັນດອນ ຕາງຫນ້າຄອບຄົວຂອງປະທານຄຳໄຕສີພັນດອນ; 7) ແນວຄິດຊີ້ນຳ ກ່ຽວກັບວຽກງານວັດທະນະທຳ ນຳສະເໜີໂດຍ ທ່ານ ປອ. ສົມກຽດຕິສັກ ກິ່ງສະດາ ຮອງຫົວໜ້າກົມວັນນະຄະດີ ແລະ ພິມຈຳໜ່າຍ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; 8) ແນວຄິດຊີ້ນຳກ່ຽວກັບການກໍ່ສ້າງພັກ-ພະນັກ ງານໃນໄລຍະໃໝ່ ນຳສະເໜີໂດຍ ທ່ານ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ 9) ແນວຄິດຊີ້ນຳ ກ່ຽວກັບວຽກງານພົວພັນຕ່າງປະເທດ ນຳສະເໜີໂດຍ ທ່ານ ປອ. ຄຳໝັ້ນ ສີພັນໄຊ, ກຳມະການຄະນະພັກ ຫົວໜ້າສະຖາບັນຄົ້ນຄວ້າປະຫວັດສາດ ແລະ ບູຮານວິທະຍາ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ. ບັນດາບົດສະເຫນີດັ່ງກ່າວລ້ວນແລ້ວແຕ່ສ່ອງແສງໃຫ້ເຫັນ ຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໃນການເປັນແບບຢ່າງທີ່ດີໃຫ້ແກ່ສະມາຊິກພັກ, ພະນັກງານແລະພໍ່ແມ່ປະຊາຊົນ ເພື່ອຮໍ່າຮຽນເອົາແບບແຜນດຳລົງຊີວິດ, ຄຸນສົມບັດສິນທຳປິຕິວັດ ຂອງເພີ່ນມາຫມູນໃຊ້ ເຂົ້າໃນຊີວິດຕົວຈິງ ແລະ ປະຕິບັດວຽກງານມີປະສິດທິພາບປະສິດທິຜົນ ມີຜົນສຳເລັດທີ່ດີ.
ໃນຕອນທ້າຍກອງປະຊຸມ ທ່ານ ຄຳພັນ ເຜີຍຍະວົງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດານັກວິທະຍາ ກອນທີ່ໄດ້ຍົກສູງຄວາມຮັບຜິດຊອບໃນການກະກຽມບັນດາຫົວຂໍ້ຕ່າງໆໄດ້ຢ່າງລະອຽດຈະແຈ້ງ ແລະ ມີເນື້ອໃນເລິກເຊິ່ງ, ການສະເໜີບົດມີລັກສະນະສັງລວມຈະແຈ້ງຍົກໃຫ້ເຫັນບັນຫາອັນເປັນພື້ນຖານ ແລະ ສຳຄັນຕົ້ນຕໍ, ແນວຄິດຍຸດທະສາດ, ແນວຄິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄືໃນໄລຍະປ່ຽນແປງໃໝ່ ຂອງປະທານ ຄຳໄຕ ສີພັນດອນ ຢ່າງເປັນລະບົບ ໃນບັນດາຫົວຂໍ້ທີ່ນັກວິທະຍາກອນໄດ້ນຳສະເໜີມານັ້ນລ້ວນແຕ່ຢືນຢັນໃຫ້ເຫັນວ່າແນວຄິດຊີ້ນຳຂອງເພີ່ນໃນດ້ານຕ່າງໆ ລ້ວນແຕ່ຖືກຕ້ອງ ແລະ ສອດຄ່ອງກັບເງື່ອນໄຂ ແລະ ສະພາບຈຸດພິເສດ, ຂອບເຂດ ແລະ ສັງຄົມລາວຂອງພວກເຮົາ.
ພາບ-ຂ່າວ: ພູຄຽງ ໄຊສິລິ
ຈໍານວນຜູ້ເຂົ້າຊົມ: 365
ຄະນະຜູ້ແທນ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ
ເຂົ້າຮ່ວມກອງປະຊຸມສັງຄົມນິຍົມສາກົນ ຄັ້ງທີ 10
ໃນວັນທີ 04 ພະຈິກ 2023 ຄະນະຜູ້ແທນ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ນຳພາໂດຍທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ເຂົ້າຮ່ວມກອງປະຊຸມສັງຄົມນິຍົມສາກົນ ຄັ້ງທີ 10 ພາຍໃຕ້ຫົວຂໍ້ “ສັງຄົມນິຍົມທັນສະໄໝ: ທິດສະດີ ແລະ ພຶດຕິກໍາ” ຊຶ່ງໄດ້ຈັດຂຶ້ນທີ່ເມືອງກຸ້ຍຫຼິນ, ແຂວງກວາງຊີ ສປ ຈີນ ໂດຍການເປັນເຈົ້າພາບຮ່ວມຂອງ ສະຖາບັນວິທະຍາສາດສັງຄົມຈີນ, ສູນຄົ້ນຄວ້າລັດທິກອມມູນິດສາກົນ, ສະຖາບັນຄົ້ນຄວ້າລັດທິມາກ; ຄະນະລັດທິມາກ, ມະຫາວິທະຍາໄລສ້າງຄູກວາງຊີ ແລະ ສູນຄົ້ນຄວ້າລັດທິມາກ ແລະ ພຶດຕິກຳ ວິທະຍາສາດສັງຄົມ ແລະ ມະນຸດວິທະຍາ, ສະຖາບັນການສຶກສາຂັ້ນສູງຂອງກວາງຊີ; ມີຄະນະຜູ້ແທນຈາກສະຖາບັນວິທະຍາສາດສັງຄົມຈີນ ນຳພາໂດຍທ່ານ ເຈີ່ນ ຈ້ານໝີນ, ຮອງປະທານ ສະຖາບັນວິທະຍາສາດສັງຄົມຈີນ (CASS) ພ້ອມດ້ວຍຄະນະ, ມີຄະນະຜູ້ແທນຈາກສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ນຳພາໂດຍທ່ານ ຕ້າ ມິງ ຕວັນ, ຮອງປະທານ ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ (VASS) ພ້ອມດ້ວຍຄະນະ, ນັກຄົ້ນຄວ້າ, ຈາກສາມປະເທດ ຈໍານວນ 100 ກວ່າທ່ານ.
ໃນວາລະເປີດກອງປະຊຸມ ປອ. ນາງ ຂັນລາສີ ແກ້ວບຸນພັນ ໄດ້ກ່າວວ່າ ກອງປະຊຸມສັງຄົມນິຍົມສາກົນ ຄັ້ງທີ 10 ໃນຄັ້ງນີ້ ເປັນກອງປະຊຸມທີ່ສໍາຄັນ ແລະ ສອດຄ່ອງເປັນຢ່າງຍິ່ງ ກັບສະພາບການຂອງໂລກໃນປະຈຸບັນ ຊຶ່ງເປັນການເປີດໂອກາດໃຫ້ບັນດາການນໍາ, ນັກຄົ້ນຄວ້າ ແລະ ນັກວິທະຍາສາດ ໄດ້ມີໂອກາດແລກປ່ຽນຄຳເຫັນ, ສະເຫນີແນວຄວາມຄິດ, ສະຫຼຸບ ແລະ ຖອດຖອນບົດຮຽນສຳຄັນຕໍ່ບັນຫາທີ່ເຜັດຮ້ອນຂອງໂລກທີ່ປະເທດສັງຄົມນິຍົມຂອງພວກເຮົາກຳລັງປະເຊີນໃນປະຈຸບັນ ເຊັ່ນ ບັນຫາດ້ານການເມືອງມີ ການຜັນປ່ຽນຢ່າງໄວວາ, ສັບສົນ, ຍາກທີ່ຈະຄາດຄະເນໄດ້ ໃນຂະນະດຽວກັນ ອິດທິກໍາລັງປໍລະປັກ ເວລາໃດກໍ່ຫວັງມ້າງເພທຳລາຍບັນດາປະເທດສັງຄົມນິຍົມ. ສະນັ້ນ ຕ້ອງໄດ້ເດີນໜ້າພ້ອມກັນຄົ້ນຄວ້າຢ່າງມີແຜນທີ່ມີລັກສະນະຍຸດທະສາດຮ່ວມກັນ ຢູ່ໃນສະພາບການສັງຄົມນິຍົມຂອງຍຸກທັນສະໄຫມ, ໂລກາພິວັດ, ການເຊື່ອມໂຍງພາກພື້ນ ແລະ ສາກົນ, ບົນພຶ້ນຖານການກໍ່ສ້າງສັງຄົມນິຍົມຢູ່ໃນໂລກ ໄດ້ມີຫຼາຍຮູບແບບແຕກຕ່າງກັນ ຂຶ້ນກັບຈຸດພິເສດສະເພາະ ແລະ ສະພາບການຂອງແຕ່ລະປະເທດ; ຂຶ້ນກັບການປະດິດສ້າງ ແລະ ປະດິດແຕ່ງ ໝູນໃຊ້ລັດທິມາກ-ເລນິນ ແລະ ບົດຮຽນຂອງແຕ່ລະປະເທດ.
ສຳລັບການກໍານົດຮູບແບບສັງຄົມນິຍົມຢູ່ ສປປ ລາວ ກໍ່ເປັນສິ່ງທ້າທາຍອັນໃຫຍ່ຫຼວງ, ເປັນພາລະກິດປະຕິວັດອັນຍິ່ງໃຫຍ່, ເລັ່ງດ່ວນ, ເລິກເຊິ່ງ, ຮອບດ້ານ, ຍາວນານ, ມີຄວາມຫຍຸ້ງຍາກ ແລະ ດຸເດືອດຂ້ຽວຂາດ. ຊຶ່ງປັດຈຸບັນ ສປປ ລາວ ກຳລັງປະເຊີນໜ້າກັບຜົນກະທົບຈາກ ເສດຖະກິດ, ອັດຕາເງິນເຟີ້ ນັບມື້ນັບຮຸນແຮງ ແລະ ບວກກັບຄວາມບອບບາງບໍ່ທັນເຂັ້ມແຂງທາງດ້ານເສດຖະກິດມະຫາພາກ ຂອງ ສປປ ລາວ ທີ່ສະສົມມາຫຼາຍປີຍັງແກ້ໄຂບໍ່ທັນຕົກ ສະນັ້ນສາມາດເວົ້າໄດ້ວ່າສະພາບແວດລ້ອມ ແລະ ເງື່ອນໄຂຂອງການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ແມ່ນເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະ ມີອຸປະສັກ, ເຫດການທີ່ຫຍໍ້ທໍ້ນີ້ຈະເປັນບົດຮຽນອັນສຳຄັນໃຫ້ຮູ້ໄດ້ສາຍເຫດທີ່ຈະຕ້ອງມີການປັບປຸງບູລະນະທາງດ້ານແນວຄວາມຄິດ, ທິດສະດີ ແລະ ພຶດຕິກຳໃນການກ້າວສູ່ສັງຄົມນິຍົມທີ່ທັນສະໄໝ, ຊຶ່ງ ປະທານໄກສອນ ພົມວິຫານ ໄດ້ສັ່ງສອນວ່າ ‘’ຍິ່ງຍາກ ກໍ່ຍິ່ງອົດທົນ, ຍິ່ງສັບສົນ ກໍ່ຍິ່ງທຸ່ນທ່ຽງ, ຍິ່ງລະອິດລະອ້ຽວຂ້ຽວຂາດ ກໍ່ຍິ່ງສະຫຼາດສ່ອງໃສ’’. ນອກນັ້ນ, ທ່ານຍັງໄດ້ສະແດງຄວາມເຊື່ອໝັ້ນຢ່າງໜັກແຫນ້ນວ່າ ບົດຮຽນດ້ານແນວຄວາມຄິດ, ທິດສະດີ ແລະ ພຶດຕິກໍາ ກ່ຽວກັບ ສັງຄົມນິຍົມທັນສະໄໝ ທີ່ຈະໄດ້ຮັບຈາກກອງປະຊຸມສຳມະນາຄັ້ງນີ້ ຈະເປັນປະໂຫຍດທີ່ສຸດ ສໍາລັບການກ້າວສູ່ສັງຄົມນິຍົມທັນສະໄໝຢູ່ ສປປ ລາວ ກໍຄືການເສີມສ້າງ ແລະ ຮັດແຫນ້ນຄວາມສາມັກຄີລະຫວ່າງບັນດາປະເທດສັງຄົມນິຍົມດ້ວຍກັນ.
ໃນກອງປະຊຸມໄດ້ຮັບຟັງການນຳສະເໜີບັນດາຫົວຂໍ້ທີ່ປີ່ນອ້ອມຫົວຂໍ້ໃຫຍ່ໃນ 3 ວາລະ ຄື: ວາລະທີ 1: ທິດສະດີມາກ ກັບທິດສະດີສະໄໝປັດຈຸບັນ, ວາລະທີ 2: ການຫັນເປັນທັນສະໄໝຂອງຈີນ ແລະ ຂະບວນການເຄື່ອນໄຫວສັງຄົມນິຍົມໂລກ ແລະ ວາລະທີ 3: ກົດເກນທົ່ວໄປຂອງການຫັນເປັນທັນສະໄໝ ແລະ ກົດເກນທົ່ວໄປຂອງການຫັນເປັນທັນສະໄໝທາງສັງຄົມນິຍົມ ທັງໝົດ 32 ຫົວຂໍ້,ໃນນັ້ນສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ນຳສະເໜີບົດຈຳນວນ 05 ຫົວຂໍ້ ເພື່ອແລກປ່ຽນສົນທະນາໃນກອງປະຊຸມຄັ້ງນີ້ ຄື: 1) ສ້າງສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸດຕິທຳ ແລະ ສີວິໄລ ເພື່ອກ້າວສູ່ສັງຄົມນິຍົມ ນໍາສະເໜີໂດຍ ສະຖາບັນຄົ້ນຄວ້າສັງຄົມວິທະຍາ; 2) ການໝູນໃຊ້ທິດສະດີມາກ-ເລນິນ ເຂົ້າໃນການພັດທະນາກົນໄກເສດຖະກິດຕະຫຼາດໃຫ້ທັນສະໄໝ ແລະ ຍືນຍົງ ຕາມທິດສັງຄົມນິຍົມ ຂອງ ສປປ ລາວ ນຳສະເໜີໂດຍ ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ; 3) ບົດບາດຂອງວັດທະນະທຳໃນການພັດທະນາເພື່ອກ້າວສູ່ສັງຄົມນິຍົມ ແລະ ທັນສະໄໝ ນໍາສະເໜີໂດຍ ສະຖາບັນຄົ້ນຄວ້າວັດທະນະທຳ; 4) ການກໍ່ສ້າງພັກໃນເງື່ອນໄຂເຊື່ອມໂຍງສາກົນ ສິ່ງທ້າທາຍໃນການກ້າວສູ່ສັງຄົມນິຍົມທັນສະໄໝຂອງ ສປປ ລາວ ນຳສະເໜີໂດຍ ສະຖາບັນຄົ້ນຄວ້າການເມືອງວິທະຍາ ແລະ 5) ໝູນໃຊ້ແນວຄິດ ໄກສອນ ພົມວິຫານ ເຂົ້າໃນຂົງເຂດວຽກງານການເມືອງ-ແນວຄິດ ຂອງພັກປະຊາຊົນ ປະຕິວັດລາວ ເພື່ອກ້າວສູ່ຄວາມທັນສະໄໝ ນໍາສະເໜີໂດຍ ສະຖາບັນຄົ້ນຄວ້າປະຫວັດສາດ ແລະ ບູຮານວິທະຍາ. ໃນຕອນທ້າຍກອງປະຊຸມ ທັງສາມຝ່າຍ CASS-VASS-LASES ໄດ້ຕົກລົງເຫັນດີເປັນເອກະພາບກ່ຽວກັບການກຳນົດຫົວຂໍ້ກອງປະຊຸມສັງຄົມນິຍົມສາກົນ ຄັ້ງທີ 11 ທີ່ ສປປ ລາວ ກໍຄືສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ເປັນເຈົ້າພາບ ໃນປີ 2024 ທີ່ຈະມາເຖິງນີ້ ຊຶ່ງຫົວຂໍ້ຄາດຄະເນແມ່ນ “100 ປີ ແຫ່ງການປ່ຽນແປງ-ການຂະຫຍາຍຕົວຂອງທິດສະດີມາກ-ເລນິນໃນສັດຕະວັດທີ 21”.
ຂ່າວ-ພາບ: ພູຄຽງ ໄຊສິລິ
ຈໍານວນຜູ້ເຂົ້າຊົມ: 323
ກອງປະຊຸມສຳມະນາສາກົນກ່ຽວກັບ ການຮ່ວມມືຄຸນນະພາບສູງ "ໜຶ່ງແລວໜຶ່ງເສັ້ນທາງ"
ໃນລະຫວ່າງວັນທີ 27-29 ຕຸລາ 2023 ຄະນະຜູ້ແທນ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ນຳພາໂດຍທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ເຂົ້າຮ່ວມກອງປະຊຸມສຳມະນາສາກົນກ່ຽວກັບ ການຮ່ວມມືຄຸນນະພາບສູງ “ໜຶ່ງແລວໜຶ່ງເສັ້ນທາງ” ພາຍໃຕ້ຫົວຂໍ້: ຜົນສໍາເລັດ ແລະ ຄວາມຄາດຫວັງ, ຊຶ່ງໄດ້ຈັດຂຶ້ນທີ່ນະຄອນຫຼວງປັກກິ່ງ ສປ ຈີນ. ໂດຍການເປັນເຈົ້າພາບຂອງ ສະຖາບັນຄົ້ນຄວ້າຍຸດທະສາດອາຊີ-ປາຊີຟິກ ແລະ ສາກົນ, ສະຖາບັນວິທະຍາສາດສັງຄົມຈີນ (CASS). ກອງປະຊຸມໃນຄັ້ງນີ້ໄດ້ຈັດຂຶ້ນເປັນຄັ້ງທີ 3, ຊຶ່ງເປັນປີຄົບຮອບ 10 ປີ ຂອງການປະຕິບັດຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງທ່ານ ສີຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ, ໂດຍມີບັນດາ 10 ປະເທດອາຊຽນ, ອົງການຈັດຕັ້ງສາກົນປະຈໍານະຄອນປັກກິ່ງ ແລະ ຜູ້ແທນທີ່ຊ່ຽວຊານເຂົ້າຮ່ວມຫຼາຍກວ່າ 100 ທ່ານ.
ກອງປະຊຸມໄດ້ຮັບຟັງການນຳສະເໜີບັນດາຫົວຂໍ້ຍ່ອຍດັ່ງນີ້: 1) ຮ່ວມກັນພັດທະນາ “ໜຶ່ງແລວໜຶ່ງເສັ້ນທາງ”: ການເຊື່ອມຈອດພື້ນຖານໂຄງລ່າງ ແລະ ການຮ່ວມມືທາງດ້ານເສດຖະກິດ ແລະ ການຄ້າ, 2) ຮ່ວມກັນພັດທະນາ “ໜຶ່ງແລວໜຶ່ງເສັ້ນທາງ”: ການວາງນະໂຍບາຍ ແລະ ການຄຸ້ມຄອງດ້ານນະວັດຕະກຳ, 3) ຮ່ວມກັນພັດທະນາ “ໜຶ່ງແລວໜຶ່ງເສັ້ນທາງ”: ການແລກປ່ຽນວັດທະນະທຳ ແລະ ການສ້າງຄວາມເຊື່ອໝັ້ນ.
ໃນເວທີກອງປະຊຸມດັ່ງກ່າວ, ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຂຶ້ນກ່າວຄຳປາໄສ ຫົວຂໍ້ “ການເຊື່ອມຈອດດ້ານພື້ນຖານໂຄງລ່າງ ແລະ ການຮ່ວມມືດ້ານເສດຖະກິດ-ການຄ້າ”. ທ່ານໄດ້ມີຄຳເຫັນວ່າ ທົ່ວໂລກກຳລັງກ້າວເຂົ້າສູ່ຍຸກໃຫມ່ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກອັນໜັກໜ່ວງນັບຕັ້ງແຕ່ການແຜ່ລະບາດຂອງພະຍາດໂຄວິດ-19, ຄວາມວຸ້ນວາຍທາງດ້ານການເມືອງ, ການແຕກແຍກຂອງຕ່ອງໂສ້ການສະໜອງ ແລະ ເສດຖະກິດຖົດຖອຍ. ສະນັ້ນ ການເຊື່ອມໂຍງ ແລະ ການຮ່ວມມື ຈຶ່ງເປັນກຸນແຈທີ່ຈະຊ່ວຍໃຫ້ພວກເຮົາຮັບມືກັບສິ່ງທ້າທາຍເຫຼົ່ານີ້ໄດ້ດີຂຶ້ນ ແລະ ແກ້ໄຂຄວາມບໍ່ແນ່ນອນໃນໂລກທີ່ແຕກແຍກໃນປະຈຸບັນ. ຊຶ່ງພວກເຮົາໄດ້ຮັບການພິສູດໃຫ້ເຫັນແລ້ວວ່າ “ໜຶ່ງແລວໜຶ່ງເສັ້ນທາງ” ແມ່ນຂໍ້ລິເລີ່ມການຮ່ວມມືທີ່ເປີດກ້ວາງ ແລະ ຮອບດ້ານ, ໂດຍສາມາດເວົ້າໄດ້ຢ່າງຫນັກແຫນ້ນວ່າ ການເປີດກວ້າງນັ້ນນໍາໄປສູ່ຄວາມກ້າວຫນ້າ ແລະ ປິດຕ້ານຄວາມຫຼ້າຫລັງ. ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ກາຍເປັນເວທີການຮ່ວມມືລະຫວ່າງປະເທດທີ່ໃຫຍ່ທີ່ສຸດໃນໂລກ ອີງຕາມການລາຍງານສະຖິຕິ ສປ ຈີນ ໄດ້ລົງນາມການຮ່ວມມືພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຫຼາຍກວ່າ 200 ສະບັບກັບ 150 ປະເທດ ແລະ ກັບອົງການສາກົນຫຼາຍກວ່າ 30 ອົງການໃນ 5 ທະວີບ, ໄດ້ເປີດໂຄງການຮ່ວມມືພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຫຼາຍກວ່າ 3,000 ໂຄງການ ເປັນມູນຄ່າຫຼາຍກວ່າ 1 ພັນຕື້ໂດລາສະຫະລັດ. ສຳລັບ ສປປ ລາວ ໜຶ່ງໃນໂຄງການຂໍລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ສຳເລັດແມ່ນໂຄງການລົດໄຟລາວ-ຈີນ ທີ່ໄດ້ເປີດນໍາໃຊ້ໃນວັນທີ 2 ທັນວາ 2021 ເປັນຕົ້ນມາ ຊຶ່ງມີແຜນຈະກາຍເປັນຈຸດເຊື່ອມຕໍ່ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຄືເສັ້ນທາງລົດໄຟ ປະເທດສິງກະໂປ – ຄຸນໝິງ ໂດຍຜ່ານ ສປປ ລາວ, ໄທ ແລະ ມາເລເຊີຍ ເອີ້ນເສັ້ນທາງນີ້ວ່າ Pan–Asia ຈາກຕາໜ່າງການເຊື່ອມຕໍ່ດັັ່ງກ່າວ ທາງລົດໄຟສາຍໜຶ່ງຈະເຊື່ອມຕໍ່ປະເທດໄທ ແລະ ຫວຽດນາມ ຜ່ານແຂວງສະຫວັນນະເຂດ, ສ່ວນເສັ້ນທາງທີສອງຈະແລ່ນຈາກແຂວງສະຫວັນນະເຂດ ໄປຮອດປາກເຊ. ສາຍທີສາມຈະແລ່ນໄປຕາມລຽບຊາຍແດນ ລາວ-ໄທ ຈາກວຽງຈັນ ຫາ ທ່າແຂກ ແລະ ສາຍສຸດທ້າຍຈະເຊື່ອມຕໍ່ ອີກສາຍໜຶ່ງ ຈາກທ່າແຂກ ຫາ ວັງແອງ ຂອງຫວຽດນາມ. ອີກໜຶ່ງ ຜົນສຳເລັດ ແລະ ໝາກຜົນຂອງໂຄງການໜຶ່ງແລວໜຶ່ງເສັ້ນທາງ ກໍ່ຄືການເປີດວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ໃນວັນທີ 12 ຕຸລາ 2023 ທີ່ຜ່ານມາ ໂດຍໄດ້ຮັບການຊ່ວຍເຫຼືອຈາກ ລັດຖະບານຂອງ ສປ ຈີນ ແລະ ເປັນກຽດໃນພິທີເປີດນໍາໃຊ້ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ໂດຍພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ, ເພື່ອສ້າງບຸກຄະລາກອນລາວ ເມື່ອຈົບການສຶກສາຢູ່ວິທະຍາໄລດັ່ງກ່າວສາມາດສະໝັກເຂົ້າເຮັດວຽກນໍາບໍລີສັດລົດໄຟ ລາວ-ຈີນໄດ້. ນອກນັ້ນທ່ານກໍ່ໄດ້ຍົກໃຫ້ເຫັນ ການຮ່ວມມືດ້ານເສດຖະກິດ-ການຄ້າ ຂອງ ຈີນ-ອາຊຽນ ເປັນຕົ້ນແມ່ນຄວນເອົາໃຈໃສ່ໃນການປະຕິບັດສັນຍາຄູ່ຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ Regional Comprehensive Economic Partnership (RCEP) ແລະ ສົ່ງເສີມການສ້າງສັນຍາການຄ້າເສລີອາຊຽນ-ສປ ຈີນ ສະບັບທີ 3 ຫຼື ASEAN–China Free Trade (ACFTA) 3.0 ທີ່ເຫັນວ່າເປັນຜົນປະໂຫຍດໃຫ້ແກ່ພາກທຸລະກິດ, ຜູ້ປະກອບການ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ.
ໃນຕອນທ້າຍທ່ານ ສະຫຼຸບວ່າ ທາງລົດໄຟລາວ-ຈີນ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”ໄດ້ມີບົດບາດສຳຄັນທີ່ບໍ່ພຽງແຕ່ສາມາດຜ່ານຜ່າສິ່ງທ້າທາຍໃນການເຊື່ອມຕໍ່ພື້ນຖານໂຄງລ່າງເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນການຄົມມະນາຄົມໃນພາກພື້ນ ແລະ ກ້າວໄປສູ່ການກາຍເປັນສູນກາງຄົມມະນາຄົມຂອງພາກພື້ນໃນອະນາຄົດ ຊຶ່ງເປັນການປ່ຽນແປງຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລໃຫ້ເປັນປະເທດເຊື່ອມໂຍງເຊື່ອມຕໍ່ກັບສາກົນ ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ເຕີບໂຕເປັນກ້າວໆ.
ຂ່າວ-ພາບ: ພອນສຸກ ຄຳວັນທອງ
ຈໍານວນຜູ້ເຂົ້າຊົມ: 228
ກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມຄົບຄະນະກາງສະໄໝຂອງສູນກາງພັກ ສະໄໝທີ XI ແລະ ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ
ໃນວັນທີ 20 ຕຸລາ 2023 ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມກາງສະໄໝຂອງຄະນະບໍລິຫານງານສູນກາງພັກ ສະໄໝ ທີ XI ແລະ ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໂດຍການເປັນປະທານຂອງ ທ່ານ ປອ. ສອນທະນູ ທຳມະວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ມີບັນດາຄະນະພັກ-ຄະນະນຳ ສວສສຊ, ບັນດາຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ ແລະ ສູນ ພ້ອມດ້ວຍພະນັກງານລັດຖະກອນທົ່ວ ສວສສຊ ເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ປອ. ສອນທະນູ ທຳມະວົງ ປະທານ ສວສສຊ ກໍ່ໄດ້ເຜີຍແຜ່ ຜົນສຳເລັດການດຳເນີນກອງປະຊຸມ ຄົບຄະນະບໍລິຫານງານສູນກາງພັັກ ກາງສະໄໝທີ XI. ຫຼັງຈາກນັ້ນກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ບັນດານິຕິກຳທີ່ກ່ຽວຂ້ອງກັບວຽກງານແຂ່ງຂັນ-ຍ້ອງຍໍຂອງພັກ ແລະ ລັດຖະບານໂດຍສະເພາະ ມະຕິເລກທີ 01 ຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີວຽກງານແຂ່ງຂັນ-ຍ້ອງຍໍໃນໄລຍະໃໝ່, ລັດຖະດຳລັດ ເລກທີ 011 ຂອງປະທານປະເທດ ວ່າດ້ວຍການເປີດຂະບວນການແຂ່ງຂັນ-ຍ້ອງຍໍທົ່ວປະເທດໃນໄລຍະໃໝ່ ໂດຍ ທ່ານ ປອ. ນາງ ອຳໄພວັນ ຄຳແສງສີວິໄລ, ຄະນະປະຈຳພັກ, ປະທານກວດກາພັກ, ຮອງ ປະທານ ສວສສຊ; ດຳລັດ 116 ຂອງລັດຖະບານ ວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍ, ຂໍ້ຕົກລົງ ເລກທີ 54 ຂອງຄະນະຊີ້ນໍາລະດັບຊາດ ກ່ຽວກັບການແຂ່ງຂັນ ແລະ ຍ້ອງຍໍ ຮັກຊາດ ແລະ ພັດທະນາ ໂດຍ ທ່ານ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ, ຮອງປະທານ ສວສສຊ ແລະ ຮັບຟັງການເຜີຍແຜ່ ແຈ້ງການ ເລກທີ 01 ຂອງຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ ແລະ ຍ້ອງຍໍຮັກຊາດ ແລະ ພັດທະນາ, ຂໍ້ຕົກລົງເລກທີ 54 ຂອງຄະນະຊີ້ນໍາລະດັບຊາດ ກ່ຽວກັບການແຂ່ງຂັນ ແລະ ຍ້ອງຍໍ ຮັກຊາດ ແລະ ພັດທະນາ ໂດຍ ທ່ານ ບຸນລັດ ແກ້ວອາສາ, ຄະນະພັກ, ຮອງປະທານ ຄຊຂຍ-ສວສສຊ, ຫົວໜ້າກອງເລຂາ ຄຊຂຍ-ສວສສຊ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ພ້ອມທັງຂຶ້ນຜ່ານ ບົດສະຫຼຸບ ຕີລາຄາສະພາບການການຈັດຕັ້ງປະຕິບັດວຽກງານ ແຂ່ງຂັນ-ຍ້ອງຍໍໃນໄລຍະຜ່ານມາ ແລະ ທິດທາງແຕ່ນີ້ຮອດປີ 2025 ສວສສຊ, ແຜນການແຂ່ງຂັນຮັກຊາດ ແລະ ພັດທະນາ ແຕ່ນີ້ຮອດປີ 2025 ຂອງ ສວສສຊ ສະບັບເລກທີ 102, ລົງວັນທີ 11 ກັນຍາ 2023, ເນື້ອໃນການແຂ່ງຂັນຮັກຊາດ ແລະ ພັດທະນາ ແຕ່ນີ້ຮອດປີ 2025 ຂອງ ສວສສຊ, ສະບັບເລກທີ 103, ລົງວັນທີ 11 ກັນຍາ 2023, ຂໍ້ຕົກລົງ ເລກທີ 285 ຂອງຄະນະຊີ້ນໍາການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ສວສສຊ ວ່າດ້ວຍການຮັບຮອງເອົາເນື້ອໃນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ແຕ່ນີ້ຮອດປີ 2025 ຂອງ ສວສສຊ. ຈາກນັ້ນ ບັນດາຫົວໜ້າຫ້ອງການ, ກົມ ສະຖາບັນຄົ້ນຄວ້າ, ສູນ ແລະ ຫົວໜ້າ 3 ອົງການຈັດຕັ້ງມະຫາຊົນ ພາຍໃນ ສວສສຊ ໄດ້ຂຶ້ນຈັບມືແຂ່ງຂັນກັນ.
ໃນຕອນທ້າຍກອງປະຊຸມ ທ່ານ ປອ. ສອນທະນູ ທຳມະວົງ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ຕໍ່ວຽກງານດັ່ງກ່າວເພື່ອນຳໄປຄົ້ນຄວ້າຜັນຂະຫຍາຍເຂົ້າໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງ ສວສສຊ ພ້ອມທັງຮຽກຮ້ອງໃຫ້ ຄະນະໜ່ວຍພັກ, ຄະນະນຳ ພ້ອມດ້ວຍສະມາຊິກພັກ-ພະນັກງານຫຼັກແຫຼ່ງຂອງ ສວສສຊ ສືບຕໍ່ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ, ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິ, ຄຳສັ່ງຂອງພັກ, ຂອງລັດ ກ່ຽວກັບວຽກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ຢ່າງຈິງຈັງ ໃນນັ້ນຕ້ອງໄດ້ ຮ່ວມຈິດຮ່ວມໃຈ ສາມັກຄີ ເປັນນ້ຳໜຶ່ງໃຈດຽວກັນ ເຮັດໃຫ້ບັນດາຄາດໜາຍຕ່າງໆ ບັນລຸໄດ້ຜົນສຳເລັດໃໝ່ ຢ່າງເປັນຮູບປະທຳ.