ສະຫະພັນແມ່ຍິງ ສວສສຊ ເປີດກອງປະຊຸມທາບທາມບຸກຄະລາກອນ ຮອບທີ I

     ຄະນະບໍລິຫານງານສະຫະພັນແມ່ຍິງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ເປີດກອງປະຊຸມທາບທາມບຸກຄະລາກອນຮອບທີ I ຂອງກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງຮາກຖານອ້ອມຂ້າງ ສວສສຊ ໃນຕອນບ່າຍຂອງວັນທີ 30 ກັນຍາ 2024; ໂດຍການເປັນປະທານຂອງ ສະຫາຍ ນ. ລັດດາວັນ ຊົງວິໄລ ຮັກສາການປະທານສະຫະພັນແມ່ຍິງ ສວສສຊ; ມີບັນດາຄະນະບໍລິຫານງານສະຫະພັນແມ່ຍິງ ສວສສຊ, ບັນດາປະທານສະຫະພັນແມ່ງຍິງຮາກຖານອ້ອມຂ້າງ ພ້ອມດ້ວຍສະມາຊິກແມ່ຍິງທົ່ວ ສວສສຊ ເຂົ້າຮ່ວມ ຈໍານວນ 65 ສະຫາຍ.

     ຈຸດປະສົງຂອງກອງປະຊຸມ ເພື່ອຜ່ານຂໍ້ຕົກລົງແບ່ງຄວາມຮັບຜິດຊອບ ຂອງກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ສວສສຊ ຄັ້ງທີ I ແລະ ຜ່ານມາດຖານເງື່ອນໄຂ ຂອງຄະນະບໍລິຫານງານ ສະຫະພັນແມ່ຍິງ ສວສສຊ; ພ້ອມທັງດໍາເນີນການປ່ອນບັດ ທາມທາບເປີດກ້ວາງ ເລືອກເຟັ້ນເອົາບຸກຂະລາກອນຜູ້ທີ່ມີເງື່ອນໄຂເໝາະສົມ ເຂົ້າໃນຄະນະບໍລິຫານງານສະຫະພັນແມ່ຍິງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໂດຍອີງໃສ່ມາດຖານເງື່ອນໄຂຂອງສູນກາງສະຫະພັນແມ່ຍິງລາວດັ່ງນີ້:

     1. ດ້ານຄຸນທາດການເມືອງ: ຕ້ອງຍຶດໝັ້ນອຸດົມການສັງຄົມນິຍົມ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ລະບອບປະຊາທິປະໄຕປະຊາຊົນຢ່າງໜັກແໜ້ນ.

     2. ດ້ານຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນດໍາລົງຊີວິດ: ມີນໍ້າໃຈເສຍສະຫຼະເພື່ອຊາດ, ເພື່ອປະຊາຊົນ ສຸມສະຕິປັນຍາ ແລະ ກໍາລັງວັງຊາຂອງຕົນ ເພື່ອຮັບໃຊ້ປະເທດຊາດ ແລະ ຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດໃຈ.

     3. ດ້ານຄວາມຮູ້ຄວາມສາມາດ: ມີຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ, ແວຄິດ ໄກສອນ ພົມວິຫານ, ກໍາແໜ້ນແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດຂອງລັດ.

     4. ດ້ານແບບແຜນນໍາພາ ແລະ ວິທີເຮັດວຽກ: ຍຶດໝັ້ນ ແລະ ປະຕິບັດແບບແຜນວິທີເຮັດວຽກຖືກຕ້ອງຕາມຫຼັກການລວມສູນປະຊາທິປະໄຕ.

     5. ດ້ານສຸຂະພາບ: ຕ້ອງມີສຸຂະພາບແຂງແຮງສາມາດປະຕິບັດໜ້າທີ່ວຽກງານໄດ້.

     ໃນວາລະຕອນທ້າຍ ປະທານກອງປະຊຸມຍັງໄດ້ເນັ້ນຢໍ້າອີກວ່າ: ຈົ່ງສືບຕໍ່ປະຕິບັດແຜນກະກຽມກອງປະຊຸມໃຫຍ່ ຂອງສະຫະພັນແມ່ຍິງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃຫ້ປະສົບຜົນສໍາເລັດ, ພ້ອມນັ້ນ ໃຫ້ເອື້ອຍນ້ອງສະມາຊິກແມ່ຍິງ ສວສສຊ ພວກເຮົາ ຈົ່ງພ້ອມກັນປະຕິບັດ ກົດໝາຍ ແລະ ລະບຽບການ ຂອງສະຫະພັນແມ່ຍິງລາວ ໃຫ້ເຂັ້ມງວດ ແລະ ປະສົບຜົນສໍາເລັດຢ່າງມີປະສິດທິພາບສູງ.

ຖ່າຍພາບ ແລະ ຂຽນຂ່າວ: ພວງເພັດ ຈັນທະລີວົງ