ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ຄັ້ງທີ I

IMG_1455

     ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຄັ້ງ I ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 21 ກຸມພາ 2025, ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 3 (ຕຶກວິຊາການ) ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ກຽງຄຳ ກັນຫາວົງ ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ສວສສຊ. ກອງປະຊຸມໄດ້ເປັນກຽດຕ້ອນຮັບ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ສະຫາຍ ທອງລີ ສີສຸລິດ ຄະນະພັກ, ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ;  ສະຫາຍ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ, ຮອງປະທານ ສວສສຊ, ທັງເປັນຜູ້ຊີ້ນໍາ 3 ອົງການຈັດຕັ້ງມະຫາຊົນ. ມີບັນດາສະຫາຍຄະນະພັກ, ເລຂາໜ່ວຍພັກ, ຕາງໜ້າສະຫະພັນກຳມະບານ ສວສສຊ, ສະຫະພັນແມ່ຍິງ ສວສສຊ, ຕາງໜ້າຄະນະຊາວໜຸ່ມຈາກບັນດາອົງການອ້ອມຂ້າງຫຼັກ 6, ບັນດາສະມາຊິກຊາວໜຸ່ມພາຍໃນ ສວສສຊ ແລະ ແຂກທີ່ມີກຽດຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເຂົ້າຮ່ວມທັງໝົດ 119 ກວ່າສະຫາຍ.

     ກອງປະຊຸມຄັ້ງນີ້ ຍັງໄດ້ຜ່ານເອກະສານລາຍງານການເມືອງ ແລະ ບົດສໍາຫຼວດການນໍາພາ ພ້ອມກັນພິຈາລະນາ ແລະ ປະກອບຄໍາເຫັນຕໍ່ເອກະສານດັ່ງກ່າວ ທີ່ໄດ້ຢັ້ງຢືນໃຫ້ເຫັນເຖິງຜົນງານອັນໃຫຍ່ຫຼວງແຫ່ງການຈັດຕັ້ງປະຕິບັດຕາມສິດ ແລະ ໜ້າທີ່ວິຊາສະເພາະວຽກງານວິຊາສະເພາະຂອງຕົນ ຕິດພັນກັບການຈັດຕັ້ງປະຕິບັດວຽກງານ 4 ບຸກຂອງຊາວໜຸ່ມຢ່າງເປັນຂະບວນການຟົດຟື້ນ. ໃນບົດລາຍງານການເມືອງໄດ້ສະຫຼຸບຕີລາຄາບັນດາຜົນສໍາເລັດຂອງການຈັດຕັ້ງປະຕິບັດແຜນພັດທະນາຊາວໜຸ່ມຄັ້ງທີ I ຂອງຄະນະຊາວໜຸ່ມ ສວສສຊ ໃນໜຶ່ງສະໄໝຜ່ານມາ ແລະ ຮັບຮອງເອົາທິດທາງແຜນການຄາດໝາຍສູ້ຊົນໃນຕໍ່ໜ້າ. ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ມີພິທີມອບທຸງໄຊນໍາໜ້າ 4 ບຸກ,  ຫຼຽນຊາວໜຸ່ມຕະລຸມບອນ, ຫຼຽນກາທີ່ລະນຶກຄົບຮອບ 65 ປີ ແລະ ໃບຍ້ອງຍໍໃຫ້ແກ່ຄະນະຊາວໜຸ່ມ, ໜ່ວຍຊາວໜຸ່ມ, ສະມາຊິກຊາວໜຸ່ມ ແລະ ບຸກຄົນ ທີ່ປະກອບສ່ວນເຂົ້າໃນວຽກງານຊາວໜຸ່ມໃນໄລຍະຜ່ານມາ.

7Y3A1266
IMG_1832
11
7Y3A1264

     ເພື່ອສືບຕໍ່ເສີມຂະຫຍາຍວຽກງານຊາວໜຸ່ມໃຫ້ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ຍັງໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານຊາວໜຸ່ມ ສວສສຊ ຊຸດໃໝ່ ຕາມມາດຖານ, ເງື່ອນໄຂທີ່ໄດ້ກໍານົດໄວ້ ເຊິ່ງສາມາດເລືອກໄດ້ຄະນະບໍລິຫານງານຊາວໜຸ່ມ ຈໍານວນ 13 ສະຫາຍ, ໃນນັ້ນໄດ້ເລືອກເອົາ ສະຫາຍ ເດືອນສະຫວັນ ພອນມີໄຊ ເປັນເລຂາຄະນະບໍລິຫານງານຊາວໜຸ່ມ ສວສສຊ, ສະຫາຍ ປອ. ວັນໄຊ ໄຊຍະວົງ ເປັນຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສວສສຊ ແລະ ສະຫາຍ ນາງ ພູຄຽງ ໄຊສິລິ ເປັນຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສວສສຊ ທັງເປັນປະທານກວດກາ.

4

     ກອງປະຊຸມໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ເຊິ່ງສະຫາຍໄດ້ເນັ້ນໃຫ້ຄະນະຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ເຊີດຊູຄວາມຮັບຜິດຊອບ ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ເໝືອນກັບໂຕເຜິ້ງທີ່ມີລະບົບການຈັດຕັ້ງທີ່ເຂັ້ມແຂງ ແນໃສ່ກໍ່ສ້າງນັກຄົ້ນຄວ້າວິທະຍາສາດໃຫ້ມີຄຸນນະພາບເປັນເຈົ້າການປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງມະຕິກອງປະຊຸມຊາວໜຸ່ມຂອງຕົນທີ່ໄວ້ວາງອອກໃຫ້ປະກົດຜົນເປັນຈີງ ເຊິ່ງຄໍາເຫັນດັ່ງກ່າວ ມີຄວາມໝາຍຄວາມສຳຄັນ, ມີເນື້ອໃນອັນເລິກເຊິ່ງ ແລະ ເປັນເຂັມຊີ້ທິດເຍືອງທາງ ໃຫ້ແກ່ຄະນະບໍລິຫານງານຊາວໜຸ່ມ ສວສສຊ ຊຸດໃໝ່ ແລະ ສະມາຊິກຊາວໜຸ່ມທັງໝົດ ໃຫ້ນຳໄປຄົ້ນຄວ້າຈັດຕັ້ງເຊື່ອມຊຶມ ແລະ ຫັນລົງສູ່ພາກປະຕິບັດໃຫ້ເກີດຜົນເປັນຈິງ.

     ໃນໂອກາດດຽວກັນນີ້ ສະຫາຍ ທອງລີ ສີສຸລິດ ໄດ້ກ່າວບາງຕອນຕໍ່ກອງປະຊຸມວ່າ: ສະມາຊິກຊາວໜຸ່ມທຸກສະຫາຍຕ້ອງເອົາໃຈໃສ່ຝຶກຝົນຫຼໍ່ຫຼອມກໍ່ສ້າງຕົນເອງໃຫ້ມີຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດ, ມີນ້ຳໃຈຮັກຊາດ, ມີຄວາມເສຍສະຫຼະ ເພື່ອປະເທດຊາດ ເພື່ອປະຊາຊົນ; ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງຂອງຕົນໃນຖານະນັກຄົ້ນຄວ້າວິທະຍາສາດໃຫ້ສຳເລັດ; ເພີ່ມທະວີການປະສານສົມທົບກັບບັນດາສະມາຊິກຊາວໜຸ່ມ, ຄະນະຊາວໜຸ່ມບັນດາພາກສ່ວນອື່ນໆ ເພື່ອແລກປ່ຽນບົດຮຽນທີ່ດີເຂົ້າຮັບໃຊ້ໃນການພັດທະນາຊາວໜຸ່ມ ແລະ ການ ຈັດຕັ້ງໃຫ້ເຂັ້ມແຂງຂຶ້ນເທື່ອລະກ້າວ. ພ້ອມກັນນັ້ນ ສະຫາຍຍັງໄດ້ຮຽກຮ້ອງມາຍັງຄະນະຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມທົ່ວ ສວສສຊ ຈົ່ງໄດ້ສືບຕໍ່ເອົາໃຈໃສ່ປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານຊາວໜຸ່ມ ເພື່ອເສີມຂະຫຍາຍມູນເຊື້ອຂອງອົງການຈັດຕັ້ງຊາວໜຸ່ມໃຫ້ພົ້ນເດັ່ນ, ປຸກລະດົມຄວາມສາມັກພາຍໃນພາຍນອກໃຫ້ເປັນປຶກແຜ່ນ ພ້ອມກັນເຮັດຫຼ້ອນໜ້າທີ່ການເມືອງທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ກໍຄືການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ສວສສຊ ຄັ້ງທີ I ນີ້ ໃຫ້ປະກົດຜົນເປັນຈິງ ແລະ ມີປະສິດທິຜົນສູງ.

IMG_2177

ຂຽນຂ່າວ ແລະ ຖ່າຍພາບ: ຄະນະຮັບຜິດຊອບໂຄສະນາຊາວໜຸ່ມ ສວສສຊ