ເດືອນ: ທັນວາ 2025

1

ສວສສຊ ຈັດກອງປະຊຸມເຜີຍແຜ່ພາລະບົດບາດ ແລະ ຜົນງານການຄົ້ນຄວ້າ ທີ່ແຂວງຫົວພັນ

1

     ໃນຕອນເຊົ້າຂອງວັນທີ 23 ທັນວາ 2025, ທີ່ ພະແນກ ການເງິນ ແຂວງຫົວພັນ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ພາລະບົດບາດ ແລະ ຜົນງານການຄົ້ນຄວ້າວິທະຍາສາດ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່, ຮອງປະທານ ສວສສຊ ແລະ ທ່ານ ປອ. ບຸນວິໄຊ ກົງປະລີ, ຮອງປະທານຄະນະກຳມະການປົກຄອງແຂວງຫົວພັນ. ມີບັນດານັກຄົ້ນຄວ້າຈາກ ສວສສຊ ແລະ ພະນັກງານຫຼັກແຫຼ່ງຈາກ 17 ພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 55 ທ່ານ, ຍິງ 30 ທ່ານ. ກອງປະຊຸມໃນຄັ້ງນີ້ ໄດ້ຈັດຂຶ້ນ ເພື່ອສ້າງຄວາມຮັບຮູ້ກ່ຽວກັບພາລະບົດບາດຂອງສະຖາບັນ ພ້ອມທັງໄດ້ເຜີຍແຜ່ຜົນງານການຄົ້ນຄວ້າທີ່ພົ້ນເດັ່ນ ຂອງ ສວສສຊ ທີ່ຕິດພັນກັບສະພາບເສດຖະກິດລາວໃນປັດຈຸບັນ ແລະ ສະພາບການຂອງໂລກທີ່ມີການປ່ຽນແປງທີ່ຈະສົ່ງຜົນກະທົບຕໍ່ ສປປ ລາວ ໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນແຂວງຫົວພັນ. ໃນຕອນທ້າຍກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ໃນການຮ່ວມມືໃນຂົງເຂດການຄົ້ນຄວ້າ ດ້ານວິຊາການລະຫວ່າງສະຖາບັນ ແລະ ແຂວງຫົວພັນ ເພື່ອນໍາໃຊ້ຜົນການຄົ້ນຄວ້າໃຫ້ແກ່ການວາງແຜນພັດທະນາຂອງແຂວງ.

2
3

     ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່ ໄດ້ມີຄໍາເຫັນໃນວາລະເປີດກອງປະຊຸມວ່າ ກອງປະຊຸມໃນຄັ້ງນີ້ ນອກຈາກຈະເປັນການນໍາສະເໜີພາບລວມກ່ຽວກັບພາລະບົດບາດໜ້າທີ່ ແລະ ຜົນງານການຄົ້ນຄວ້າພົ້ນເດັ່ນຂອງ ສວສສຊ ໃນໄລຍະຜ່ານແລ້ວ ແຕ່ຍັງແມ່ນເວທີສຳຄັນທີ່ພວກເຮົາຈະໄດ້ປຶກສາຫາລືກັນກ່ຽວກັບກົນໄກກການຮ່ວມມືານຄົ້ນຄວ້າຮ່ວມກັນໃນຕໍ່ໜ້າ ເພື່ອນໍາເອົາຜົນການຄົ້ນຄວ້າວິທະຍາສາດ ໄປຮັບໃຊ້ການວາງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງຢ່າງມີປະສິດທິພາບ ແລະ ເກີດປະໂຫຍດສູງສູງໃຫ້ແຂວງ ແລະ ໃນຕອນທ້າຍກອງປະຊຸມ

     ທ່ານ ປອ. ບຸນວິໄຊ ກົງປະລີ ໄດ້ຕີລາຄາສູງຕໍ່ຜົນກອງປະຊຸມໃນຄັ້ງນີ້ ແລະ ມີຄຳເຫັນເພີ່ມຕືມວ່າ “ເພື່ອສ້າງສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ, ພວກເຮົາຕ້ອງມີການຄົ້ນຄວ້າ ແລະ ອີງໃສ່ຜົນຂອງການຄົ້ນຄວ້າ, ວິເຄາະ-ວິໄຈ ຢ່າງມີຫຼັກວິທະຍາສາດ ເພື່ອວາງແຜນພັດທະນາໃຫ້ໄປຖືກທິດ. ສະນັ້ນ ການນຳເອົາຜົນການຄົ້ນຄວ້າມາເຜີຍແຜ່ໃນຄັ້ງນີ້ ໄດ້ຊ່ວຍສ້າງຄວາມເຂົ້າໃຈໃຫ້ແກ່ພະນັກງານຫຼັກແຫຼ່ງຂອງແຂວງ ຮັບຮູ້ ແລະ ກຳໄດ້ສະພາບການຕົວຈິງທາງດ້ານເສດຖະກິດ ແລະ ການເມືອງ ເພື່ອນຳໄປໝູນໃຊ້ເຂົ້າໃນການກຳນົດແຜນງານ, ປັບປຸງຂໍ້ຄົງຄ້າງ ແລະ ເສີມຂະຫຍາຍທ່າແຮງຂອງແຂວງຢ່າງມີປະສິດທິພາບ ແລະ ປະສິດທິຜົນ.” ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ສະຖາບັນສືບຕໍ່ປະສານງານ ແລະ ຊ່ວຍສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ພະນັກງານໃນວຽກງານຄົ້ນຄວ້າວິທະຍາສາດ ເພື່ອຮັບໃຊ້ການພັດທະນາຂອງແຂວງຫົວພັນ.

4
5
8

     ເວົ້າລວມແລ້ວ, ກອງປະຊຸມໃນຄັ້ງນີ້ ຖືເປັນນິມິດໝາຍອັນດີ ແລະ ເປັນບາດກ້າວສຳຄັນ ໃນການຮັດແໜ້ນການຮ່ວມມືທາງດ້ານວິຊາການ ລະຫວ່າງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ກັບ ອົງການປົກຄອງແຂວງຫົວພັນ, ຜົນສຳເລັດຈາກກອງປະຊຸມ ຈະກາຍເປັນພື້ນຖານທາງທິດສະດີ ແລະ ພຶດຕິກຳທີ່ສຳຄັນ ໃຫ້ແກ່ບັນດາພະແນກການຂອງແຂວງ ນຳໄປຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ເພື່ອແກ້ໄຂບັນຫາເສດຖະກິດ-ສັງຄົມ ແລະ ຄວາມທຸກຍາກຂອງປະຊາຊົນ ບົນພື້ນຖານວິທະຍາສາດ ຢ່າງມີປະສິດທິຜົນໃນຕໍ່ໜ້າ.

6
7
9

ຂຽນຂ່າວ ແລະ ຖ່າຍພາບ: ຈັນທູ ແກ້ວອ່ອນວົງໄຊ

01

ສຄມຍ ຈັດກອງປະຊຸມສຳມະນາວິທະຍາສາດ ປະຈຳປີ 2025

01

     ໃນວັນທີ 17 ທັນວາ 2025, ສະຖາບັນຄົ້ນຄວ້າການເມືອງວິທະຍາ (ສຄມຍ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດປະຈຳປີ 2025 ພາຍໃຕ້ຫົວຂໍ້: “ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການເສີມຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດ: ທິດສະດີ ແລະ ພຶດຕິກຳ”. ກອງປະຊຸມໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ປອ. ແກ້ວວິຈິດ ໄຂຄຳພິທູນ, ຫົວໜ້າສະຖາບັນຄົ້ນຄວ້າການເມືອງວິທະຍາ, ມີບັນດາທ່ານຜູ້ຕາງໜ້າຈາກສະຖາບັນຄົ້ນຄວ້າ, ນັກຄົ້ນຄວ້າ ແລະ ພະນັກງານພາຍໃນ ສຄມຍ ເຂົ້າຮ່ວມຢ່າງພ້ອມພຽງ.

02
03

     ຈຸດປະສົງຫຼັກຂອງການສຳມະນາຄັ້ງນີ້ ແມ່ນເພື່ອຮ່ວມກັນແລກປ່ຽນທັດສະນະທາງດ້ານທິດສະດີ ກ່ຽວກັບການຫັນປ່ຽນແນວຄິດ ແລະ ການນໍາພາໃຫ້ທັນສະໄໝ ຕາມແນວທາງຂອງພັກ. ພ້ອມທັງວິເຄາະບັນຫາ ແລະ ຖອດຖອນບົດຮຽນຕົວຈິງຈາກການປະຕິບັດໜ້າທີ່ຂອງນັກຄົ້ນຄວ້າ ເພື່ອແນໃສ່ປັບປຸງກົນໄກການເຮັດວຽກໃຫ້ມີປະສິດທິພາບສູງຂຶ້ນ, ເຊື່ອມໂຍງທິດສະດີເຂົ້າສູ່ພຶດຕິກຳຕົວຈິງ ໂດຍຍົກສູງລະບຽບວິໄນ, ຄຸນສົມບັດສິນທຳປະຕິ ວັດ ແລະ ຄວາມຮັບຜິດຊອບການເມືອງຂອງພະນັກງານ.ໃນກອງປະຊຸມ, ບັນດານັກວິທະຍາກອນໄດ້ນໍາສະເໜີບົດຄົ້ນຄວ້າວິທະຍາສາດທີ່ສຳຄັນທັງໝົດ 05 ບົດ ຄື: (1) ການເພີ່ມທະວີການຝຶກຝົນຮໍ່າຮຽນ ແລະ ຈັດຕັ້ງປະຕິບັດຄຸນສົມບັດສິນທຳປະຕິວັດ. (2) ການປະຕິບັດໜ້າທີ່ການເມືອງໃນວຽກງານຄົ້ນຄວ້າວິທະຍາສາດ ໄລຍະປີ 2021-2025. (3) ການຍົກສູງສະຕິການປະຕິບັດກົດໝາຍໃນແຕ່ລະໄລຍະ. (4) ການສົ່ງເສີມການຜະລິດກະສິກໍາເປັນສິນຄ້າ ເພື່ອສົ່ງອອກໄປ ສປ ຈີນ ຢ່າງແຂງແຮງ. (5) ການປັບປຸງ ແລະ ບູລະນະຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ ໃນສະພາບການປັດຈຸບັນ.

​     ກອງປະຊຸມສຳມະນາວິທະຍາສາດໃນຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ສ້າງສັນ ເຮັດໃຫ້ບັນຍາກາດເປັນໄປຢ່າງຟົດຟື້ນ. ຖືເປັນບາດກ້າວສຳຄັນໃນການແບ່ງປັນຄວາມຮູ້ ແລະ ປະສົບການ ເພື່ອຂັບເຄື່ອນວຽກງານຄົ້ນຄວ້າຂອງແຕ່ລະພາກສ່ວນໃຫ້ມີຄວາມຊັດເຈນ, ສອດຄ່ອງ ແລະ ທັນກັບສະພາບການ.

ຂຽນຂ່າວ ແລະ ຖ່າຍພາບ: ສາຍເພັດ ພັດກົມຄຳ

1

ສຄສ ຈັດກອງປະຊຸມສະຫຼຸບຜົນງານປະຈຳປີ 2025 ແລະ ທິດທາງແຜນການ ປີ 2026

1

     ໃນວັນທີ 16 ທັນວາ 2025, ທີ່ຫ້ອງປະຊຸມ 111, ສະຖາບັນຄົ້ນຄວ້າສັງຄົມວິທະຍາ (ສຄສ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປີ 2026. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ. ບຸນສີ ພຸດທະວົງ, ຫົວໜ້າສະຖາບັນຄົ້ນຄວ້າສັງຄົມວິທະຍາ ແລະ ໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມຂອງ ທ່ານ ປອ. ນາງ ແກ້ວວິວອນ ອຸດທະຈັກ, ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ), ຜູ້ຊີ້ນຳວຽກງານ ສຄສ, ພ້ອມດ້ວຍຄະນະໜ່ວຍພັກ, ຄະນະນຳ, ຫົວໜ້າ-ຮອງພະແນກ ແລະ ພະນັກງານ-ລັດຖະກອນ ພາຍໃນ ສຄສ ເຂົ້າຮ່ວມຢ່າງພ້ອມພຽງ.

2
4

     ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສັງເກດຕີລາຄາຜົນສຳເລັດທີ່ ສຄສ ຍາດມາໄດ້ໃນໄລຍະ 1 ປີຜ່ານມາ ແລະ ຖອດຖອນບົດຮຽນຈາກຂໍ້ຄົງຄ້າງ ເພື່ອນຳມາປັບປຸງແກ້ໄຂ ໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າມີປະສິດທິຜົນຍິ່ງຂຶ້ນ, ມຸ່ງເນັ້ນໃຫ້ບັນລຸ ແລະ ລື່ນຄາດໝາຍຕາມມະຕິກອງປະຊຸມໃຫຍ່ໜ່ວຍພັກ ສຄສ ຄັ້ງທີ II ທີ່ໄດ້ວາງໄວ້.

     ໃນກອງປະຊຸມ ໄດ້ມີການຜ່ານບົດສະຫຼຸບຜົນງານປະຈຳປີ 2025 ແລະ ທິດທາງແຜນການປີ 2026. ພ້ອມດຽວກັນນັ້ນ, ຍັງໄດ້ຮັບຟັງການນຳສະເໜີວິໄສທັດໃນການພັດທະນາ ສຄສ ຈາກບັນດາຫົວໜ້າ ແລະ ຮອງພະແນກ, ລວມທັງໄດ້ເປີດກວ້າງການສົນທະນາ, ປະກອບຄຳຄິດຄຳເຫັນ ແລະ ແລກປ່ຽນບົດຮຽນຢ່າງກົງໄປກົງມາ ເພື່ອເປັນພື້ນຖານໃຫ້ແກ່ການຄົ້ນຄວ້າໃນຄັ້ງຕໍ່ໄປ.

5
6

     ພິເສດ, ໃນວາລະພາກບ່າຍ ໄດ້ມີການເຜີຍແຜ່ຜົນງານການຄົ້ນຄວ້າທີ່ສຳເລັດຂອງ ສຄສ ຈໍານວນ 6 ຫົວຂໍ້ ດັ່ງນີ້: 1) ການທ່ອງທ່ຽວຕິດພັນກັບການຫຼຸດຜ່ອນຄວາມທຸກຍາກຢູ່ເມືອງວັງວຽງ; 2) ສຶກສາຄົ້ນຄວ້າຊົນເຜົ່າກະຕາງຢູ່ແຂວງສະຫວັນນະເຂດ ແລະ ແຂວງສາລະວັນ; 3) ການນຳໃຊ້ສື່ສັງຄົມອອນລາຍຂອງໄວໜຸ່ມ; 4) ຜົນກະທົບຂອງການພັດທະນາຕໍ່ການນຳໃຊ້ທີ່ດິນຢູ່ແຂວງວຽງຈັນ; 5) ການປ່ຽນແປງຄ່ານິຍົມຄວາມເຊື່ອໃນພິທີກຳທາງພຸດທະສາສະໜາ ຢູ່ນະຄອນຫຼວງວຽງຈັນ ແລະ 6) ຜົນກະທົບຈາກໂຄວິດ 19 ຕໍ່ການດຳລົງຊີວິດຂອງປະຊາຊົນຢູ່ 3 ແຂວງພາກໃຕ້ຂອງລາວ, ເຊິ່ງຜູ້ເຂົ້າຮ່ວມໄດ້ປະກອບຄໍາເຫັນໃສ່ຜົນການຄົ້ນຄວ້າດັ່ງກ່າວ ດ້ວຍບັນຍາກາດທີ່ຟົດຟື້ນ ແລະ ສ້າງສັນ, ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ໃນການຍົກລະດັບຄຸນນະພາບວຽກງານວິຊາການຂອງສະຖາບັນ.

7

ຂຽນຂ່າວ ແລະ ຖ່າຍພາບ: ເພັດ ສາຍທານ

01

ສວສສຊ ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ແລະ 50 ປີ ວັນສະຖາປານາ ສປປ ລາວ ໃຫ້ແກ່ພະນັກງານ-ລັດຖະກອນ ຜູ້ທີ່ມີຜົນງານດີເດັ່ນ

01

     ໃນຕອນເຊົ້າວັນທີ 15 ທັນວາ 2025, ທີ່ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ແລະ 50 ປີ ວັນສະຖາປານາ ສປປ ລາວ ຢ່າງສົມກຽດ. ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ປະທານຂອງ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ, ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ; ມີບັນດາຄະນະພັກ, ຄະນະນຳ, ຫົວໜ້າ, ຮອງຫົວໜ້າກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ສູນ, ພະນັກງານບຳນານ ແລະ ສະມາຊິກພັກ-ພະນັກງານ ພາຍໃນ ສວສສຊ ເຂົ້າຮ່ວມຢ່າງພ້ອມພຽງ.

02

     ໃນພິທີ, ສະຫາຍ ປອ. ສະຖາບັນດິດ ອິນສີຊຽງໃໝ່, ຮອງເລຂາຄະນະພັກ ໄດ້ຂຶ້ນຜ່ານລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 294/ປປທ, ລົງວັນທີ 20 ພະຈິກ 2025 ວ່າດ້ວຍການປະດັບຫຼຽນກາລະນຶກ ແລະ ໃບມອບສິດຂອງນາຍົກລັດຖະມົນຕີ ສະບັບເລກທີ 251/ນຍ, ລົງວັນທີ 20 ພະຈິກ 2025. ການປະດັບຫຼຽນໃນຄັ້ງນີ້ ແມ່ນເພື່ອມອບໃຫ້ແກ່ບັນດາພະນັກງານ-ລັດຖະກອນ ທີ່ພວມປະຈຳການ ແລະ ບຳນານ ຜູ້ທີ່ມີຜົນງານອັນໃຫຍ່ຫຼວງ, ມີວິລະກໍາອັນລໍໍ້າເລີດ, ໄດ້ປະກອບສ່ວນອຸທິດເຫືີ່ອແຮງ ແລະ ສະຕິປັນຍາເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ.

     ສຳລັບຜູ້ທີ່ໄດ້ຮັບການປະດັບຫຼຽນໃນຄັ້ງນີ້ ມີຈຳນວນທັງໝົດ 131 ສະຫາຍ, ຍິງ 36 ສະຫາຍ; ໃນນັ້ນ, ມີພະນັກງານບຳນານ ຈຳນວນ 58 ສະຫາຍ, ຍິງ 8 ສະຫາຍ.

9
10
11
12

     ການປະດັບຫຼຽນກາລະນຶກ 70 ປີ ແລະ 50 ປີ ຖືເປັນການຍ້ອງຍໍສັນລະເສີນ ແລະ ສະແດງຄວາມຮູ້ບຸນຄຸນຢ່າງສຸດຊຶ້ງ ຂອງພັກ ແລະ ລັດຖະບານ ທີ່ມີຕໍ່ຄຸນງາມຄວາມດີຂອງສະມາຊິກພັກ ແລະ ພະນັກງານ. ຜົນງານດັ່ງກ່າວ ຈະຖືກຈາລຶກໄວ້ໃນປະຫວັດສາດຂອງ ສວສສຊ ກໍຄືປະຫວັດສາດຂອງພັກ ແລະ ຂອງຊາດລາວຕະຫຼອດໄປ. ພ້ອມດຽວກັນນີ້, ຍັງເປັນການສ້າງແຮງບັນດານໃຈໃຫ້ແກ່ພະນັກງານຮຸ່ນສືບທອດ ໄດ້ຮໍໍ່າຮຽນເອົາແບບຢ່າງຄຸນສົມບັດສິນທໍາປະຕິວັດ, ຄວາມຊືີ່ສັດບໍລິສຸດ ແລະ ຄວາມຈົົ່ງຮັກພັກດີ ເພື່ອສືບຕໍໍ່ປົກປັກຮັກສາ, ເສີມຂະຫຍາຍມູນເຊື້ອອັນດີງາມ, ສ້າງຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ ແລະ ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດ ໃຫ້ບັນລຸຜົນສຳເລັດຕາມຈຸດໝາຍທີ່ວາງໄວ້.

07
08
09
10

ຂຽນຂ່າວ ແລະ ຖ່າຍພາບ: ເພັດ ສາຍທານ

01

ປະທານ ສວສສຊ ຕ້ອນຮັບ ຄະນະຜູ້ແທນຈາກ ສະຖາບັນວິທະຍາສາດສັງຄົມ ແຂວງກວາງຊີ ສປ ຈີນ

01

     ໃນຕອນບ່າຍຂອງ ວັນທີ 8 ທັນວາ 2025, ທີ່ຫ້ອງຮັບແຂກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານ ປອ. ກອງແກ້ວ ໄຊສົງຄາມ, ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຢາມ ແລະ ເຮັດວຽກຂອງ ທ່ານ ຈາງຫົງສື (Zhang Hongshi), ເລຂາບໍລິຫານງານພັກ, ປະທານສະຖາບັນວິທະຍາສາດສັງຄົມ ແຂວງກວາງຊີ ສປ ຈີນ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ເປັນຄັ້ງທຳອິດ ພາຍຫຼັງທີ່ໄດ້ຮັບໜ້າທີ່ໃໝ່.

02
03

     ທ່ານ ປອ. ກອງແກ້ວ ໄຊສົງຄາມ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມຂອງ ສະຫາຍ ຈາງຫົງສື ພ້ອມດ້ວຍຄະນະ, ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນການຮ່ວມມື “4 ດີ” ລະຫວ່າງ ສອງພັກ-ສອງລັດ ລາວ-ຈີນ ໃຫ້ໄດ້ຮັບການຍົກລະດັບຂຶ້ນຕື່ມອີກກ້າວໜຶ່ງ. ພ້ອມດຽວກັນນັ້ນ, ຍັງເປັນການເສີມຂະຫຍາຍການພົວພັນລະຫວ່າງສອງສະຖາບັນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ສອດຄ່ອງກັບການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ແລະ ຄູ່ຮ່ວມຊະຕາກຳດຽວກັນ.

     ໃນໂອກາດນີ້, ທ່ານ ຈາງຫົງສື ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ. ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນການຮ່ວມມື ລາວ-ຈີນ ທີ່ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ກ້າວເຂົ້າສູ່ລວງເລິກ ບົນພື້ນຖານການເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ, ຈີນ-ລາວ ຢ່າງແທ້ຈິງ. ສາຍພົວພັນດັ່ງກ່າວ ບໍ່ພຽງແຕ່ສະແດງອອກໃນລະດັບ ສອງພັກ-ສອງລັດ ເທົ່ານັ້ນ, ແຕ່ຍັງລວມໄປເຖິງລະດັບປະຊາຊົນ ແລະ ພາກທຸລະກິດ ທີ່ມີການໄປມາຫາສູ່ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນ ຕະຫຼອດມາ. ສຳລັບການຮ່ວມມືລະຫວ່າງສອງສະຖາບັນ, ທ່ານໄດ້ຕີລາຄາວ່າ ເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນຂອງສອງຊາດ ໂດຍຜ່ານການຈັດຕັ້ງປະຕິບັດ ບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັນ, ປຽບສະເໝືອນຄອບຄົວດຽວກັນ ທີ່ມີການແລກປ່ຽນຄະນະຜູ້ແທນ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ. ເຖິງແມ່ນວ່າ ໂຄງການຄົ້ນຄວ້າບາງສ່ວນໃກ້ຈະສຳເລັດລົງ, ແຕ່ນັ້ນບໍ່ແມ່ນຈຸດສິ້ນສຸດ ຫາກແຕ່ເປັນພື້ນຖານອັນດີ ໃຫ້ແກ່ການສືບຕໍ່ຂະຫຍາຍການຄົ້ນຄວ້າຮ່ວມກັນໃນຕໍ່ໜ້າ. ທ່ານຍັງໄດ້ຖືໂອກາດນີ້ ເຊື້ອເຊີນ ທ່ານປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ເຂົ້າຮ່ວມກອງປະຊຸມສຸດຍອດຄັງປັນຍາອາຊຽນ’ (ASEAN Think Tank Summit) ທີ່ຈະຈັດຂຶ້ນ ທີ່ນະຄອນໜານໜິງ, ແຂວງກວາງຊີ, ສປ ຈີນ ໃນທ້າຍເດືອນທັນວານີ້.

     ການພົບປະຄັ້ງນີ້, ທັງສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນເນື້ອໃນທີ່ສຳຄັນ 3 ບັນຫາຫຼັກ ຄື:  1) ສືບຕໍ່ເສີມຂະຫຍາຍການຈັດຕັ້ງປະຕິບັດ ບົດບັນທຶກຄວາມເຂົ້າໃຈ (MOU) ທີ່ໄດ້ລົງນາມຮ່ວມກັນຜ່ານມາ; 2) ສືບຕໍ່ປັບປຸງຫົວຂໍ້ການຄົ້ນຄວ້າຮ່ວມກັນ ກ່ຽວກັບໂຄງການ “ບອກເລົ່າໂຮງຮຽນນ້ອງນ້ອຍ 67 ໜານໜິງ” ລະຫວ່າງ ສະຖາບັນຄົ້ນຄວ້າປະຫວັດສາດ ແລະ ບູຮານວິທະຍາ (ສວສສຊ) ກັບ ສະຖາບັນຄົ້ນຄວ້າປະຫວັດສາດ ຂອງສະຖາບັນວິທະຍາສາດສັງຄົມ ແຂວງກວາງຊີ; 3) ກຳນົດຫົວຂໍ້ຄົ້ນຄວ້າໃໝ່ ສຳລັບປີ 2026 ໃນຫົວຂໍ້ “ປະຫວັດແລວທາງລົດໄຟ ລາວ-ຈີນ”.

     ໃນຕອນທ້າຍ, ທ່ານ ປອ. ກອງແກ້ວ ໄຊສົງຄາມ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ມີການພົວພັນຮ່ວມມືກັບ ສະຖາບັນວິທະຍາສາດສັງຄົມ ແຂວງກວາງຊີ, ເຊິ່ງຖືເປັນເພື່ອນຮ່ວມອຸດົມການ ແລະ ເປັນພາກສ່ວນທີ່ສຳຄັນໃນການແລກປ່ຽນບົດຮຽນດ້ານຕ່າງໆ. ພ້ອມທັງໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົບປະ ແລະ ອວຍພອນໃຫ້ການຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ແທນຂັ້ນສູງຈາກ ແຂວງກວາງຊີ ຄັ້ງນີ້ ຈົ່ງປະສົບຜົນສຳເລັດຢ່າງຈົບງາມ.

04

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ