ເດືອນ: ພຶດສະພາ 2026

1

ສວສສຊ ພົບປະແລກປ່ຽນບົດຮຽນກັບຄະນະນັກຄົ້ນຄວ້າ ສສ. ຫວຽດນາມ

1

     ກອງປະຊຸມພົບປະແລກປ່ຽນ ລະຫວ່າງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ກັບຄະນະຜູ້ແທນຈາກສະຖາບັນບັນດິດວິທະຍາສາດສັງຄົມແຫ່ງຊາດຫວຽດນາມ (VASS) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 4 ພຶດສະພາ 2026 ທີ່ ສວສສຊ. ຝ່າຍລາວນຳໂດຍທ່ານ ປອ. ວັນໄຊ ໄຊຍະວົງ, ຮອງຫົວໜ້າສະຖາບັນຄົ້ນຄວ້າເສດຖະ ກິດມະຫາພາກ ພ້ອມດ້ວຍຄະນະ, ຝ່າຍຫວຽດນາມນຳໂດຍສະຫາຍ ຮສ.ປອ. ເຍືອງ ວັນ ຮຸຍ (Assoc. Prof. Duong Van Huy), ຫົວໜ້າພະແນກຮ່ວມມືສາກົນ ສະຖາບັນຄົ້ນຄວ້າອາຊີປາຊີຟິກ ພ້ອມດ້ວຍຄະນະຈາກ ສະຖາບັນບັນດິດວິທະຍາ ສາດສັງຄົມແຫ່ງຊາດຫວຽດນາມ ເຂົ້າຮ່ວມ.

3
4
5

     ຈຸດປະສົງຂອງການພົບປະໃນຄັ້ງນີ້ ແມ່ນເພື່ອແລກປ່ຽນຂໍ້ມູນກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງລາວ, ພ້ອມທັງໂອກາດ ແລະ ສິ່ງທ້າທາຍຈາກການເຊື່ອມຈອດພື້ນຖານໂຄງລ່າງ ແລະ ການແຂ່ງຂັນທາງພູມສາດການ ເມືອງໃນອະນຸພາກພື້ນແມ່ນ້ຳຂອງ. ທັງສອງຝ່າຍໄດ້ລົງເລິກສົນທະນາປືກສາຫາລືກ່ຽວກັບບົດບາດຂອງ ສປ ຈີນ ໃນການຊຸກຍູ້ສົ່ງເສີມຍຸດທະສາດການພັດທະນາຂອງ ສປປ ລາວ ໃນການຫັນຈາກປະເທດທີ່ “ບໍ່ມີຊາຍແດນຕິດກັບທະເລ (Land-locked)” ໄປສູ່ປະເທດທີ່ “ເຊື່ອມຕໍ່ພາກພື້ນ (Land-linked)” ຜ່ານໂຄງການລົດໄຟລາວ-ຈີນ, ພ້ອມທັງວິເຄາະຜົນກະທົບ ແລະ ສິ່ງທ້າທາຍດ້ານອື່ນໆ ເຊັ່ນ: ເສດຖະກິດ, ການແຂ່ງຂັນດ້ານການຄ້າ, ການພັດທະນາຊັບພະ ຍາກອນມະນຸດ, ການນຳໃຊ້ເຕັກໂນໂລຊີ, ດ້ານສັງຄົມ ແລະ ສິ່ງແວດລ້ອມ. ນອກນີ້, ຍັງໄດ້ສົນທະນາກ່ຽວກັບການຄ້າ ແລະ ລົງທຶນຂອງ ສປ. ຈີນ, ອາເມລິກາ, ຫວຽດນາມ ແລະ ໄທ ຢູ່ ສປປ ລາວ ໂດຍເຫັນວ່າ ສປ. ຈີນ ຜ່ານມາໄດ້ຊ່ວຍ ສປປ ລາວ ໃນການພັດທະນາພື້ນຖານໂຄງລ່າງຂະໜາດໃຫຍ່ຫຼາຍໂຄງການ ແລະ ສສ ຫວຽດນາມ ກໍ່ເປັນຄູ່ຮ່ວມມືຍຸດທະສາດທີ່ສຳຄັນໃນການຊຸກຍູ້ສົ່ງເສີມຍຸດທະສາດ “ເຊື່ອມຕໍ່ພາກພື້ນ (Land-linked)” ຂອງ ສປປ ລາວ ໃນຕໍ່ໜ້າ ໂດຍຜ່ານໂຄງການກໍ່ສ້າງພື້ນຖານໂຄງລ່າງ ເຊັ່ນ: ທາງລົດໄຟລາວ-ຫວຽດ, ທາງດ່ວນ ແລະ ທ່າເຮືອ. 

     ຄະນະທັງສອງຝ່າຍ ຍັງເຫັນດີເພີ່ມທະວີການແລກປ່ຽນສົນທະນາກ່ຽວກັບທ່າອ່ຽງພູມສາດການເມືອງ ແລະ ຜົນກະທົບຕໍ່ການພັດທະນາໃນຂົງເຂດອະນຸພາກພື້ນແມ່ນ້ຳຂອງໃນຕໍ່ໜ້າ. ການພົບປະໄດ້ສິ້ນສຸດລົງດ້ວຍບັນຍາກາດອັນອົບອຸ່ນ ດ້ວຍການແລກປ່ຽນຂອງທີ່ລະນຶກ ແລະ ຖ່າຍຮູບຮ່ວມກັນທີ່ສະແດງເຖິງມິດຕະພາບອັນເປັນມູນເຊື້ອການຮ່ວມມືທີ່ແໜ້ນແຟນ ລະຫວ່າງ ສວສສຊ ແລະ VASS.

2

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ

1

ສະຫະພັນກຳມະບານ ສວສສຊ ເປີດຂະບວນການແຂ່ງຂັນ 5 ເປັນເຈົ້າ

1

     ໃນຕອນເຊົ້າຂອງວັນທີ 30 ເມສາ 2026 ທີ່ຜ່ານມາ ສະຫະພັນກໍາມະບານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ຈັດພິທີເປີດຂະບວນການແຂ່ງຂັນ 5 ເປັນເຈົ້າ ພາຍໃຕ້ການເປັນປະທານຂອງ ທ່ານ ປອ. ແກ້ວວິຈິດ ໄຂຄຳພິທູນ ກໍາມະການຄະນະບໍລິຫານງານສະຫະພັນກໍາມະບານລາວ, ກຳມະການພັກ, ປະທານສະຫະພັນກຳມະບານ ສວສສຊ, ພິທີດັ່ງກ່າວ ໄດ້ເປັນກຽດຕ້ອນຮັບ ທ່ານ ໄຊສົງຄາມ ມະໂນທັມ ຄະນະປະຈຳພັກ, ປະທານກວດກາພັກ, ຮອງປະທານ ສວສສຊ, ຜູ້ຊີ້ນຳວຽກງານກຳມະບານ, ພ້ອມດ້ວຍຜູ້ຕາງໜ້າຈາກກົມຂະບວນການ ສູນກາງສະຫະພັນກຳມະບານລາວ, ຕາງໜ້າອົງການຈັດຕັ້ງຊາວໜຸ່ມ, ອົງການຈັດຕັ້ງແມ່ຍິງ, ບັນດາຄະນະສະຫະພັນກຳມະບານ ແລະ ສະມາຊິກກຳມະບານພາຍໃນ ສວສສຊ ເຂົ້າຮ່ວມຢ່າງພ້ອມພຽງ.

2
3

     ໃນພິທີດັ່ງກ່າວ ໄດ້ພ້ອມກັນຮັບຟັງການຕີລາຄາ ການເຄື່ອນໄຫວວຽກງານກໍາມະບານໂດຍຫຍໍ້ ເຊິ່ງໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ພົ້ນເດັ່ນ ພ້ອມທັງໄດ້ຕີລາຄາດ້ານດີ, ບັນຫາຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ ເພື່ອພ້ອມກັນຊອກຫາສາເຫດເພື່ອແກ້ໄຂໃນຕໍ່ໜ້າ ໄປພ້ອມກັບການວາງທິດທາງໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ. ໃນພິທີ ທີ່ມີຄວາມໝາຍສໍາຄັນດັ່ງກ່າວ ປະທານກໍາມະບານ ສວສສຊ ໄດ້ກ່າວເປີດຂະບວນການແຂ່ງຂັນ ໂດຍກ່າວເນັ້ນເນື້ອໃນ 5 ເປັນເຈົ້າ ປະກອບມີ: (1). ເປັນເຈົ້າການຝຶກຝົນ ຫຼໍ່ຫຼອມທາງດ້ານການເມືອງ-ແນວຄິດ, (2). ເປັນເຈົ້າການປະຕິບັດກົດໝາຍ ແລະ ລະບຽບການຂອງລັດ, (3). ເປັນເຈົ້າການພັດທະນາຕົນເອງ ແລະ ການຈັດຕັ້ງ, (4). ເປັນເຈົ້າການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, (5). ເປັນເຈົ້າການປະຕິບັດໜ້າທີ່ວິຊາສະເພາະຢ່າງປະດິດສ້າງ; ເພື່ອເປັນການທົບທວນຄືນເນື້ອໃນການແຂ່ງຂັນ ແລະ ເປັນການໃຫ້ຄໍາໝັ້ນສັນຍາໃນການຈັດຕັ້ງປະຕິບັດຕາມທິດທາງແຜນການ ບັນດາກຳມະບານຮາກຖານ 11 ພາກສ່ວນ ໄດ້ຂຶ້ນຈັບມືແຂ່ງຂັນກັນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ.

     ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້, ທ່ານ ປອ ໄຊສົງຄາມ ມະໂນທັມ ໄດ້ໃຫ້ກຽດ ປາຖະກະຖາເລົ່າມູນເຊື້ອຂອງສະຫະພັນກໍາມະບານລາວ ຕິດພັນກັບວັນກໍາມະກອນສາກົນ ຄົບຮອບ 140 ປີ (1 ພຶດສະພາ 1886 ຫາ 1 ພຶດສະພາ 2026) ໂດຍໄດ້ຫວນຄືນປະຫວັດສາດແຫ່ງການຕໍ່ສູ້ຂອງຊົນຊັ້ນກໍາມະກອນໃນໂລກ ແລະ ຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວ. ພ້ອມດຽວກັນນັ້ນ ກໍຮຽກຮ້ອງໃຫ້ຄະນະບໍລິຫານງານສະຫະພັນກໍາມະບານ ສວສສຊ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີ, ເຊີດຊູສະຕິຄວາມຮັບຜິດຊອບໃນການນຳພາ-ຊີ້ນຳ ແລະ ສຶກສາອົບຮົມການເມືອງ-ແນວຄິດ, ເອົາໃຈໃສ່ຄົ້ນຄວ້າ, ເຊື່ອມຊຶມກໍາແໜ້ນ ພ້ອມທັງຮູ້ຫັນ ແລະ ຈັດຕັ້ງຜັນຂະຫຍາຍບົດແນະນໍາ ຂອງສູນກາງສະຫະພັນກໍາມະບານລາວ ກ່ຽວກັບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ, ຖື​ເອົາ​ການ​ປະ​ເມີນ​ຜົນ​ຂະ​ບວນການ​ແຂ່ງຂັນ 5 ​ເປັນ​ເຈົ້າ ​ເປັນ​ບັ້ນ​ດໍາ​ເນີນ​ຊີວິດ​ການ​ເມືອງ ​ເພື່ອປັບປຸງ​, ປົວ​​ແປງ​ການຈັດ​ຕັ້ງກຳມະບານ​ໃຫ້​ມີ​ຄວາມໜັກ​ແໜ້ນ​ເຂັ້ມ​ແຂງ​ສາມາດຊອກ​ໃຫ້ເຫັນສະມາຊິກກໍາມະບານ ທີ່ດີເດັ່ນ ​ເພື່ອຍ້ອງຍໍ ​ແລະ ສ້າງ​ເປັນພະນັກງານສືບທອດປ່ຽນແທນ, ຄຽງຄູ່ກັນນັ້ນ ສະມາຊິກກໍາມະບານທຸກທ່ານ ຕ້ອງເປັນເຈົ້າການໃນການພັດທະນາຕົນເອງ ແລະ ສູ້ຊົນຝຶກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ.

4

ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ