ຂ່າວການເຄື່ອນໄຫວ

1

ສວສສຊ ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ

1

     ໃນວັນທີ 5 ກຸມພາ 2025 ນີ້ ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025) ຂຶ້ນ, ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ກ່າວປາຖະກະຖາຂອງ ສະຫາຍ ປອ. ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີຄະນະປະຈຳພັກ, ກຳມະການພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ສູນ ພ້ອມທັງພະນັກງານທົ່ວ ສວສສຊ ເຂົ້າຮ່ວມ.

2
3

     ສະຫາຍ ປອ. ຄຳພັນ ເຜີຍຍະວົງ ໄດ້ຍົກໃຫ້ເຫັນ ຂະບວນວິວັດແຫ່ງການກຳເນີດຂອງພັກປະຊາຊົນປະຕິວັດລາວ, ຕະຫຼອດໄລຍະເວລາ 70 ປີ ແຫ່ງການນໍາພາຂອງພັກ, ບໍ່ວ່າຈະເປັນໄລຍະຕໍ່ສູ້ກູ້ຊາດ, ນັບແຕ່ມື້ສ້າງຕັ້ງພັກໃນວັນທີ 22 ມີນາ 1955 ເປັນຕົ້ນມາ ພັກເຮົາໄດ້ມີການຊີ້ນໍາ-ນໍາພາຢ່າງພິລະອາດຫານ, ເດັດດ່ຽວ, ມີວິທະຍາສາດ ແລະ ມີຄວາມສະຫຼາດສ່ອງໃສ, ອັນໄດ້ນໍາພາປວງຊົນລາວບັນດາເຜົ່າຜູ້ຮັກຊາດ ຕໍ່ສູ້ກັບອິດທິກຳລັງປໍລະປັກ ທີ່ໂຫດຮ້າຍປ່າເຖື່ອນ, ມີກຳລັງບໍ່ວ່າຈະເປັນຈຳນວນພົນ, ອາວຸດ ແລະ ເຕັກນິກທີ່ທັນສະໄໝ ເໜືອກວ່າເປັນຫຼາຍເທົ່າ; ແຕ່ດ້ວຍຄວາມສະຫຼາດສ່ອງໃສ ແລະ ຄວາມມີໄຫວພິບປະຕິພານຂອງພັກ ບວກກັບນໍ້າໃຈຮັກຊາດອັນດູດດື່ມ ບໍ່ຍອມຈໍານົນຕໍ່ສັດຕູຜູ້ຮຸກຮານຂອງຄົນລາວ ແລະ ການຊ່ວຍເຫຼືອຂອງເພື່ອນມິດສາກົນທີ່ກ້າວໜ້າ, ພັກປະຊາຊົນລາວ ໃນເມື່ອກ່ອນ ກໍ່ຄືພັກປະຊາຊົນປະຕິວັດລາວ ໃນປັດຈຸບັນ ຈຶ່ງສາມາດນໍາພາປວງຊົນລາວປົດປ່ອຍຊາດ, ອະທິປະໄຕ ແລະ ປະກາດເອກະລາດຂອງຕົນຂຶ້ນໃນວັນທີ 2 ທັນວາ 1975. ພາຍຫຼັງປົດປ່ອຍຊາດ ພັກເຮົາກໍໄດ້ນໍາພາປວງຊົນລາວ ດໍາເນີນການປົວແປງ ຮຳບາດແຜສົງຄາມ ແລະ ປະຕິບັດໜ້າທີ່ສອງຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ໝັ້ນຄົງ ແລະ ສີວິໄລ. ຕະຫຼອດ70 ປີ ແຫ່ງການສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ 50 ປີ ແຫ່ງ ການສະຖາປະນາ ສປປ ລາວ ພັກເຮົາໄດ້ມີຜົນງານອັນຍິ່ງໃຫຍ່ ແລະ ມະຫາສານ ເປັນຕົ້ນແມ່ນ ດ້ານການເມືອງ ສາມາດປົກປັກຮັກສາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນໄວ້ຢ່າງໝັ້ນຄົງ; ພັກໄດ້ນໍາພາການພັດທະນາເສດຖະກິດ ແລະ ສັງຄົມ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ, ດ້ານວັດທະນະທໍາ-ສັງຄົມ ໄດ້ມີການປົກປັກຮັກສາ ແລະ ເສີມຂະຫຍາຍ, ສປປ ລາວ ໄດ້ມີບົດບາດ ແລະ ໃບໜ້າໃໝ່ ໃນເວທີສາກົນ ປະກອບສ່ວນໃຫ້ແກ່ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

     ການປາຖະກະຖາວັນສຳຄັນດັ່ງກ່າວ ແມ່ນເພື່ອທົບທວນຄືນມູນເຊື້ອ ແຫ່ງການນຳພາຕໍ່ສູ້ປົດປ່ອຍຊາດຢ່າງມີໄຊ ແລະ ຢັ້ງຢືນໝາກຜົນຕົວຈິງ ທີ່ພັກປະຊາຊົນປະຕີວັດລາວ ຍາດມາໄດ້ຕະຫຼອດໄລຍະ 70 ປີ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 50 ປີ, ທັງເປັນການເຊື່ອມຊຶມປະຫວັດສາດແຫ່ງການນຳພາຂອງພັກ ໃຫ້ແກ່ພະນັກງານ-ສະມາຊິກພັກ ທົ່ວອົງຄະນະພັກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບ ປະຫວັດສາດ ແລະ ມູນເຊື້ອການນຳພາຂອງພັກເຮົາ.

4

ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ

1

ສວສສຊ ເຂົ້າວາງກະຕ່າດອກໄມ້ ແລະ ຢ້ຽມຊົມ ຫໍພິພິທະພັນ ໄກສອນ ພົມວິຫານ

1

     ໃນຕອນເຊົ້າຂອງວັນທີ 3 ກຸມພາ 2025, ທ່ານ ປອ. ນ. ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ພ້ອມດ້ວຍສະມາຊິກພັກ, ພະນັກງານລັດຖະກອນ ໄດ້ນໍາກະຕ່າດອກໄມ້ເຂົ້າຢ້ຽມຄໍານັບຕໍ່ໜ້າຮູບປັ້ນຂອງ ປະທານ ໄກສອນ ພົມວິຫານ ແລະ ເຂົ້າຊົມການວາງສະແດງຮູບພາບການເຄື່ອນໄຫວຕ່າງໆຂອງການນໍາພັກ-ລັດແຕ່ອະດີດຈົນຮອດປັດຈຸບັນ ທີ່ພິພິຕະພັນ ປະທານ ໄກສອນ ພົມວິ ຫານ. ການຢ້ຽມຊົມຄັ້ງນີ້ ສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ຜົນງານ ແລະ ຄຸນງາມຄວາມ ດີອັນໃຫຍ່ຫຼວງຂອງ ປະທານ ໄກສອນ ພົມວິຫານ ວິລະບູລຸດທີ່ຍິ່ງໃຫຍ່ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ຂອງຕົນ ເຂົ້າໃນການປະຕິວັດຊາດ, ປະຊາທິປະໄຕ ແລະ ນໍາເອົາຜົນປະໂຫຍດລວມມາສູ່ປະຊາຊົນບັນດາເຜົ່າ ໃນໄລຍະຜ່ານມາ, ພ້ອມນັ້ນ ເປັນການຮໍ່າຮຽນເອົາແນວຄິດ, ຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນວິທີການ ເຮັດວຽກທີ່ດີ ເຂົ້າໝູນໃຊ້ໃນການນໍາພາຊີ້ນໍາວຽກງານໃຫ້ມີຜົນສຳເລັດ ແລະ ສ້າງຂະບວນຄໍານັບຮັບຕ້ອນກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ຂອງບັນດາໜ່ວຍພັກ ແລະ ອົງຄະນະພັກ ສວສສຊ ທີ່ຈັດຂຶ້ນໃນປີນີ້.

2
3
4

ຂຽນຂ່າວ ແລະ ຖ່າຍພາບ: ພວງເພັດ ຈັນທະລີວົງ

1

ກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າ ປະຈໍາປີ 2024

1

     ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ເປັນໃຈກາງປະສານກັບ ສມປຊ ແລະ ສະຖາບັນຄົ້ນຄວ້າອື່ນໆ ຈັດກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າ   ປະຈໍາປີ 2024 ໃນລະຫວ່າງວັນທີ 30-31 ມັງກອນ 2025 ທີ່ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ, ພາຍໃຕ້ຫົວຂໍ້:​ ກາລະໂອກາດ ແລະ ສິ່ງທ້າທາຍ ຂອງການພັດທະນາແບບຍືນຍົງ ແລະ ການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ພາຍໃຕ້ເງື່ອນໄຂແຫ່ງການຄຸ້ມຄອງລັດ ແລະ ສັງຄົມດ້ວຍກົດໝາຍ ຢູ່ ສປປ ລາວ, ໂດຍການເປັນປະທານຂອງ ທ່ານ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ພ້ອມນັ້ນ, ກໍ່ມີບັນດາຫົວໜ້າ-ຮອງຫົວໜ້າຄະນະກໍາມາທິການ ຂອງສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ, ອົງການ, ອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ຜູ້ຕາງໜ້າຈາກສະຖານທູດ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສັງຄົມ ເຂົ້າຮ່ວມ 140 ທ່ານ.

2
3

     ໃນກອງປະຊຸມ ທ່ານ ປອ. ກອງແກ້ວ ໄຊສົງຄາມ ໄດ້ກ່າວຕ້ອນຮັບ ແລະ ເປີດພິທີວ່າ: ການຈັດກອງປະຊຸມໃນຄັ້ງນີ້ ມີຈຸດປະສົງເພື່ອເຜີຍແຜ່ຜົນງານການຄົ້ນຄວ້າປະຈໍາປີ 2024 ພ້ອມທັງເປັນເວທີສົນທະນາປຶກສາຫາລື ແລະ ແລກປ່ຽນຂໍ້ມູນ, ຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ ລະຫວ່າງນັກຄົ້ນຄວ້າ, ສະຖາບັນຄົ້ນຄວ້າ, ຜູ້ວາງນະໂຍບາຍ ເຊິ່ງຈັດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວປວງຊົນລາວ​ ກໍາລັງອອກແຮງແຂ່ງຂັນກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກໍ່ຄືວິໄສທັດ ຮອດປີ 2030, ຍຸດທະສາດຮອດປີ 2025 ແລະ ແຜນພັດທະນາເສດຖະກິດແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ກະກຽມຮ່າງມະຕິ ຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X (2026-2030) ຢ່າງເປັນຂະບວນຟົດຟື້ນ.

ການພັດທະນາແບບຍືນຍົງພາຍໃຕ້ເງື່ອນໄຂການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ ກໍ່ແມ່ນຈຸດສຸມ​ໃຈກາງໜຶ່ງໃນມະຕິ ຂອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແມ່ນວາລະແຫ່ງຊາດທີ່ທົ່ວພັກ, ທົ່ວລັດ ແລະ ປະຊາຊົນທັງຊາດພວກເຮົາສຸມໃສ່. ເພາະສະນັ້ນ, ເພື່ອເປັນການປະກອບສ່ວນຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່, ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ; ພວກເຮົາຈຶ່ງໄດ້ຈັດກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າດັ່ງກ່າວ ເຊິ່ງໄດ້ໄດ້ນໍາສະເໜີ ຜົນການຄົ້ນຄວ້າ ແລະ ຂໍ້ສະເໜີແນະ ດ້ານການປັບປຸງນະໂຍບາຍຕ່າງໆ ທີ່ຕິດພັນ ແລະ ໄດ້ປຶກສາຫາລືລະຫວ່າງນັກຄົ້ນຄວ້າວິທະຍາສາດ ແລະ ຜູ້ວາງນະໂຍບາຍ ລວມທັງຜູ້ມີສ່ວນຮ່ວມໃນການພັດທະນາ.

     ພ້ອມດຽວກັນນັ້ນ, ທ່ານຍັງໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຂອບໃຈຢ່າງສູງມາຍັງຄະນະຈັດຕັ້ງກອງປະຊຸມ ທີ່ໄດ້ເອົາໃຈໃສ່ ກະກຽມກອງປະຊຸມໃນຄັ້ງນີ້ ດ້ວຍຄວາມຮັບຜິດຊອບສູງ; ແລະ ກ່າວສະເເດງຄວາມຂອບໃຈມາຍັງກອງທຶນອະນຸລັກທຳມະຊາດສາກົນ ປະຈຳລາວ (WWF-Laos), ອົງການອ໋ອກຟາມສາກົນ (Oxfam-PMU), ອົງການ CCFD ປະຈໍາພາກພື້ນ, ສະຫະພາບ ເອີຣົບ (EU) ເເລະ ສະມາຄົມສົ່ງເສີມຊຸມຊົນສີຂຽວ ທີ່ໄດ້ໃຫ້ການສະໜັບສະໜູນ ທາງດ້ານງົບປະມານໃນການຈັດກອງປະຊຸມໃນຄັ້ງນີ້ນໍາອີກ.

     ໃນກອງປະຊຸມໄດ້ຮັບຟັງການສະເໜີບົດຄົ້ນຄວ້າວິທະຍາສາດທັງໝົດ 28 ບົດ, ຈາກບັນດານັກຄົ້ນຄວ້າຂອງສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນອື່ນໆ ທີ່ກ່ຽວຂ້ອງ. ເຊິ່ງໄດ້ແບ່ງອອກເປັນ 5 ວາລະ ຫຼື ເນື້ອໃນໃຫຍ່ ຄື: (1) ກາລະໂອກາດ ແລະ ສິ່ງທ້າທາຍ ຂອງການຄຸ້ມຄອງລັດ ແລະ ສັງຄົມດ້ວຍກົດໝາຍ ຢູ່ ສປປ ລາວ; (2) ການລະໂອກາດ ແລະ ສິ່ງທ້າທາຍ ຂອງການຄຸ້ມຄອງນຳໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງ ຢູ່ ສປປ ລາວ; (3) ທ່າອ່ຽງການປ່ຽນແປງສະພາບດິນຟ້າອາກາດ ແລະ ຜົນກະທົບທາງດ້ານເສດຖະກິດ-ສັງຄົມ ຢູ່ ສປປ ລາວ; (4) ສະພາບ ແລະ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຢູ່ ສປປ ລາວ ແລະ (5) ຜົນກະທົບທາງສັງຄົມ ຂອງສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຢູ່ ສປປ ລາວ. ພາຍຫຼັງ ຮັບຟັງການສະເໜີ ແຕ່ລະວາລະແລ້ວ ຜູ້ເຂົ້າຮ່ວມກອງປະຊຸມທັງໝົດກໍ່ໄດ້ສົນທະນາ, ປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນຕໍ່ກັບເນື້ອໃນບົດຄົ້ນຄວ້າດັ່ງກ່າວ ຢ່າງກົງໄປກົງມາ, ສ້າງສັນ ແລະ ມີບັນຍາກາດຟົດຟື້ນ.

     ສືບຕໍ່ມື້ທີ 2 ຂອງກອງປະຊຸມວັນທີ 31 ມັງກອນ 2025 ທ່ານ ປອ. ກອງແກ້ວ ໄຊສົງຄາມ ໄດ້ສະຫຼຸບສັງລວມຜົນຂອງກອງປະຊຸມສຳມະນາວິທະຍາສາດໃນ 1 ມື້ທີ່ຜ່ານມາໂດຍຫຍໍ້ ດັ່ງນີ້: (1) ການຄຸ້ມຄອງລັດ ແລະ ຄຸ້ມຄອງສັງຄົມດ້ວຍກົດໝາຍແມ່ນນະໂຍບາຍ, ຍຸດທະສາດ ແລະ ເປົ້າໝາຍໜຶ່ງຂອງພັກ ແລະ ລັດຖະບານຂອງ ສປປ ລາວ; ພັກ ແລະ ລັດຖະບານຂອງພວກເຮົາໄດ້ສຸມໃສ່ ສ້າງລັດແຫ່ງກົດໝາຍ ເທື່ອລະກ້າວ ແລະ ໄດ້ປະສົບຜົນສຳເລັດໃນຫຼາຍໆດ້ານ, ເປັນຕົ້ນແມ່ນການສ້າງລະບຽບກົດໝາຍ ແລະ ນິຕິກຳຕ່າງໆ; ປະຈຸບັນ ສປປ ລາວ ພວກເຮົາ ມີລັດຖະທຳມະນູນ, ກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ເປັນຈໍານວນຫຼວງຫຼາຍ; (2) ແຕ່ເຖິງຢ່າງໃດກໍ່ຕາມການຈັດຕັ້ງປະຕິບັດ ຫຼື ການບັງຄັບໃຊ້ກົດໝາຍ ແລະ ນິຕິກຳລຸ່ມກົດໝາຍຕ່າງໆ ດັ່ງກ່າວຍັງບໍ່ທັນເຂັ້ມງວດ ແລະ ມີປະສິດທິພາບສູງເທົ່າທີ່ຄວນ; (3) ການຈັດຕັ້ງປະຕິບັດ ຫຼື ການບັງຄັບໃຊ້ກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ທີ່ມີປະສິດທິພາບ ແລະ ປະສິດທິຜົນດັ່ງກ່າວ ແມ່ນປັດໃຈໜຶ່ງທີ່ສຳຄັນ ສົ່ງຜົນເຮັດໃຫ້ພວກເຮົາມີຄວາມຫຍຸ້ງ ຍາກ ໃນການພັດທະນາເສດຖະກິດ-ສັງຄົມ, ເວົ້າລວມ ແລະ ເວົ້າສະເພາະແມ່ນ ເຮັດໃຫ້ພວກເຮົາມີຄວາມຫຍຸ້ງຍາກໃນການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ຄວາມຍືນຍົງ, ການບັນເທົາ ແລະ ປັບຕົວເຂົ້າກັບສະພາບການປ່ຽນແປງດິນຟ້າອາກາດ ກໍ່ຄືການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ຂອງ ສປປ ລາວ ແລະ (4) ການສືບຕໍ່ສ້າງລັດແຫ່ງກົດໝາຍທີ່ເຂັ້ມແຂງແມ່ນເງື່ອນໄຂ ແລະ ປັດໃຈໜຶ່ງທີ່ສຳຄັນ ແລະ ມີລັກສະນະຕັດສິນພາໃຫ້ພວກເຮົາຈະສາມາດຜ່ານຜ່າ ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຄັ້ງນີ້ໄປໄດ້ ແລະ ບັນລຸເປົ້າໝາຍ ການພັດທະນາເສດຖະກິດ-ສັງຄົມ ຕາມແນວທາງຂອງພັກ ແລະ ລັດຖະບານ ຂອງ ສປປ ລາວ. 

     ໃນໂອກາດດັ່ງກ່າວ, ຍັງໄດ້ຮັບຟັງຄໍາເຫັນໂອ້ລົມຈາກ ທ່ານ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂດຍທ່ານໄດ້ເນັ້ນໜັກເຖິງຄວາມສໍາຄັນ ແລະ ຄວາມຈໍາເປັນ ຂອງການຄົ້ນຄວ້າວິທະຍາສາດ ວ່າ: ວິທະຍາສາດ ເປັນມາດຕະເກນອັນໜຶ່ງ ທີ່ນັບມື້ມີບົດບາດ ແລະ ມີທ່າກ້າວຂະຫຍາຍຕົວຄວບຄູ່ກັບການພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ ໂດຍສະເພາະແມ່ນຍຸກ 4.0 ແລະ ນັບມື້ມີບົດບາດສໍາຄັນຕໍ່ກັບການດໍາລົງຊີວິດ ຂອງຄົນເຮົາ ໃນດ້ານອຸດສາຫະກໍາ ຫຼື ການຄ້າ, ດ້ານກະສິກໍາ, ການອະນຸລັກສິ່ງແວດລ້ອມທໍາມະຊາດ, ການພັດທະນາສັງຄົມ ເຊິ່ງສູນກາງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ກໍ່ເຫັນໄດ້ໃຫ້ຄວາມສໍາຄັນ ຂອງການຄົ້ນຄວ້າວິທະຍາສາດຕະຫຼອດມາ ແລະ ພ້ອມທັງມີການສົ່ງເສີມໃຫ້ມີບັນດານັກຄົ້ນຄວ້າຫຼາຍຂຶ້ນ ໃນແຕ່ລະສາຂາວິຊາເປັນກ້າວໆ ເຊິ່ງໄດ້ເນັ້ນໃສ່ການພັດທະນາແຕ່ລະດ້ານໃຫ້ມີຄວາມຍືນຍົງ. ສະນັ້ນ, ບົນພື້ນຖານການກໍາແໜ້ນທັດສະນະຕ່າງໆ ກ່ຽວກັບການຄົ້ນຄວ້າວິທະຍາສາດ ສູນກາງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ກໍ່ໄດ້ກໍານົດບັນດາໂຄງການຄົ້ນຄວ້າວິທະຍາສາດ ເພື່ອຮັບໃຊ້ບັນດາແຜນງານລະດັບຊາດ ແລະ ຫວັງຢ່າງຍິ່ງວ່າຜົນ ຂອງກອງປະຊຸມ ຂອງພວກເຮົາໃນຄັ້ງນີ້ ຈະຖືກນໍາໄປໃຊ້ ຫຼື ພິຈາລະນາເຂົ້າໃນວຽກງານການວາງແນວທາງນະໂຍບາຍ ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນຊຸມປີຕໍ່ໜ້າ.

   ສືບຕໍ່ໂດຍການຮັບຟັງບົດ​ບັນ​ຍາຍ​ພິ​ເສດ​ຈາກ ທ່ານ ລັດຖະມົນຕີ ກະຊວງພາຍໃນ, ທ່ານຮອງລັດຖະມົນຕີ ກະຊວງຍຸດຕິທໍາ, ປະທານກຳມະທິການແຜນການ, ການເງິນ ແລະ ການກວດສອບ, ສະພາແຫ່ງຊາດ ແລະ ທ່ານ ຮອງປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ. ຮັບຟັງຄຳຄິດຄຳເຫັນ ແລະ ບົດບັນຍາຍພິເສດ ຈາກທ່ານອຸປະທູດ ສະຫະພາບ ເອີຣົບ ປະຈຳ ສປປ ລາວ, ທ່ານ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ແລະ ທ່ານ ຜູ້ອໍານວຍການອົງການ ອະນຸລັກທຳມະຊາດສາກົນ ປະຈຳ ສປປ ລາວ; ຮັບຟັງການຂຶ້ນນໍາສະເໜີບົດຄົ້ນຄວ້າທັງໝົດ 5 ບົດ ທີ່ມີເນື້ອໃນກ່ຽວກັບ ກາລະໂອກາດ ແລະ ການຄຸ້ມຄອງນໍາໃຊ້ຊັບພະຍາກອນທໍາມະຊາດແບບຍືນຍົງຢູ່ ສປປ ລາວ, ສະພາບ ແລະ ການແກ້ໄຂຄວາມຍຸ້ງຍາກທາງດ້ານເສດຖະກິດການເງິນ ແລະ ສິ່ງທ້າທາຍຂອງການຄຸ້ມຄອງລັດ ແລະ ສັງຄົມດ້ວຍກົດໝາຍ ຢູ່ ສປປ ລາວ.

     ໃນວາລະຕອນທ້າຍໄດ້ມີການສະຫຼຸບຜົນຂອງກອງປະຊຸມໃນໄລຍະ 4 ປີ ຜ່ານມາ ພ້ອມທັງປຶກສາຫາລືໃນຫົວຂໍ້ໃຫຍ່ປີ 2025 ແລະ ມອບໃບຢັ້ງຢືນ, ໃບກຽດຕິຄຸນໃຫ້ແກ່ຜູ້ໃຫ້ທຶນ, ຜູ້ດໍາເນີນວາລະ ແລະ ນັກຄົ້ນຄວ້າ ພ້ອມທັງຢ້ຽມຊົມການວາງສະແດງຜົນງານການຄົ້ນຄວ້າ.

4

ຂຽນຂ່າວ: ພວງເພັດ ຈັນທະລີວົງ

ຖ່າຍພາບ: ທີມງານ ສຂຝ

1

ຄະນະສະເພາະກິດ 83/ນຍ ສະຫຼຸບວຽກງານປະຈຳປີ 2024 ແລະ ວາງແຜນດໍາເນີນງານ ປະຈຳປີ 2025

1

     ໃນຕອນເຊົ້າຂອງວັນທີ 28 ມັງກອນ 2025, ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຄະນະສະເພາະກິດ 83/ນຍ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານປະຈຳປີ 2024 ແລະ ຜ່ານແຜນດໍາເນີນງານປະຈຳປີ 2025 ຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ປອ. ກອງແກ້ວ ໄຊສົງຄາມ, ກໍາມະການສູນກາງພັກ , ເລຂາຄະນະພັກ , ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຫົວໜ້າຄະນະສະເພາະກິດ 83/ນຍ ພ້ອມທັງຄະນະສະເພາະກິດ 83/ນຍ ເຂົ້າຮ່ວມຈໍານວນ 30 ທ່ານ; ຈຸດປະສົງກອງປະຊຸມຄັ້ງນີ້ ເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານຂອງຄະນະໃນໄລຍະໜຶ່ງປີຜ່ານມາ ພ້ອມທັງກຳນົດທິດທາງແຜນການໃນປີ 2025. ໃນກອງປະຊຸມໄດ້ຮັບຟັງລາຍງານສະພາບພົ້ນເດັ່ນໄລຍະ 6 ເດືອນທ້າຍປິ 2024 ຜ່ານມາ ເຊິ່ງມີຜົນສໍາເລັດຫຼາຍດ້ານເປັນຕົົ້ນແມ່ນການຈັດກອງປະຊຸມແລກປ່ຽນຄໍາເຫັນກັບພາກທຸລະກິດ; ອະດີດການນໍາຂັ້ນສູງ ແລະ ຊ່ຽວຊານອາວຸໂສ; ພ້ອມນັ້ນ ຍັງໄດ້ມີການຄົ້ນຄວ້າລົງເລິກໃນການກໍານົດມາດຕະການແກ້ໄຂບັນຫາລາຄາສິນຄ້າ ແລະ ອັດຕາເງິນເຟີ້ ລາຍງານໃຫ້ແກ່ລັດຖະບານເປັນປະຈຳ. ມາຮອດປັດຈຸບັນ ສາມາດສັງເກດໄດ້ວ່າ ອັດຕາເງິນເຟີ້ ນັບມື້ນັບຫຼຸດລົງ, ອັດຕາແລກປ່ຽນມີສະຖຽນລະພາບດີຂຶ້ນ, ເງິນກີບຄ່ອຍໆແຂງຄ່າຂຶ້ນເທື່ອລະກ້າວ, ບັນຫາສິນຄ້າໃນທ້ອງຕະຫຼາດ ກໍ່ໄດ້ຮັບການແກ້ໄຂໄປໃນທິດທາງທີ່ດີຂຶ້ນ.

2

     ຄຽງຄູ່ກັບຜົນສໍາເລັດດັ່ງກ່າວ, ຄະນະສະເພາະກິດ 83/ນຍ ຍັງໄດ້ຕີລາຄາຕໍ່ກັບສິ່ງທ້າທາຍຫຼາຍປະການ, ເປັນຕົ້ນແມ່ນສະພາບການຂອງໂລກ ແລະ ພາກພື້ນທີ່ມີການຜັນແປ ຢ່າງສະຫຼັບຊັບຊ້ອນ ໂດຍສະເພາະແມ່ນການປ່ຽນຜູ້ນໍາຂອງສະຫະລັດອາເມລິກາ ທີ່ມີການປັບປຸງນະໂຍບາຍຫຼາຍຢ່າງ ເຊິ່ງຈະສົ່ງຜົນກະທົບໃສ່ເສດຖະກິດຂອງໂລກຢ່າງມະຫາສານ ແລະ ແນ່ນອນ ສປປ ລາວ ຂອງພວກເຮົາ ກໍ່ຕ້ອງໄດ້ຮັບການກະທົບຢ່າງຫຼີກລ້ຽງບໍ່ໄດ້;  ບັນ ຫາສົງຄາມໂລກ ແລະ ສັນຕິພາບ, ການແຂ່ງຂັນ ແລະ ສົງຄາມການຄ້າ, ນະໂຍບາຍທາງພາສີ-ອາກອນ ແລະ ອື່ນໆ; ສະພາບດັ່ງກ່າວ ຈະເຮັດໃຫ້ຄ່າຂອງເງິນ, ລາຄາສິນຄ້າ ແລະ ຄ່າບໍລິການ ມີການປ່ຽນແປງໄປ, ການຊົມໃຊ້ ແລະ ຕ່ອງໂສ້ການຜະລິດ, ອຸປະສົງ ແລະ ອຸປະທານຕ່າງໆ ຈະມີການຜັນຜວນ, ຄາດຄະເນໄດ້ຍາກ. ສະນັ້ນ, ໃນຕໍ່ໜ້າ ຄະນະສະເພາະກິດ 83/ນຍ ຈະໄດ້ສືບຕໍ່ກໍານົດກ່ຽວກັບຫົວຂໍ້ ແລະ ຈຸດສຸມຂອງການຄົ້ນຄວ້າໃຫ້ມີຄວາມເໝາະສົມກັບສະພາບການໃນປັດຈຸບັນ ແລະ ທ່າອ່ຽງໃນອະນາຄົດ ແນໃສ່ເຮັດໃຫ້ຜົນການຄົ້ນຄວ້າມີຄວາມຖືກຕ້ອງ, ມີຄຸນນະພາບ ແລະ ນໍາຜົນປະໂຫຍດສູງສຸດມາສູ່ສັງຄົມ, ຮັບໃຊ້ລັດຖະບານໃນການກໍານົດມາດຕະການແກ້ໄຂບັນຫາ ເສດຖະກິດ-ສັງຄົມຢ່າງມີຈຸດສຸມ ແລະ ຖືກເປົ້າໝາຍ,​ ຊັດເຈນ ແລະ ທັນເວລາ.

3

ຂຽນຂ່າວ ແລະ ຖ່າຍພາບ: ພວງເພັດ ຈັນທະລີວົງ.

1

ສວສສຊ ສະຫຼຸບວຽກງານປະຈຳປີ 2024 ແລະ ການແຂ່ງຂັນ-ຍ້ອງຍໍ ປະຈໍາປີ 2024

1

     (ສວສສຊ) ໃນວັນທີ 9 ມັງກອນ 2025 ທີ່ຫ້ອງປະຊຸມໃຫຍ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງ ຄົມແຫ່ງຊາດ ໄດ້ຈັດກອງປະຊຸມສະຫຼຸບວຽກງານປີ 2024 ແລະ ທິດທາງແຜນການປີ 2025, ການແຂ່ງຂັນ-ຍ້ອງຍໍປະຈໍາປີ 2024 ແລະ ເປີດຂະບວນການປະຈໍາປີ 2025 ໂດຍການເປັນປະທານຂອງ ທ່ານ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ; ມີບັນດາຮອງປະທານ, ຫົວໜ້າກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ສູນ ພ້ອມດ້ວຍພະນັກງານ-ລັດຖະກອນທົ່ວ ສວສສຊ ເຂົ້າຮ່ວມຈໍານວນ 167 ທ່ານ.

2

     ໃນກອງປະຊຸມ ທ່ານ ເພັດໃສ ເພຍເທບ ຫົວໜ້າຫ້ອງການ ສວສສຊ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບວຽກງານປະຈໍາປີ 2024 ແລະ ທິດທາງແຜນການວຽກງານປະຈໍາປີ 2025 ເຊິ່ງໄດ້ຍົກໃຫ້ເຫັນບັນດາຜົນງານ, ຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ຕະຫຼອດໄລຍະໜຶ່ງປີຜ່ານມາ ພ້ອມທັງກຳນົດທິດທາງແຜນການໃນປີ 2025; ຈາກນັ້ນ, ກອງປະຊຸມຍັງຮັບຟັງການຜ່ານບົດສະຫຼຸບແຂ່ງຂັນ-ຍ້ອງຍໍ ປະຈໍາປີ 2024 ໂດຍທ່ານ ບຸນລັດ ແກ້ວອາສາ ຫົວໜ້າກົມຈັດຕັ້ງ-ພະນັກງານ ແລະ ມອບໃບຍ້ອງຍໍໃຫ້ແກ່ບຸກຄົນດີເດັ່ນ ແລະ ການຈັດຕັ້ງດີເດັ່ນປະຈໍາປີ 2024, ປະກອບມີຍ້ອງ ຍໍບຸກຄົນດີເດັ່ນ ປະຈໍາປີ 2024 ຈໍານວນທັງໝົດ 190 ທ່ານ; ໃນນັ້ນ ມີປະເພດ I ຈໍານວນ 137 ທ່ານ, ປະເພດ II ຈໍານວນ 48 ທ່ານ ແລະ ປະເພດ III ຈໍານວນ 5 ທ່ານ; ຍ້ອງຍໍຄະນະສະພັນແມ່ຍິງ ສວສສຊ ທີ່ມີຜົນງານດີເດັ່ນໃນໄລຍະ 4 ປີຜ່ານມາ ຈໍານວນ 11 ທ່ານ ແລະ ຍ້ອງຍໍການຈັດຕັ້ງທີ່ມີຜົນງານດີເດັ່ນ ຈໍານວນ 11 ພາກສ່ວນ;

3

     ໃນໂອກາດດັ່ງກ່າວ ທ່ານ ປອ. ກອງແກ້ວ ໄຊສົງຄາມ ປະທານກອງປະຊຸມ ໄດ້ກ່າວຍ້ອງຍໍຊົມເຊີຍຄະນະພັກ, ຄະນະນໍາແຕ່ລະຂັ້ນ ແລະ ອົງການຈັດຕັ້ງມະຫາຊົນ, ບຸກຄົນດີເດັ່ນພາຍໃນ ສວສສຊ ທີ່ສາມາດຍາດໄດ້ຜົນສຳ ເລັດໃນຄັ້ງນີ້. ພ້ອມນັ້ນ ທ່ານຍັງໄດ້ເນັ້ນໜັກຕື່ມອີກວ່າ: ໃນປີ 2025 ສວສສຊ ຕ້ອງໄດ້ອອກແຮງປຸກລະດົມກຳລັງແຮງຂອງທຸກພາກສ່ວນ, ເຊີດຊູຈິດໃຈຮັກຊາດ, ເອກະພາບ, ເປັນເຈົ້າຕົນເອງ ແລະ ຈົ່ງພ້ອມກັນເອົາໃຈໃສ່ບາງບັນຫາສໍາຄັນ ດັ່ງນີ້: ໜຶ່ງ) ຂໍໃຫ້ສືບຕໍ່ປຸກລະດົມພະນັກງານ-ລັດຖະກອນທົ່ວ ສວສສຊ  ພ້ອມກັນຕັ້ງໜ້າຈັດຕັ້ງປະຕິບັດບັນດາທິດທາງ ແລະ ຄາດໝາຍແຜນການປະຈຳປີໃນຕໍ່ໜ້າຂອງ ສວສສຊ ໃຫ້ສຳເລັດ ແລະ ມີປະສິດທິ ພາບ, ປະສິດທິ ຜົນສູງ ສອງ) ຄະນະໜ່ວຍພັກ, ຄະນະນໍາຂອງແຕ່ລະພາກສ່ວນ ຕ້ອງສືບຕໍ່ປ່ຽນແປງຕົນເອງຢ່າງບໍ່ຢຸດຢັ້ງ ຕາມຈິດໃຈສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ຕອບສະໜອງຄວາມຮຽກ ຮ້ອງຕ້ອງການ ໃນການຍົກສູງຄວາມສາມາດ ແລະ ຄຸນນະພາບການຊີ້ນຳ-ນໍາພາ ໃນໄລຍະໃໝ່. ສາມ) ການຈັດ ຕັ້ງປະຕິບັດວຽກງານ ຕ້ອງເຮັດໃຫ້ແຕ່ລະຄົນມີຄວາມພາກພູມໃຈໃນຄວາມເປັນລາວ, ມີສະຕິຊາດ, ເອກະພາບ, ເອກະລາດ ເປັນເຈົ້າຕົນເອງ ໃຫ້ໄດ້ຮັບການເຊີດຊູຂຶ້ນສູ່ລະດັບສູງ, ແກ້ໄຂ, ຕີຖອຍ ແລະ ຈໍາກັດປັດເປົ່າສິ່ງຫຍໍ້ທໍ້ຕ່າງໆ ໃຫ້ຄ່ອຍໝົດໄປເທື່ອລະກ້າວ. ສີ່) ຕ້ອງສຸມໃສ່ສ້າງຕົວແບບດີເດັ່ນ, ນຳໜ້າຈາກນ້ອຍຫາໃຫຍ່, ຈາກດ້ານດຽວກ້າວສູ່ຫລາຍດ້ານ ແລະ ຂະຫຍາຍອອກໄປໃຫ້ກວ້າງຂວາງ, ມີຄຸນນະພາບ ແລະ ຍືນຍົງ. ຫ້າ) ໃຫ້ຖືເອົາການຕິດຕາມຊຸກຍູ້, ກວດກາ ແລະ ຕີລາຄາວຽກງານ, ວຽກດີຄົນເດັ່ນ ທັງຍ້ອງຍໍໃຫ້ຖືກຄົນ, ຖືກວຽກ ແລະ ທັນການ ເປັນໜຶ່ງໃນບັນດາມາດຕະການກະຕຸ້ນ ເພື່ອຊຸກຍູ້ສົ່ງເສີມຂະບວນການໃຫ້ຂະຫຍາຍຕົວກວ້າງຂວາງ, ແຂງ ແຮງ ແລະ ມີຄວາມຟົດຟື້ນ, ຫ້າວຫັນແທ້. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ແລະ ອົງການຈັດຕັ້ງມະຫາຊົນ ຈົ່ງເພີ່ມທະວີການຊີ້ນໍາ-ນໍາພາ, ຕິດຕາມ, ກວດກາການຜັນຂະຫຍາຍທິດທາງແຜນການປີ 2025 ຂອງ ສວສສຊ ເປັນທັງທິດທາງລວມ ແລະ ທັງເປັນເນື້ອໃນເຂົ້າໃນວຽກງານຂອງຂົງເຂດຕົນຢ່າງເລິກເຊິ່ງ, ຮອບດ້ານ ແລະ ມີຜົນສຳເລັດ.

4

ຂຽນຂ່າວ: ພວງເພັດ ຈັນທະລີວົງ

ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ

1

ກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຄັ້ງທີ I

1

     ກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ຄັ້ງທີ I ໄດ້ໄຂຂຶ້ນໃນວັນທີ 19 ທັນວາ 2024, ທີ່ຫ້ອງປະຊຸມໃຫຍ່ ສວສສຊ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ນາງ ລັດດາວັນ ຊົງວິໄລ ຮັກສາການປະທານ ສຍ ສວສສຊ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ, ກໍາມະການສູນກາງພັກ ເລຂາຄະນະພັກ, ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ (ສສຍລ) ແລະ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະພັກ, ປະທານ ສວສສຊ; ມີຄະນະພັກ, ຄະນະໜ່ວຍພັກອ້ອມຂ້າງ, ຕາງໜ້າອົງການຈັດຕັ້ງມະຫາຊົນ, ຄະນະບໍລິຫານງານສະຫະພັນແມ່ຍິງ ສວສສຊ, ແຂກຖືກເຊີນ ພ້ອມດ້ວຍຜູ້ແທນສົມບູນ ເຂົ້າຮ່ວມ 100 ສະຫາຍ.

     ກອງປະຊຸມໄດ້ຮັບຟັງການຜ່ານບົດລາຍງານການເມືອງຈາກ ສະຫາຍ ນາງ ລັດດາວັນ ຊົງວິໄລ ຮັກສາການປະທານ ສຍ ສວສສຊ ເຊິ່ງຍົກໃຫ້ເຫັນຜົນສໍາເລັດ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ ໂດຍຄະນະບໍລິຫານງານສະຫະພັນແມ່ຍິງ ສວສສຊ ແມ່ນການໂຮມເຂົ້າກັນຂອງຄະນະສະຫະພັນແມ່ຍິງ ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ແລະ ສະຖາບັນວິທະຍາສາດສັງຄົມແຫ່ງຊາດ ເຊິ່ງໄລຍະຜ່ານມາ ໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກ ສຍ ເປັນຫຼັກ ໃຫ້ມີຄຸນທາດການເມືອງໜັກແໜ້ນ ສາມາດກຳແໜ້ນແນວທາງຂອງພັກ, ລະບຽບກົດໝາຍຂອງລັດ; ຄະນະ ສຍ ໄດ້ສ້າງເງື່ອນໄຂໃຫ້ສະມາຊິກ ສຍ ໄປຍົກລະດັບຄວາມຮູ້ດ້ານທິດສະດີ ແລະ ວິຊາສະເພາະໃຫ້ສູງຂຶ້ນ, ຊຸກຍູ້, ສົ່ງເສີມ, ປະຕິບັດນະໂຍບາຍຕໍ່ພະນັກງານເພດຍິງ ໃນການພັດທະນາຕົນເອງ ເພື່ອສາມາດບັນຈຸເຂົ້າໃນຕໍາແໜ່ງນໍາພາ-ຄຸ້ມຄອງຂັ້ນຕ່າງໆມີຈຳນວນເພີ່ມຂຶ້ນ; ເປັນເຈົ້າການໃນການນຳພາຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ; ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະທີ I (2021-2022) ສາມາດປະເມີນສະມາຊິກ ສຍ 3 ດີ ປະເພດ I ໄດ້ 74 ຄົນ, ປະເພດ II ໄດ້ 14 ຄົນ ແລະ ໜ່ວຍ 3 ດີ ປະເພດ I ໄດ້ 10 ໜ່ວຍ; ໄລຍະທີ II (2023-2024) ສາມາດປະເມີນສະມາຊິກ 3 ດີ ປະເພດ I ໄດ້ 93 ຄົນ, ປະເພດ II ໄດ້ 2 ຄົນ, ໜ່ວຍ 3 ດີ ປະເພດ I ໄດ້ 10 ໜ່ວຍ; ຄຽງຄູ່ກັນນີ້ ໄດ້ເອົາໃຈໃສ່ປຸກລະດົມສະມາຊິກ ສຍ ໃຫ້ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນຂອງກຸ່ມຄົນບໍ່ດີ, ຮັບເອົາຂໍ້ມູນຂ່າວສານຢ່າງຖືກຕ້ອງ, ສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ໃນຖັນແຖວສະມາຊິກ ສຍ, ຄອບຄົວ; ອະນຸລັກຮັກສາຮີດຄອງປະເພນີຂອງແມ່ຍິງລາວ; ໃນນາມເປັນນັກຄົ້ນຄວ້າ, ນັກວິຊາການ ໄດ້ປະກອບສ່ວນຈັດຕັ້ງປະຕິບັດໂຄງການຄົ້ນຄວ້າໃນຫົວຂໍ້ຕ່າງໆທີ່ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ຫຼາຍກວ່າ 60 ໂຄງການ ເປັນຕົ້ນ ໂຄງການສ້າງບົດປະເມີນເສດຖະກິດມະຫາພາກປະຈໍາປີ, ໂຄງການສຶກສາປັດໄຈທີ່ມີຜົນຕໍ່ການເປັນໜີ້ຂອງຄົວເຮືອນຢູ່ ສປປ ລາວ, ໂຄງການສຶກສາການສົ່ງເສີມການດຳເນີນທຸລະກິດຂອງທຸລະກິດ Start-up ໃນ ສປປ ລາວ ແລະ ອື່ນໆ.

2

    ກອງປະຊຸມໄດ້ຮັບຮອງເອົາບົດລາຍງານການເມືອງ, ບົດສໍາຫຼວດການນໍາພາ ແລະ ແຜນພັດທະນາແມ່ຍິງຂອງສະຫະພັນແມ່ຍິງ ສວສສຊ ແລະ ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະຫະພັນແມ່ຍິງ ສວສສຊ ຊຸດໃໝ່ ເຊິ່ງມີຜູ້ສະໝັກ 12 ສະຫາຍ ແລະ ຄັດເລືອກເອົາ ຈໍານວນ 9 ສະຫາຍ ມີລາຍຊື່ດັ່ງນີ້:

1. ສະຫາຍ ນ. ລັດດາວັນ ຊົງວິໄລ  ເປັນປະທານສະຫະພັນແມ່ຍິງ.

2.ສະຫາຍ ນ. ພອນສະຫວັນ ສິດທິເດດ ເປັນຮອງປະທານ ແລະ ເປັນປະທານກວດກາ.

3.ສະຫາຍ ນ. ວິໄລວັນ ອຸດົມ ເປັນຮອງປະທານ.

4.ສະຫາຍ ປອ. ນ ເກດມະນີ ອິນທະວົງ ເປັນຄະນະ ແລະ ເປັນຮອງປະທານກວດກາ.

3
4

     ໃນໂອກາດດັ່ງກ່າວ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ເຊິ່ງ ສະຫາຍ ໄດ້ເນັ້ນໜັກໃຫ້ຄະນະ ສຍ ຊຸດໃໝ່ ສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມດ້ານການເມືອງ-ແນວຄິດໃຫ້ສະມາຊິກ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຫ້າວຫັນຕັ້ງໜ້າປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ, ມີຫົວຄິດປະດິດສ້າງຮູ້ຜັນຂະຫຍາຍວຽກງານຂອງຕົນ, ແຂ່ງຂັນກັນພັດທະນາຕົນເອງ ຕິດພັນກັບວຽກງານການຄົ້ນຄວ້າ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃຫ້ມີຜົນງານອັນໃໝ່ ທີ່ໃຫຍ່ຫຼວງກວ່າເກົ່າ.

     ໃນວາລະຕອນທ້າຍ ສະຫາຍ ນ. ອາລີ ວົງໜໍ່ບຸນທໍາ, ຍັງໄດ້ເນັ້ນຕື່ມວ່າ:  ຄະນະສະຫະພັນແມ່ຍິງຊຸດໃໝ່ ຈົ່ງເປັນຜູ້ນໍາພາທາງດ້ານຄຸນສົມບັດສິນທໍາປະຕິວັດ, ມີຄຸນທາດການເມືອງໝັກແໜ້ນ ແລະ ກໍາແໜ້ນທາງດ້ານນະໂຍບາຍຂອງພັກ-ລັດ ກໍ່ຄືຂອງສູນກາງ ສະຫະພັນແມ່ຍິງລາວວາງອອກ ເພື່ອນໍາພາ ແລະ ຜັນຂະຫຍາຍນະໂຍບາຍ ຂອງສະຫະພັນແມ່ຍິງ ມາຈັດຕັັ້ງໃຫ້ປະກົດຜົນເປັນຈິງ. ຈົ່ງມີທັກສະການເປັນຜູ້ນໍາຄວາມສາມັກຄີ ແລະ ມີແບບແຜນການນໍາພາ ແລະ ການເຮັດວຽກເປັນໝູ່ຄະນະ;  ມີທັດສະນະມະຫາຊົນກວ້າງຂວາງ ແລະ ສາມາດຮັບເອົາການຕໍານິສົ່ງຂ່າວຈາກມະຫາຊົນເພື່ອ ແກ້ໄຂຈຸດອ່ອນ ແລະ ຂໍ້ບົກຜ່ອງໃນການນໍາພາ  ແລະ ເອົາໃຈໃສ່ເບິ່ງແຍງຄອບຄົວ ບົນຈິດໃຈເພິ່ງຕົນເອງ-ກຸ້ມຕົນເອງຢ່າງເປັນເຈົ້າການ ໂດຍສະເພາະໃນທ່າມກາງຄວາມຫຍຸ້ງຍາກທາງດ້ານເສດຖະກິດໃນປັດຈຸບັນ; ສະມາຊິກ ສຍ ຕ້ອງສູ້ຊົນບຸກບືນຝຶກຝົນຫຼໍ່ຫຼອມຕົນເອງຮອບດ້ານ; ເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຄໍາຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ໃຫ້ເປັນຂະບວນ ຕິດພັນກັບວຽກງານຕົວຈິງ ແລະ ມີປະສິດທິພາບຢ່າງແທ້ຈິງ; ສົ່ງເສີມແມ່ຍິງໃຫ້ມີຄວາມກ້າວໜ້າ, ປະຕິບັດສິດສະເໝີພາບຍິງ-ຊາຍ; ເສີມຂະຫຍາຍຜົນງານ ແລະ ທ່າແຮງບົ່ມຊ້ອນຂອງແມ່ຍິງພາຍໃນສະຖາບັນ; ຄະນະບໍລິຫານງານ ສຍ ຕ້ອງເພີ່ມທະວີຄວາມເປັນເອກະພາບ, ມີການແບ່ງງານ, ແບ່ງຄວາມຮັບຜິດຊອບຢ່າງລະອຽດ ພ້ອມທັງເປັນແບບຢ່າງນຳໜ້າໃຫ້ແກ່ສະມາຊິກ, ພ້ອມກັນສະໜັບສະໜູນ, ຊ່ວຍເຫຼືອເຊິ່ງກັນ ແລະກັນ ເພື່ອພ້ອມກັນປະຕິບັດໜ້າທີ່ການເມືອງທີ່ກອງປະຊຸມໃຫຍ່ມອບໝາຍໃຫ້ຢ່າງມີຜົນສຳເລັດ.

5

ຂຽນຂ່າວ: ພວງເພັດຈັນທະລີວົງ

ຖ່າຍພາບ: ທະນົງສຸກ ບຸນປະເສີດ

1

ສວສສຊ ຈັດຝຶກອົບຮົມ “ສ້າງຄວາມເຂັ້ມແຂງດ້ານວິຊາການ ໃຫ້ພະນັກງານ-ນັກຄົ້ນຄວ້າ”

1

     ວັນທີ 13 ທັນວາ 2024 ທີ່ຜ່ານມານີ້, ສະຖາບັນຄົ້ນຄວ້າການເມືອງວິທະຍາ (ສຄມຍ)  ແລະ ສະຖາບັນຄົ້ນຄວ້າສັງຄົມວິທະຍາ (ສຄສ) ຮ່ວມກັບມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມຝຶກອົບຮົມຂຶ້ນ ໃນຫົວຂໍ້: “ສ້າງຄວາມເຂັ້ມແຂງດ້ານວິຊາການໃຫ້ພະນັກງານ-ນັກຄົ້ນຄວ້າ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ” ທີ່ໂຮງແຮມ ເດິແກຣນ ລີເວີຊາຍ, ເມືອງວັງວຽງ, ແຂວງວຽງຈັນ ໂດຍການເປັນປະທານຮ່ວມ ຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ທ່ານ ຮສ. ປອ ເດຊານຸລາດ ແສນດວງເດດ ວ່າການແທນອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ; ເຂົ້າຮ່ວມມີທ່ານ ບຸນຈັນ ມາລາວົງ ກຳມະການພັກແຂວງ, ເຈົ້າເມືອງ ເມືອງວັງວຽງ; ທ່ານ ປອ. ແກ້ວວິຈິດ ໄຂຄໍາພິທູນ, ວ່າການແທນຫົວໜ້າ ສະຖາບັນຄົ້ນຄວ້າການເມືອງວິທະຍາ, ທ່ານ ປອ.​ ບຸນສີ ພຸດທະວົງ ວ່າການແທນຫົວໜ້າ ສະຖາບັນຄົ້ນຄວ້າສັງຄົມວິທະຍາ, ມີຕາງໜ້າຫ້ອງວ່າການແຂວງວຽງຈັນ, ບັນດາສະຖາບັນຄົ້ນຄວ້າ ພ້ອມດ້ວຍນັກວິທະຍາກອນຈາກມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມຈໍານວນ 62 ທ່ານ.

2
4

     ໃນໂອກາດນີ້ ທ່ານ ປອ ກອງແກ້ວ ໄຊສົງຄາມ ໄດ້ກ່າວຕໍ່ກອງປະຊຸມວ່າ: ກອງປະຊຸມຝຶກອົບຮົມຄັ້ງນີ້ ມີຄວາມສໍາຄັນທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງຫຼາຍ ເພື່ອແນໃສ່ຍົກສູງຄຸນນະພາບຂອງການຄົ້ນຄວ້າຂອງ ສວສສຊ ນໍາໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ການເມືອງທີ່ຕົນໃຫ້ມີປະສິດທິພາບສູງ, ທັງເປັນການຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາການໃຫ້ແກ່ນັກຄົ້ນຄວ້າຂອງ ສວສສຊ ຈຶ່ງຮຽກຮ້ອງມັາຍັງນັກວິທະຍາກອນ ກໍ່ຄືຄູ-ອາຈານ ໃຫ້ເອົາໃຈໃສ່ນໍາສະເໜີເນື້ອໃນການຝຶກອົບຮົມໃຫ້ເລິກເຊິ່ງ ແລະ ຄົບຖ້ວນ ທັງພາກທິດສະດີ ແລະ ການປະຕິບັດຕົວຈິງ ເພື່ອຊ່ວຍໃຫ້ນັກສຳມະນາກອນຮັບຮູ້, ເຂົ້າໃຈ ແລະ ສາມາດນຳເອົາຄວາມຮູ້ທີ່ໄດ້ຝຶກອົບຮົມໃນຄັ້ງນີ້ ໄປນໍາໃຊ້ໄດ້ໃນວຽກງານຕົວຈິງຂອງຕົນໄດ້ຢ່າງມີປະສິດທິຜົນໄດ້.

     ທ່ານ ຮສ. ປອ ເດຊານຸລາດ ແສນດວງເດດ ຍັງໄດ້ມີຄຳເຫັນກອງປະຊຸມວ່າ: ປັດຈຸບັນສະພາບເສດຖະກິດ-ການເມືອງ, ນະວັດຕະກໍາເຕັກໂນໂລຢີ ແລະ ບັນຫາອື່ນໆ ຂອງໂລກໄດ້ມີການກ້າວກະໂດດ ແລະ ຫັນປ່ຽນຢ່າງສະ ຫຼັບຊັບຊ້ອນຫຼາຍຂຶ້ນ ເຊິ່ງມັນໄດ້ສົ່ງຜົນສະທ້ອນໂດຍທາງກົງ ແລະ ທາງອ້ອມຕໍ່ທຸກປະເທດໃນໂລກ ເວົ້າລວມ, ເວົ້າສະເພາະມັນໄດ້ສົ່ງຜົນສະທ້ອນຕໍ່ສະພາບເສດຖະກິດ-ການເມືອງ ຂອງພວກເຮົາ ເຊິ່ງບັນຫາເຫຼົ່ານີ້ເປັນສິ່ງທ້າທາຍ ແລະ ເປັນໂຈດໃຫ້ແກ່ນັກຄົ້ນຄວ້າວິທະຍາສາດຂອງລາວ ບໍ່ຫຼາຍກໍ່ໜ້ອຍ, ເພື່ອເຮັດໃຫ້ຜົນງານການຄົ້ນມີປະສິດທິພາບສູງຂຶ້ນ ການຝຶກອົບຮົມໃນຄັ້ງນີ້ຈຶ່ງມີຄວາມສໍາຄັນຫຼາຍ ຈົ່ງພ້ອມກັນຕັ້ງໃຈຮັບຟັງ ແລະ ນໍາເອົາຄວາມຮູ້ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງຢ່າງມີປະສິດທິພາບຫຼາຍຂຶ້ນ.

     ຈຸດປະສົງຂອງຊຸດຝຶກອົບຮົມແມ່ນເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການໃນການຍົກລະດັບທັກສະຄວາມຮູ້, ຄວາມສາມາດທາງດ້ານທິດສະດີ ແລະ ການປະຕິບັດວຽກງານຕົວຈິງ ໃຫ້ແກ່ບັນດາພະນັກງານ-ນັກຄົ້ນ ຄວ້າຂອງ ສວສສຊ ເຂົ້າໃນວຽກງານການຄົ້ນຄວ້າ, ການວິເຄາະ-ວິໄຈ ມີປະສິດທິພາບທີ່ສູງຂຶ້ນ, ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການໃນສະພາບການໃໝ່ ຂອງການປ່ຽນແປງທາງດ້ານວິທະຍາສາດ-ເຕັກໂນໂລຊີ ກໍຄືການຄົ້ນຄວ້າໃຫ້ທັນກັບສະພາບການເກີດຂຶ້ນຢູ່ພາຍໃນ ແລະ ສາກົນ; ພ້ອມທັງເປັນການເສີມຂະຫຍາຍການຮ່ວມມື, ສ້າງຄວາມສາມັກຄີ ແລະ ການມີສ່ວນຮ່ວມໃນການເຮັດວຽກຮ່ວມກັນ ລະຫວ່າງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ມະຫາວິທະຍາໄລແຫ່ງຊາດ ໃນດ້ານວຽກງານຄົ້ນຄວ້າໃຫ້ແໜ້ນແຟ້ນກວ່າເກົ່າ ແລະ ຊຸກຍູ້ສົ່ງເສີມວຽກງານການຄົ້ນຄວ້າວິທະຍາສາດຂອງ ສວສສຊ ເວົ້າລວມ, ເວົ້າສະເພາະ ກໍແມ່ນການຍົກລະດັບການຄົ້ນຄວ້າຂອງ ສະຖາບັນຄົ້ນຄວ້າການເມືອງວິທະຍາ ແລະ ສະຖາບັນຄົ້ນຄວ້າສັງຄົມວິທະຍາ ໃຫ້ມີຄວາມເຂັ້ມແຂງດ້ານປະລິມານ ແລະ ຄຸນນະພາບຫຼາຍຂຶ້ນ;

     ໃນໂອກາດດັ່ງກ່າວນີ້, ນັກຝຶກອົບຮົມໄດ້ຮຽນຮູ້ຫຼັກການພື້ນຖານໃນການຄົ້ນຄວ້າວິໄຈແບບປະລິມານ ແລະ ຄຸນນະພາບ, ການກໍານົດຫົວຂໍ້, ຈຸດປະສົງ ແລະ ສົມມຸດຕິຖານ, ການສ້າງແບບສອບຖາມ, ການນໍາໃຊ້ໂປຣແກຣມ SPSS ແລະ ການເກັບກໍາຂໍ້ມູນ ພ້ອມທັງສ້າງກິດຈະກໍາຮ່ວມກັນເປັນກຸ່ມ ເພື່ອຄົ້ນຄວ້າຫົວຂໍ້ໂຄງການ ແລະ ຂຶ້ນ ນໍາສະເໜີ, ມີການຕັ້ງຄໍາຖາມເຈາະຈິ້ມ ແລະ ຕອບຄໍາຖາມແລກປ່ຽນເຊິ່ງກັນແລະກັນ ຢ່າງມີບັນຍາກາດທີ່ຟົດຟື້ນ; ໃນວາລະຕອນທ້າຍມີການມອບ-ຮັບໃບຍ້ອງຍໍໃຫ້ຄູອາຈານຈາກມະຫາວິທະຍາໄລແຫ່ງຊາດ ແລະ ມອບ-ຮັບໃບຢັ້ງຢືນໃນການສໍາເລັດການຝຶກອົບຮົມໃຫ້ນັກສໍາມະນາກອນອີກດ້ວຍ.

3

ຂຽນຂ່າວ ແລະ ຖ່າຍພາບ: ພວງເພັດ ຈັນທະລີວົງ

2

ສະຫະພັນແມ່ຍິງ ສວສສຊ ທາບທາມບຸກຄະລາກອນ ເພື່ອກະກຽມເຂົ້າກອງປະຊຸມໃຫຍ່ສະມາຊິກແມ່ຍິງ ຄັ້ງທີ I

2

     ກອງປະຊຸມທາບທາມບຸກຄະລາກອນ ຮອບທີ 2 ຂອງກອງປະຊຸມໃຫຍ່ສະມາຊິກແມ່ຍິງ ສະຖາບັນວິທະ ຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 29 ພະຈິກ 2024 ທີ່ຫ້ອງປະຊຸມໃຫຍ່ ສວສສຊ; ພາຍໃຕ້ການເປັນປະທານຂອງ ສະຫາຍ ນ. ລັດດາວັນ ຊົງວິໄລ ຮັກສາການປະທານສະຫະພັນແມ່ຍິງ ສວສສຊ;  ມີສະຫາຍ ບຸນລັດ ແກ້ວອາສາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ມີຮອງປະທານສະຫະພັນແມ່ຍິງ, ຄະນະສະຫະພັນແມ່ຍິງ, ຄະນະສະຫະພັນແມ່ຍິງຮາກຖານອ້ອມຂ້າງ ພ້ອມດ້ວຍສະມາຊິກແມ່ຍິງທົ່ວ ສວສສຊ ເຂົ້າຮ່ວມຈໍານວນ 87 ສະຫາຍ;

3

     ສະຫາຍ ນ. ລັດດາວັນ ຊົງວິໄລ ໄດ້ກ່າວເປີດກອງປະຊຸມວ່າ: ເພື່ອເປັນການປະຕິບັດຕາມຄໍາແນະນໍາຂອງສູນກາງສະຫະພັນແມ່ຍິງລາວ ສະບັບເລກທີ 556/ສສຍລ, ລົງວັນທີ 25 ສິງຫາ 2023, ກ່ຽວກັບການກະກຽມ ດໍາເນີນກອງປະຊຸມໃຫຍ່ຂອງສະຫະພັນແມ່ຍິງອົງການຂອງຕົນ, ຄະນະສະຫະພັນແມ່ຍິງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຈຶ່ງໄດ້ຈັດກອງປະຊຸມນີ້ຂຶ້ນ ເພື່ອຜ່ານຮ່າງບົດລາຍງານການເມືອງ ແລະ ທິດທາງແຜນການ 5 ປີໃນຕໍ່ໜ້າ ພ້ອມທັງເປັນການເປີດໂອກາດໃຫ້ສະມາຊິກແມ່ຍິງ ທຸກສະຫາຍ ປະກອບຄໍາຄິດເຫັນໃສ່ເນື້ອໃນຮ່າງບົດລາຍງານການເມືອງ ໃຫ້ມີເນື້ອໃນທີ່ສົມບູນຂຶ້ນຕື່ມ ແລະ ຖືໂອກາດນີ້ປ່ອນບັດທາບທາມບຸກຄະລາກອນຮອບ 2 ເພື່ອກະກຽມຄວາມພ້ອມໃສ່ກອງປະຊຸມໃຫຍ່ ຂອງສະມາຊິກແມ່ຍິງ ສວສສຊ ເຮົາ.

   ໃນກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ ຈາກຄະນະສະຫະພັນແມ່ຍິງ ສວສສຊ ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນງານການຈັດຕັ້ງປະຕິບັດວຽກງານຂອງຄະນະສະຫະພັນແມ່ຍິງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃນໄລຍະໜຶ່ງສະໄໝຜ່ານມາ ໂດຍຍົກໃຫ້ເຫັນຜົນສໍາເລັດຂອງວຽກງານໃນແຕ່ລະດ້ານ, ຕີລາຄາດ້ານດີ-ດ້ານອ່ອນ,​ ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ລວມເຖິງຄາດໝາຍສູ້ຊົນ,​ ທິດທາງວຽກງານຂອງສະຫະພັນແມ່ຍິງ 5 ປີໃນຕໍ່ໜ້າ (2026-2030).

1

     ໃນວາລະຕອນທ້າຍ ສະຫາຍ  ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ, ຮອງປະທານ ສວສສຊ ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ ໄດ້ໃຫ້ກຽດຂຶ້ນມີຄໍາເຫັນໂອ້ລົມຕໍ່ກອງປະຊຸມວ່າ: ສະມາຊິກແມ່ຍິງທຸກສະຫາຍ ຕ້ອງເອົາໃຈໃສ່ໃນການຄົ້ນຄວ້າບັນດາມາດຖານເງື່ອນໄຂຂອງບຸກຄະລາກອນ ທີ່ຈະປະກອບເຂົ້າໃນກົງຈັກການຈັດຕັ້ງຂອງສະຫະພັນແມ່ຍິງ ສວສສຊ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ; ຖືກຕ້ອງຕາມມາດຖານເງື່ອນໄຂ ແລະ ຖືກຕ້ອງຕາມລະບຽບ ທີ່ທາງສູນກາງສະຫະພັນແມ່ຍິງລາວວາງອອກ ແນໃສ່ຮັບປະກັນໃຫ້ສາມາດສືບຕໍ່ຊີ້ນໍາ-ນໍາພາວຽກງານແມ່ຍິງມີຜົນສໍາເລັດອັນໃໝ່ຍິ່ງໃຫຍ່ກວ່າເກົ່າ ພ້ອມນັ້ນສະຫາຍຍັງເນັ້ນໜັກໃສ່ບາງບັນຫາດັ່ງນີ້:

1. ຄະນະສະຫະພັນແມ່ຍິງຊຸດໃໝ່ ຈະຕ້ອງເປັນຜູ້ທີ່ມີຄຸນສົມບັດສິນທໍາປະຕິວັດ, ມີຄຸນທາດການເມືອງໝັກ ແໜ້ນ, ກໍາແໜ້ນໄດ້ແນວທາງດ້ານນະໂຍບາຍຂອງພັກ-ລັດ ກໍຄືຂອງມະຕິສູນກາງສະຫະພັນແມ່ຍິງລາວວາງອອກ, ສາມາດນໍາພາ-ຊີ້ນໍາ ແລະ ຈັດຕັ້ງຜັນຂະຫຍາຍນະໂຍບາຍຂອງສະຫະພັນແມ່ຍິງໃຫ້ປະກົດຜົນເປັນຈິງ.

2.ຕ້ອງເປັນຜູ້ທີ່ມີຄວາມຮູ້ຄວາມສາມາດ, ມີທັກສະການເປັນຜູ້ນໍາ, ມີຄວາມສາມັກຄີ ແລະ ມີແບບແຜນວິທີນໍາພາ ແລະ ສາມາດເຮັດວຽກເປັນໝູ່ຄະນະໄດ້ເປັນຢ່າງດີ.

3.ຕ້ອງມີທັດສະນະມະຫາຊົນກວ້າງຂວາງ ແລະ ສາມາດຮັບເອົາການຕໍານິສົ່ງຂ່າວຈາກມະຫາຊົນ ເພື່ອນໍາໄປແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງຂອງຕົນ.

     ຈາກນັ້ນ, ກອງປະຊຸມໄດ້ຜ່ານມາດຖານເງື່ອນໄຂ ຂອງຜູ້ສະໝັກຄະນະສະຫະພັນແມ່ຍິງ ສວສສຊ ຊຸດໃໝ່ ແລະ ດໍາເນີນການປ່ອນບັດທາບທາມບຸກຄະລາກອນຮອບທີ 2 ເພື່ອກະກຽມຄວາມພ້ອມໃສ່ກອງປະຊຸມໃຫຍ່ ຂອງຄະນະສະຫະພັນແມ່ຍິງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃນທ້າຍເດືອນທັນວາ 2024 ທີ່ຈະມາເຖິງນີ້.

4

ຂຽນຂ່າວ ແລະ ຖ່າຍພາບ: ພວງເພັດຈັນທະລີວົງ

1

ຮອງປະທານ ສວສສຊ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງ ສະຫະນະຄອນ ເອມີເຣດ ອາຣັບ (UAE) ປະຈໍາ ສປປ ລາວ

1

     ຕອນເຊົ້າຂອງວັນທີ 27 ພະຈິກ 2024 ທ່ານ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ, ຮອງປະ ທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄໍານັບ ຂອງທ່ານ ປອ. ບາເດີ ອັບດຸນລາ ອາວ ມາຕຣູຊິ (Dr. Bader Abdullah Al Matrooshi) ເອກອັກຄະລັດຖະທູດ ແຫ່ງສະຫະນະຄອນ ເອມີເຣດ ອາຣັບ ປະຈໍາ ສສ.ຫວຽດນາມ ແລະ ສປປ ລາວ; ມີທ່ານ ປອ. ສາຍຄໍາ ວໍລະເດດ ຫົວໜ້າຫ້ອງການຄຸ້ມຄອງວິທະຍາສາດ, ທ່ານ ພອນ ວິພົນຮຽນ ຮອງຫົວໜ້າຫ້ອງການ ສວສສຊ ເຂົ້າຮ່ວມເປັນຄະນະ.  ການມາພົບປະກັນໃນຄັ້ງນີ້ ທັງສອງຝ່າຍໄດ້ລາຍງານສະພາບການເຄື່ອນໄຫວທີ່ພົ້ນເດັ່ນຂອງແຕ່ລະຝ່າຍໃຫ້ກັນຊາບ ເຊິ່ງທັງສອງຝ່າຍມີຄວາມສົນໃຈໃນການສ້າງສາຍພົວພັນຮ່ວມມືກັນໃນຂົງເຂດວຽກງານການຄົ້ນຄວ້າວິທະຍາສາດເສດຖະກິດ ແລະ ສັງຄົມ. ໃນໂອກາດດັ່ງກ່າວນີ້ ທ່ານ ປອ. ບາເດີ ອັບດຸນລາ ອາວ ມາຕຣູຊິ ໄດ້ກ່າວເຊື້ອເຊີນການນໍາ ແລະ ນັກຄົ້ນຄວ້າຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດສາກົນປະຈໍາປີ ທີ່ສະຫະນະຄອນ ເອມີເຣດ ອາຣັບ (UAE) ແລະ ປອ. ກິແກ້ວ ຈັນທະບູຣີ ກໍຍິນດີຕອບຮັບທີ່ຈະເຂົ້າຮ່ວມກອງປະຊຸມດັ່ງກ່າວ ເຊິ່ງລາຍລະອຽດກ່ຽວກັບກອງປະຊຸມ ທາງເຈົ້າພາບຈະສົ່ງໜັງສືເຊີນ ສວສສຊ ມາຕາມພາຍຫຼັງ.

3

ຂຽນຂ່າວ: ພວງເພັດ ຈັນທະລີວົງ

ຖ່າຍພາບ: ແກ້ວວິວັນ ສີວິໄລ

1

ປະທານ ສວສສຊ ຕ້ອນຮັບການຢ້ຽມຢາມຂອງ ຄະນະຜູ້ແທນສະຖາບັນວິທະຍາສາດສັງຄົມແຂວງຢູນານ ສປ. ຈີນ

1

     ຕອນບ່າຍຂອງວັນທີ 25 ພະຈິກ 2024 ທີ່ຫ້ອງຮັບແຂກຂອງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານ ປອ. ກອງແກ້ວ ໄຊສົງຄາມ, ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ ໄດ້ຕ້ອນຮັບການຢ້ຽມຢາມຂອງຄະນະຜູ້ແທນ ສະຖາບັນວິທະຍາສາດສັງຄົມແຂວງຢູນນານ ສປ. ຈີນ ນໍາໂດຍ ທ່ານ ຢາງ ເຈິ້ງສວນ, ປະທານສະຖາບັນວິທະຍາສາດສັງຄົມແຂວງຢູນນານ (ສວສ ຢນ) ພ້ອມດ້ວຍຄະນະຈໍານວນ 06 ທ່ານ; ການພົບປະຢ້ຽມຢາມໃນຄັ້ງນີ້ ເປັນການຍົກລະດັບຂອງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ, ຊຸກຍູ້ບັນດາໂຄງການຈຸດສຸມ ແລະ ຄົ້ນຄວ້າຫາຊ່ອງທາງໃນການຮ່ວມມືລົງເລິກໃນການແລກ ປ່ຽນວັດທະນະທຳ-ສັງຄົມ, ເປີດກວ້າງການຮ່ວມມືລະຫວ່າງອົງການຄົ້ນຄວ້າຂອງສະຖາບັນວິທະຍາສາດສັງຄົມ ແຂວງຢູນນານ ສປ. ຈີນ ແລະ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ; ພ້ອມນັ້ນ ກໍມີການລາຍງານຄວາມຄືບໜ້າອັນໃໝ່ໃນການຄົ້ນຄວ້າຂອງອົງການຄັງປັນຍາ ເພື່ອສ້າງເວທີແລກປ່ຽນຄວາມຮູ້, ຮັດແໜ້ນສາຍພົວພັນສອງຝ່າຍຈີນ-ລາວ ໃຫ້ໝັ້ນຄົງໃນຕໍ່ໜ້າ.

     ທັງສອງຝ່າຍໄດ້ແລກປ່ຽນລາຍງານສະພາບພົ້ນເດັ່ນວຽກງານຂອງສະຖາບັນຕົນ, ສະພາບການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ ລາວ-ຈີນ ເຊີ່ງເນັ້ນໜັກໃຫ້ມີການປຶກສາຫາລືຮ່ວມກັນ ເປັນຕົ້ນແມ່ນການຮ່ວມມືໃນການຈັດສໍາມະນາສາກົນ, ການແລກປ່ຽນຜົນງານເຊິ່ງກັນແລະກັນຂອງນັກຄົ້ນຄວ້າ, ການສ້າງຫົວຂໍ້ໂຄງ ການ ແລະ ດໍາເນີນການຄົ້ນຄວ້າຮ່ວມກັນໃນບາງບັນຫາທີ່ພົ້ນເດັ່ນຂອງສອງປະເທດ ລາວ-ຈີນ ນໍາອີກ.

2

ຂຽນຂ່າວ ແລະ ຖ່າຍພາບ: ພວງເພັດ ຈັນທະລີວົງ