ສວສສຊ ສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງ

1

     ໃນຕອນເຊົ້າຂອງວັນທີ 22 ມັງກອນ 2026 ທີ່ຜ່ານມາ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 23 ປີ ພາຍໃຕ້ຄຳຂັວນ “ຮ່ວມກັນຕ້ານການສໍ້ລາດບັງຫຼວງ ເພື່ອສ້າງອານາຄົດທີ່ສົດໃສ ແລະ ໂປ່ງໃສ” ໂດຍການເປັນປະທານຂອງ ທ່ານ ໄຊສົງຄາມ ມະໂນທັມ ຄະນະປະຈຳພັກ, ປະທານກວດກາພັກ, ຮອງປະທານ ສວສສຊ, ມີບັນດາຄະນະພັກ-ຄະນະນໍາ, ຫົວໜ້າສະຖາບັນຄົ້ນຄວ້າ, ກົມ, ຫ້ອງການ, ສູນ ແລະ ຜູ້ຕາງໜ້າອົງການຕ້ານການສໍ້ລາດບັງຫຼວງ ພ້ອມດ້ວຍພະນັກງານທົ່ວ ສວສສຊ ເຂົ້າຮ່ວມ.

4
3
2

     ທ່ານ ໄຊສົງຄາມ ມະໂນທັມ ໄດ້ກ່າວວ່າ: ການສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງໃນຄັ້ງນີ້ ແມ່ນຈັດຂຶ້ນເພື່ອສະແດງເຖິງຜົນກະທົບຂອງການສໍ້ລາດບັງຫຼວງ ໃນໂອກາດວັນຕ້ານການສໍ້ລາດບັງຫຼວງສາ ກົນ ຄົບຮອບ 23 ປີ ເຊິ່ງ ສປປ ລາວ ເຮົາໄດ້ລົງນາມ ແລະ ໃຫ້ສັດຕະຍາບັນໃນປີ 2003. ຕະຫຼອດໄລຍະເວລາຜ່ານມາ ສປປ ລາວ ແລະ ສາກົນ ໄດ້ຮ່ວມມື ແລະ ປະຕິບັດສິດ-ພັນທະຂອງຕົນຢ່າງຕັ້ງໜ້າ ໃນຖານະເປັນປະເທດພາຄີຂອງສົນທິສັນຍາ ເຮັດໃຫ້ລາວໄດ້ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນໄດ້ວາງແນວທາງນະໂຍ ບາຍ, ມະຕິ, ຄໍາສັ່ງ ແລະ ນິຕິກຳຕ່າງໆຫຼາຍສະບັບ ທີ່ເປັນພື້ນຖານໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໂດຍປັບປຸງກົງຈັກການຈັດຕັ້ງລັດໃຫ້ກະທັດຮັດ, ໂຮມກະຊວງ, ກົມ ແລະ ພະແນກກ່ຽວຂ້ອງ; ຫຼຸດຜ່ອນຂັ້ນຕອນບໍລິຫານ; ເອົາໃຈໃສ່ວຽກງານໂຄສະນາສຶກສາອົບຮົມ, ສ້າງສະຕິຕໍ່ກົດໝາຍໃຫ້ແກ່ພະນັກ ງານ-ລັດຖະກອນ, ທະຫານ-ຕໍາຫຼວດ, ນັກຮຽນ-ນັກສຶກສາ, ປັນຍາຊົນ ແລະ ປະຊາຊົນ ຊັ້ນຄົນຕ່າງໆ ດ້ວຍຫຼາຍຮູບການ ເພື່ອສ້າງຮັບຮູ້ເຂົ້າໃຈຕໍ່ຜົນຮ້າຍ ແລະ ໄພອັນຕະລາຍຮ້າຍແຮງຂອງການສໍ້ລາດບັງຫຼວງ. ພ້ອມນັ້ນ ກໍຍົກສູງຖານະບົດບາດ, ສິດໜ້າທີ່ຂອງອົງການກວດກາແຫ່ງລັດ ແລະ ຕ້ານການສໍ້ລາດບັງຫຼວງ ແຕ່ລະຂັ້ນໃຫ້ສູງຂຶ້ນ, ເອົາໃຈໃສ່ເພີ່ມທະວິການເຄື່ອນໄຫວສະກັດກັ້ນ, ຕິດຕາມກວດກາ ແລະ ສືບສວນສອບສວນຕໍ່ເປົ້າໝາຍທີ່ມີພຶດຕິກຳສໍ້ລາດບັງຫຼວງ, ປະຕິບັດມາດຕະການທາງວິໄນ ແລະ ພິຈາລະນາສັ່ງຟ້ອງສານຕັດສິນຕາມກົດໝາຍ. 

     ໃນພິທີສະເຫຼີມສະຫຼອງນີ້ ທ່ານ ເທບພະໄທ ພັນກ້າ ຮອງຫົວໜ້າກົມຕ້ານ ແລະ ສອບສອນການສໍ້ລາດບັງຫລວງ, ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ໃຫ້ກຽດຂຶ້ນນໍາສະເໜີ ແລະ ເຜີຍແຜ່ເອກະສານຄວາມຮູ້ພື້ນຖານຕ້ານການສໍ້ລາດບັງຫຼວງ, ວຽກງານກວດກາພັກ, ກວດກາລັດ; ຜົນຮ້າຍໄພອັນຕະລາຍຂອງການສໍ້ລາດບັງຫຼວງ ໃຫ້ສະມາຊິກພັກ-ພະນັກງານ ສວສສຊ ໄດ້ມີຄວາມເຂົ້າໃຈ ແລະ ປະຕິບັດໃຫ້ຖືກຕ້ອງຕາມລະບຽບທີ່ວາງໄວ້ ພ້ອມທັງມີກິດຈະກຳຖາມ-ຕອບ ແລະ ສົນທະນາແລກປ່ຽນບົດຮຽນຮ່ວມກັນ ເຮັດໃຫ້ມີບັນຍາກາດຟົດຟື້ນດີ.

5
6
7

     ໃນພິທີສະເຫຼີມສະຫຼອງນີ້ ທ່ານ ເທບພະໄທ ພັນກ້າ ຮອງຫົວໜ້າກົມຕ້ານ ແລະ ສອບສອນການສໍ້ລາດບັງຫລວງ, ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ໃຫ້ກຽດຂຶ້ນນໍາສະເໜີ ແລະ ເຜີຍແຜ່ເອກະສານຄວາມຮູ້ພື້ນຖານຕ້ານການສໍ້ລາດບັງຫຼວງ, ວຽກງານກວດກາພັກ, ກວດກາລັດ; ຜົນຮ້າຍໄພອັນຕະລາຍຂອງການສໍ້ລາດບັງຫຼວງ ໃຫ້ສະມາຊິກພັກ-ພະນັກງານ ສວສສຊ ໄດ້ມີຄວາມເຂົ້າໃຈ ແລະ ປະຕິບັດໃຫ້ຖືກຕ້ອງຕາມລະບຽບທີ່ວາງໄວ້ ພ້ອມທັງມີກິດຈະກຳຖາມ-ຕອບ ແລະ ສົນທະນາແລກປ່ຽນບົດຮຽນຮ່ວມກັນ ເຮັດໃຫ້ມີບັນຍາກາດຟົດຟື້ນດີ.

     ເພື່ອສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານຕ້ານສໍ້ລາດບັງຫຼວງຂອງ ສວສສຊ ກໍຄືທົ່ວພັກທົ່ວລັດ, ປະທານກອງປະຊຸມໄດ້ຮຽກຮ້ອງໃຫ້ພະນັກງານລັດຖະກອນທົ່ວ ສວສສຊ ຈົ່ງພ້ອມຍົກສູງຄວາມເປັນເຈົ້າການ, ເປັນແບບຢ່າງທີ່ດີໃນການປະຕິບັດກົດໝາຍ, ມີຈັນຍາບັນ, ຈັນຍາທຳ ແລະ ດຳລົງຊີວິດສັດຊື່ບໍລິສຸດ, ສະກັດກັ້ນແຕ່ຫົວທີ: ຖືເອົາການສະກັດກັ້ນເປັນບັນຫາພື້ນຖານຍາວນານ, ເພີ່ມທະວີການຕິດ ຕາມ-ກວດກາ ເພື່ອອັດຊ່ອງຫວ່າງທີ່ອາດກໍ່ໃຫ້ເກີດການສໍ້ລາດບັງຫຼວງໃນທຸກຂົງເຂດວຽກງານ, ສ້າງສະຕິເຄົາ ລົບກົດໝາຍ: ສືບຕໍ່ໂຄສະນາເຜີຍແຜ່ແນວທາງນະໂຍບາຍ ແລະ ມາກຕະຖານຕ່າງໆ ພາຍໃຕ້ຄຳຂັວນ “ຮ່ວມແຮງ ຮ່ວມໃຈ ກັບໄວໜຸ່ມ ໃນການຕ້ານການສໍ້ລາດບັງຫຼວງ”, ໃຫ້ການຮ່ວມມືກັບອົງການກວດກາ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອສ້າງ ສວສສຊ ໃຫ້ເປັນອົງການທີ່ໂປ່ງໃສ ແລະ ເຂັ້ມແຂງ.

11

ຂຽນຂ່າວ ແລະ ຖ່າຍພາບ: ເພັດ ສາຍທານ