ປະທານ ສວສສຊ ຕ້ອນຮັບການຢ້ຽມຢາມຂອງ ຄະນະຜູ້ແທນສະຖາບັນວິທະຍາສາດສັງຄົມແຂວງຢູນານ ສປ. ຈີນ

1

     ຕອນບ່າຍຂອງວັນທີ 25 ພະຈິກ 2024 ທີ່ຫ້ອງຮັບແຂກຂອງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານ ປອ. ກອງແກ້ວ ໄຊສົງຄາມ, ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ ໄດ້ຕ້ອນຮັບການຢ້ຽມຢາມຂອງຄະນະຜູ້ແທນ ສະຖາບັນວິທະຍາສາດສັງຄົມແຂວງຢູນນານ ສປ. ຈີນ ນໍາໂດຍ ທ່ານ ຢາງ ເຈິ້ງສວນ, ປະທານສະຖາບັນວິທະຍາສາດສັງຄົມແຂວງຢູນນານ (ສວສ ຢນ) ພ້ອມດ້ວຍຄະນະຈໍານວນ 06 ທ່ານ; ການພົບປະຢ້ຽມຢາມໃນຄັ້ງນີ້ ເປັນການຍົກລະດັບຂອງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ, ຊຸກຍູ້ບັນດາໂຄງການຈຸດສຸມ ແລະ ຄົ້ນຄວ້າຫາຊ່ອງທາງໃນການຮ່ວມມືລົງເລິກໃນການແລກ ປ່ຽນວັດທະນະທຳ-ສັງຄົມ, ເປີດກວ້າງການຮ່ວມມືລະຫວ່າງອົງການຄົ້ນຄວ້າຂອງສະຖາບັນວິທະຍາສາດສັງຄົມ ແຂວງຢູນນານ ສປ. ຈີນ ແລະ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ; ພ້ອມນັ້ນ ກໍມີການລາຍງານຄວາມຄືບໜ້າອັນໃໝ່ໃນການຄົ້ນຄວ້າຂອງອົງການຄັງປັນຍາ ເພື່ອສ້າງເວທີແລກປ່ຽນຄວາມຮູ້, ຮັດແໜ້ນສາຍພົວພັນສອງຝ່າຍຈີນ-ລາວ ໃຫ້ໝັ້ນຄົງໃນຕໍ່ໜ້າ.

     ທັງສອງຝ່າຍໄດ້ແລກປ່ຽນລາຍງານສະພາບພົ້ນເດັ່ນວຽກງານຂອງສະຖາບັນຕົນ, ສະພາບການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ ລາວ-ຈີນ ເຊີ່ງເນັ້ນໜັກໃຫ້ມີການປຶກສາຫາລືຮ່ວມກັນ ເປັນຕົ້ນແມ່ນການຮ່ວມມືໃນການຈັດສໍາມະນາສາກົນ, ການແລກປ່ຽນຜົນງານເຊິ່ງກັນແລະກັນຂອງນັກຄົ້ນຄວ້າ, ການສ້າງຫົວຂໍ້ໂຄງ ການ ແລະ ດໍາເນີນການຄົ້ນຄວ້າຮ່ວມກັນໃນບາງບັນຫາທີ່ພົ້ນເດັ່ນຂອງສອງປະເທດ ລາວ-ຈີນ ນໍາອີກ.

2

ຂຽນຂ່າວ ແລະ ຖ່າຍພາບ: ພວງເພັດ ຈັນທະລີວົງ