ສວສສຊ ລົງເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດທີ່ແຂວງຜົ້ງສາລີ
ໃນຕອນເຊົ້າວັນທີ 02 ເມສາ 2026 ທີ່ຜ່ານມາ, ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່, ຮອງປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ແຂວງຜົ້ງສາລີ ເນື່ອງໃນເຂົ້າຮ່ວມກອງປະຊຸມສຳມະນາເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ພົຕ. ສົມພອນ ມິດຕະພອນ ເລຂາພັກແຂວງ, ປະທານສະພາແຂວງຜົ້ງສາລີ ທີ່ຫ້ອງວ່າການປົກຄອງແຂວງ. ໃນໂອກາດນີ້, ທ່ານ ພົຕ. ສົມພອນ ມິດຕະພອນ ໄດ້ກ່າວສະແດງຄວາມຕ້ອນຮັບ ພ້ອມທັງແຈ້ງສະພາບຈຸດພິເສດ, ການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນໄລຍະຜ່ານມາໂດຍຫຍໍ້ ລວມເຖິງບາງບັນຫາທີ່ຍັງມີຄວາມຫຍຸ້ງຍາກຕໍ່ການພັດທະນາຢູ່ພາຍໃນແຂວງ ເພື່ອໃຫ້ ສວສສຊ ຊ່ວຍຄົ້ນຄວ້າ ແລະ ສະເໜີຕໍ່ລັດຖະບານຊ່ວຍແກ້ໄຂໃນຕໍ່ໜ້າ. ພ້ອມດຽວກັນນີ້, ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່ ກໍໄດ້ກ່າວສະແດງຂອບໃຈຕໍ່ແຂວງທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນການລົງມາເຮັດວຽກທີ່ແຂວງຜົ້ງສາລີໃນຄັ້ງນີ້.
ໃນວັນດຽວກັນ ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີ, ໄດ້ມີກອງປະຊຸມສຳມະນາເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດ ຕິດພັນກັບທີ່ຕັ້ງພາລະບົດບາດຂອງ ສວສສຊ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່ ຮອງປະທານ ສວສສຊ ແລະ ທ່ານ ອູ່ຄຳ ຕຸລາພັນ ຮອງປະທານຄະນະກຳມະການປົກຄອງແຂວງຜົ້ງສາລີ, ມີບັນດານັກຄົ້ນຄວ້າຈາກ ສວສສຊ ແລະ ພະນັກງານຫຼັກແຫຼ່ງຈາກພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.
ກອງປະຊຸມໄດ້ນໍາສະເໜີທີ່ຕັ້ງພາລະບົດບາດໜ້າທີ່ຂອງສະຖາບັນ ແລະ ເຜີຍແຜ່ຜົນງານການຄົ້ນຄວ້າວິທະຍາສາດທີ່ພົ້ນເດັ່ນຂອງ ສວສສຊ ໂດຍສະພາະການຕິດຕາມພະຍາກອນສະພາບເສດຖະກິດລາວ ແລະ ຜົນກະທົບຂອງສະພາບການຂອງໂລກທີ່ມີການຜັນປ່ຽນຈາກສົງຄາມຄວາມບໍ່ສະຫງົບໃນຕາເວັນອອກກາງ, ສົງຄາມການຄ້າຈາກນະໂຍບາຍຂອງປະເທດມະຫາອໍານາດຕໍ່ກັບບັນດາປະເທດໃນທົ່ວໂລກ ແລະ ອື່ນໆ. ກອງປະຊຸມໄດ້ເປີດກວ້າງໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄວາມຄິດເຫັນດ້ານວິຊາການ ແລະ ຖອດຖອນເປັນບົດຮຽນ ເຂົ້າໃນການກຳນົດຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ຂອງລັດ ກໍຄືແຜນພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ. ພ້ອມທັງສ້າງໂອກາດການຮ່ວມມື (ເຄືອຂ່າຍຄົ້ນຄວ້າ) ເພື່ອພົວພັນປະສານງານລະຫວ່າງທ້ອງຖິ່ນກັບສູນກາງ ກໍຄືແຂວງຜົ້ງສາລີ ແລະ ສວສສຊ ໃນການສ້າງແຜນຄົ້ນຄວ້າ, ວິເຄາະ-ວິໄຈ ແລະ ສະໜອງຂໍ້ມູນຂ່າວສານຮ່ວມກັນ, ນໍາເອົາຜົນການຄົ້ນຄວ້າວິທະຍາສາດ ໄປຮັບໃຊ້ການວາງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.
ໃນໂອກາດນີ້, ທ່ານ ອູ່ຄຳ ຕຸລາພັນ ໄດ້ກ່າວວ່າ: ການສຳມະນາໃນຄັ້ງນີ້ ເປັນຄວາມຮູ້, ເປັນບົດຮຽນອັນດີ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຕົວຈິງຢູ່ແຂວງຜົ້ງສາລີ ໂດຍສະເພາະການນຳໃຊ້ຂໍ້ມູນ-ສະຖິຕິທີ່ຖືກຕ້ອງເຂົ້າໃນການວິເຄາະ-ວິໄຈ ເພື່ອເປັນບ່ອນອີງທີ່ມີລັກສະນະວິທະຍາສາດໃນການວາງແຜນພັດທະນາທ້ອງຖິ່ນ; ການຄົ້ນຄວ້າຄືນທ່າແຮງບົ່ມຊ້ອນຂອງແຂວງ ເພື່ອວາງມາດຕະການຮັບມືກັບສິ່ງທ້າທາຍຕ່າງໆຢ່າງທັນສະພາບ, ເພີ່ມຊ່ອງທາງສ້າງລາຍຮັບ ແລະ ສົ່ງເສີມການຜະລິດພາຍໃນໃຫ້ເຂັ້ມແຂງ; ເພີ່ມທະວີການຕິດຕາມ ແລະ ຄຸ້ມຄອງລາຄາສິນຄ້າຕົວຈິງຢູ່ຕາມທ້ອງຕະຫຼາດພາຍໃນແຂວງ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຫຼາຍເກີນໄປ ຕິດພັນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ; ຫວັງຢ່າງຍິ່ງວ່າຈະໄດ້ຮັບການຮ່ວມມື ແລະ ການຊ່ວຍເຫຼືອທາງດ້ານວິຊາການຈາກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃນຕໍ່ໜ້າ.
ໃນວາລະສຸດທ້າຍຂອງກອງປະຊຸມ, ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່ ໄດ້ກ່າວຕີລາຄາວ່າ: ກອງປະຊຸມສໍາມະນາຄັ້ງນີ້ ເປັນເວທີໜຶ່ງໃນການແລກປ່ຽນບົດຮຽນ ແລະ ຄຳຄິດເຫັນຢ່າງກົງໄປກົງມາ ເພື່ອຊ່ວຍກັນຄົ້ນຄວ້າ, ວິເຄາະ-ວິໄຈ ເພື່ອນຳເອົາຜົນການຄົ້ນຄວ້າ ແລະ ມີຂໍ້ສະເໜີແນະທີ່ສອດຄ່ອງກັບສະພາບຄວາມເປັນຈິງຂອງແຂວງ ເຊິ່ງການປະກອບຄຳຄິດເຫັນ ແລະ ຂໍ້ມູນຂອງບັນດາທ່ານ ແມ່ນມີຄວາມສຳຄັນ ແລະ ເປັນຂໍ້ມູນທີ່ມີປະໂຫຍດຕໍ່ຄະນະນັກຄົ້ນຄວ້າຂອງພວກເຮົາ, ຫວັງຢ່າງຍິ່ງວ່າ ທຸກຂະແໜງການ ແລະ ພາກສ່ວນກ່ຽວຂ້ອງຂອງແຂວງ ຈະສືບຕໍ່ໃຫ້ການຮ່ວມມືກັບ ສວສສຊ ຂອງພວກເຮົາ ຮ່ວມກັນຄົ້ນຄວ້າຊອກຫາວິທີແກ້ໄຂ ເພື່ອນໍາໄປພິຈາລະນາ ແລະ ປັບໃຊ້ເຂົ້າໃນແຜນວຽກຂອງຕົນຕາມຄວາມເໝາະສົມ. ກອງປະຊຸມປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ແລະ ເຕັມໄປດ້ວຍເນື້ອໃນ, ເປັນບາດກ້າວສຳຄັນໃນການຮັດແໜ້ນການຮ່ວມມືທາງດ້ານວິຊາການລະຫວ່າງ ສວສສຊ ກັບອົງການປົກຄອງແຂວງຜົ້ງສາລີ.
ພາບ-ຂ່າວ: ເພັດທະນູໄຊ ວົງຍະໄຊ