ສວສສຊ ອວຍພອນວັນຊາດຫວຽດນາມ ຄົບຮອບ 81 ປີ

WhatsApp Image 2026-08-27 at 20.56.25

        ໃນວັນທີ 27 ສິງຫາ 2026 ທີ່ສະຖາທູດຫວຽດນາມ ປະຈໍາລາວ, ສະຫາຍ ປອ. ລີເບີ ລີບົວປາວ, ກໍາມະການສູນກາງພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າພົບສະຫາຍ ຫງວຽນ ມິ່ງ ເຕີມ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ. ຫວຽດນາມ ປະຈຳລາວ ເພື່ອອວຍພອນວັນຊາດ ສສ. ຫວຽດນາມ ຄົບຮອບ 81 ປີ (02 ກັນຍາ 1945- 02 ກັນຍາ 2026) ທີ່ໝູນວຽນມາຮອດ.

WhatsApp Image 2026-08-27 at 20.56.26

        ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ສະຫາຍ ປອ. ລີເບີ ລີບົວປາວ ໄດ້ກ່າວອວຍພອນໃຫ້ສະຫາຍ ຫງວຽນ ມິ່ງ ເຕີມ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສໍໍາເລັດໃນການປະຕິບັດໜ້າທີ່ຢູ່ ສປປ ລາວ, ສືບຕໍ່ເປັນຂົວຕໍ່ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງຊາດ, ສອງສະຖາບັນ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ. ພ້ອມກັນນັ້ນ, ຍັງໄດ້ສົ່ງຄໍາອວຍພອນອັນຈິງໃຈໄປເຖິງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ຈົ່ງປະສົບຜົນສໍໍາເລັດໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ ຕາມຈຸດມຸ່ງໝາຍທີ່ວາງໄວ້.

        ພ້ອມນີ້, ສະຫາຍ ຫງວຽນ ມິ່ງ ເຕີມ ກໍໄດ້ສະແດງຄວາມຂອບໃຈຢ່າງສຸດຊຶ້ງຕໍ່ຄະນະນຳ ສວສສຊ  ທີ່ໄດ້ອວຍພອນ ແລະ ຮ່ວມສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 81 ປີ ຢ່າງມີຄວາມໝາຍ, ທັງຕີລາຄາສູງຕໍ່ມູນເຊື້ອແຫ່ງຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ ໂດຍສະເພາະແມ່ນການຮ່ວມມືດ້ານວິຊາການ ລະຫວ່າງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ທີ່ນັບມື້ກ້າວເຂົ້າສູ່ລ່ວງເລິກຢ່າງບໍ່ຢຸດຢັ້ງ.

WhatsApp Image 2026-08-27 at 20.56.33
WhatsApp Image 2026-08-27 at 20.56.28

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ