ສວສສຊ ວາງກະຕ່າດອກໄມ້ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ

ເນື່ອງໃນໂອກາດກະກຽມເຂົ້າສູ່ການດໍາເນີນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ເຊິ່ງຈະໄດ້ຈັດຂຶ້ນໃນວັນທີ 03 ກັນຍາ 2025 ນີ້. ຕາງໜ້າຄະນະຜູ້ແທນກອງປະຊຸມນໍາໂດຍ ສະຫາຍ ປອ. ກອງແກ້ວ ໄຊ ສົງຄາມ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ ພ້ອມດ້ວຍຄະນະປະຈໍາພັກ, ກໍາມະການຄະນະພັກ, ຄະນະໜ່ວຍພັກ ແລະ ສາມອົງການຈັດຕັ້ງມະຫາຊົນ ໄດ້ເຂົ້າໄດ້ວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ທີ່ຫໍພິພິດຕະພັນ ປະທານໄກສອນພົມ ວິຫານ ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ໄດ້ອຸທິດຕົນໃນພາລະ ກິດປະຕິວັດຢ່າງອົງອາດກ້າຫານ. ພາຍໃຕ້ການນຳພາ-ຊີ້ນຳທີ່ສະຫຼາດສ່ອງໃສ ແລະ ປີຊາສາມາດຂອງພັກປະຊາ ຊົນປະຕິວັດລາວ, ສະມາຊິກພັກ-ພະນັກງານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດຂໍຈົດຈຳລຳລຶກ, ກະຕັນຍູຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຈະພ້ອມກັນສືບທອດພາລະກິດຂອງພັກ, ຂອງລັດ ແລະ ຂອງປະຊາ ຊົນ ໂດຍເຮັດທຸກຢ່າງເພື່ອພັກ, ເພື່ອລັດ ແລະ ເພື່ອປະຊາຊົນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮື່ອງສີວິໄລ, ນຳພາປະເທດຊາດກ້າວເດີນສູ່ຈຸດໝາຍສັງຄົມນິຍົມຢ່າງມີໄຊ.

ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ