ຄະນະສະເພາະກິດ 83/ນຍ ສະຫຼຸບວຽກງານປະຈຳປີ 2024 ແລະ ວາງແຜນດໍາເນີນງານ ປະຈຳປີ 2025

1

     ໃນຕອນເຊົ້າຂອງວັນທີ 28 ມັງກອນ 2025, ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຄະນະສະເພາະກິດ 83/ນຍ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານປະຈຳປີ 2024 ແລະ ຜ່ານແຜນດໍາເນີນງານປະຈຳປີ 2025 ຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ປອ. ກອງແກ້ວ ໄຊສົງຄາມ, ກໍາມະການສູນກາງພັກ , ເລຂາຄະນະພັກ , ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຫົວໜ້າຄະນະສະເພາະກິດ 83/ນຍ ພ້ອມທັງຄະນະສະເພາະກິດ 83/ນຍ ເຂົ້າຮ່ວມຈໍານວນ 30 ທ່ານ; ຈຸດປະສົງກອງປະຊຸມຄັ້ງນີ້ ເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານຂອງຄະນະໃນໄລຍະໜຶ່ງປີຜ່ານມາ ພ້ອມທັງກຳນົດທິດທາງແຜນການໃນປີ 2025. ໃນກອງປະຊຸມໄດ້ຮັບຟັງລາຍງານສະພາບພົ້ນເດັ່ນໄລຍະ 6 ເດືອນທ້າຍປິ 2024 ຜ່ານມາ ເຊິ່ງມີຜົນສໍາເລັດຫຼາຍດ້ານເປັນຕົົ້ນແມ່ນການຈັດກອງປະຊຸມແລກປ່ຽນຄໍາເຫັນກັບພາກທຸລະກິດ; ອະດີດການນໍາຂັ້ນສູງ ແລະ ຊ່ຽວຊານອາວຸໂສ; ພ້ອມນັ້ນ ຍັງໄດ້ມີການຄົ້ນຄວ້າລົງເລິກໃນການກໍານົດມາດຕະການແກ້ໄຂບັນຫາລາຄາສິນຄ້າ ແລະ ອັດຕາເງິນເຟີ້ ລາຍງານໃຫ້ແກ່ລັດຖະບານເປັນປະຈຳ. ມາຮອດປັດຈຸບັນ ສາມາດສັງເກດໄດ້ວ່າ ອັດຕາເງິນເຟີ້ ນັບມື້ນັບຫຼຸດລົງ, ອັດຕາແລກປ່ຽນມີສະຖຽນລະພາບດີຂຶ້ນ, ເງິນກີບຄ່ອຍໆແຂງຄ່າຂຶ້ນເທື່ອລະກ້າວ, ບັນຫາສິນຄ້າໃນທ້ອງຕະຫຼາດ ກໍ່ໄດ້ຮັບການແກ້ໄຂໄປໃນທິດທາງທີ່ດີຂຶ້ນ.

2

     ຄຽງຄູ່ກັບຜົນສໍາເລັດດັ່ງກ່າວ, ຄະນະສະເພາະກິດ 83/ນຍ ຍັງໄດ້ຕີລາຄາຕໍ່ກັບສິ່ງທ້າທາຍຫຼາຍປະການ, ເປັນຕົ້ນແມ່ນສະພາບການຂອງໂລກ ແລະ ພາກພື້ນທີ່ມີການຜັນແປ ຢ່າງສະຫຼັບຊັບຊ້ອນ ໂດຍສະເພາະແມ່ນການປ່ຽນຜູ້ນໍາຂອງສະຫະລັດອາເມລິກາ ທີ່ມີການປັບປຸງນະໂຍບາຍຫຼາຍຢ່າງ ເຊິ່ງຈະສົ່ງຜົນກະທົບໃສ່ເສດຖະກິດຂອງໂລກຢ່າງມະຫາສານ ແລະ ແນ່ນອນ ສປປ ລາວ ຂອງພວກເຮົາ ກໍ່ຕ້ອງໄດ້ຮັບການກະທົບຢ່າງຫຼີກລ້ຽງບໍ່ໄດ້;  ບັນ ຫາສົງຄາມໂລກ ແລະ ສັນຕິພາບ, ການແຂ່ງຂັນ ແລະ ສົງຄາມການຄ້າ, ນະໂຍບາຍທາງພາສີ-ອາກອນ ແລະ ອື່ນໆ; ສະພາບດັ່ງກ່າວ ຈະເຮັດໃຫ້ຄ່າຂອງເງິນ, ລາຄາສິນຄ້າ ແລະ ຄ່າບໍລິການ ມີການປ່ຽນແປງໄປ, ການຊົມໃຊ້ ແລະ ຕ່ອງໂສ້ການຜະລິດ, ອຸປະສົງ ແລະ ອຸປະທານຕ່າງໆ ຈະມີການຜັນຜວນ, ຄາດຄະເນໄດ້ຍາກ. ສະນັ້ນ, ໃນຕໍ່ໜ້າ ຄະນະສະເພາະກິດ 83/ນຍ ຈະໄດ້ສືບຕໍ່ກໍານົດກ່ຽວກັບຫົວຂໍ້ ແລະ ຈຸດສຸມຂອງການຄົ້ນຄວ້າໃຫ້ມີຄວາມເໝາະສົມກັບສະພາບການໃນປັດຈຸບັນ ແລະ ທ່າອ່ຽງໃນອະນາຄົດ ແນໃສ່ເຮັດໃຫ້ຜົນການຄົ້ນຄວ້າມີຄວາມຖືກຕ້ອງ, ມີຄຸນນະພາບ ແລະ ນໍາຜົນປະໂຫຍດສູງສຸດມາສູ່ສັງຄົມ, ຮັບໃຊ້ລັດຖະບານໃນການກໍານົດມາດຕະການແກ້ໄຂບັນຫາ ເສດຖະກິດ-ສັງຄົມຢ່າງມີຈຸດສຸມ ແລະ ຖືກເປົ້າໝາຍ,​ ຊັດເຈນ ແລະ ທັນເວລາ.

3

ຂຽນຂ່າວ ແລະ ຖ່າຍພາບ: ພວງເພັດ ຈັນທະລີວົງ.