ສວສສຊ ແລະ ຄະນະຊ່ຽວຊານຫວຽດນາມ ຮ່ວມກັນປຶກສາຫາລືແກ້ໄຂບັນຫາຄວາມຫຍຸ້ງຍາກເສດຖະກິດ

        ເພື່ອຜັນຂະຫຍາຍທິດຊີ້ນໍາຂອງພັກ ແລະ ລັດຖະບານໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດະກິດ-ການເງິນໃຫ້ມີປະສິດທິຜົນ, ໃນຕອນເຊົ້າຂອງວັນທີ 26 ສິງຫາ 2026 ຜ່ານມາ ທີ່ຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່, ຮອງປະທານ ສວສສຊ ໄດ້ຕ້ອນຮັບ ທ່ານ ປອ. ກາວ ຫວຽດ ຊິງ, ອະດີດຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ຫົວໜ້າຄະນະຊ່ຽວຊານຫວຽດນາມ ພ້ອມດ້ວຍຄະນະ ເຂົ້າຮ່ວມພົບປະ ເພື່ອປຶກສາຫາລື, ເກັບກໍາຂໍ້ມູນ ແລະ ຄົ້ນຄວ້າຊອກຫາມາດຕະການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດຂອງລາວ ຊຸກຍູ້ການຂະຫຍາຍຕົວເສດຖະກິດມະຫາພາກຢ່າງໝັ້ນທ່ຽງ ຕາມຄາດໝາຍແຜນພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດ ຄັ້ງທີ X ໄດ້ກໍານົດໄວ້.

WhatsApp Image 2026-08-28 at 12.35.23 (1)
WhatsApp Image 2026-08-28 at 12.35.23

        ທັງສອງຝ່າຍໄດ້ສົນທະນາ ແລະ ປຶກສາຫາລື ກ່ຽວກັບບັນດາເອກະສານສຳຄັນຂອງມະຕິ XII ຂອງພັກ ແລະ  ແຜນພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດ ຄັ້ງທີ X ເວົ້າລວມ, ເວົ້າສະເພາະແມ່ນການແກ້ໄຂປະຕິຮູບເສດຖະກິດຮູບແບບໃໝ່ຂອງລາວ, ທິດທາງການຄວາມເຂັ້ມແຂງ ແລະ ຍືນຍົງ, ການຂຸດຄົ້ນ ແລະ ນຳໃຊ້ທ່າແຮງໃນຂົງເຂດຕ່າງໆ ເພື່ອສ້າງລາຍຮັບໃຫ້ແກ່ປະເທດຊາດ, ຕະຫຼອດຮອດການວິເຄາະບັນດາຂໍ້ຄົງຄ້າງ ແລະ ອຸປະສັກ ທີ່ກີດຂວາງການຂະຫຍາຍຕົວຂອງເສດຖະກິດໃນປັດຈຸບັນ. ພ້ອມດຽວກັນນັ້ນ, ກໍໄດ້ຮັບຂໍ້ມູູນບົດຮຽນຫຼາຍດ້ານຂອງຫວຽດນາມໃນການປັບປຸງນະໂຍບາຍ, ນິຕິກໍາ ແລະ ການຈັດຕັ້ງຄຸ້ມຄອງເສດຖະກິດ ທີ່ມີປະສິດທິຜົນ. ຜົນສໍາເລັດຂອງການປຶກສາຫາລືຄັ້ງນີ້ ຈະເປັນຂໍ້ມູນສ່ວນໜຶ່ງໃນການຄົ້ນຄວ້າ ເພື່ອເປັນຂໍ້ສະເໜີີແນະຕໍ່ລັດຖະບານລາວ ໃນການວາງນະໂຍບາຍ ແລະ ພັດທະນາເສດຖະກິດໃຫ້ໝັ້ນທ່ຽງໃນລະດັບ 6% ຕໍ່ປີ.

WhatsApp Image 2026-08-28 at 12.35.25
WhatsApp Image 2026-08-28 at 12.35.24 (1)
WhatsApp Image 2026-08-28 at 12.35.24

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ