ສວສສຊ ແລະ ແຂວງບໍລິຄຳໄຊ ຮ່ວມມືຄົ້ນຄວ້າສ້າງແຜນຍຸດທະສາດ ແລະ ມາດຕະການ ເພື່ອບັນລຸເປົ້າໝາຍການພັດທະນາ
(ສວສສຊ) ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ໂຄງການການເມືອງຄັ້ງທີ III ກໍຄືການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ ແລະ ແຜນພັດທະນາເສດຖະກິດສັງຄົມຂອງແຂວງບໍລິຄຳໄຊ ເຂົ້າສູ່ຕົວຈິງ ແລະ ຮັບປະກັນໄດ້ຜົນສຳເລັດຕາມຄາດໝາຍທີ່ວາງໄວ້ນັ້ນ; ຄະນະພັກ-ຄະນະນໍາທັງສອງຝ່າຍຈຶ່ງໄດ້ເຫັນດີເອກະພາບຕົກລົງເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍຄວາມຮ່ວມມືໃນການຄົ້ນຄວ້າສ້າງ “ແຜນຍຸດທະສາດ ແລະ ມາດຕະການເພື່ອບັນລຸເປົ້າໝາຍ” ຂອງມະຕິຂອງປະຊຸມໃຫຍ່ຄັ້ງ VIII ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄໍາໄຊ ຂຶ້ນໃນຕອນບ່າຍຂອງວັນທີ 04 ກຸມພາ 2026 ທີ່ຫ້ອງວ່າການຄະນະປົກຄອງແຂວງບໍລິຄຳໄຊ.
ໃນໂອກາດນີ້, ທ່ານ ເລື່ອນວິໄລ ຈັນທະລາພັນ, ຮອງເລຂາພັກແຂວງບໍລິຄຳໄຊ ໄດ້ກ່າວວ່າ: ເພື່ອຜັນຂະ ຫຍາຍມະຕິຂອງປະຊຸມໃຫຍ່ຄັ້ງ VIII ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄໍາໄຊ ໃຫ້ມີລັກສະນະວິິທະຍາສາດ, ສາມາດກໍານົດຍຸດດທະຍາດ ແລະ ມາດຕະການແກ້ໄຂຢ່າງເໝາະສົມຕໍ່ການພັດທະນາຂອງທ້ອງຖິ່ນ, ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໂດຍສະເພາະການແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ມີຄຸນນະພາບສູງຂຶ້ນ, ການປັບປຸງໂຄງລ່າງພື້ນຖານທີ່ສໍາຄັນ ເພື່ອບໍລິການຂົນສົ່ງ, ໄຟຟ້າ ແລະ ນໍ້າສະອາດ, ການຜະລິດເປັນສິນຄ້າຂອງປະຊາຊົນ ກ້າວໄປສູ່ການເພິ່ງຕົນເອງກຸ້ມຕົນເອງ ຕາມທິດສ້າງເສດຖະກິດເອ ກະລາດເປັນເຈົ້າຕົນເອງ ແລະ ອື່ນໆ ເຊິ່ງໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VI ນີ້ໄດ້ກໍານົດວາງຈຸດສຸມພັດທະນາ 6 ຂົງເຂດສຳຄັນຄື: ການພັດທະນາກະສິກຳໃຫ້ທັນສະໄໝ, ການຂະຫຍາຍພື້ນຖານອຸດສາຫະຫຳປຸ່ງແຕ່ງ, ການສ້າງເຂດບໍລິການຂົນສົ່ງ (ທ່າບົກ), ການພັດທະນາເຂດທ່ອງທ່ຽວ, ການສ້າງແຫຼ່ງພະລັງງານໄຟຟ້າ ແລະ ການຂຸດຄົ້ນ-ປຸງແຕ່ງແຮ່ທາດ ຊຸກຍູ້ໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວສະເລ່ຍໃນລະດັບ 5% ຕໍ່ປີ, ລາຍໄດ້ສະເລ່ຍຫົວຄົນບໍ່ຫຼຸດ 49 ລ້ານກີບ ຫຼື ປະມານ 2.100 ໂດລາສະຫະລັດໃນຊຸມປີຕໍ່ໜ້າ. ທ່ານຍັງໄດ້ກ່າວຕື່ມວ່າ ດ້ວຍຄວາມຮ່ວມມືຊ່ວຍເຫຼືອທາງດ້ານວິຊາການທີ່ເຂັ້ມແຂງຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຈະຊ່ວຍຮັບປະກັນໃຫ້ແຂວງບໍລິຄຳໄຊສາມາດບັນລຸຄາດໝາຍທີ່ວາງໄວ້.
ທ່ານ ປອ. ສະຖາບັນດິດ ອິນສີຊ່ຽງໃໝ່, ຮອງເລຂາຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ກ່າວວ່າ: ຕາງໜ້າໃຫ້ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ມີຄວາມຍິນດີທີ່ໄດ້ເຂົ້າຮ່ວມເປັນຄູ່ຮ່ວມມືກັນ ເຊິ່ງເປັນໝາກຜົນ ແລະ ຄວາມເອົາໃຈໃສ່ຂອງຄະນະພັກ-ຄະນະນໍາຂັ້ນສູງທັງສອງຝ່າຍ, ເປັນຂີດໝາຍອັນສໍາຄັນໜຶ່ງໃນວຽກງານຄົ້ນຄວ້າໂດຍກົງ ຕາມໜ້າທີ່ພາລະບົດບາດຂອງສະຖາບັນ. ການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ແມ່ນການກຳນົດຂອບຂອງການປະຕິບັດວຽກຮ່ວມກັນ ໃນການສ້າງແຜນຍຸດທະສາດ ແລະ ມາດຕະການເພື່ອບັນລຸເປົ້າໝາຍ” ຂອງມະຕິຂອງປະຊຸມໃຫຍ່ຄັ້ງ VIII ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄໍາໄຊ ໃຫ້ມີຄວາມຮັດກຸມ; ຖືກຕ້ອງ ແລະ ສາມາດນໍາໄປສູ່ການປະຕິິບັດຕົວຈິງ. ເພື່ອຮັບປະກັນໃຫ້ການຄົ້ນຄວ້າໄດ້ຮັບຜົນດີ ທັງສອງຝ່າຍຈຳເປັນຕ້ອງໄດ້ມີກົນໄກປະສານງານ, ຄະນະຮັບຜິດຊອບ, ແຜນການເຄື່ອນໄຫວ ແລະ ສະໜອງຂໍ້ມູນຕົວຈິງ ເຮັດໃຫ້ທີມງານຄົ້ນຄວ້າສາມາດກໍາໄດ້ສະພາບ, ບັນຫາ ແລະ ຊອກມາດຕະການແກ້ໄຂທີ່ເໝາະສົມ ເປັນທິດທາງໃຫ້ແຂວງຈັດໃນການຕັ້ງປະຕິບັດ ພ້ອມທັງຈະຊ່ວຍສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແຂວງບໍລິຄຳໄຊ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ແຂວງບໍລິຄຳໄຊ ໄດ້ຮັບເປັນກຽດລົງລາຍເຊັນໂດຍ ປອ. ກອງແກ້ວ ໄຊສົງຄາມ, ເລຂາຄະນະພັກສະຖາບັນວິທະຍາ ສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ປອ. ສອນທະນູ ທໍາມະວົງ ເລຂາຄະນະບໍລຫານງານພັກແຂວງບໍລິຄຳໄຊ, ມີບັນດາຄະນະພັກ ສວສສຊ, ຄະນະພັກແຂວງບໍລິຄຳໄຊ, ຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ສູນ ແລະ ພະແນກການຕ່າງໆອ້ອມຂ້າງແຂວງ ເຂົ້າຮ່ວມເປັນສັກຄີພະຍານໃນພິທີຄັ້ງນີ້.
ຂຽນຂ່າວ : ສຂຝ