ສໍາມະນາການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາສີຂຽວ ທີ່ນະຄອນຫຼວງປັກກິ່ງ ສປ. ຈີນ

     ໃນລະຫວ່າງວັນທີ 3 – 16 ກັນຍາ, 2024 ທີ່ຜ່ານມານີ້, ນັກຄົ້ນຄວ້າຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ເຂົ້າຮ່ວມສໍາມະນາກ່ຽວກັບການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາສີຂຽວ ພາຍໃຕ້ໂຄງການລິເລີ່ມພັດທະນາໂລກ ເຊິ່ງຈັດຂຶ້ນທີ່ນະຄອນຫຼວງປັກກິ່ງ ສປ. ຈີນ ໂດຍການເປັນເຈົ້າພາບຂອງ ສະຖາບັນຝຶກອົບຮົມດ້ານການຄ້າລະຫວ່າງປະເທດ (Academy for International Business Official-AIBO), ກະຊວງການຄ້າແຫ່ງ ສປ. ຈີນ; ມີຜູ້ເຂົ້າຮ່ວມຈາກຫຼາຍປະເທດ ເຊັ່ນ: ອາເມເນຍ, ສີລັງກາ, ອາຟຣິກາໃຕ້, ສປປ ລາວ ແລະ ປະເທດອື່ນໆ ທີ່ຖືກເຊື້ອເຊີນ.

     ການຈັດສໍາມະນາໃນຄັ້ງນີ້ ນັກຄົ້ນຄວ້າ ສວສສຊ ໄດ້ມີໂອກາດແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານການແກ້ໄຂບັນຫາປ່ຽນແປງດິນຟ້າອາກາດ ແລະ ການສົ່ງເສີມການພັດທະນາສີຂຽວ ທີ່ເປັນມິດຕໍ່ສິ່ງແວດລ້ອມ ພ້ອມທັງໄດ້ສັງເກດການຢ່າງໃກ້ຊິດຕໍ່ກັບການວາງແຜນ ແລະ ຈັດຕັ້ງປະຕິບັດຍຸດທະສາດການພັດທະນາສີຂຽວ ຜ່ານປະສົບການ ແລະ ບົດຮຽນຕົວຈິງຂອງ ສປ. ຈີນ ໂດຍສະເພາະການບັນລຸເປົ້າໝາຍຄວາມເປັນກາງຂອງກາກບອນ (Carbon Neutrality) ພາຍໃນປີ 2060 ແລະ ການຫຼຸດຜ່ອນການປ່ອຍກາກບອນ (Peaking Carbon) ກ່ອນປີ 2030; ນອກຈາກນັ້ນ, ຜູ້ເຂົ້າຮ່ວມທີ່ມາຈາກບັນດາປະເທດທີ່ກໍາລັງພັດທະນາ ຍັງໄດ້ປຶກສາຫາລືແລກປ່ຽນບົດຮຽນທີ່ເປັນປະໂຫຍດຈາກ ສປ. ຈີນ ເພື່ອນໍາໄປໝູນໃຊ້ໃຫ້ເໝາະສົມກັບສະພາບຕົວຈິງໃນປະເທດຂອງຕົນ. ພ້ອມດຽວກັນນີ້, ກໍ່ໄດ້ມີໂອກາດໄປຢ້ຽມຢາມສະຖານທີ່ຕົວຈິງ ເປັນຕົ້ນບໍລິສັດ LONGi ທີ່ເປັນບໍລິສັດເຕັກໂນໂລຊີດ້ານພະລັງງານແສງຕາເວັນທີ່ໃຫຍ່ທີ່ສຸດໃນຈີນ; ສູນໄມ້ໃຜ່ ແລະ ຫວາຍ ສາກົນ, ສູນອຸຕຸນິຍົມແຫ່ງຊາດ ແລະ ມີການແລກປ່ຽນທາງດ້ານວັດທະນະທໍາຮ່ວມກັນອີກດ້ວຍ

ຂຽນຂ່າວ ແລະ ຖ່າຍພາບ: ປອ. ແກ້ວວິຈິດ ໄຂຄໍາພິທູນ