ສວສສຊ ຢ້ຽມຊົມຫໍພິພິຕະພັນປະຫວັດສາດກອງທັບປະຊາຊົນລາວ

1

     ໃນຕອນເຊົ້າຂອງວັນທີ 28 ກຸມພາ 2025, ທ່ານ ເພັດໃສ ເພຍເທບ ຄະນະພັກ, ຫົວໜ້າຫ້ອງການ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ພ້ອມດ້ວຍຄະນະນຳ ແລະ ສະມາຊິກພັກ, ພະນັກງານ-ລັດຖະກອນ 3 ພາກສ່ວນຄື: ຫ້ອງການ ສວສສຊ, ກົມຈັດຕັ້ງ ແລະ ພະນັກງານ, ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ເຂົ້າຢ້ຽມຊົມ ຫໍພິພິຕະພັນປະຫວັດສາດກອງທັບປະຊາຊົນລາວ, ເພື່ອເປັນການສ້າງຂະບວນການຕ້ອນຮັບກອງປະຊຸມຂອງໜ່ວຍພັກ.ການຢ້ຽມຊົມຄັ້ງນີ້ແມ່ນໄດ້ຮັບຟັງການບັນຍາຍຈາກຄະນະຮັບຜິດຊອບຫໍພິພິຕະພັນ ສະແດງເຖິງການປະກອບສ່ວນອັນສຳຄັນ ແລະ ສົມກຽດ ໃນການປະຕິບັດໜ້າທີ່ຍຸດທະສາດ, ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມ, ເຊີດຊູສະຕິລະວັງຕົວກຽມພ້ອມສູ້ຮົບ, ເປັນກຳລັງຫຼັກແຫຼ່ງເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ. ຫຼັງຈາກນຳພາຢ້ຽມຊົມສຳເລັດແລ້ວ ກໍ່ຍັງໄດ້ຮັບຊົມຮູບເງົາປະຫວັດສາດການກອບກູ້ເອົາເອກະລາດຂອງພັກປະຊາຊົນປະຕິວັດລາວ.

4
3
2

ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ