ຈັດຕັ້ງເຊື່ອມຊຶມມະຕິ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງ ສວສສຊ

1

        ໃນຕອນເຊົ້າວັນທີ 10 ເມສາ 2026, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດຕັ້ງກອງປະຊຸມເຊື່ອມຊຶມເອກະສານມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກ ສວສສຊ ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ. ລີເບີ ລີບົວປາວ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ, ມີບັນດາສະຫາຍຄະນະປະຈໍາພັກ, ກຳມະການຄະນະພັກ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກ-ພະນັກງານເຂົ້າຮ່ວມ.

         ກອງປະຊຸມໄດ້ຮັບຟັງການເຜີຍແຜ່ ແລະ ເຊື່ອມຊຶມບັນດາເອກະສານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ພາຍໃຕ້ຄຳຂວັນ “ຍົກສູງບົດບາດການນຳພາ ທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”, ເອກະສານມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກ ສວສສຊ ແລະ ແຜນພັດທະນາວຽກງານຄົ້ນຄວ້າ ໄລຍະ 5 ປີ ຂອງ ສວສສຊ ໂດຍຫຍໍ້ ແລະ ຮັບຟັງລາຍງານສະຫລຸບຕີລາຄາການຈັ້ດຕັ້ງປະຕິບັດວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ປະຈຳປີ 2025 ພ້ອມທັງມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ໃຫ້ກັບບັນດາໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ສວສສຊ ຈໍານວນ 10 ໜ່ວຍພັກ ກວມເອົາ 90,1% ແລະ ສືບຕໍ່ຈັບມືແຂ່ງຂັນກັນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2026.

         ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ສະຫາຍ ປອ. ລີເບີ ລີບົວປາວ ໄດ້ມີຄໍາເຫັນໂອ້ລົມຕໍ່ຄະນະໜ່ວຍພັກ, ສະມາຊິກພັກ-ພະນັກງານ ໃຫ້ລົງເລິກຄົ້ນຄວ້າຜັນຂະຫຍາຍມະຕິ XII ຂອງພັກ, ມະຕິ ຄັ້ງທີ II ຂອງອົງຄະນະພັກ ສວສສຊ ທີ່ໄດ້ວາງອອກ ໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ສືບຕໍ່ປັບປຸງກົງຈັກການຈັດຕັ້ງໃຫ້ເຂັ້ມແຂງ ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍຫັນເປັນແຜນການລະອຽດ, ການແບ່ງຄວາມຮັບຜິດຊອບ ແລະ ບໍາລຸງກໍ່ສ້າງຖັນແຖວສະມາຊິກພັກໃຫ້ມີຄຸນນະພາບ.  ນອກຈາກນັ້ນ ຍັງໄດ້ເນັ້ນໜັກໃຫ້ສະມາຊິກພັກຈົ່ງຍຶດໝັ້ນແນວທາງຂອງພັກຢ່າງເດັດດ່ຽວ ແລະ ປັບປຸງທັດສະນະຫຼັກໝັ້ນການເມືອງ-ຊົນຊັ້ນໃຫ້ໜັກແໜ້ນ, ປັບປຸງແບບແຜນວິທີການນໍາພາທີ່ຖືກຕ້ອງ ຕາມຫຼັກການລວມສູນປະຊາທິປະໄຕ, ມີແບບແຜນການເຄື່ອນໄຫວທີ່ມີຈຸດສຸມ ແລະ ຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດແຜນໃຫ້ບັນລຸຈຸດປະສົງຢ່າງເປັນຮູບປະທໍາ, ປະຕິບັດໜ້າທີ່ການເມືອງເປັນເສນາທິການໃຫ້ແກ່ຄະນະພັກຂັ້ນເທິງ ໃນການຄົ້ນຄວ້າວິທະຍາສາດ ເພື່ອສະໜອງຂໍ້ມູນຂ່າວສານຮັບໃຊ້ໃຫ້ພັກ-ລັດຖະບານ ແລະ ຮັດແໜ້ນຄວາມສາມັກຄີພາຍໃນການຈັດຕັ້ງໃຫ້ເປັນປຶກແຜ່ນ ແລະ ບູລະນະການຈັດຕັ້ງໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ.

3
2

ຂ່າວ: ເພັດທະນູໄຊ ວົງຍະໄຊ

ພາບ: ມູນິນ ພົນສັກດາ