ພິທີປະກາດການປະຕິບັດນະໂຍບາຍ ຂອງພະນັກງານຂັ້ນສູງອອກພັກການ-ຮັບອຸດໜູນບໍານານ

     ພິທີປະກາດພະນັກງານຂັ້ນນໍາພາສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ອອກພັກການຮັບອຸດໜູນບໍານານ ໄດ້ຈັັດຂຶ້ນໃນຕອນບ່າຍຂອງວັນທີ 14 ຕຸລາ 2024, ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານ ສວສສຊ, ມີຮອງເລຂາຄະນະບໍລິຫານງານພັກ, ບັນດາຄະນະພັກ-ຄະນະນຳສະຖາບັນ, ບັນດາຄະນະໜ່ວຍພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄ້ວາ, ສູນ, ຕາງໜ້າອົງການຈັດຕັ້ງມະຫາຊົນ, ພ້ອມທັງພະນັກງານຂັ້ນພະແນກ ເຂົ້າຮ່ວມຈໍານວນ 63 ທ່ານ, ຍີງ 29 ທ່ານ;

     ໃນພິທີ ສະຫາຍ ປອ. ນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານມະຕິຕົກລົງ ສະບັບເລກທີ 251/ຄລສພ, ລົງວັນທີ 30/08/2024; ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດໃຫ້ ສະຫາຍ ປອ. ນາງ ຂັນລາສີ ແກ້ວບຸນພັນ ກໍາມະການຄະນະພັກ, ຮອງປະ ທານ ສວສສຊ ອອກພັກການ-ຮັບອຸດໜູນບໍານານ.

     ໃນໂອກາດນີ້ ສະຫາຍ ປອ.ກອງແກ້ວ ໄຊສົງຄາມ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີວ່າ: ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດພິທີປະກາດການປະຕິບັດນະໂຍບາຍຂອງພະນັກງານຂັ້ນນໍາພາ ສວສສຊ ອອກພັກການ-ຮັບອຸດໜູນບໍານານ, ເຊິ່ງເປັນການນຳຂັ້ນສູງ, ເປັນພະນັກງານນຳພາ-ຄຸ້ມຄອງຂັ້ນຍຸດທະສາດຂອງສະຖາບັນ ເຂົ້າພັກການ-ຮັບອຸດໜຸນບຳນານຕາມນະໂຍບາຍ, ລະບຽບການຂອງພັກ ແລະ ລັດຖະບານ; ດັ່ງທີ່ພວກເຮົາຮູ້ນໍາກັນວ່າ ”ພະນັກງານ ແມ່ນກໍາລັງການເມືອງຫຼັກແຫຼ່ງຂອງພັກ”ເປັນຜູ້ຕັດສິນຜົນໄດ້ຜົນເສຍຂອງການຈັດຕັ້ງປະຕິບັດແນວທາງ, ນະໂຍບາຍຂອງພັກ-ລັດ, ໄດ້ຮັບການນໍາພາສຶກສາອົບຮົມຈາກພັກ, ຝຶກຝົນຫລໍ່ຫລອມໃຫ້ເປັນຜູ້ຈົ່ງຮັກພັກດີຮັບໃຊ້ປະຊາຊົນ, ຮັບໃຊ້ປະເທດຊາດດ້ວຍຄວາມບໍລິສຸດໃຈ, ຜ່ອງໃສ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ຖືກມອບໝາຍ; ເຖິງຢ່າງໃດກໍຕາມ, ວຽກງານບັນຈຸ, ຍົກຍ້າຍ, ສັບຊ້ອນ, ຈັດວາງ, ຊັບປ່ຽນບ່ອນປະຈໍາການ ແລະ ການເຂົ້າຮັບນະໂຍບາຍພັກການ-ຮັບອຸດໜຸນບຳນານຂອງພະນັກງານທຸກລະດັບ, ທຸກພາກສ່ວນ ແມ່ນຫລັກການ ແລະ ກໍ່ແມ່ນວຽກປົກກະຕິຂອງພັກເຮົາ ເຊິ່ງມະຕິຄະນະບໍລິຫານງານສູນກາງພັກເລກທີ 04 ວ່າດ້ວຍເພີ່ມທະວີການນໍາພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ, ວຽກງານພະນັກງານກໍ່ໄດ້ໃຫ້ທິດນໍາວ່າ ”ຮັບປະກັນຫລັກການ, ມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ ຕໍ່ພະນັກງານທຸກລະດັບ” ອັນນີ້ ເປັນຫຼັກການທີ່ເປັນວິທະຍາສາດຂອງພັກ. ໃນດ້ານລະບຽບການຄຸ້ມຄອງຂອງລັດ, ຕໍ່ກັບລັດຖະກອນ ກໍ່ໄດ້ມີກົດໝາຍວ່າດ້ວຍລັດຖະກອນ ສະບັບເລກທີ 74/ສພຊ ລົງວັນທີ 18 ທັນວາ 2015 ມາດຕາ 70 ກໍ່ໄດ້ລະບຸກ່ຽວກັບການຮັບອຸດໜຸນບຳນານ ໄວ້ຢ່າງຈະແຈ້ງແລ້ວ. 

     ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ຍັງໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ສະຫາຍ ປອ ນາງ ຂັນລາສີ ແກ້ວບຸນພັນ ວ່າ: ຈົນຮອດອາຍຸກະສຽນພັກການ ຮັບນະໂຍບາຍອຸດໜູນບໍານານ; ສະຫາຍ ຍັງໄດ້ເອົາໃຈໃສ່ສູ້ຊົນປະຕິບັດຈົນສໍາເລັດໜ້າທີ່ ທີ່ພັກ-ລັດ, ການຈັດຕັ້ງ, ໝູ່ຄະນະມອບໝາຍໃຫ້ ຢ່າງບໍ່ຂາດຕົກບົກພ່ອງ ແລະ ມີຄວາມເຊື່ອໝັ້ນຢ່າງສູງວ່າ ດ້ານຄຸນງາມຄວາມດີ, ດ້ານຄຸນສົມບັດສິນທໍາປະຕິວັດ, ຄວາມສັດຊື່ໂປ່ງໃສ ທີ່ສະຫາຍໄດ້ນໍາພາພະນັກງານ-ລັດຖະກອນທົ່ວ ສວສສຊ ໃນໄລຍະຜ່ານມາ ແມ່ນບໍ່ມີວັນລືມໄດ້ ແລະ ຂໍສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດທີ່ມີກຽດສະຫງ່າໃນຄັ້ງນີ້ ຢ່າງສຸດອົກສຸດໃຈ.

ຂຽນຂ່າວ ແລະ ຖ່າຍພາບ: ພວງເພັດ ຈັນທະລີວົງ (ສຂຝ)