ສວສສຊ ຝຶກອົບຮົມວຽກງານພົວພັນຕ່າງປະເທດ

01

     ໃນວັນທີ 19 ກຸມພາ 2026 ທີ່ຜ່ານມາ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດຝຶກອົບຮົມ ໃນຫົວຂໍ້ “ຍົກລະດັບວຽກງານພົວພັນຕ່າງປະເທດ” ຂື້ນທີ່ມະຫາວິທະຍາໄລຈຳປາສັກ, ແຂວງຈໍາປາສັກ, ໂດຍການເປັນປະທານຂອງທ່ານ ເພັດໃສ ເພຍເທບ, ຫົວໜ້າຫ້ອງການ ສວສສຊ; ມີບັນດາພະນັກງານຈາກກົມ, ສະຖາບັນຄົ້ນຄວ້າ, ຫ້ອງການ ແລະ ສູນ; ຫ້ອງວ່າການແຂວງຈໍາປາສັກ, ຄູອາຈານ ແລະ ນັກສຶກສາມະຫາວິທະຍາ ໄລຈໍາປາສັກ ເຂົ້າຮ່ວມທັງໝົດ 40 ກວ່າທ່ານ.

2
03
1

     ຈຸດປະສົງຕົ້ນຕໍການຝຶກອົບຮົມຄັ້ງນີ້ ແມ່ນເພື່ອສ້າງຄວາມເຂັ້ມແຂງ ແລະ ເພີ່ມທັກສະຄວາມສາມາດໃຫ້ແກ່ ພະນັກງານວິຊາການ ໄດ້ມີຄວາມຮູ້ຄວາມເຂົ້າໃຈເລິກເຊິ່ງກ່ຽວກັບວຽກງານການທູດ ແລະ ການພົວພັນສາກົນ ເຊິ່ງໄດ້ຮັບກຽດຈາກ ທ່ານ ແສງແກ້ວ ປວງປະດິດ ອະດີດເອກອັກລະລັດຖະທູດ, ກົມພິທີການທູດ, ກະຊວງການຕ່າງ ປະເທດ ມາເປັນວິທະຍາກອນ ໃນການບັນຍາຍບົດບາດຄວາມສໍາຄັນຂອງວຽກງານພິທີການທູດ, ລະບຽບຫຼັກການ ແລະ ຂັ້ນຕອນການປະສານງານກັບຕ່າງປະເທດ. ການຝຶກອົບຮົມໄດ້ສ້າງຄວາມສົນໃຈ ແລະ ເປີດໂອກາດໃຫ້ຜູ້ເຂົ້າ ຮ່ວມໄດ້ສົນທະນາແລກປ່ຽນຄໍາຄິດຄໍາເຫັນ ແລະ ຖອດຖອນບົດຮຽນຈາກປະສົບການຕົວຈິງຂອງວິທະຍາກອນ ເຊິ່ງເປັນປະໂຫຍດຫຼາຍໃນການນໍາໄປຜັນຂະຫຍາຍເຂົ້າໃນວຽກງານພົວພັນຕ່າງປະເທດຂອງຕົນໃຫ້ມີປະສິດທິຜົນ ສູງສຸດ.

     ໃນໄລຍະຜ່ານ, ສວສສຊ ໄດ້ຖືເອົາວຽກງານພົວພັນຕ່າງປະເທດ ເປັນວຽກງານຍຸດທະສາດໜື່ງທີ່ສຳຄັນ ໃນການສ້າງທ່າແຮງຕໍ່ວຽກງານຄົ້ນຄວ້າວິທະຍາສາດຂອງລາວ ໂດຍສະເພາະການຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ, ການຮ່ວມມືແບບພາຄີ ແບບສອງຝ່າຍ, ຫຼາຍຝ່າຍ ແລະ ພາຍໃຕ້ອະນຸສັນຍາຕ່າງໆ ຕາມແນວທາງນະ ໂຍບາຍການຕ່າງເທດຂອງພັກ ກໍຄືຂອງ ສປປ ລາວ ໄດ້ວາງອອກ ເຮັດໃຫ້ ສວສສຊ ສາມາດຂະຫຍາຍການຮ່ວມມືກັບບັນດາສະຖາບັນຄົ້ນຄວ້າ, ສະຖາບັນການສຶກສາ ລວມທັງຄູ່ຮ່ວມມືພັດທະນາຂອງອົງການສາກົນ ເຊັ່ນ: ສະຖາບັນດິດວິທະຍາສາດສັງ ຄົມຫວຽດນາມ, ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ; ສະຖາບັນດິດວິທະຍາສາດສັງຄົມແຫ່ງຊາດຈີນ ແລະ ແຂວງຢຸນນານ, ກວາງຊີ, ນະຄອນຊຽງໄຮ້; ສະມາຄົມນັກວິທະຍາສາດສັງຄົມ ສປປ ເກົາຫຼີ;  ລາດສະາບັນດີດວທະຍາສາດສັງຄົມກຳປູເຈຍ; ສະຖາບັນສິ່ງແວດລ້ອມ ສ. ເກົາຫຼີ, ສູນສຶກສາອາຊີຕາເວັນອອກສ່ຽງ ໃຕ້ ມະຫາວິທະຍາໄລກຽວໂຕ ຍີ່ປຸ່ນ, ອົງການຢູນິເຊັບ (UNICEF), ອົງການຮ່ວມມືສາກົນ ສ. ເກົາຫຼີ (KOICA), ສູນເພື່ອການພັດທະນາ ແລະ ສິ່ງແວດລ້ອມມະຫາວິທະຍາໄລເບີນ ປະເທດສະວິດເຊີແລນເປັນຕົ້ນ.

     ທ່ານ ເພັດໃສ ເພຍເທບ ໄດ້ກ່າວຕື່ມວ່າ: ຊຸດຝຶກອົບຮົມນີ້ຈະເປັນບາດກ້າວອັນໜຶ່ງສໍາຄັນໃນການພັດທະນາພະນັກງານ ສວສສຊ ໃຫ້ມີທັກສະ ແລະ ຄວາມພ້ອມໃນການປະຕິບັດໜ້າທີ່ວຽກງານການທູດ ແລະ ການປະສານ ງານສາກົນ ໃຫ້ມີຄວາມເປັນມືອາຊີບ ແລະ ຖືກຕ້ອງ, ເປັນເສນາທິການໃຫ້ຂັ້ນເທິງໃນການຜັນຂະຫຍາຍວຽກງານຮ່ວມມືສາກົນ ເພື່ອຍາດແຍ່ງຄວາມຊ່ວຍເຫຼືອດ້ານຕ່າງໆ ຊຸກຍູ້ການປະຕິບັດຍຸດທະສາດ, ແຜນງານ ແລະ ໂຄງການຂອງ ສວສສຊ ໃຫ້ປະກົດຜົນເປັນຈິງ.

5

ຂຽນຂ່າວ ແລະ ຖ່າຍພາບ: ສຂຝ