ກອງປະຊຸມວິຊາການລະດົມຄວາມຄິດເຫັນ ຕໍ່ການສຶກສາຜົນກະທົບທາງເສດຖະກິດຂອງການແຕ່ງງານກ່ອນໄວຂອງເດັກນ້ອຍຢູ່ ສປປ ລາວ

     ໃນວັນທີ 5 ມີນາ 2025 ທີ່ຜ່ານມາ ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ, ສວສສຊ ຮ່ວມກັບອົງການ ສະຫະປະຊາຊາດ ສໍາລັບເດັກ (UNICEF), ໄດ້ຈັດກອງປະຊຸມວິຊາການລະດົມຄວາມຄິດເຫັນ ໃສ່ກອບເນື້້ອໃນການຄົ້ນຄວ້າ ຫົວຂໍ້ “ສຶກສາຜົນກະທົບທາງເສດຖະກິດຂອງການແຕ່ງງານກ່ອນໄວຂອງເດັກນ້ອຍຢູ່ ສປປ ລາວ” ພາຍໃຕ້ການເປັນປະທານຂອງ ທ່ານ ປອ. ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ທ່ານ ບິນລາລ ອູແຣັງ ເຊັບ ດູຣານິ ຜູ້ຕາງໜ້າຈາກອົງການສະຫະປະຊາຊາດ ສໍາລັບເດັກ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມຈາກບັນດາຂະແໜງການຕ່າງໆເປັນຕົ້ນແມ່ນ:  ກະຊວງສາທາລະນະສຸກ, ສະພາແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ແນວລາວສ້າງຊາດ, ສະຫະພັນແມ່ຍິງ, ສູນກາງຊາວໜຸ່ມ, ຄະນະກໍາມະທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງ; ນອກນັ້ນຍັງມີຜູ້ຕາງໜ້າຈາກອົງການ UNICEF, ອົງການສະຫະປະຊາຊາດ ສໍາລັບປະຊາກອນ (UNFPA), ສະຖານທູດອົດສະຕາລີ ປະຈໍາ ສປປ ລາວ, ຊ່ຽວຊານຕ່າງປະເທດ ແລະ ພະນັກງານສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ, ເຂົ້າຮ່ວມຫຼາຍກວ່າ 30 ທ່ານ.

     ຈຸດປະສົງກອງປະຊຸມ ເພື່ອລະດົມຄວາມຄິດເຫັນຈາກບັນດາພາກສ່ວນທີ່ກ່ຽວຂ້ອງ ໃສ່ກອບແນວຄວາມຄິດໃນການຄົ້ນຄວ້າ ແລະ ບັນດາເຄື່ອງມື ເພື່ອຮັບປະກັນໃຫ້ການຄົ້ນຄວ້າມີປະສິດທິພາບ, ປະສິດທິຜົນ ແລະ ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍໃນການຄົ້ນຄວ້າ. ພ້ອມທັງປຶກສາຫາລືລະດົມຄວາມຄິດເຫັນຕໍ່ການມີສ່ວນຮ່ວມຂອງທຸກພາກສ່ວນເຂົ້າໃນການປະກອບບຸກຄະລາກອນໃສ່ທີມງານຄົ້ນຄວ້າອີກດ້ວຍ; ເຊິ່ງບົດສະເໜີທີ່ສໍາຄັນນຳມາສະ ເໜີຄັ້ງນີ້ມີ: 1). ການສຶກສາຜົນກະທົບທາງເສດຖະກິດຂອງການແຕ່ງງານກ່ອນໄວຂອງເດັກນ້ອຍຢູ່ ສປປ ລາວ, ນໍາສະເໜີໂດຍ ທ່ານ ລາດຊະວົງ ບຸນສີພົມ, ຮອງຫົວໜ້າສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ ແລະ 2). ພາບລວມຂອງອົງປະກອບດ້ານຄຸນນະພາບຂອງການສຶກສາ ແລະ ເຄື່ອງມືໃນການເກັບກຳຂໍ້ມູນ ນໍາສະເໜີໂດຍ ທ່ານ ນ. ສຸລິຕາ ສຸກມົນຕີ, ຮອງຫົວໜ້າພະແນກສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ.

2
3

     ຈາກຂໍ້ມູນເບື້ອງຕົ້ນພົບວ່າ: ສປປ ລາວ ມີອັດຕາ​ການ​ແຕ່ງງານໃນໄວເດັກສູງທີ່ສຸດໃນບັນດາປະເທດສະມາຊິກ​ອາ​ຊຽນ. ໃນຂະນະດຽວກັນ, ຄວາມຄືບຫນ້າໃນການຈັດຕັ້ງປະຕິບັດຍັງມີໜ້ອຍໃນທົດສະວັດທີ່ຜ່ານມາ ເຊິ່ງ ສປປ ລາວ ກໍ​ຄື​ຫຼາຍ​ປະ​ເທດ ທີ່ໄດ້ປະສົບກັບ​ວິກິດການຢ່າງຕໍ່ເນື່ອງ ເຮັດໃຫ້ມີ​ຄວາມ​ສ່ຽງ ​ຫຼື ຜົນກະທົບຮ້າຍແຮງຕໍ່ເດັກຍິງ ແລະ ເດັກ​ຊາຍ ໃນ ສປປ ລາວ. ໃນນີ້, ການແຕ່ງງານກ່ອນໄວອັນຄວນຍັງມີການແຜ່ຫຼາຍ ໂດຍ​ສະ​ເພາະ​ແມ່ນ​​ເດັກຍິງບາງຊົນເຜົ່າ ທີ່ມີອັດຕາສ່ວນການແຕ່ງງານໃນໄວເດັກຈໍານວນຫຼາຍ ແລະ ມີຄວາມແຕກຕ່າງກັນໄປໃນແຕ່ລະເຂດພື້ນທີ່ຂອງ ສປປ ລາວ ໂດຍເຫັນໄດ້ວ່າ ອັດຕາສ່ວນແມ່ຍິງອາຍຸ 20-24 ປີ ທີ່ແຕ່ງງານກ່ອນອາຍຸ 18 ປີ ສູງທີ່ສຸດ ແມ່ນຢູ່ເຂດພາກເໜືອ ກວມ 40.4% ແລະ ເຂດຫ່າງໄກສອກຫຼີກກວມ 36.3%, ເຊິ່ງນອນຢູ່ໃນແຂວງຫົວພັນ ກວມ 53.2%, ແຂວງໄຊສົມບູນ ກວມ 42.9%, ແຂວງຫຼວງພະບາງ ກວມ 42.2%, ແຂວງອຸດົມໄຊ ກວມ 41.7%, ແຂວງຜົ້ງສາລີ ກວມ 39.7% ແລະ ແຂວງບໍລິຄໍາໄຊ ກວມ 38.2%.

     ການປຶກສາຫາລືດັ່ງກ່າວ ໄດ້ຮັບຄວາມສົນໃຈ ແລະ ມີບັນຍາກາດຟົດຟື້ນ ບັນດາແຂກທີ່ເຂົ້າຮ່ວມໄດ້ເອົາໃຈໃສ່ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ, ມີເນື້ອໃນ ແລະ ມີຄວາມຮັບຜິດຊອບສູງ ແນໃສຮັບປະກັນໃຫ້ ຜົນການຄົ້ນຄວ້າມີຄຸນນະພາບ, ສາມາດນໍາໄປເປັນແນວທາງໃນການຈັດຕັ້ງປະຕິບັດ ແລະ ນໍາເອົາຜົນປະໂຫຍດ ມາສູ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.

     ການສຶກສາຄັ້ງນີ້ ເປັນການຮ່ວມມືກັນກັບອົງການ UNICEF ເພື່ອສຶກສາຄົ້ນຄວ້າດ້ານນະໂຍບາຍ ໂດຍໄດ້ຮັບການສະໜັບສະໜູນງົບປະມານ ແລະ ການຊ່ວຍເຫຼືອທາງດ້ານວິຊາການ ຈາກອົງການ UNICEF ປະຈໍາ ສປປ ລາວ.​

ຂຽນຂ່າວ: ອານຸວົງ ຫຼວງໄຊ,  ສຄນສ, ສວສສຊ.

ຖ່າຍພາບ: ມູນິນ ພົນສັກດາ