ສະຖາບັນຄົ້ນຄວ້າສັງຄົມວິທະຍາ ຕ້ອນຮັບຄະນະຜູ້ແທນ ສະຖາບັນຄົ້ນຄວ້າສາສະໜາ ແຂວງຢູນນານ ສປ. ຈີນ

1

     ໃນຕອນເຊົ້າວັນອັງຄານ 28 ຕຸລາ 2025 ທີ່ຜ່ານມານີ້,  ຢູ່ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານ ປອ. ບຸນສີ ພຸດທະວົງ ຫົວໜ້າສະຖາບັນຄົ້ນຄວ້າສັງຄົມວິທະຍາ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ ຫຼຽງ ສຽວເຟີນ (Liang Xiaofen), ຫົວໜ້າສະຖາບັນຄົ້ນຄວ້າສາສະໜາ, ສະຖາບັນວິທະຍາສາດສັງຄົມ ແຂວງຢູນນານ ພ້ອມຄະນະ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມພົບປະແລກ ປ່ຽນບົດຮຽນຢູ່ ສປປ ລາວ. ໃນໂອກາດນີ້ ທັງສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນຫາການຄົ້ນຄວ້າສາສະໜາ ແລະ ຊົນເຜົ່າຢູ່ ສປປ ລາວ ເປັນຕົ້ນສາສະໜາພຸດ, ສາສະໜາຄຣິດ ແລະ ການວາງນະໂຍບາຍການຄຸ້ມຄອງສາສະໜາທີ່ປະຊາຊົນໃຫ້ຄວາມເຄົາລົບນັບຖື. ພ້ອມນັ້ນ ສອງສະຖາບັນຍັງໄດ້ເຫັນດີເປັນເອກະພາບຮ່ວມມືກັນໃນການພົວພັນຢ້ຽມຢາມເຊິ່ງກັນແລະກັນ, ການຈັດສຳມະນາແລກປ່ຽນທາງດ້ານວິຊາການ ແລະ ການຄົ້ນຄວ້າໃນອະນາຄົດ.          

2
3
5
7

ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ