Month: ເດືອນຕຸລາ 2024

1

ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄຂກອງປະຊຸມ ສະມາຊິກກໍາມະບານຮາກຖານຄັ້ງທີ I

1

     ວັນທີ 29 ຕຸລາ 2024 ທີ່ຜ່ານມານີ້, ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ໄຂກອງປະຊຸມ ສະມາຊິກກໍາມະບານຮາກຖານຂອງສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄັ້ງທີ I ຂຶ້ນຢ່າງເປັນທາງການ, ໂດຍການເປັນປະຮ່ວມຂອງ ສະຫາຍ ເດືອນສະຫວັນ ພອນມີໄຊ ຮັກສາການເລຂາໜ່ວຍພັກ, ວ່າການແທນຫົວໜ້າ ສຂຝ, ມີ ສະຫາຍ ພອນ ວິພົນຮຽນ ປະ​ທານ ສະຫະພັນກຳມະບານ ສວສສຊ,  ສະຫາຍ ສຸກນິລັນ ແສງພະຈັນ ປະທານກໍາມະບານຮາກຖານ ສຂຝ, ມີຮອງປະທານກໍາມະບານຮາກຖານ, ຜູ້ຕາງໜ້າຈາກອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ, ແມ່ຍິງ, ກຳມະບານຮາກຖານ ອ້ອມ​ຂ້າງ ພ້ອມດ້ວຍສະມາຊິກກໍາມະບານຮາກຖານ ສຂຝ ເຂົ້າຮ່ວມ ຈໍານວນ 28 ສະຫາຍ.

     ກອງປະຊຸມໄດ້ຜ່ານບົດລາຍງານການເມືອງ ແລະ ຜ່ານບົດສໍາຫຼວດການນໍາພາຂອງຄະນະກໍາມະບານຮາກຖານຊຸດເກົ່າ ເພື່ອສໍາຫລວດ, ກວດກາ ແລະ ຕີລາຄາການນໍາພາ-ຊີ້ນໍາ  ທາງດ້ານວຽກງານແນວຄິດ ກໍ່ຄືການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກໍາມະບານເວົ້າລວມ, ກໍາມະບານປະຕິບັດຂໍ້ແຂ່ງຂັນ 2 ດີ 5 ເປັນເຈົ້າ, ໃນຊຸມປີຜ່ານມາ ແລະ ຄົ້ນຄວ້າກຳນົດວຽກງານຈຸດສຸມຂອງກໍາມະບານຮາກຖານໃນຕໍ່ໜ້າ.

     ໃນໂອກາດນີ້ ສະຫາຍ ສະຫາຍ ເດືອນສະຫວັນ ພອນມີໄຊ ໄດ້ມີຄໍາເຫັນບາງຕອນຕໍ່ກອງປະຊຸມວ່າ: ກອງປະຊຸມໃຫຍ່ຂອງກຳມະບານຮາກຖານ ສຂຝ ຄັ້ງນີ້ ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ໃນຊີວິດການເມືອງຂອງ ສະມາຊິກກຳມະບານ ໃນການຕີລາຄາດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງໃນໄລຍະຜ່ານມາ, ໃນບົດລາຍງານການເມືອງໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນຫຼາຍດ້ານ ແລະ ຄວາມພະຍາຍາມສູ້ຊົນປະຕິບັດໜ້າທີ່ຕາມພາລະບົດບາດຂອງສະມາຊິກກຳມະບານວາງອອກ ໃຫ້ໄດ້ຮັບຜົນສຳເລັດເປັນຢ່າງດີ. ພ້ອມດຽວກັນນັ້ນ ສະຫາຍ ຍັງໄດ້ເນັ້້ນໜັກໃຫ້ກຳມະບານຮາກຖານຊຸດໃໝ່ເອົາໃຈໃສ່ ກໍ່ສ້າງຖັນແຖວສະມາຊິກກໍາມະບານ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ປະຕິບັດພາລາບົດບາດ, ສິດ ແລະ ໜ້າທີ່ຂອງກຳມະບານ, ສ້າງຂະບວນການເຄື່ອນໄຫວຢ່າງເປັນປົກກະຕິ ເພື່ອຍົກສູງຄວາມສາມັກຄີທັງພາຍໃນ ແລະ ພາຍນອກ, ສູ້ຊົນປະຕິບັດຂໍ້ແຂ່ງຂັນ 2 ດີ 5 ເປັນເຈົ້າ ຂອງສະຫະພັນກໍາມະບານລາວ ໃຫ້ປະກົດຜົນເປັນຈິງ; ເອົາໃຈໃສ່ ສືບຕໍ່ກໍ່ສ້າງສະມາຊິກກໍາມະບານ ໃຫ້ກາຍເປັນມະຫາຊົນຜູ້ກ້າວໜ້າທີ່ມີຄວາມຮູ້, ຄວາມສາມາດທາງດ້ານວິຊາການ ຮັບປະກັນຄວາມສໍາເລັດຂອງວຽກງານທີ່ຂັ້ນເທິງມອບໝາຍໃຫ້ເປັນຢ່າງດີທາງປະລິມານ ແລະ ຄຸນນະພາບ.

     ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະກໍາມະບານຮາກຖານ ສຂຝ ຊຸດໃໝ່ ເຊິ່ງໄດ້ເລືອກເອົາ:

1. ສະຫາຍ ສຸກນິລັນ ແສງພະຈັນ ເປັນປະທານກໍາມະບານຮາກຖານ ສຂຝ.

2.ສະຫາຍ ນ. ດວງໃຈ ໂລວັນ ເປັນຮອງປະທານກໍາມະບານຮາກຖານ ສຂຝ.

3.ສະຫາຍ ທະນົງສຸກ ບຸນປະເສີດ ເປັນຄະນະກໍາມະບານຮາກຖານ ສຂຝ.

2

     ເພື່ອສືບຕໍ່ເສີມຂະຫຍາຍ ບັນດາຄາດໝາຍ ແລະ ຈຸດສຸມແຜນວຽກຂອງກໍາມະບານໃຫ້ກ້າວເຂົ້າສູ່ລົງເລິກ, ຮອບດ້ານ;  ສະຫາຍ ພອນວິພົນຮຽນ ປະທານກໍາມະບານ ສວສສຊ ໄດ້ມີຄໍາເຫັນບາງຕອນຕໍ່ກອງປະຊຸມວ່າ: ບັນດາສະຫາຍ ຄະນະກໍາມະບານຮາກຖານຊຸດໃໝ່ ກໍ່ຄືສະມາຊິກກໍາມະບານທຸກສະຫາຍ ແມ່ນກໍາລັງແຮງທີ່ສໍາຄັນຂອງປະເທດຊາດ,  ເປັນຜູ້ສືບທອດພາລະກິດຂອງພັກ, ຕ້ອງພ້ອມພຽງກັນຕັ້ງໜ້າຝຶກຝົນຫຼໍ່ຫຼອມ, ຮໍ່າຮຽນເອົາຄຸນສົມບັດສິນທໍາປະຕິວັດ ແລະ ຕັ້ງໜ້າເຄື່ອນໄຫວນໍາພາວຽກງານຂອງຕົນໃຫ້ໄດ້ຮັບຜົນສໍາເລັດ ຮຽນຮູ້ໃນການປຸກລະດົມຄວາມຫ້າວຫັນ ແລະ ພັດທະນາຕົນເອງເພື່ອສ້າງໃຫ້ອົງການກໍາມະບານມີຄວາມເຂັ້ມແຂງ. ພ້ອມດຽວກັນນັ້ນ, ໃຫ້ສືບຕໍ່ເອົາໃຈໃສ່ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນກໍາມະບານທົ່ວປະເທດຄັ້ງທີ VIII, ມະຕິກອງປະຊຸມໃຫຍ່ຂອງສະມາຊິກພັກ ສວສສຊ, ໃຫ້ປະກົດຜົນເປັນຈິງ, ສ້າງຂະບວນການກະກຽມຕ້ອນຮັບກອງປະຊຸມໃຫຍ່ກໍາມະບານ ສວສສຊ ຄັ້ງທີ I ເຊິ່ງຈະຈັດຂຶ້ນໃນທ້າຍປີ 2024; ພ້ອມທັງເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າ.

3

ຂຽນຂ່າວ: ພວງເພັດ ຈັນທະລີວົງ

ຖ່າຍພາບ: ມຸນິນ ພົນສັກດາ

1

ສວສສຊ ເຜີຍແຜ່ຂໍ້ຕົກລົງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການສະສາງລົດຂອງລັດ

1

     ວັນທີ 22 ຕຸລາ 2024; ທີ່ຜ່ານມານີ້, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ), ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານການຊຳລະສະສາງຊັບສິນຂອງລັດ ໂດຍການເປັນປະທານຂອງ ທ່ານ ເພັດໃສ ເພຍເທບ, ຫົວໜ້າຫ້ອງການສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີບັນດາຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ສູນ ແລະ ພະນັກງານບໍານານ ຜູ້ທີ່ມີເງື່ອນໄຂໃນການຫັນກຳມະສິດນໍາໃຊ້ລົດຂອງລັດ ມາເປັນກໍາມະສິດນໍາໃຊ້ສ່ວນຕົວ ຕາມນະໂຍບາຍຂອງລັດຖະບານໄດ້ວາງອອກ;

2

     ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອເຜີຍແຜ່ ແລະ ເຊື່ອມຊຶມບັນດາເນື້ອໃນເອກະສານສໍາຄັນຂອງລັດຖະ ບານໃຫ້ກັບພະນັກງານບໍານານ ລວມທັງພະນັກງານປະຈໍາການ ທຸກເປົ້າໝາຍທີ່ນໍາໃຊ້ລົດຂອງລັດ ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈຖືກຕ້ອງໃນການນໍາໃຊ້ ແລະ ຄຸ້ມຄອງລົດຂອງລັດ ເພື່ອນໍາໄປຈັດຕັ້ງປະຕິບັດຢ່າງເຂັ້ມງວດ ແລະ ເປັນເອກະພາບກັນໃນທົ່ວປະເທດ; ພ້ອມດຽວກັນ ກໍເປັນຊຸກຍູ້ການວາງແຜນ ແລະ ຈັດຕັ້ງປະຕິບັດການສະສາງລົດ ທີ່ຢູ່ ພາຍໃຕ້ການຄຸ້ມຄອງຂອງ ສວສສຊ ໃຫ້ສຳເລັດຕາມຄາດໝາຍໃນປີ 2024.

     ໃນກອງປະຊຸມ, ທ່ານ ສົມບູນ ແກ່ນປະເສີດ, ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ໄດ້ຂຶ້ນເຜີຍແຜ່ 3 ເອກະສານສໍາຄັນຄື: 1). ຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍການສະສາງລົດລັດ ສະບັບ ເລກທີ 169/ນຍ, ລົງວັນທີ 28 ທັນວາ 2023; 2). ດຳລັດວ່າດ້ວຍລົດຂອງລັດ ສະບັບ ເລກທີ 599/ລບ, ລົງວັນທີ 29 ກັນຍາ 2021 ແລະ 3). ປື້ມຄູ່ມືກ່ຽວກັບການສະສາງລົດຂອງລັດ  ເຊິ່ງໃນບັນດາເອກະສານດັ່ງກ່າວ ມີເນື້ອໃນແນະນໍາກ່ຽວກັບການຄຸ້ມຄອງ, ນໍາໃຊ້ຊັບສິນຂອງລັດໂດຍລະອຽດຈະແຈ້ງ ກ່ຽວກັບການກໍານົດຫຼັກການ, ເປົ້າໝາຍ, ເງື່ອນໄຂ, ຂັ້ນຕອນການສະສາງ, ການຖອດຄືນລົດຂອງລັດ. ຜ່ານການຮັບຟັງ ບັນດາເອກະສານສໍາຄັນເຫຼົ່ານີ້ ຜູ້ເຂົ້າຮ່ວມໄດ້ມີການແລກປ່ຽນຄຳຄິດຄຳເຫັນ ໃນບາງປະເດັນທີ່ມີຄວາມສົນໃຈ, ສ້າງຄວາມເຂົ້າໃຈຂຶ້ນຕື່ມ ໃຫ້ມີຄວາມເປັນເອກະພາບ ຕໍ່ກັບການຈັດຕັ້ງປະຕິບັດນິຕິກຳດັ່ງກ່າວ, ທັງເປັນບ່ອນອີງໃຫ້ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຫັນເຂົ້າສູ່ໃນການລະບຽບຫຼັກການຄຸ້ມຄອງລົດຂອງລັດ ທີ່ນໍາໃຊ້ໃນປັດຈຸບັນ ໃຫ້ຖືກຕ້ອງຕາມລະບຽບຫຼັກການ.

ຂຽນຂ່າວ ແລະ ຖ່າຍພາບ: ມຸນິນ ພົນສັກດາ

1

ປະທານ ສວສສຊ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນຈາກແຂວງຮ່າຕິງ ສສ. ຫວຽດນາມ

1

     ໃນວັນທີ 23 ຕຸລາ 2024 ທີ່ຫ້ອງຮັບແຂກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ, ກໍາມະການສູນກາງພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ພ້ອມດ້ວຍບັນດາຫົວໜ້າຫ້ອງການ, ກົມ, ຫົວໜ້າສະຖາບັນຄົ້ນຄວ້າທີ່ຂຶ້ນກັບ ສວສສຊ; ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນແຂວງຮ່າຕິງ, ສສ ຫວຽດນາມ ນໍາໂດຍ ສະຫາຍ ຫວໍ ຈ້ອງ ຮ໋າຍ, ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງຮ່າຕິງ, ສສ ຫວຽດນາມ ພ້ອມດ້ວຍຄະນະ;

     ໃນໂອກາດນີ້ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ, ໄດ້ລາຍງານບາງຈຸດພິເສດ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດວ່າ:  ສວສສຊ ມີພາລະບົດບາດ ເປັນເສນາທິການໃຫ້ແກ່ພັກ ແລະ ລັດຖະບານ ໃນການຄົ້ນຄ້ວາ, ສະໜອງຂໍ້ມູນຂ່າວສານ ທາງດ້ານວິທະຍາສາດເສດຖະກິດ ແລະ ສັງຄົມ, ເພື່ອຮັບໃຊ້ໃນການວາງແນວທາງນະໂຍບາຍຂອງພັກ, ວິໄສທັດ, ແຜນຍຸດທະສາດ, ແຜນພັດທະນາເສດຖະກິດ ແລະ ສັງຄົມ ໃນແຕ່ລະໄລຍະ; ມີໜ້າທີ່ໃນການຄົ້ນຄ້ວາບັນຫາເສດຖະກິດ-ສັງຄົມ, ການເມືອງ ແລະ ບັນຫາອື່ນໆຕາມການມອບໝາຍ; ໃນປັດຈຸບັນ ສວສສຊ ມີປະທານສະຖາບັນ 1 ທ່ານ, ຮອງປະທານ 2 ທ່ານ, ມີໂຄງປະກອບກົງຈັກການຈັດຕັ້ງ ທີ່ທຽບເທົ່າກົມ 11 ຫົວໜ່ວຍ;

3

     ຕາງໜ້າຄະນະຜູ້ແທນແຂວງຮ່າຕິງ, ສສ ຫວຽດນາມ ສະຫາຍ ຫວໍ ຈ້ອງ ຮ໋າຍ, ກໍ່ໄດ້ລາຍງານຜົນສໍາເລັດຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນໃນຄັ້ງນີ້, ພ້ອມທັງກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ແບບອ້າຍນ້ອງ, ເພື່ອນມິດສະຫາຍ ແລະ ຄວາມຮັກແພງ ທີ່ສະແດງອອກຢ່າງສະເໝີຕົ້ນສະເໝີປາຍ.

     ຈຸດປະສົງຂອງການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ເວົ້າລວມ;  ເວົ້າສະເພາະ ແຂວງຮ່າຕິງ, ສສ ຫວຽດນາມ ແລະ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຮ່ວມກັນປຶກສາຫາລື ຊອກຫາກາລະໂອກາດການຮ່ວມມື ເພື່ອປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາໃນ 2 ປະເທດ ລາວ ແລະ ສສ. ຫວຽດນາມ; ສະຫາຍ ຫວໍ ຈ້ອງ ຮ໋າຍ, ຫົວໜ້າຄະນະຜູ້ແທນແຂວງຮ່າຕິງ, ຍັງໄດ້ກ່າວເຊື້ອເຊີນ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ພ້ອມດ້ວຍຄະນະ ຫາໂອກາດເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການທີ່ແຂວງຮ່າຕິງ, ສສ ຫວຽດນາມ ໃນເວລາທີ່ສະດວກ ແລະ ເໝາະສົມ ອີກດ້ວຍ.

2

ຂຽນຂ່າວ ແລະ ຖ່າຍພາບ: ພວງເພັດ ຈັນທະລີວົງ (ສຂຝ)

1

ສໍາມະນາການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາສີຂຽວ ທີ່ນະຄອນຫຼວງປັກກິ່ງ ສປ. ຈີນ

1

     ໃນລະຫວ່າງວັນທີ 3 – 16 ກັນຍາ, 2024 ທີ່ຜ່ານມານີ້, ນັກຄົ້ນຄວ້າຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ເຂົ້າຮ່ວມສໍາມະນາກ່ຽວກັບການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາສີຂຽວ ພາຍໃຕ້ໂຄງການລິເລີ່ມພັດທະນາໂລກ ເຊິ່ງຈັດຂຶ້ນທີ່ນະຄອນຫຼວງປັກກິ່ງ ສປ. ຈີນ ໂດຍການເປັນເຈົ້າພາບຂອງ ສະຖາບັນຝຶກອົບຮົມດ້ານການຄ້າລະຫວ່າງປະເທດ (Academy for International Business Official-AIBO), ກະຊວງການຄ້າແຫ່ງ ສປ. ຈີນ; ມີຜູ້ເຂົ້າຮ່ວມຈາກຫຼາຍປະເທດ ເຊັ່ນ: ອາເມເນຍ, ສີລັງກາ, ອາຟຣິກາໃຕ້, ສປປ ລາວ ແລະ ປະເທດອື່ນໆ ທີ່ຖືກເຊື້ອເຊີນ.

     ການຈັດສໍາມະນາໃນຄັ້ງນີ້ ນັກຄົ້ນຄວ້າ ສວສສຊ ໄດ້ມີໂອກາດແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານການແກ້ໄຂບັນຫາປ່ຽນແປງດິນຟ້າອາກາດ ແລະ ການສົ່ງເສີມການພັດທະນາສີຂຽວ ທີ່ເປັນມິດຕໍ່ສິ່ງແວດລ້ອມ ພ້ອມທັງໄດ້ສັງເກດການຢ່າງໃກ້ຊິດຕໍ່ກັບການວາງແຜນ ແລະ ຈັດຕັ້ງປະຕິບັດຍຸດທະສາດການພັດທະນາສີຂຽວ ຜ່ານປະສົບການ ແລະ ບົດຮຽນຕົວຈິງຂອງ ສປ. ຈີນ ໂດຍສະເພາະການບັນລຸເປົ້າໝາຍຄວາມເປັນກາງຂອງກາກບອນ (Carbon Neutrality) ພາຍໃນປີ 2060 ແລະ ການຫຼຸດຜ່ອນການປ່ອຍກາກບອນ (Peaking Carbon) ກ່ອນປີ 2030; ນອກຈາກນັ້ນ, ຜູ້ເຂົ້າຮ່ວມທີ່ມາຈາກບັນດາປະເທດທີ່ກໍາລັງພັດທະນາ ຍັງໄດ້ປຶກສາຫາລືແລກປ່ຽນບົດຮຽນທີ່ເປັນປະໂຫຍດຈາກ ສປ. ຈີນ ເພື່ອນໍາໄປໝູນໃຊ້ໃຫ້ເໝາະສົມກັບສະພາບຕົວຈິງໃນປະເທດຂອງຕົນ. ພ້ອມດຽວກັນນີ້, ກໍ່ໄດ້ມີໂອກາດໄປຢ້ຽມຢາມສະຖານທີ່ຕົວຈິງ ເປັນຕົ້ນບໍລິສັດ LONGi ທີ່ເປັນບໍລິສັດເຕັກໂນໂລຊີດ້ານພະລັງງານແສງຕາເວັນທີ່ໃຫຍ່ທີ່ສຸດໃນຈີນ; ສູນໄມ້ໃຜ່ ແລະ ຫວາຍ ສາກົນ, ສູນອຸຕຸນິຍົມແຫ່ງຊາດ ແລະ ມີການແລກປ່ຽນທາງດ້ານວັດທະນະທໍາຮ່ວມກັນອີກດ້ວຍ

2

ຂຽນຂ່າວ ແລະ ຖ່າຍພາບ: ປອ. ແກ້ວວິຈິດ ໄຂຄໍາພິທູນ

1

ພິທີປະກາດການປະຕິບັດນະໂຍບາຍ ຂອງພະນັກງານຂັ້ນສູງອອກພັກການ-ຮັບອຸດໜູນບໍານານ

1

     ພິທີປະກາດພະນັກງານຂັ້ນນໍາພາສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ອອກພັກການຮັບອຸດໜູນບໍານານ ໄດ້ຈັັດຂຶ້ນໃນຕອນບ່າຍຂອງວັນທີ 14 ຕຸລາ 2024, ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານ ສວສສຊ, ມີຮອງເລຂາຄະນະບໍລິຫານງານພັກ, ບັນດາຄະນະພັກ-ຄະນະນຳສະຖາບັນ, ບັນດາຄະນະໜ່ວຍພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄ້ວາ, ສູນ, ຕາງໜ້າອົງການຈັດຕັ້ງມະຫາຊົນ, ພ້ອມທັງພະນັກງານຂັ້ນພະແນກ ເຂົ້າຮ່ວມຈໍານວນ 63 ທ່ານ, ຍີງ 29 ທ່ານ;

2

     ໃນພິທີ ສະຫາຍ ປອ. ນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານມະຕິຕົກລົງ ສະບັບເລກທີ 251/ຄລສພ, ລົງວັນທີ 30/08/2024; ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດໃຫ້ ສະຫາຍ ປອ. ນາງ ຂັນລາສີ ແກ້ວບຸນພັນ ກໍາມະການຄະນະພັກ, ຮອງປະ ທານ ສວສສຊ ອອກພັກການ-ຮັບອຸດໜູນບໍານານ.

     ໃນໂອກາດນີ້ ສະຫາຍ ປອ.ກອງແກ້ວ ໄຊສົງຄາມ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີວ່າ: ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດພິທີປະກາດການປະຕິບັດນະໂຍບາຍຂອງພະນັກງານຂັ້ນນໍາພາ ສວສສຊ ອອກພັກການ-ຮັບອຸດໜູນບໍານານ, ເຊິ່ງເປັນການນຳຂັ້ນສູງ, ເປັນພະນັກງານນຳພາ-ຄຸ້ມຄອງຂັ້ນຍຸດທະສາດຂອງສະຖາບັນ ເຂົ້າພັກການ-ຮັບອຸດໜຸນບຳນານຕາມນະໂຍບາຍ, ລະບຽບການຂອງພັກ ແລະ ລັດຖະບານ; ດັ່ງທີ່ພວກເຮົາຮູ້ນໍາກັນວ່າ ”ພະນັກງານ ແມ່ນກໍາລັງການເມືອງຫຼັກແຫຼ່ງຂອງພັກ”ເປັນຜູ້ຕັດສິນຜົນໄດ້ຜົນເສຍຂອງການຈັດຕັ້ງປະຕິບັດແນວທາງ, ນະໂຍບາຍຂອງພັກ-ລັດ, ໄດ້ຮັບການນໍາພາສຶກສາອົບຮົມຈາກພັກ, ຝຶກຝົນຫລໍ່ຫລອມໃຫ້ເປັນຜູ້ຈົ່ງຮັກພັກດີຮັບໃຊ້ປະຊາຊົນ, ຮັບໃຊ້ປະເທດຊາດດ້ວຍຄວາມບໍລິສຸດໃຈ, ຜ່ອງໃສ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ຖືກມອບໝາຍ; ເຖິງຢ່າງໃດກໍຕາມ, ວຽກງານບັນຈຸ, ຍົກຍ້າຍ, ສັບຊ້ອນ, ຈັດວາງ, ຊັບປ່ຽນບ່ອນປະຈໍາການ ແລະ ການເຂົ້າຮັບນະໂຍບາຍພັກການ-ຮັບອຸດໜຸນບຳນານຂອງພະນັກງານທຸກລະດັບ, ທຸກພາກສ່ວນ ແມ່ນຫລັກການ ແລະ ກໍ່ແມ່ນວຽກປົກກະຕິຂອງພັກເຮົາ ເຊິ່ງມະຕິຄະນະບໍລິຫານງານສູນກາງພັກເລກທີ 04 ວ່າດ້ວຍເພີ່ມທະວີການນໍາພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ, ວຽກງານພະນັກງານກໍ່ໄດ້ໃຫ້ທິດນໍາວ່າ ”ຮັບປະກັນຫລັກການ, ມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ ຕໍ່ພະນັກງານທຸກລະດັບ” ອັນນີ້ ເປັນຫຼັກການທີ່ເປັນວິທະຍາສາດຂອງພັກ. ໃນດ້ານລະບຽບການຄຸ້ມຄອງຂອງລັດ, ຕໍ່ກັບລັດຖະກອນ ກໍ່ໄດ້ມີກົດໝາຍວ່າດ້ວຍລັດຖະກອນ ສະບັບເລກທີ 74/ສພຊ ລົງວັນທີ 18 ທັນວາ 2015 ມາດຕາ 70 ກໍ່ໄດ້ລະບຸກ່ຽວກັບການຮັບອຸດໜຸນບຳນານ ໄວ້ຢ່າງຈະແຈ້ງແລ້ວ. 

     ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ຍັງໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ສະຫາຍ ປອ ນາງ ຂັນລາສີ ແກ້ວບຸນພັນ ວ່າ: ຈົນຮອດອາຍຸກະສຽນພັກການ ຮັບນະໂຍບາຍອຸດໜູນບໍານານ; ສະຫາຍ ຍັງໄດ້ເອົາໃຈໃສ່ສູ້ຊົນປະຕິບັດຈົນສໍາເລັດໜ້າທີ່ ທີ່ພັກ-ລັດ, ການຈັດຕັ້ງ, ໝູ່ຄະນະມອບໝາຍໃຫ້ ຢ່າງບໍ່ຂາດຕົກບົກພ່ອງ ແລະ ມີຄວາມເຊື່ອໝັ້ນຢ່າງສູງວ່າ ດ້ານຄຸນງາມຄວາມດີ, ດ້ານຄຸນສົມບັດສິນທໍາປະຕິວັດ, ຄວາມສັດຊື່ໂປ່ງໃສ ທີ່ສະຫາຍໄດ້ນໍາພາພະນັກງານ-ລັດຖະກອນທົ່ວ ສວສສຊ ໃນໄລຍະຜ່ານມາ ແມ່ນບໍ່ມີວັນລືມໄດ້ ແລະ ຂໍສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດທີ່ມີກຽດສະຫງ່າໃນຄັ້ງນີ້ ຢ່າງສຸດອົກສຸດໃຈ.

3
4
5

ຂຽນຂ່າວ ແລະ ຖ່າຍພາບ: ພວງເພັດ ຈັນທະລີວົງ (ສຂຝ)

1

ສະຫະພັນແມ່ຍິງ ສວສສຊ ເປີດກອງປະຊຸມທາບທາມບຸກຄະລາກອນ ຮອບທີ I

1

     ຄະນະບໍລິຫານງານສະຫະພັນແມ່ຍິງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ເປີດກອງປະຊຸມທາບທາມບຸກຄະລາກອນຮອບທີ I ຂອງກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງຮາກຖານອ້ອມຂ້າງ ສວສສຊ ໃນຕອນບ່າຍຂອງວັນທີ 30 ກັນຍາ 2024; ໂດຍການເປັນປະທານຂອງ ສະຫາຍ ນ. ລັດດາວັນ ຊົງວິໄລ ຮັກສາການປະທານສະຫະພັນແມ່ຍິງ ສວສສຊ; ມີບັນດາຄະນະບໍລິຫານງານສະຫະພັນແມ່ຍິງ ສວສສຊ, ບັນດາປະທານສະຫະພັນແມ່ງຍິງຮາກຖານອ້ອມຂ້າງ ພ້ອມດ້ວຍສະມາຊິກແມ່ຍິງທົ່ວ ສວສສຊ ເຂົ້າຮ່ວມ ຈໍານວນ 65 ສະຫາຍ.

2

     ຈຸດປະສົງຂອງກອງປະຊຸມ ເພື່ອຜ່ານຂໍ້ຕົກລົງແບ່ງຄວາມຮັບຜິດຊອບ ຂອງກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ສວສສຊ ຄັ້ງທີ I ແລະ ຜ່ານມາດຖານເງື່ອນໄຂ ຂອງຄະນະບໍລິຫານງານ ສະຫະພັນແມ່ຍິງ ສວສສຊ; ພ້ອມທັງດໍາເນີນການປ່ອນບັດ ທາມທາບເປີດກ້ວາງ ເລືອກເຟັ້ນເອົາບຸກຂະລາກອນຜູ້ທີ່ມີເງື່ອນໄຂເໝາະສົມ ເຂົ້າໃນຄະນະບໍລິຫານງານສະຫະພັນແມ່ຍິງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໂດຍອີງໃສ່ມາດຖານເງື່ອນໄຂຂອງສູນກາງສະຫະພັນແມ່ຍິງລາວດັ່ງນີ້:

     1. ດ້ານຄຸນທາດການເມືອງ: ຕ້ອງຍຶດໝັ້ນອຸດົມການສັງຄົມນິຍົມ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ລະບອບປະຊາທິປະໄຕປະຊາຊົນຢ່າງໜັກແໜ້ນ.

     2. ດ້ານຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນດໍາລົງຊີວິດ: ມີນໍ້າໃຈເສຍສະຫຼະເພື່ອຊາດ, ເພື່ອປະຊາຊົນ ສຸມສະຕິປັນຍາ ແລະ ກໍາລັງວັງຊາຂອງຕົນ ເພື່ອຮັບໃຊ້ປະເທດຊາດ ແລະ ຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດໃຈ.

     3. ດ້ານຄວາມຮູ້ຄວາມສາມາດ: ມີຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ, ແວຄິດ ໄກສອນ ພົມວິຫານ, ກໍາແໜ້ນແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດຂອງລັດ.

     4. ດ້ານແບບແຜນນໍາພາ ແລະ ວິທີເຮັດວຽກ: ຍຶດໝັ້ນ ແລະ ປະຕິບັດແບບແຜນວິທີເຮັດວຽກຖືກຕ້ອງຕາມຫຼັກການລວມສູນປະຊາທິປະໄຕ.

     5. ດ້ານສຸຂະພາບ: ຕ້ອງມີສຸຂະພາບແຂງແຮງສາມາດປະຕິບັດໜ້າທີ່ວຽກງານໄດ້.

     ໃນວາລະຕອນທ້າຍ ປະທານກອງປະຊຸມຍັງໄດ້ເນັ້ນຢໍ້າອີກວ່າ: ຈົ່ງສືບຕໍ່ປະຕິບັດແຜນກະກຽມກອງປະຊຸມໃຫຍ່ ຂອງສະຫະພັນແມ່ຍິງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃຫ້ປະສົບຜົນສໍາເລັດ, ພ້ອມນັ້ນ ໃຫ້ເອື້ອຍນ້ອງສະມາຊິກແມ່ຍິງ ສວສສຊ ພວກເຮົາ ຈົ່ງພ້ອມກັນປະຕິບັດ ກົດໝາຍ ແລະ ລະບຽບການ ຂອງສະຫະພັນແມ່ຍິງລາວ ໃຫ້ເຂັ້ມງວດ ແລະ ປະສົບຜົນສໍາເລັດຢ່າງມີປະສິດທິພາບສູງ.

3

ຖ່າຍພາບ ແລະ ຂຽນຂ່າວ: ພວງເພັດ ຈັນທະລີວົງ