ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ຈາກກອງທຶນການເງິນ (IMF)

   ໃນຕອນບ່າຍຂອງ ວັນທີ 19 ມັງກອນ 2023 ຢູ່ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານ ປອ. ກິແກ້ວ ຈັນທະບູຣີ, ຮອງປະທານ ສວສສຊ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ Eteri Kvintradze ຫົວໜ້າຫ້ອງການຊ່ວຍເຫຼືອດ້ານວິຊາການຂອງ IMF ປະຈໍາປະເທດໄທ (CDOT: IMF- Capacity Development Office in Thailand) ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 18-20 ມັງກອນ 2023.

   ໂອກາດນີ້ ທ່ານ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ທ່ານ ນາງ Eteri Kvintradze ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງ ມາຢ້ຽມຢາມ ແລະ ມາເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ຕີລາຄາສູງ ຕໍ່ຫ້ອງການຊ່ວຍເຫຼືອດ້ານວິຊາການຂອງ IMF ປະຈໍາປະເທດໄທ ທີ່ໄດ້ໃຫ້ການຮ່ວມມື ແລະ ການຊ່ວຍເຫຼືອ ທີ່ເປັນປະໂຫຍດ ແລະ ສໍາຄັນ ຕໍ່ການສ້າງຄວາມເຂັ້ມແຂງດ້ານວິຊາການກ່ຽວກັບການວິເຄາະ-ວິໄຈດ້ານເສດຖະກິດມະຫາພາກແກ່ ສປປ ລາວ ເວົ້າລວມ, ເວົ້າສະເພາະກໍ່ແມ່ນສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຕະຫຼອດໄລຍະຫຼາຍປີຜ່ານມາ. ໃນໂອກາດດຽວກັນ ທ່ານ ນາງ Eteri Kvintradze ກໍ່ໄດ້ກ່າວຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ຈາກທ່ານ ຮອງປະທານ ສວສສຊ, ພ້ອມທັງລາຍງານທິດທາງແຜນການຊ່ວຍເຫຼືອດ້ານວິຊາການຈາກ ຫ້ອງການຊ່ວຍເຫຼືອດ້ານວິຊາການຂອງ IMF ປະຈໍາປະເທດໄທ ໃຫ້ແກ່ປະເທດສະມາຊິກ ກໍ່ຄື ສປປ ລາວ ແລະ ປຶກສາຫາລື ປະກອບການຮ່ວມມືໃນຕໍ່ໜ້າ ຮວມທັງການຊ່ວຍເຫຼືອດ້ານວິຊາການທີ່ຈໍາເປັນ ໂດຍສະເພາະແມ່ນການປັບປຸງຂອບເຂດການເຊື່ອມໂຍງເສດຖະກິດມະຫາພາກ (Macroeconomic Framework) ຊຶ່ງເປັນເຄື່ອງມືທີ່ສໍາຄັນທີ່ ສວສສຊ ໄດ້ນໍາໃຊ້ເຂົ້າໃນການຕິດຕາມ ແລະ ວິເຄາະເສດຖະກິດມະຫາພາກຂອງ ສປປ ລາວ.