ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ຫ້ອງການຄຸ້ມຄອງວິທະຍາສາດ ສວສສຊ ແລະ ສະມາຄົມສົ່ງເສີມຊຸມຊົນສີຂຽວ

ວັນທີ 25 ສິງຫາ 2023 ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ຫ້ອງການຄຸ້ມຄອງວິທະຍາສາດ (ຫຄວ) ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັນກັບສະມາຄົມສົ່ງເສີມຊຸມຊົນສີຂຽວ (ສຊຂ) ປະຈໍາປີ 2023; ກ່ຽວກັບວຽກງານຄຸ້ມຄອງວິທະຍາສາດ; ຝ່າຍ (ຫຄວ)  ຕາງໜ້າເຊັນໂດຍ ທ່ານ ປອ. ສາຍຄໍາ ວໍລະເດດ ຫົວໜ້າຫ້ອງການຄຸ້ມຄອງວິທະຍາສາດ ແລະ ຝ່າຍສະມາຄົມສົ່ງເສີມຊຸມຊົນສີຂຽວ (ສຊຂ) ຕາງໜ້າເຊັນໂດຍ ທ່ານ ອອດ ດວງພະຈັນ ປະທານ GCA ໂດຍການເຂົ້າຮ່ວມຂອງ ທ່ານ ປອ. ກິແກ້ວ ຈັນທະບູຣີ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ.

 

ຈຸດປະສົງ ແລະ ເປົ້າໝາຍຫຼັກໃນການເຊັນ (MOU) ຄັ້ງນີ້ແມ່ນ ເພື່ອສ້າງເວທີໃຫ້ບັນດານັກຄົ້ນຄວ້າ ແລະ ສະຖາບັນຄົ້ນຄວ້າຕ່າງໆ ໄດ້ຮັບການນໍາໃຊ້ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງເປັນກ້າວໆ, ກອງປະຊຸມແລກປ່ຽນຄໍາຄິດເຫັນການຄົ້ນຄວ້າ ແລະ ນະໂຍບາຍເສດຖະກິດ-ສັງຄົມປະຈໍາປີ 2023 ຈະດໍາເນີນພາຍໃຕ້ຫົວຂໍ້: ການພັດທະນາເສດຖະກິດ-ສັງຄົມພາຍໃຕ້ສະພາບຄວາມຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ການປ່ຽນແປງໃໝ່ໃນສະຕະວັດທີ 21; ໂດຍເນັ້ນ 3 ຂົງເຂດໃຫຍ່ຄື: (1) ຂົງເຂດເສດຖະກິດແມ່ນຈະສຸມໃສ່ຫົວຂໍ້ທີ່ກ່ຽວຂ້ອງກັບການແກ້ໄຂຄວາມຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ໂດຍສະເພາະແມ່ນການຮັກສາສະຖຽນລະພາບທາງດ້ານການເງິນ, ເງິນຕາ, ການແກ້ໄຂສາທາລະນະ ແລະ ອື່ນໆ;  (2) ຂົງເຂດສັງຄົມ ໂດຍສະເພາະຈະສຸມໃສ່ຜົນກະທົບ ແລະ ການແກ້ໄຂຜົນກະທົບຂອງຄວາມຍຸ້ງຍາກທາງດ້ານເສດຖະກິດ-ການເງິນຕໍ່ການພັດທະນາຂະແໜງການສັງຄົມ ທີ່ມີຄວາມສ່ຽງ ແລະ ຄວາມບອບບາງຕໍ່ຄວາມຫຍຸ້ງຍາກດັ່ງກ່າວ ເຊັ່ນ: ຜົນກະທົບຕໍ່ການຫຼຸດຜ່ອນຄວາມທຸກຍາກ, ການເຄື່ອນຍ້າຍແຮງງານ, ຕໍ່ການດູແລສຸຂະພາບ ແລະ ການເຂົ້າໂຮງຮຽນຂອງເດັກນ້ອຍ ແລະ ເຍົາວະຊົນ ແລະ ອື່ນໆ; (3) ຂົງເຂດຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ໂດຍສະເພາະແມ່ນຈະສຸມໃສ່ ການຄຸ້ມຄອງນໍາໃຊ້ ແລະ ສ້າງລາຍຮັບຈາກຊັບພະຍາກອນທໍາມະຊາດຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ຄວາມຍືນຍົງ, ການປັບຕົວເຂົ້າກັບສະພາບການປ່ຽນແປງຂອງດິນຟ້າອາກາດ ແລະ ຂາດແຄນນໍ້າ, ເສດຖະກິດໝູນວຽນ, ການຄຸ້ມຄອງສິ່ງເສດເຫຼືອ ຫຼື ສິ່ງແວດລ້ອມໃຫ້ມີຄວາມສົມດຸນກັບການພັດທະນາ ແລະ ອື່ນໆ.

ບົດຂ່າວ: ພວງເພັດ ຈັນທະລີວົງ

ຖ່າຍພາບ: ແກ້ວວິວັນ ສີວິໄລ