ສວສສຊ ຕ້ອນຮັບຜູ້ຊ່ຽວຊານຈາກປະເທດຍິ່ປຸ່ນ
ໃນຕອນບ່າຍວັນທີ 04 ກັນຍາ 2026 ທີ່ຜ່ານມາ, ທ່ານ ປອ. ລີເບີ ລີບົວປາວ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ສຈ. ໂທຊິໂຣ ນິຊິຊາວະ (Prof. Toshiro Nishizawa), ທີ່ປຶກສາປະຈຳຫ້ອງການແຜນການ ແລະ ປະສານງານວິທະຍາໄລການອອກແບບ ແລະ ນັກຄົ້ນຄວ້າອະວຸໂສ ມະຫາວິທະຍາ ໄລໂຕກຽວ ເຊິ່ງເປັນຜູ້ຊ່ຽວຊານດ້ານການເງິນ ແລະ ເສດຖະກິດມະຫາພາກຂອງຍີ່ປຸ່ນ ໃນໂອກາດທີ່ທ່ານມາຢ້ຽມຢາມລາວເຊິ່ງເປັນສ່ວນໜຶ່ງໃນການປະຕິບັດໜ້າທີ່ເປັນນັກຄົ້ນຄວ້າຢູ່ສະຖາບັນທະນາຄານພັດທະນາອາຊີ (ADBI) ເພື່ອດຳເນີນການຄົ້ນຄວ້າຢູ່ ສປປ ລາວ.
ປອ. ລີເບີ ລີບົວປາວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງການຮ່ວມມືຕະຫຼອດໄລຍະຜ່ານມາຂອງຊ່ຽວຊານຍີ່ປຸ່ນໄດ້ໃຫ້ຄຳແນະນຳດ້ານເສດຖະກິດມະຫາພາກ ແລະ ການສະເໜີບາງແນວທາງແກ້ໄຂບັນຫາໜີ້ສິນຂອງ ສປປ ລາວ. ທັງສອງຝ່າຍຍັງໄດ້ແລກປ່ຽນທັດສະນະຢ່າງຈິງໃຈກ່ຽວກັບສະຖານະການເສດຖະກິດມະຫາພາກໃນປະຈຸບັນ ແລະ ທິດທາງການສ້າງນະໂຍບາຍໃນຕໍ່ໜ້າ, ໂດຍເນັ້ນໃສ່ປັດໄຈຂັບເຄື່ອນທາງເສດຖະກິດທີ່ສໍາຄັນ ເປັນຕົ້ນແມ່ນການຂະຫຍາຍຕົວຂອງເສດຖະກິດ (GDP), ການພັດທະນາທ່າເຮືອ, ໂຄງການສ້າງທາງດ່ວນ ລາວ-ຫວຽດນາມ ແລະ ການລົງທຶນໂດຍກົງຈາກຍິ່ປຸ່ນ ເຊັ່ນ:ໂຮງງານໂຕໂຍຕ້າຢູ່ ສປປ ລາວ.
ທັງສອງຝ່າຍເຫັນດີສືບຕໍ່ເພີ່ທທະວີການຮ່ວມມືໃນຖານະຄູ່ຮ່ວມງານຍຸດທະສາດທີ່ສໍາຄັນເພື່ອໃຫ້ຄໍາປຶກສາ, ການວາງແຜນ, ການວິເຄາະ ແລະ ການປະເມີນຜົນ ແລະ ແລກປ່ຽນບົດຮຽນຕົວຈິງທາງດ້ານນະໂຍບາຍເສດຖະກິດມະຫາພາກ ແລະ ເສີມຂະຫຍາຍຄວາມສາມາດຂອງບຸກຄະລາກອນພາຍໃນ ສວສສຊ ກໍ່ຄື ສປປ ລາວ ໃຫ້ກ້າວຂຶ້ນສູ່ສາກົນຢ່າງແຂງແຮງ.
ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ